ໂຄງ​ການ “ວິ​ສາ​ຫະ​ກິດ​ສັງ​ຄົມ​ເພື່ອ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ໝັ້ນ​ຄົງ”

Ngoc Anh
Chia sẻ
(VOVWORLD) - ໂຄງການ “ວິສາຫະກິດສັງຄົມເພື່ອການພັດທະນາຊົນນະບົດຢ່າງມີຫົວຄິດປະດິດສ້າງ ແລະ ໝັ້ນຄົງ” (ໂຄງການ SERD) ໄລຍະ 2016 - 2019 ໂດຍສູນໜູນຊ່ວຍຂໍ້ລິເລີ່ມຮັບໃຊ້ປະຊາຄົມ ແລະ ອົງການສະໜອງເຂົ້າຈີ່ໃຫ້ແກ່ໂລກໄດ້ສົມທົບກັນຜັນຂະຫຍາຍ. ໂຄງການ SERD ເພື່ອແນໃສ່ເປົ້າໝາຍມອບສິດໃຫ້ບັນດາວິສາຫະກິດສັງຄົມຢູ່ຊົນນະບົດ ແລະ ເຂດພູດອຍ, ປະກອບສ່ວນລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ຍົກສູງຊີວິດການເປັນຢູ່ໃຫ້ແກ່ຊາວທ້ອງຖິ່ນ.
ໂຄງ​ການ “ວິ​ສາ​ຫະ​ກິດ​ສັງ​ຄົມ​ເພື່ອ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ໝັ້ນ​ຄົງ” - ảnh 1  ພາບ: ກອງປະຊຸມສະຫລຸບໂຄງການ SERD ແລະ ຜະລິດຕະພັນຂອງບັນດາສະຫະກອນກະເສດເຂົ້າຮ່ວມໂຄງການ.

   ໂຄງການ “ວິສາຫະກິດສັງຄົມເພື່ອການພັດທະນາຊົນນະບົດຢ່າງມີຫົວຄິດປະດິດສ້າງ ແລະ ໝັ້ນຄົງ” ໄດ້ຜັນຂະຫຍາຍຢູ່ 2 ແຂວງເຂດພູດອຍທາງພາກເໜືອຄື: ຮ່ວາບິ່ນ ແລະ ລາວກາຍ ນັບແຕ່ເດືອນມັງກອນປີ 2016 ແລະ ໄດ້ພິສູດໃຫ້ເຫັນວ່າບັນລຸປະສິດທິຜົນດ້ວຍວິທີການສຳຜັດແບບໃໝ່ ແລະ ມີຫົວຄິດປະດິດສ້າງໃນການແກ້ໄຂບັນດາບັນຫາທາງດ້ານເສດຖະກິດ, ສິ່ງແວດລ້ອມ ແລະ ສັງຄົມຜ່ານການຊຸກຍູ້ຈິດໃຈນັກທຸລະກິດ ແລະ ກຳລັງຄວາມສາມາດໃນການດຳເນີນທຸລະກິດຂອງຊາວທ້ອງຖິ່ນ.

ພາຍຫຼັງຜັນຂະຫຍາຍມາເປັນເວລາ 3 ປີ, ມີປະມານ 60 ວິສາຫະກິດ ໄດ້ຮັບການໜູນຊ່ວຍຈາກໂຄງການ SERD, ໄດ້ນຳມາເຊິ່ງຜົນປະໂຫຍດໃຫ້ຊາວທ້ອງຖິ່ນປະມານ 15.000 ຄົນ. ທ່ານນາງ ຟ້າມກຽວແອັວງ, ຜູ້ອຳນວຍການສູນໜູນຊ່ວຍຂໍ້ລິເລີ່ມຮັບໃຊ້ປະຊາຄົມໃຫ້ຮູ້ວ່າ

 ບັນດາຮູບແບບ, ມາດຕະການດຳເນີນທຸລະກິດຂອງພວກຂ້າພະເຈົ້າໄດ້ຕິດພັນກັບປະຊາຄົມ ແລະ ປະຊາຊົນເປັນເຈົ້າຂອງເອງ ເພື່ອຊ່ວຍໃຫ້ເຂົາເຈົ້າຜ່ານຜ່າຄວາມຫຍຸ້ງຍາກ, ສ້າງຊີວິດເປັນປົກກະຕິ. ພວກຂ້າພະເຈົ້າຈັດຕັ້ງກອງປະຊຸມສຳມະນາເພື່ອຍົກສູງກຳລັງຄວາມສາມາດໃຫ້ແກ່ຄູ່ຮ່ວມມືທ້ອງຖິ່ນ, ຈັດຊຸດຝຶກອົບຮົມພັດທະນາການດຳເນີນທຸລະກິດໃຫ້ແກ່ບັນດາວິສາຫະກິດສັງຄົມ ພ້ອມກັບຜູ້ຊ່ຽວຊານໃຫ້ຄຳປຶກສາຕີລາຄາກ່ຽວກັບກຳລັງຄວາມສາມາດໃນການດຳເນີນທຸລະກິດຂອງແຕ່ລະວິສາຫະກິດ. ຈາກນັ້ນຊອກຫາບັນດາຂໍ້ລິເລີ່ມດຳເນີນທຸລະກິດ, ພັດທະນາບັນດາຮູບແບບທີ່ດີ. ປະຊາຊົນຈະຫັນການດຳເນີນທຸນະກິດແບບກະແຈກກະຈາຍໄປສູ່ການດຳເນີນທຸລະກິດທີ່ເປັນລະບົບ ດ້ວຍຕົນເອງ, ມີຄວາມເຊື່ອໝັ້ນຕໍ່ຕົນເອງ, ກ້າເຮັດກ້າທຳ.

ເຖິງວ່າໄດ້ຜັນຂະຫຍາຍໃນໄລຍະສັ້ນກໍ່ຕາມ, ແຕ່ໂຄງການ SERD ຍັງບັນລຸໄດ້ໝາກຜົນສູງທີ່ສຸດ. ທ່ານຟ້າມມິງຕູ໊ ຜູ້ຕາງໜ້າບໍລິສັດທີ່ປຶກສາຄຸ້ມຄອງ MPG ຫົວໜ່ວຍເຂົ້າຮ່ວມໂຄງການ SERD ຕີລາຄາວ່າ:

  ໂຄງການບັນລຸປະສິດທິຜົນເຖິງ  137% ເມື່ອທຽບໃສ່ແຜນການທີ່ໄດ້ວາງອອກ. ຈຳນວນວິສາຫະກິດສັງຄົມໄດ້ຮັບການປົວແປງ, ມີລາຍຮັບຢ່າງໜ້ອຍສຸດແມ່ນ 20% ເມື່ອສິ້ນສຸດໂຄງການ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ, ເມື່ອໂຄງການສິ້ນສຸດລົງ, ບັນດາຮູບແບບຂອງໂຄງການຈະສືບຕໍ່ໄດ້ຮັບການຮັກສາໄວ້ຜ່ານຕາໜ່າງວິສາຫະກິດສັງຄົມ, ບັນດາສະໂມສອນວິສາຫະກິດສັງຄົມ.

ໂຄງ​ການ “ວິ​ສາ​ຫະ​ກິດ​ສັງ​ຄົມ​ເພື່ອ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ໝັ້ນ​ຄົງ” - ảnh 2

   ຢູ່ແຂວງລາວກາຍ, ພາຍຫຼັງສຳຫຼວດແລ້ວ ໄດ້ຄັດເລືອກບັນດາວິສາຫະກິດສັງຄົມໃນ 3 ຂົງເຂດກະສິກຳ, ການບໍລິການ ແລະ ການທ່ອງທ່ຽວປະຊາຄົມທີ່ມີຄວາມສາມາດບົ່ມຊ້ອນເພື່ອພັດທະນາການດຳເນີນທຸລະກິດ. ທ່ານນາງທ່າວທິຕຸ່ງ ຮອງປະທານສະຫະພັນແມ່ຍິງແຂວງລາວກາຍ ໃຫ້ຮູ້ວ່າ:

   ໂຄງການໄດ້ສ້າງຕາໜ່າງປະຊາຄົມວິສາຫະກິດສັງຄົມຢູ່ເມືອງບັກຮ່າ ແລະ ເມືອງຊາປາ ຜ່ານການສ້າງຕັ້ງ 2 ສະໂມສອນເລີ່ມດຳເນີນທຸລະກິດເພື່ອປະຊາຄົມ. ໝາກຜົນໄດ້ຮັບແມ່ນມີ 41 ວິສາຫະກິດສັງຄົມ ໄດ້ຮັບຜົນປະໂຫຍດ, ໜູນຊ່ວຍ, ໃຫ້ຄຳປຶກສາດຳເນີນທຸລະກິດໂດຍກົງ, 11 ວິສາຫະກິດສັງຄົມໄດ້ຮັບການໜູນຊ່ວຍທຶນຮອນເພື່ອຊື້ແນວພັນຈາກໂຄງການ, ກູ້ຢືມທຶນຢູ່ທະນາຄານ, ໜູນຊ່ວຍກໍ່ສ້າງພື້ນຖານໂຄງລ່າງການຜະລິດ, ໜູນຊ່ວຍພັດທະນາຜະລິດຕະພັນແບບໃໝ່…

ຈຸດປ່ຽນແປງໃໝ່ຂອງໂຄງການ SERD ເມື່ອທຽບກັບບັນດາໂຄງການພັດທະນາປະຊາຄົມທີເຄີຍປະຕິບັດມາແລ້ວນັ້ນ ແມ່ນວິທີສຳຜັດຫຼາຍທິດ, ທັງສຳຜັດກັບບັນດາວິສາຫະກິດສັງຄົມ, ທັງສົມທົບກັນຂົນຂວາຍນະໂຍບາຍ, ເຊື່ອມຕໍ່ການບຳລຸງສ້າງ. ໃນວິວັດການປະຕິບັດໂຄງການ SERD, ບັນດາອົງການທີ່ກ່ຽວຂ້ອງປະຕິບັດໂຄງການຈະດັດປັບ, ປ່ຽນແປງ ຫຼືເພີ່ມເຕີມບັນດາພາກສ່ວນໃຫ້ເໝາະສົມກັບແຕ່ລະທ້ອງຖິ່ນຢ່າງມີໄຫວພິບຕື່ມອີກ. ທ່ານຮ່ວາງຮຶງ, ຮອງຫົວໜ້າຫ້ອງການສະມາຄົມຊາວກະສິກອນແຂວງຮ່ວາບິນ ໃຫ້ຮູ້ວ່າ:

  ໂຄງການມີຄວາມແຕກຕ່າງເມື່ອທຽບໃສ່ໂຄງການອື່ນ ນັ້ນແມ່ນຖັນແຖວພະນັກງານມີຄວາມສຸດອົກສຸດໃຈ, ມີກຳລັງຄວາມສາມາດ. ພວກຂ້າພະເຈົ້າຄັດເລືອກໄດ້ 11 ວິສາຫະກິດ, ແຕ່ລະວິສາຫະກິດໄດ້ຮັບການໜູນຊ່ວຍຈຳນວນເງິນແຕ່ 20-50 ລ້ານດົ່ງ, ລວມມູນຄ່າທັງໝົດແມ່ນ 360 ລ້ານດົ່ງ. ແຂວງຮ່ວາບິນສ້າງຕັ້ງໄດ້ 2 ຕາໜ່າງວິສາຫະກິດສັງຄົມ ເພື່ອການພັດທະນາປະຊາຄົມຢູ່ເມືອງ ເຕິນລາກ ແລະ ເມືອງລາກເຊີນ.

  ຍ້ອນມີໂຄງການ SERD, ວິສາຫະກິດສັງຄົມບໍ່ພຽງແຕ່ຢຸດຢູ່ຂະບວນການເທົ່ານັ້ນ, ຫາກກາຍເປັນປະຊາຄົມທີ່ສ້າງການກະທົບຫຼາຍດ້ານຂອງຊີວິດສັງຄົມຢູ່ເຂດຊົນເຜົ່າສ່ວນໜ້ອຍຫຼາຍພໍສົມຄວນ. ໃນໄລຍະຈະມາເຖິງ, ໂຄງການ SERD ຈະສືບຕໍ່ໄດ້ແຜ່ຂະຫຍາຍໄປສູ່ທ້ອງຖິ່ນອື່ນໃນທົ່ວປະເທດ.

   

ຕອບກັບ