ແຂວງ ລ້າງເຊີນ: ເຊື່ອມຕໍ່ເພື່ອປຸກລຸກຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ

Duy Thai+ Hong Van
Chia sẻ

(VOVWORLD) -ຂະແຫນງທ່ອງທ່ຽວ ແຂວງ ລ້າງເຊີນ ພວມຜັນຂະຫຍາຍຫລາຍມາດຕະການໂຄສະນາພາບຫຼັກດ້ານວັດທະນະທຳ, ຊາວ ລ້າງເຊີນ ໃຫ້ນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ, ປະກອບສ່ວນສ້າງການຫັນປ່ຽນໃນການຟື້ນຟູ, ພັດທະນາການທ່ອງທ່ຽວ. ໃນນັ້ນ ບັນດາໂຄງການສຳຫລວດ, ຂາຍ tour (Famtrip) ໄດ້ເສີມຂະຫຍາຍຢ່າງມີປະສິດທິຜົນ, ເປີດທິດເດີນໃຫມ່ໃຫ້ແກ່ຂະແຫນງທ່ອງທ່ຽວຂອງທ້ອງຖິ່ນ.

ແຂວງ ລ້າງເຊີນ: ເຊື່ອມຕໍ່ເພື່ອປຸກລຸກຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ - ảnh 1ເສັ້ນທາງໄປເຖິງບ້ານ ຫລູງສະລ່າງ. ພາບ:VOV

ແຕ່ປີ 2015 ມາຮອດປະຈຸບັນ, ແຂວງ ລ້າງເຊີນ ໄດ້ມີກວ່າ 50 ໂຄງການ Famtrip ການສ້າງໂຄງການແມ່ນເພື່ອສຳຫລວດ, ຕີລາຄາສະພາບການ, ຄວາມສາມາດບົ່ມຊ້ອນ, ທ່າແຮງຂອງບັນດາສະຖານທີ່ທ່ອງທ່ຽວ ດ້ວຍການເຂົ້າຮ່ວມຂອງນັກຊ່ຽວຊານດ້ານທ່ອງທ່ຽວຫລາຍທ່ານ ແລະ ບັນດາບໍລິສັດທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງແຂວງ. ນີ້ແມ່ນໂອກາດເພື່ອໃຫ້ແຂວງ ລ້າງເຊີນ ສ້າງບັນດາຜະລິດຕະພັນທ່ອງທ່ຽວໃໝ່ເພື່ອ ຮັບໃຊ້ນັກທ່ອງທ່ຽວ. ທ່ານ ຫລີຊວນແທກ ຜູ້ອຳນວຍການບໍລິສັດ ການຄ້າ ແລະ ທ່ອງທ່ຽວ ແທງຫວູ ຈຳກັດ ໃຫ້ຂໍ້ສັງເກດວ່າ:

          “ບັນດາ  Famtrip ນຳມາເຊິ່ງຜົນປະໂຫຍດຫລາຍຢ່າງ ທັງແນະນຳສະຖານທີ່ທ່ອງທ່ຽວໃຫມ່ທີ່ມີຄວາມສາມາດບົ່ມຊ້ອນເພື່ອຂຸດຄົ້ນ ຜ່ານນັ້ນ ດຶງດູດນັກລົງທຶນໄດ້ຫລາຍຄົນເຂົ້າມາລົງທຶນຂົງເຂດທ່ອງທ່ຽວ. ຈາກນັ້ນ ວິສາຫະກິດທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ, ຫົວຫນ່ວຍເຮັດບໍລິການທ່ອງທ່ຽວໄດ້ເຊື່ອມຕໍ່ນຳກັນເພື່ອເປີດ Tour ທ່ອງທ່ຽວ, ດຶງດູດນັກທ່ອງທ່ຽວມາຢ້ຽມຊົມຫລາຍກວ່າ.”

          ບ້ານ ຫລູງສະລ່າງ ຕາແສງ ຈິເຟືອງ ເມືອງ ຈ່າງດິ້ງ ແມ່ນບ່ອນຊາວເຜົ່າຢ້າວ ດຳລົງຊີວິດ ແລະ ກໍ່ແມ່ນສະຖານທີ່ຂຶ້ນກັບໂຄງການ Famtrip. ມາຢ້ຽມຢາມ ຫລູງສະລ່າງ ນັກທ່ອງທ່ຽວໄດ້ຊົມເຂດປ່າ ເວົ່າທີ່ໃຫຍ່ໂຕມະໂຫຖານ, ໄດ້ລົງມືປັກແສ່ວຕົວຈິງ ເຂິ່ງແມ່ນອາຊີບທີ່ເປັນມູນເຊື້ອ ຫລື ໄດ້ເຂົ້າຮ່ວມງານດອງຂອງຊາວເຜົ່າຢ້າວ ດ້ວຍພິທີການທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳຂອງຊົນເຜົ່າ. ອ້າຍ ຈ້ຽວຊວນຟຸ ຊາວເຜົ່າ ຢ້າວ ຢູ່ ຫລູງສະລ່າງ ແບ່ງປັນວ່າ:

 “ໂດຍໄດ້ຮັບຄວາມເອົາໃຈໃສ່, ສ້າງເງື່ອນໄຂສະດວກຈາກລັດ ເພື່ອໃຫ້ຊາວບ້ານພັດທະນາບໍລິການທ່ອງທ່ຽວຊຸມຊົນຂອງຊາວເຜົ່າຢ້າວ ຢູ່ທີ່ນີ້, ພໍ່ແມ່ປະຊາຊົນໃຜກໍ່ດີໃຈ ແລະ ຈູບຈ້າວຫ້າວຫັນເພື່ອຕ້ອນຮັບນັກທ່ອງທ່ຽວມາຈາກທຸກສາລາທິດເຂົ້າມາຢ້ຽມຊົມ ແລະ ທ່ອງທ່ຽວຢູ່ແຫ່ງນີ້.”

          ໃນໄລຍະຈະມາເຖິງ ບ້ານ ຫລູງສະລ່າງ ຕາແສງ ຈີເຟືອງ ເມືອງ ຈ່າງດິ້ງ ໄດ້ກຳນົດໃຫ້ກາຍເປັນສະຖານທີ່ທ່ອງທ່ຽວຊີວະພາບຊຸມຊົນ, ດຶງດູດນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດເປັນຈຳນວນຫລວງຫລາຍ. ທ່ານນາງ ລຸກທິເຟືອງ, ຮອງຫົວຫນ້າຫ້ອງການວັດທະນະທຳຖະແຫລງຂ່າວ ເມືອງ ຈ່າງດິ້ງ ໃຫ້ຮູ້ວ່າ:

 “ໄລຍະຈະມາເຖິງ ພວກຂ້າພະເຈົ້າຈະເປັນເສນາທິການໃຫ້ອຳນາດການປົກຄອງຂົນຂວາຍປະຊາຊົນຮ່ວມແຮງຮ່ວມໃຈກໍ່ສ້າງພັດທະນາການທ່ອງທ່ຽວ ພິເສດ ແມ່ນທ່ອງທ່ຽວຊຸມຊົນ ແລະ ທ່ອງທ່ຽວຊີວະພາບ. ຄຽງຄູ່ກັນນັ້ນ ພວກຂ້າພະເຈົ້າ ຈະສົມທົບກັບບັນດາຫົວຫນ່ວຍທີ່ກ່ຽວຂ້ອງ, ວິສາຫະກິດ, ອົງການສື່ມວນຊົນເພື່ອໂຄສະນາເຜີຍແຜ່ບັນດາສະຖານທີ່ທ່ອງທ່ຽວທີ່ມີຄວາມສາມາດບົ່ມຊ້ອນເພື່ອຂຸດຄົ້ນ, ພັດທະນາໃຫ້ກາຍເປັນສະຖານທີ່ທ່ອງທ່ຽວ,  ລາຍການ Tour ທ່ອງທ່ຽວຂອງເມືອງ ຈ່າງດິ້ງ”

ແຂວງ ລ້າງເຊີນ: ເຊື່ອມຕໍ່ເພື່ອປຸກລຸກຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ - ảnh 2ງານດອງ ຂອງຊາວເຜົ່າຢ້າວ. ພາບ: VOV

      ເລື່ອງຈັດຕັ້ງໂຄງການFamtrip ແມ່ນຫນຶ່ງໃນການເຄື່ອນໄຫວທີ່ມີປະສິດທິຜົນໃນການຊຸກຍູ້ການເປີດຕົວບັນດາຜະລິດຕະພັນທ່ອງທ່ຽວໃຫມ່, ເພີ່ມທະວີການຮ່ວມສຳພັນລະຫວ່າງບໍລິສັດທ່ອງທ່ຽວກັບອຳນາດການປົກຄອງທ້ອງຖິ່ນຕ່າງໆ ເພື່ອພັດທະນາການທ່ອງທ່ຽວແຂວງ ລ້າງເຊີນ. ທ່ານ ຮ່ວາງເທວີງ ຮອງຫົວຫນ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ລ້າງເຊີນ ໃຫ້ຮູ້ວ່າ:                                    

“ລ້າງເຊີນ ແມ່ນ ແຂວງ ພູດອຍຢູ່ເຂດຊາຍແດນ ມີຄວາມສາມາດບົ່ມຊ້ອນຫລາຍຢ່າງເພື່ອພັດທະນາການທ່ອງທ່ຽວ. ປະຈຸບັນ ຜະລິດຕະພັນທ່ອງທ່ຽວຂອງບັນດາທ້ອງຖິ່ນພຽງຢູ່ໃນລະດັບຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະ ຍັງບໍ່ທັນມີຫລາຍຜະລິດຕະພັນລະອຽດ. ສະນັ້ນ ພວກຂ້າພະເຈົ້າພວມຕັ້ງຫນ້າສົ່ງເສີມ, ໂຄສະນາ ເພື່ອດຶງດູດນັກລົງທຶນເຂົ້າມາແຂວງ ລ້າງເຊີນ ເພື່ອກໍ່ສ້າງບັນດາຜະລິດຕະພັນພັດທະນາການທ່ອງທ່ຽວ.”

ດ້ວຍຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຢ່າງອຸດົມສົມບູນ ແລະ ຫລາຍຮູບແບບ, ລ້າງເຊີນ ແມ່ນຈຸດນັດພົບທີ່ດູດດື່ມສຳລັບນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ. ການຈັດບັນດາໂຄງການFamtrip  ຈະຊ່ວຍໃຫ້ທ້ອງຖິ່ນຊອກຫາໄດ້ບັນດາມາດຕະການເພີ່ມທະວີການຮ່ວມສຳພັນລາຍການtour, ລາຍການທ່ອງທ່ຽວ, ສ້າງບັນດາຜະລິດຕະພັນໃຫມ່ ທີ່ມີຄຸນນະພາບກວ່າ, ກຳນົດທິດຜະລິດຕະພັນທ່ອງທ່ຽວເປັນເອກະລັກສະເພາະ.. ຫຼັງຈາກນັ້ນນຳການທ່ອງທ່ຽວພັດທະນາຢ່າງກະໂດດຂັ້ນໃນໄລຍະຈະມາເຖິງ.

ຕອບກັບ