ແບັກລອງວີ້ ພັດທະນາການບໍລິການພະລາທິການອາຊີບປາຫາ ແລະ ຊອກຫາກູ້ໄພກູຊີບຢູ່ເຂດພາກເໜືອ

Duy Thai – Ba Thi
Chia sẻ
(VOVWORLD) -ເມືອງເກາະ ແບັກລອງວີ້, ນະຄອນຫາຍຟ່ອງ, ແມ່ນເກາະຢູ່ໄກຝັ່ງທີ່ສຸດຢູ່ເຂດອ່າວພາກເໜືອ, ມີທ່າແຮງພິເສດຫຼາຍຢ່າງ.

ແບັກລອງວີ້ ພັດທະນາການບໍລິການພະລາທິການອາຊີບປາຫາ ແລະ ຊອກຫາກູ້ໄພກູຊີບຢູ່ເຂດພາກເໜືອ - ảnh 1 ບ່ອນຈອດກ່ຳປັ່ນ ແບັກລອງວີ້

(ພາບ: TTXVN)

ໃນການວາງແຜນຜັງສັງລວມພັດທະນາເສດຖະກິດ - ສັງຄົມຮອດປີ 2025, ເມືອງເກາະ ແບັກລອງວີ້ ໄດ້ຮັບກໍ່ສ້າງກ່າຍເປັນສູນບໍລິການພະລາທິການໃຫ້ແກ່ອາຊີບຫາປາ ແລະ ຊອກຫາກູ້ໄພກູ້ຊີບຢູ່ເຂດພາກເໜືອ.

        ເຊິ່ງແມ່ນໜຶ່ງໃນບັນດາເຂດຫາປາທີ່ກວ້າງໃຫຍ່ຂອງເຂດອ່າວພາກເໜືອ, ເຂດທະເລ ແບັກລອງວີ້ ມີກ່ຳປັ່ນຫາປານັບຮ້ອຍລຳຈາກບັນດາແຂວງທາງທິດໃຕ້ພາກກາງ ມາຂຸດຄົ້ນສິນທະເລມັກເຂົ້າມາຈອດເພື່ອຫຼີກລ້ຽງພາຍຸ. ຍ້ອນເຫດນັ້ນ, ເຖິງວ່າຢູ່ຫ່າງໄກກັບຝັ່ງທະເລກວ່າ 130 ກມ ກໍ່ຕາມ, ແຕ່ການເຄື່ອນໄຫວຕອບສະໜອງການບໍລິການພະລາທິການໃຫ້ແກ່ກ່ຳປັ່ນຢູ່ເຂດເກາະແມ່ນນັບມື້ນັບມີການພັດທະນາ, ປັບປຸງຄຸນນະພາບເທື່ອລະກ້າວ, ໂດຍສະເພາະແມ່ນການສະໜອງນ້ຳມັນ, ນ້ຳປະປາ, ທັນຍາຫານ ຫຼື ບ່ອນຢູ່ອາໄສ, ອຸປະກອນອາຊີບຫາປາ, ຊ້ອມແປງກ່ຳປັ່ນ…

        ໂດຍຊາບຊຶມເປົ້າໝາຍ “ກໍ່ສ້າງເຂດເກາະ ແບັກລອງວີ້ ໃຫ້ກາຍເປັນສູນບໍລິການພະລາທິການໃຫ້ແກ່ອາຊີບຫາປາ ແລະ ຊອກຫາກູ້ໄພກູ້ຊີບຢູ່ເຂດພາກເໜືອ”, ເມືອງ ແບັກລອງວີ້ ເວົ້າສະເພາະ ແລະ ນະຄອນຫາຍຟ່ອງ ເວົ້າລວມ, ໄດ້ສຸມແຫຼ່ງກຳລັງລົງທຶນພັດທະນາການບໍລິການພະລາທິການໃຫ້ແກ່ອາຊີບຫາປາ. ບ່ອນຈອດກ່ຳປັ່ນ ແບັກລອງວີ້ ທີ່ພວມໄດ້ຮັບການກໍ່ສ້າງນັ້ນ ສາມາດຕອບສະໜອງໃຫ້ແກ່ກ່ຳປັ່ນເຂົ້າອອກມາຈອດຫຼີກລ້ຽງພາຍຸ, ຊື້ຂາຍສິນທະເລ, ໃສ່ນ້ຳມັນ, ທັນຍາຫານ, ນ້ຳປະປາໄດ້ 20.000 ຖ້ຽວ. ມີຫຼາຍໂຄງການ, ກິດຈະກຳພັດທະນາການບໍລິການພະລາທິການອາຊີບຫາປາ ທີ່ມີຍອດເງິນລົງທຶນນັບພັນຕື້ດົ່ງກໍ່ພວມຕັ້ງໜ້າຜັນຂະຫຍາຍ. ທ່ານ ເຈິ່ນກວາງເຕື່ອງ, ເລຂາພັກເມືອງ, ປະທານຄະນະກຳມະການປະຊາຊົນເມືອງ ແບັກລອງວີ້, ຢືນຢັນວ່າ.

        “ທາງເມືອງຈະສືບຕໍ່ລົງທຶນບາງໂຄງການກໍ່ສ້າງເພື່ອພັດທະນາເມືອງຄື ໂຄງການລົງທຶນກໍ່ສ້າງທ່າກ່ຳປັ່ນ ແລະ ເຂດຈອດກ່ຳປັ່ນທາງພາກເໜືອ ເພື່ອຮັບປະກັນໃຫ້ກ່ຳປັ່ນຂອງຊາວປະມົງຫຼີກລ້ຽງໄດ້ເມື່ອເກີດພາຍຸ. ພ້ອມກັນນັ້ນແມ່ນໂຄງການກໍ່ສ້າງກ່ຽວກັບໄຟຟ້າ, ນ້ຳຈືດ, ບັນດາການບໍລິການກ່ຽວກັບການສະໜອງອຸປະກອນຫາປາ, ນ້ຳມັນ, ທັນຍາຫານໃຫ້ແກ່ພໍ່ແມ່ປະຊາຊົນຊາວປະມົງທີ່ມາຫາປາຢູ່ເຂດທະເລ”.

        ພ້ອມກັບການຍົກລະດັບບັນດາກິດຈະກຳກໍ່ສ້າງ, ການບໍລິການພະລາທິການໃຫ້ແກ່ອາຊີບຫາປາ, ໃນຊຸມປີຜ່ານມາ, ຄະນະຊີ້ນຳການປ້ອງກັນ, ຕ້ານໄພທຳມະຊາດ ແລະ ຊອກຫາກູ້ໄພກູ້ຊີບ ແບັກລອງວີ້ ກໍ່ໄດ້ສົມທົບກັບບັນດາກຳລັງຄື ທະຫານປ້ອງກັນຊາຍແດນ, ຕຳຫຼວດທະເລ… ສ້າງແຜນການ, ປະຕິບັດການຝຶກແອບບັນດາວິທີປ້ອງກັນ, ຕ້ານໄພທຳມະຊາດ ແລະ ຊອກຫາກູ້ໄພກູ້ຊີບຢູ່ທະເລ. ໃນໄລຍະຜ່ານມາ, ມີກ່ຳປັ່ນຂອງຊາວປະມົງຫຼາຍລຳຢູ່ທ້ອງຖິ່ນຕ່າງໆໄດ້ຮັບການໜູນຊ່ວຍດ້ານເຄືື່ອງຈັກ, ຊ່ວຍນຳເຂົ້າເຂດປອດໄພຢ່າງທັນການ.

        ແບັກລອງວີ້, ຈາກເຂດເກາະບໍ່ມີນ້ຳຈືດ, ພຽງແຕ່ແມ່ນເຂດໃຫ້ຊາວປະມົງເຂົ້າມາຫຼີກລ້ຽງເມື່ອເກີດພາຍຸ, ປະຈຸບັນໄດ້ມີລະບົບບ່ອນໄວ້ກ່ຳປັ່ນ, ຈອດກ່ຳປັ່ນ, ໜອງເກັບນ້ຳຈືດ ແລະ ບັນດາຮາກຖານປຸງແຕ່ງສິນທະເລຂັ້ນຕົ້ນ, ຄ່ອຍໆກາຍເປັນສູນພະລາທິການໃຫ້ແກ່ແກ່ອາຊີບປາຫາ - ກູ້ໄພກູ້ຊີບ, ແມ່ນສະຖານທີ່ໝັ້ນແກ່ນໃຫ້ແກ່ຊາວປະມົງນັບໝື່ນໆຄົນທີ່ມາຂຸດຄົ້ນຢູ່ເຂດທະເລອ່າວພາກເໜືອ, ໄດ້ປະກອບສ່ວນສຳຄັນໃນການປະຕິບັດຍຸດທະສາດເສດຖະກິດ - ສັງຄົມ, ປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະທາງທິດຕາເວັນອອກສ່ຽງເໜືອຂອງປະເທດຊາດໄວ້ຢ່າງໝັ້ນຄົງ.

ຕອບກັບ