ໂຄງການເຮືອນຢູ່ຕ້ານນ້ຳຖ້ວມຊ່ວຍປະຊາຊົນທຸກຍາກຢູ່ເຂດນ້ຳຖ້ວມ

Ngoc Anh
Chia sẻ
(VOVWORLD) -ໂຄງການແມ່ນເພື່ອແນໃສ່ຮຽກຮ້ອງໃຫ້ປະຊາຄົມ, ບັນດາສ່ວນບຸກຄົນ, ອົງການຈັດຕັ້ງຢູ່ພາຍໃນ ແລະ ຕ່າງປະເທດຮ່ວມແຮງຮ່ວມໃຈກັນສ້າງເຮືອນຢູ່ທີ່ມີຄວາມປອດໄພ
ໂຄງການເຮືອນຢູ່ຕ້ານນ້ຳຖ້ວມຊ່ວຍປະຊາຊົນທຸກຍາກຢູ່ເຂດນ້ຳຖ້ວມ - ảnh 1 (ໂຄງການເຮືອນຢູ່ຕ້ານນ້ຳຖ້ວມໂດຍກຸ່ມນັກອາສາສະໝັກເປັນຜູ້ສ້າງຕັ້ງ)

ໂດຍເລີ່ມເຄື່ອນໄຫວທາງສື່ສັງຄົມອອນລາຍນັບແຕ່ເດືອນພະຈິກ ປີ 2013, ໂຄງການເຮືອນຢູ່ຕ້ານນ້ຳຖ້ວມໂດຍກຸ່ມນັກອາສາສະໝັກເປັນຜູ້ສ້າງຕັ້ງ. ໂຄງການແມ່ນເພື່ອແນໃສ່ຮຽກຮ້ອງໃຫ້ປະຊາຄົມ, ບັນດາສ່ວນບຸກຄົນ, ອົງການຈັດຕັ້ງຢູ່ພາຍໃນ ແລະ ຕ່າງປະເທດຮ່ວມແຮງຮ່ວມໃຈກັນສ້າງເຮືອນຢູ່ທີ່ມີຄວາມປອດໄພ ແລະ ໜູນຊ່ວຍການຫາລ້ຽງຊີບໃຫ້ແກ່ປະຊາຊົນຜູ້ທຸກຍາກຢູ່ບັນດາເຂດຖືກຜົນສະທ້ອນຍ້ອນໄພທຳມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດ.

        ລາຍຈ່າຍໃຫ້ແກ່ການປະຕິບັດໂຄງການເຮືອນຢູ່ຕ້ານນ້ຳຖ້ວມໄດ້ຮັບການສະໜັບສະໜູນຈາກປະຊາຄົມເປັນຕົ້ນ. ຄຽງຂ້າງນັ້ນ, ອຳນາດການປົກຄອງທ້ອງຖິ່ນຢູ່ເຂດມີໂຄງການ ກໍ່ໄດ້ສ້າງເງື່ອນໄຂທາງດ້ານທີ່ດິນ, ໜ້າພຽງເພື່ອຜັນຂະຫຍາຍໂຄງການ. ແຕ່ລະປີ, ຄະນະຄຸ້ມຄອງໂຄງການດັ່ງກ່າວໄດ້ຈັດບັນດາເຫດການປຸກລະດົມຂົນຂວາຍການບໍລິຈາກ ຫຼື ໄດ້ຮັບບັນດາພາບແຕ້ມຈາກບັນດານັກສິລະປິນເພື່ອມາປະມູນຂາຍແລ້ວເອົາເງິນໄປກໍ່ສ້າງເຮືອນຢູ່ຕ້ານນ້ຳຖ້ວມ. ແຕ່ລະຄອບຄົວຈະໄດ້ຮັບການໜູນຊ່ວຍທີ່ແຕກຕ່າງກັນ, ປະຊາຊົນກໍ່ໄດ້ປະກອບເງິນສົມທົບຕື່ມອີກໂດຍອີງຕາມຄວາມສາມາດຂອງເຂົາເຈົ້າເພື່ອກໍ່ສ້າງເຮືອນຢູ່ຂອງຕົນ.

        ພາຍຫຼັງເຄື່ອນໄຫວມາເປັນເວລາ 6 ປີ, ໂຄງການເຮືອນຢູ່ຕ້ານນ້ຳຖ້ວມໄດ້ກໍ່ສ້າງເຮືອນກວ່າ 700 ຫຼັງ, ອ່າງເກັບນ້ຳ124 ອ່າງ, ຫ້ອງນ້ຳ 50 ຫ້ອງຢູ່ 11 ເຂດໂຄງການທາງພາກເໜືອ, ພາກກາງ ແລະ ພາກໃຕ້, ໃນນັ້ນຕົ້ນຕໍແມ່ນຢູ່ເຂດພາກກາງ, ເຊິ່ງແມ່ນເຂດຖືກຜົນສະທ້ອນຈາກນ້ຳຖ້ວມຢ່າງໜັກໜ່ວງທ່ີສຸດ. ອ້າຍ ດິງບ໊າວິງ, ນັກອອກແບບສະຖາປັດຕະຍາກຳຂອງໂຄງການເຮືອນຢູ່ຕ້ານນ້ຳຖ້ວມ, ໃຫ້ຮູ້ວ່າ.

        “ປະຈຸບັນ, ພວກຂ້າພະເຈົ້າໄດ້ອອກແບບເຮືອນຢູ່ຕ້ານນ້ຳຖ້ວມໃຫ້ແກ່ບັນດາເຂດຖືກໄພທຳມະຊາດ 12 ແບບ. ແຕ່ລະແບບແມ່ນເໝາະສົມກັບແຕ່ລະທ້ອງຖິ່ນ, ຄອບຄົວ ແລະ ຮັກສາໄດ້ຈຸດວັດທະນະທຳທີ່ເປັນມູນເຊື້ອຂອງທ້ອງຖິ່ນໄວ້. ແຕ່ລະຮູບແບບຂອງເຮືອນນັ້ນຈະຮັບມືກັບໄພທຳມະຊາດທີ່ແຕກຕ່າງກັນ ສະນັ້ນຈຶ່ງບໍ່ຄືກັນ. ພວກຂ້າພະເຈົ້າກໍ່ສ້າງຕາມຄວາມຕ້ອງການນຳໃຊ້ຂອງແຕ່ລະຄອບຄົວ, ຄວາມສາມາດດ້ານເສດຖະກິດ ແລະ ເຂົາເຈົ້າກໍ່ມີການຕໍ່ເຕີມໄດ້ອີກ ຫຼື ບໍ່. ສະຖາປານິກຈະອອກແບບພ້ອມກັບເຈົ້າຂອງເຮືອນ”.

        ເດືອນ ພະຈິກ 2018, ໂດຍໄດ້ຮັບໃບອະນຸຍາດຈາກກະຊວງພາຍໃນ, ໂຄງການເຮືອນຢູ່ຕ້ານນ້ຳຖ້ວມໄດ້ເປີດກອງທຶນໜູນຊ່ວຍການພັດທະນາປະຊາຄົມດຳລົງຊີວິດແບບຍືນຍົງ (ຫຼືຍັງເອີ້ນວ່າ ກອງທຶນຊີວິດ) ຕື່ມອີກ. ກອງທຶນຊີວິດໄດ້ສ້າງຂຶ້ນດ້ວຍໜ້າທີ່ໜູນຊ່ວຍປະຊາຊົນຢູ່ເຂດຖືກຜົນສະທ້ອນຍ້ອນໄພທຳມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດ, ຊ່ວຍໃຫ້ເຂົາເຈົ້າມີການດຳລົງຊີວິດຢ່າງປອດໄພ, ມີສະຖຽນລະພາບ, ພັດທະນາຢ່າງກົມກ່ຽວລະຫວ່າງມະນຸດ - ທຳມະຊາດ - ວັດທະນະທຳທ້ອງຖິ່ນແບບຍືນຍົງ. ພາຍຫຼັງໄດ້ກາຍເປັນກອງທຶນສັງຄົມປອດກຳໄລຢ່າງເປັນທາງການແລ້ວ, ກອງທຶນຊີວິດໄດ້ເລີ່ມເຄື່ອນໄຫວໂຄງການໄລຍະຍາວທີ່ມີຊື່ວ່າ ລ່າງແຮ້ງຟຸ໊ກ (ບ້ານຜາສຸກ). ປະຈຸບັນ, ລ່າງແຮ້ງຟຸ໊ກ ມີປະມານ 70 ຄອບຄົວຕັ້ງຖິ່ນຖານຄົງທີ່ຄືນໃໝ່ຂອງຊາວເຜົ່າ ເຊີດັງ ທີ່ພວມໄດ້ຮັບການກໍ່ສ້າງຢູ່ເມືອງ ນາມຈ່າມີ, ແຂວງກວ໋າງນາມ. ເອື້ອຍ ຟ້າມທິເຮືອງຢາງ, ຜູ້ກໍ່ຕັ້ງ ແລະ ຄຸ້ມຄອງໂຄງການເຮືອນຢູ່ຕ້ານນ້ຳຖ້ວມ, ໃຫ້ຮູ້ວ່າ:

        “ໂຄງການ ລ່າງແຮ້ງຟຸ໊ກ ແມ່ນໂຄງການໄດ້ທົດລອງຢູ່ແຂວງ ກວ໋າງນາມ. ອຳນາດການປົກຄອງທ້ອງຖິ່ນໄດ້ປະກອບທຶນສົມທົບ ແລະ ພື້ນຖານໂຄງລ່າງ. ອຳນາດການປົກຄອງທ້ອງຖິ່ນກໍ່ປະກອບເງິນ, ເຫືອແຮງ ແລະ ໜູນຊ່ວຍກ່ຽວກັບຊັບພະຍາກອນ. ນັບແຕ່ກ່ອນມາຮອດປະຈຸບັນ, ພວກຂ້າພະເຈົ້າໄດ້ສຸມໃສ່ກໍ່ສ້າງເຮືອນຢູ່ຕ້ານນ້ຳຖ້ວມໃຫ້ແກ່ 8 ແຂວງຢູ່ຫວຽດນາມ ແຕ່ເໜືອຮອດໃຕ້. ພວກຂ້າພະເຈົ້າກໍ່ສ້າງ ລ່າງແຮ້ງຟຸ໊ກ, ໝາຍຄວາມວ່າແມ່ນໜູນຊ່ວຍປະຊາຊົນໄດ້ຫຼາຍກວ່າ, ກ່ຽວຂ້ອງເຖິງບັນດາບັນຫາອື່ນໆຄື ການວາງແຜນຜັງ, ສາທາລະນະສຸກ, ສຶກສາ, ວັດທະນະທຳ”.

        ກໍ່ຍ້ອນມີໂຄງການດັ່ງກ່າວ, ບັນດາເຮືອນຢູ່ຕ້ານນ້ຳຖ້ວມໄດ້ຮັບການກໍ່ສ້າງນັບມື້ນັບຫຼາຍຂຶ້ນ ແລະ ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນ. ເອື້ອຍ ຟ້າມທິຕ໊ວຽດ, ຜູ້ທີ່ໄດ້ຮັບເຮືອນຢູ່ຕ້ານນ້ຳຖ້ວມ, ສະແດງຄວາມໃນໃຈວ່າ.

        “ຂ້າພະເຈົ້າດຳລົງຊີວິດຢູ່ບ້ານ ເຕິນເທື້ອງ, ຕາແສງ ກວ໋າຫງາຍ, ແຂວງ ກວ໋າງຫງາຍ. ຢູ່ແຂວງກວ໋າງຈິ ມີຫຼາຍຄອບຄົວໄດ້ຮັບການໜູນຊ່ວຍກໍ່ສ້າງເຮືອນຢູ່. ເຮືອນເກົ່າຂອງຂ້າພະເຈົ້າຫຼັງນ້ອຍ, ເປ່ເພ, ເນື້ອທີ່ບໍ່ກວ້າງ, ປະຈຸບັນໄດ້ຮັບການໜູນຊ່ວຍຈາກບັນດາອົງການຈັດຕັ້ງມະຫາຊົນກໍ່ສ້າງເຮືອນຫຼັງໃໝ່ໃຫ້ໃຫຍ່ກວ່າເກົ່າ ມີເນື້ອທີ່ 80 ຕາແມັດ. ຂ້າພະເຈົ້າເຫັນວ່າມັນສະບາຍກວ່າ, ມີຄວາມປອດໄພ, ບໍ່ເປັນຫ່ວງອີກແລ້ວເມື່ອເກີດນ້ຳຖ້ວມ”.

        ນັບແຕ່ປີ 2018, ໂຄງການເຮືອນຢູ່ຕ້ານນ້ຳຖ້ວມໄດ້ຜັນຂະຫຍາຍລາຍການ ແຮ້ງຟຸກແຊງ (ຄວາມຜາສຸກຂຽວ). ມາຮອດປະຈຸບັນ, ລາຍການ ແຮ້ງຟຸກແຊງ ປູກຕົ້ນໄມ້ໄດ້1.770 ຕົ້ນຢູ່ນະຄອນຫຼວງຮ່າໂນ້ຍ, 5.100 ຕົ້ນຢູ່ນະຄອນໂຮ້ຍອານ ແລະ 10.000 ຕົ້ນຢູ່ແຂວງ ດົ່ງທ໊າບ. ຄາດວ່າ, ຮອດທ້າຍປີ 2019, ໂຄງການ ແຮ້ງຟຸກແຊງ ຈະກໍ່ສ້າງສວນສາທາລະນະສຸກ ແຮ້ງຟຸກແຊງ 3 ແຫ່ງ ຢູ່ນະຄອນໂຮ້ຍອານ, ແຂວງ ຊອັກຈັງ ແລະ ນະຄອນໂຮ່ຈີມິນ.

        ໃນ 6 ປີຜ່ານມາ, ໂຄງການເຮືອນຢູ່ຕ້ານນ້ຳຖ້ວມໄດ້ຊ່ວຍປະຊາຊົນກວ່າ 3.500 ຄົນມີຊີວິດເປັນປົກກະຕິ. ໂຄງການເຮືອນຢູ່ຕ້ານນ້ຳຖ້ວມ ແມ່ນໜຶ່ງໃນຈຳນວນ 10 ໂຄງການໄດ້ຮັບລາງວັນອາສາສະໝັກແຫ່ງຊາດປີ 2016 ໂດຍສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ, ສູນກາງສະຫະພັນຊາວໜຸ່ມຫວຽດນາມ ມອບໃຫ້ຍ້ອນມີຜົນງານການອຸທິດສ່ວນໃຫ້ແກ່ປະຊາຄົມ.

ຕອບກັບ