Refill Day - ຮູບ​ແບບ​ ທີ່​ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ການ​ເສັງ​ ທົດ​ສອບ​ຫົວ​ຄິດ​ປະ​ດິ​ດ​ສ້າງໃນການຫຼຸດ​ຜ່ອນ​ຢາງ​ພະ​ລາດ​ສະ​ຕິກ​ເສດ​ເຫຼືອ ​ໃນ ອາ​ຊຽນ

Minh Ly
Chia sẻ

(VOVWORLD) -ໃນຂອບເຂດຂອງການເສັງທົດສອບຫົວຄິດປະດິດສ້າງໃນການຫຼຸດຜ່ອນຢາງພະລາດສະຕິກເສດເຫຼືອໃນພາກພື້ນ ອາຊຽນ (EPPIC) 2020 ໂດຍອົງການພັດທະນາ ສປຊ (UNDP) ປະຈຳ ຫວຽດນາມ ຈັດຕັ້ງ, ຫວຽດນາມ ມີຄວາມເປັນກຽດ ເມື່ອມີ 3 ໃນຈຳນວນ 4 ລາງວັນ ໄດ້ຮັບໄຊຊະນະໃນການເສັງຄັ້ງນີ້. ໃນນັ້ນ, ມີທິມ Refill Day ໂດຍອ້າຍ ຫງວຽນຫຶວເຍິນ ເປັນຜູ້ກໍ່ຕັ້ງ. ອ້າຍ ເຍິນ ແມ່ນຊາວອາເມລິກາ ເຊື້ອຊາດ ຫວຽດນາມ, ປັດຈຸບັນ ແມ່ນອາຈານສອນຢູ່ມະຫາວິທະຍາໄລ RMIT ຢູ່ນະຄອນ ໂຮ່ຈີມິນ. ຮູບແບບ Refill Day ຂອງ ອ້າຍເຍິນ ໄດ້ສະໜອງມາດຕະການປ່ຽນແທນໃຫ້ແກ່ຜະລິດຕະພັນຢາງພະລາດສະຕິກເສດເຫຼືອທີ່ນຳໃຊ້ເທື່ອດຽວ ດ້ວຍການໃຫ້ການບໍລິການເຖິງທີ່ ເພື່ອເຕີມຜະລິດຕະພັນໃສ່ເຄື່ອງບັນຈຸທີ່ສາມາດນຳໃຊ້ຄືນ ດ້ວຍບັນດາຜະລິດຕະພັນທີ່ມີຄວາມໄວ້ວາງໃຈ.

“ຮູບແບບດັ່ງກ່າວ, ຂ້າພະເຈົ້າຫາກໍ່ເລີ່ມລົງມືເຮັດແຕ່ເດືອນພຶດສະພາ ປີ 2020. ປັດຈຸບັນ ຂ້າພະເຈົ້າຢາກຂາຍບັນດາຜະລິດຕະພັນແບບໃຊ້ຂວດ ຫຼື ຕຸກ/ກ່ອງຢາງທີ່ໃຊ້ເຕີມໄດ້ເມື່ອນໍາໃຊ້ຜະລິດຕະພັນໝົດແລ້ວ ເພື່ອຈຳກັດການປ່ອຍຂີ້ເຫຍື້ອອອກສູ່ສິ່ງແວດລ້ອມ. ຕົວຢ່າງຄື, ດຽວນີ້ ຢາກຊື້ນ້ຳຢາລ້າງຖ້ວຍ sunlight, ຂ້າພະເຈົ້າຈະມີລົດຂົນສົ່ງຜະລິດຕະພັນຂອງ sunlight ມາເຕີມໃຫ້ຜູ້ຊື້ຢູ່ກັບເຮືອນ. ແຕ່ຜູ້ຊື້ຕ້ອງສັ່ງກ່ອນ 1 ວັນ, ຫຼັງຈາກນັ້ນ, ພວກຂ້າພະເຈົ້າ ຈະນຳ sunlight ມາເຕີມໃສ່ຕຸກເກົ່າທີ່ລູກຄ້າໄດ້ນຳໃຊ້ໝົດແລ້ວ ຫຼືຍັງເອີ້ນວ່າ Refill.”

Refill Day - ຮູບ​ແບບ​ ທີ່​ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ການ​ເສັງ​ ທົດ​ສອບ​ຫົວ​ຄິດ​ປະ​ດິ​ດ​ສ້າງໃນການຫຼຸດ​ຜ່ອນ​ຢາງ​ພະ​ລາດ​ສະ​ຕິກ​ເສດ​ເຫຼືອ ​ໃນ ອາ​ຊຽນ - ảnh 1ອ້າຍ ຫງວຽນຫຶວເຍິນ ທີ່ການເສັງ EPPIC ປີ 2020 (ພາບ: UNDP)
ໃນເວລາເກືອບ 19 ປີ ດຳລົງຊີວິດ ແລະ ເຮັດວຽກຢູ່ນະຄອນ ໂຮ່ຈີມິນ, ອ້າຍ ຫງວຽນຫຶວເຍິນ, ອາຍຸ  51 ປີ, ຍາມໃດກໍຄິດເຖິງບັນຫາມົນລະພິດສິ່ງແວດລ້ອມ, ໂດຍສະເພາະແມ່ນການຫຼຸດຜ່ອນການປ່ອຍຢາງພະລາດສະຕິກເສດເຫຼືອອອກສູ່ສິ່ງແວດລ້ອມ. ນອກຈາກບັນດາການເຄື່ອນໄຫວທີ່ແທດຈິງກ່ຽວກັບສິ່ງແວດລ້ອມ ທີ່ ອ້າຍ ເຍິນ ໄດ້ປຸກລະດົມຢູ່ ມະຫາວິທະຍາໄລ RMIT ຄື: ມອບໂບຜ້າສີຂຽວໃຫ້ແກ່ຜູ້ສັນຍາຈະບໍ່ປ່ອຍຂີ້ເຫຍື້ອອອກ, ສ້າງຕັ້ງກຸ່ມ ຫວຽດນາມ ສະອາດ ແລະ ສີຂຽວ ເພື່ອຮຽກຮ້ອງໃຫ້ປະຊາຊົນໄປເກັບຂີ້ເຫຍື້ອ, ອ້າຍ ເຍິນ ຍັງມີແນວຄວາມຄິດເຮັດໂຄງການ Refill Day. ໂຄງການດັ່ງກ່າວ ໄດ້ສ້າງສຳເລັດ ແລະ ຜັນຂະຫຍາຍເປັນພຶດຕິກຳຕົວຈິງ ຜ່ານການເສັງ EPPIC ປີ 2020. ໂຄງການ Refill Đây ແມ່ນການສົມທົບລະຫວ່າງສອງແນວຄວາມຄິດທີ່ມີຢູ່ແລ້ວ ແຕ່ຍັງບໍ່ທັນມີຜູ້ໃດທົດລອງປະຕິບັດ ນັ້ນຄື ສົ່ງເຄື່ອງດ້ວຍລົດຈັກ ແລະ ເປີດຮ້ານເຕີມຜະລິດຕະພັນໃສ່ຕຸກເກົ່າ.

“ຂ້າພະເຈົ້າເຫັນວ່າ ຢູ່ ນະຄອນ ໂຮ່ຈີມິນ ແລະ ຮ່າໂນ້ຍ ກໍມີ  ຮ້ານຂາຍເຄື່ອງ Refill ຈຳນວນໜຶ່ງ ແຕ່ສ່ວນຫຼາຍແມ່ນຂາຍຜະລິດຕະພັນ organic 100% ແລະ ມີຜະລິດຕະພັນຫຼາຍຢ່າງທີ່ເຮົາບໍ່ຮູ້ຍີ່ຫໍ. ໃນຂະນະທີ່ປະຊາຊົນເຮົາມີຄວາມຊິນເຄີຍກັບການນຳໃຊ້ບັນດາຜະລິດຕະພັນທີ່ມີຄວາມໄວ້ວາງໃຈສູງຄື Lifebouy, Sunlight... ສະນັ້ນ, Refill Day ຢາກສຸມໃສ່ບັນດາຜະລິດຕະພັນຄືແນວນັ້ນ. ນອກຈາກນັ້ນ, ພວກຂ້າພະເຈົ້າກໍຈະເປີດສາຂາຢູ່ເມືອງຕ່າງໆ ເພື່ອສ້າງຄວາມສະດວກໃຫ້ແກ່ລູກຄ້າ ແລະ ຈຳກັດການໄປມາ ນີ້ກໍແມ່ນການປົກປັກຮັກສາສິ່ງແວດລ້ອມອີກແບບໜຶ່ງ.”

ເຖິງວ່າມີແນວຄວາມຄິດຢາກຫຼຸດຜ່ອນຢາງພະລາດສະຕິກເສດເຫຼືອທີ່ເໝາະສົມກັບເງື່ອນໄຂ ແລະ ສະພາບແວດລ້ອມຢູ່ ຫວຽດນາມ ກໍຕາມ ແຕ່ເມື່ອລອດເຂົ້າ Top 14 ໃນຈຳນວນ 159 ທິມໃນການເສັງ EPPIC, ໄດ້ໄປທັດສະນະຕົວຈິງ ຢູ່ ຮະລອງ ພ້ອມດ້ວຍການໜູນຊ່ວຍຈາກຄະນະຈັດຕັ້ງການເສັງ, ເວລານັ້ນ ອ້າຍເຍິນ ຈຶ່ງມີໂອກາດ ແລະ ເງື່ອນໄຂ ເພື່ອຫັນແນວຄວາມຄິດຂອງຕົນໃຫ້ປະກົດຜົນເປັນຈິງ.

“ເມື່ອໄປທັດສະນະຕົວຈິງ ຢູ່ ຮະລອງ, ສິ່ງທີ່ມີປະໂຫຍດທີ່ສຸດແມ່ນໄດ້ພົບປະແລກປ່ຽນກັບສະມາຊິກແມ່ຍິງຂອງສະຫະພັນແມ່ຍິງ ຮະລອງ. ເຂົ້າເຈົ້າໄດ້ຊື້ຜະລິດຕະພັນ ແລະ ປະກອບຄຳຄິດເຫັນກ່ຽວກັບຜະລິດຕະພັນຂອງຕົນ. ຂ້າພະເຈົ້າຮຽນຮູ້ໄດ້ຫຼາຍຢ່າງ ເພາະວ່ານີ້ກໍແມ່ນການສຳຫຼວດ, ສຶກສາຕະຫຼາດອີກແບບໜຶ່ງ. ຢູ່ຮະລອງ, ຂ້າພະເຈົ້າໄດ້ຮ່ວມສຳພັນກັບສະຫະພັນແມ່ຍິງ ນະຄອນຮະລອງ ເພື່ອດຳເນີນການສົ່ງສິນຄ້າໃຫ້ແກ່ລູກຄ້າ, ຖ້າວ່າມີຄວາມສະດວກກໍຈະເປີດຮ້ານຂາຍເຄື່ອງ Refill. ພວກຂ້າພະເຈົ້າກໍໄດ້ເຮັດວຽກກັບສະຫະພັນແມ່ຍິງເມືອງ 9 ນະຄອນ ໂຮ່ຈີມິນ ເພື່ອຂາຍທົດລອງ ມຸ່ງໄປສູ່ການເປີດຮ້ານ ແລະ ເຮັດວຽກໂດຍກົງກັບບໍລິສັດນາໆຊາດ Unilever ເພື່ອຊື້ຜະລິດຕະພັນຈາກບໍລິສັດນີ້”.

Refill Day - ຮູບ​ແບບ​ ທີ່​ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ການ​ເສັງ​ ທົດ​ສອບ​ຫົວ​ຄິດ​ປະ​ດິ​ດ​ສ້າງໃນການຫຼຸດ​ຜ່ອນ​ຢາງ​ພະ​ລາດ​ສະ​ຕິກ​ເສດ​ເຫຼືອ ​ໃນ ອາ​ຊຽນ - ảnh 2ອ້າຍ ຫງວຽນຫຶວເຍິນ  ໄດ້ຮັບໄຊຊະນະໃນການເສັງ EPPIC 2020 (ພາບ: UNDP)
ພາຍຫຼັງເຂົ້າຮ່ວມໂຄງການ EPPIC, ອ້າຍ ເຍິນ ໄດ້ເຊີນຊວນຜູ້ຮ່ວມງານຕື່ມອີກ ເພື່ອຊ່ວຍປະຕິບັດ ແລະ ດຳເນີນໂຄງການດັ່ງກ່າວໃຫ້ສຳເລັດ. ເອື້ອຍ Sa ke Na, ຜູ້ຄຸ້ມຄອງບຸກຄະລາກອນ ແລະ ການເຄື່ອນໄຫວຂອງໂຄງການ Refill Day ໃຫ້ຮູ້ວ່າ: ເອື້ອຍ ເຂົ້າຮ່ວມໂຄງການດັ່ງກ່າວ ແມ່ນຍ້ອນໄດ້ປະກອບສ່ວນເຂົ້າໃນການແກ້ໄຂບັນຫາສິ່ງແວດລ້ອມ ຢູ່ ຫວຽດນາມ.

“ຂ້າພະເຈົ້າຢາກເຮັດໂຄງການດັ່ງກ່າວພ້ອມກັບອ້າຍ ເຍິນ ເພາະວ່າ ອ້າຍເປັນຊາວຕ່າງປະເທດ ເຊື້ອຊາດ ຫວຽດນາມ ຢາກເຮັດສິ່ງທີ່ດີງາມໃຫ້ແກ່ ຫວຽດນາມ. ນັ້ນກໍແມ່ນສາຍເຫດທີ່ ອ້າຍ ເຍິນ ດຳລົງຊີວິດຢູ່ ຫວຽດນາມ. ເພາະວ່າ ລາວ ຢາກເຮັດໃຫ້ສິ່ງແວດລ້ອມຢູ່ ຫວຽດນາມ ດີຂຶ້ນ. ລາວໄດ້ປະຕິບັດຫຼາຍກິດຈະກຳ ແລະ ຫຼາຍໂຄງການກ່ຽວກັບ ສິ່ງແວດລ້ອມ ໃຫ້ແກ່ ຫວຽດນາມ. ຂ້າພະເຈົ້າມັກແນວຄວາມຄິດຂອງລາວ ແລະ ຍ້ອນໄດ້ຮຽນຮູ້ນຳລາວ ຂ້າພະເຈົ້າກໍມີແນວຄິດທີ່ກວ້າງໄກກວ່າກ່ຽວກັບບັນຫາສິ່ງແວດລ້ອມຢູ່ ຫວຽດນາມ. ຈາກນັ້ນ ກໍສ້າງອອກບັນດາຂໍ້ລິເລີ່ມເພື່ອຊ່ວຍໃຫ້ສິ່ງແວດລ້ອມຂອງ ຫວຽດນາມ ໃຫ້ດີກວ່າ.”

ພາຍຫຼັງທີ່ຍາດໄດ້ໄຊຊະນະໃນການເສັງ EPPIC ດ້ວຍລາງວັນທີ່ມີມູນຄ່າ 18.000 USD,  ປີ 2021, ອ້າຍເຍິນ ພ້ອມດ້ວຍເພື່ອນຮ່ວມງານ ກໍໍໍພວມດຳເນີນການເຄື່ອນໄຫວສົ່ງເສີມໂຄງການດັ່ງກ່າວຢູ່ ຮະລອງ ແລະ ນະຄອນ ໂຮ່ຈີມິນ ຜ່ານການເປີດຮ້ານຂາຍເຄື່ອງ Refill ແລະ ໄປສົ່ງເຄື່ອງ Refill ດ້ວຍລົດຈັກ. ພ້ອມກັນນັ້ນ ກໍສ້າງມາດຖານໃຫ້ແກ່ລະບົບ Refill ເພື່ອເປີດກວ້າງຮູບແບບດັ່ງກ່າວ ອອກສູ່ບັນດາແຂວງ, ນະຄອນອື່ນໆຄື: ຍາຈາງ, ຫວູງເຕົາ, ດ່າລາດ… ຮູບແບບດັ່ງກ່າວ ບໍ່ພຽງແຕ່ຊ່ວຍໃຫ້ຫຼຸດຜ່ອນຢາງພະລາດສະຕິກເສດເຫຼືອອອກສູ່ສິ່ງແວດລ້ອມເທົ່ານັ້ນ, ຫາກຍັງຊ່ວຍສ້າງວຽກເຮັດງານທຳ ແລະ ສາຍສຳພັນລະຫວ່າງບັນດາສະມາຄົມແມ່ຍິງຢູ່ທ້ອງຖິ່ນອີກດ້ວຍ./.

ຕອບກັບ