ແບບ​ຢ່າງ​ຊາວ​ໜຸ່ມ​ດີ​ເດັ່ນ​ໃນ​ການກໍ່​ສ້າງ​ຮູບ​ແບບ​ກະ​ສິ​ກຳ ເພື່​ອປັບ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

Thu Hang
Chia sẻ
(VOVWORLD) -ຕໍ່ໜ້າສະພາບການນ້ຳທະເລນັບມື້ນັບຊຶມເຂົ້າເລິກ ແລະ ກໍ່ຜົນສະທ້ອນຕໍ່ການຜະລິດກະສິກຳຢູ່ທ້ອງຖິ່ນນັ້ນ, ອ້າຍຫງວຽນວັນດິນ ຢູ່ບ້ານແຄັງຮຶງ A, ຕາແສງແຄັງຫາຍ, ເມືອງເຈີ່ນວັນເທີ່ຍ ແຂວງກ່າເມົາ ໄດ້ຕົກລົງຫັນປ່ຽນໂຄງປະກອບກະສິກຳ ບື່ນຕົວຂຶ້ນສ້າງຄວາມຮັ່ງມີດ້ວຍອາຊີບລ້ຽງສັດ. ອ້າຍດິນ ໄດ້ລົງທຶນເຂົ້າຮູບແບບລ້ຽງແບ້ ແລະ ຮູບແບບນີ້ເຮັດໃຫ້ຄອບຄົວອ້າຍຮັ່ງມີຂຶ້ນ. ປະຈຸບັນ, ອ້ານດິນ ຍັງຊ່ວຍຊາວທ້ອງຖິ່ນທະວີຄູນຮູບແບບລ້ຽງແບ້ ເພື່ອພ້ອມກັນບືນຕົວຂຶ້ນສ້າງຄວາມຮັ່ງມີ.
ແບບ​ຢ່າງ​ຊາວ​ໜຸ່ມ​ດີ​ເດັ່ນ​ໃນ​ການກໍ່​ສ້າງ​ຮູບ​ແບບ​ກະ​ສິ​ກຳ ເພື່​ອປັບ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ - ảnh 1

    ພາຍຫຼັງສ້າງຄອບຄົວແລ້ວ, ອ້າຍດິນ ເຄີຍເຮັດໄຮ່ໄຖນາ ແຕ່ຍ້ອນທົ່ງນາຢູ່ມໍ່ກັບທະເລ, ນ້ຳທະເລຊຶມເຂົ້າເລິກນັບມື້ນັບຫຼາຍ, ສະມັດຕະພາບເຂົ້າບໍ່ສູງ. ເຮັດນາທັງປີພຽງແຕ່ພໍກິນເທົ່ານັ້ນ, ສະນັ້ນ ອ້າຍຈຶ່ງຕົກລົງ ຊອກຫາທິດເດີນໃໝ່. ປີ 2016, ອ້າຍໄດ້ຮູ້ຈັກກັບຮູບແບບລ້ຽງແບ້ ແລະ ທົດລອງລ້ຽງເບິ່ງ. ອ້າຍຫງວຽນວັນດິນ ແບ່ງປັນວ່າ:

   ຮູບແບບການລ້ຽງແບ້ນີ້ບັນລຸປະສິດທິດຜົນດີທີ່ສຸດ, ຂ້າພະເຈົ້າເຫັນວ່າ ທ້ອງຖິ່ນພວກເຮົາມີຕົ້ນໄມ້ໃບຫຍ້າຫຼາຍ, ຈາກນັ້ນຂ້າພະເຈົ້າຈຶ່ງຄິດຊື້ພັນແບ້ມາລ້ຽງເພື່ອພັດທະນາເສດຖະກິດ.

   ຍ້ອນບໍ່ທັນມີປະສົບການ, ໃນເບື້ອງຕົ້ນ, ອ້າຍດີນ ໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນການເບິ່ງແຍງດູແລຝູງແບ້. ຜ່ານການຊອກຮູ້ໃນປື້ມ, ໜັງສືພິມ, ທາບທາມບົດຮຽນຈາກຜູ້ລ້ຽງແບ້ມາກ່ອນ, ພາຍຫຼັງ 1 ປີ, ອ້າຍດິນ ກໍ່ຂະຫຍາຍຝູງແບ້ຂອງຄອບຄົວຂອງຕົນຂຶ້ນເຖິງຈຳນວນເກືອບ 100 ໂຕ. ປະຈຸບັນ, ແຕ່ລະປີ, ຮູບແບບລ້ຽງແບ້ໄດ້ຊ່ວຍໃຫ້ຄອບຄົວອ້າຍມີລາຍຮັບຫຼາຍກ່ວາ 200 ລ້ານດົ່ງ.

  ຈາກຜົນງານດັ່ງກ່າວ, ພ້ອມກັບຄວາມຕ້ອງການລ້ຽງແບ້ຢູ່ທ້ອງຖິ່ນ, ອ້າຍດິນ ໄດ້ສືບຕໍ່ຂະຫຍາຍຝູງແບ້ ແລະ ຂໍສ້າງຕັ້ງສະຫະກອນລ້ຽງແບ້ ເດບ້ຽນໄຕ ຊື່ງໃນເບື້ອງຕົ້ນມີສະມາຊິກພຽງ3 ຄົນ. ອ້າຍດິນ ໄດ້ສະໜອງພັນແບ້ໃຫ້ແກ່ບັນດາສະມາຊິກ, ຊ່ວຍໜູນດ້ານເຕັກນິກ, ແນະນຳວິທີເບິ່ງແຍງດູແລ ສະນັ້ນກໍ່ລ້ວນແຕ່ບັນລຸປະສິດທິຜົນ. ໃນປີ 2018, ສະມາຊິກສະຫະກອນແຕ່ລະຄົນມີລາຍຮັບກ່ວາ 100 ລ້ານດົ່ງຈາກການຂາຍຊີ້ນແບ້ ແລະ ພັນແບ້.

  ປ້າຫງວຽນທິເຕີບ, ສະມາຊິກຜູ້ໜຶ່ງຂອງສະຫະກອນ ໃຫ້ຮູ້ວ່າ: ສະພາບດິນເຊາະເຈື່ອນແຄມທະເລຢູ່ທ້ອງຖິ່ນນັບມື້ນັບຮ້າຍແຮງ. ບັນຫານ້ຳທະເລຊຶມເຂົ້າ, ກໍ່ຜົນສະທ້ອນຕໍ່ການຜະລິດນັບມື້ນັບຮ້າຍແຮງເຊັ່ນດຽວກັນ, ສະນັ້ນປ້າຕົກລົງຊອກຫາທິດທາງການຜະລິດໃໝ່. ເຕັກນິກການລ້ຽງແບ້ບໍ່ຍາກ ສະນັ້ນຄອບຄົວປ້າໄດ້ລົງທຶນ ແລະ ພຽງແຕ່ອອກແຮງເບິ່ງແຍງດູແລກໍ່ໄດ້ຮັບລາຍຮັບດີໃນແຕ່ລະປີແລ້ວ. ປ້າເຕີບ ເວົ້າວ່າ:

   ລ້ຽງແບ້ກໍ່ໃຫ້ລາຍຮັບດີ, ຮູບແບບນີ້ມີປະສິດທິຜົນຫຼາຍກ່ວາການລ້ຽງໝູ, ໄກ່, ເປັດ. ລ້ຽງແບ້ກໍ່ບໍ່ເປື້ອງເງິນຊື້ຫົວອາຫານ, ເຮົາພຽງແຕ່ອອກແຮງໄປລ້ຽງໃນແຕ່ລະມື້ເທົ່ານັ້ນ.

    ຈາກປະສິດທິຜົນຂອງຮູບແບບລ້ຽງແບ້, ປະຈຸບັນ, ສະຫະກອນລ້ຽງແບ້ ເດບ້ຽນໄຕ ມີຄອບຄົວເຂົ້າຮ່ວມຕື່ມອີກ 4 ຄອບຄົວແລ້ວ. ອ້າຍດິນ ໄດ້ໜູນຊ່ວຍພັນແບ້ ໃຫ້ທັງໝົດ ແລະ ເຕັກນິກການລ້ຽງໃຫ້ບັນດາຄອບຄົວດັ່ງກ່າວ. ແຕ່ຕົ້ນປີມາຮອດປະຈຸບັນ, ຈຳນວນແບ້ໃນຝູງຂອງສະຫະກອນໄດ້ພື່ອມຂຶ້ນປະມານ 300-500 ໂຕແລ້ວ.

   ຜົນງານຈາກຮູບແບບການລ້ຽງແບ້ຂອງອ້າຍຫງວຽນວັນດິນ ໄດ້ກາຍເປັນແບບຢ່າງທີ່ດີເດັ່ນໃຫ້ແກ່ຂະບວນການຊາວໜຸ່ມເລີ່ມຕົ້ນດຳເນີນທຸລະກິດ ໂດຍລັດຖະບານຫວຽດນາມ ສະເໜີ, ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ປຸກລະດົມເມື່ອປີ 2016. ຮູບແບບນີ້ໄດ້ ແລະ ພວມໄດ້ຮັບການຂະຫຍາຍອອກກ້ວາງໃນໝູ່ກຳລັງຊາວໜຸ່ມເຂດຕາເວັນຕົກສ່ຽງໃຕ້ທາງພາກໃຕ້ຫວຽດນາມ ເວົ້າສະເພາະ ແລະ ຊາວໜຸ່ມຫວຽດນາມ ເວົ້າລວມ ໃນວິວັດທະນາການແຫ່ງການເລີ່ມຕົ້ນສ້າງເສດຖະກິດ, ສ້າງສາບ້ານເກີດເມືອງນອນ ແລະ ປະເທດຊາດ.

ຕອບກັບ