ເຮືອນຢູ່ທີ່ສະຫງົບໃຫ້ແກ່ແມ່ຍິງເຄີຍຖືກທາລຸນ

Thu Hang
Chia sẻ
(VOVWORLD) -ທ້າຍໄຕມາດ 3 ປີນີ້ແຂວງ ກ໋ວາງນິງ ໄດ້ຟື້ນຟູໂຄງການເຮືອນຢູ່ສະຫງົບ ໃຫ້ແກ່ຜູ້ຮັບເຄາະຮ້າຍຊຶ່ງເປັນແມ່ຍິງ ແລະ ເດັກຍິງທີ່ຖືກທາລຸນໃນການດຳລົງຊີວິດ. ນີ້ແມ່ນຕ່ອງໂສທີ່ຂາດບໍ່ໄດ້ໃນການຮັບມື ຕໍ່ການໃຊ້ຄວາມຮຸນແຮງສຳລັບແມ່ຍິ່ງ ທີ່ພວມນັບມື້ນັບສັບສົນ. ນີ້ເປັນບ່ອນເພື່ອຊ່ວຍເຂົາເຈົ້າສ້າງຊີວິດທາງດ້ານຈິດໃຈເປັນປົກກະຕິ ແລະ ມີການແບ່ງປັນກັບບັນດາຜູ້ທີ່ຮ່ວມສະພາບການ ເພື່ອຜ່ານຜ່າສະພາບການຂອງຕົນເອງ
ເຮືອນຢູ່ທີ່ສະຫງົບໃຫ້ແກ່ແມ່ຍິງເຄີຍຖືກທາລຸນ - ảnh 1

ເຮືອນຢູ່ທີ່ສະຫງົບໃຫ້ແກ່ແມ່ຍິງເຄີຍຖືກທາລຸນ

ນາງ ເຈິ່ນແທັງຖຸຍ ຫົວໜ້າຄະນະເສດຖະກິດສະຫະພັນແມ່ຍິງແຂວງ ກ໋ວາງນິງ ເຊິ່ງແມ່ນຜູ້ມີເກືອບ 10 ປີທີ່ໄດ້ ຕິດພັນກັບບົດບາດເປັນຜູ້ປະສານງານຂອງ “ເຮືອນແຫ່ງສະຫງົບ” ໃຫ້ຮູ້ວ່າ: ແມ່ຍິງບັນດາຜູ້ຖືກທຳຮ້າຍທາງດ້ານຮ່າງກາຍ ແລະ ຈິດໃຈຊ້ຳບໍ່ໜຳກໍ່ມີສັນຍານຖືກຊຶມເສົ້າ ບາງເທືອກໍ່ຢາກຂ້າຕົວຕາຍ ແຕ່ເຂົ້າເຈົ້າມີຄວາມເຊື່ອໝັ້ນຕົນເອງຜ່ານຜ່າຊີວິດທີ່ອາພັບ ດ້ວຍຄວາມປະເອີບໃຈພາຍຫຼັງທີ່ໄດ້ມາຢູ່ໃນເຮືອນ “ເຮືອນແຫ່ງສະຫງົບ” ຂອງສະຫະພັນແມ່ຍິງແຂວງ ກ໋ວາງນິງ ຄຸ້ມຄອງ. ນາງໃຫ້ຮູ້ວ່າ ເຖິງວ່າມີຄວາມຕິດແທດຕົວຈິງກໍ່ຕາມ ແຕ່ໂຄງການເຄືອນໄຫວອີງໃສ່ແຫຼ່ງອຸປະຖຳ, ດັ່ງນັ້ນ ເມື່ອເງິນໃຊ້ຈ່າຍໝົດແລ້ວກໍ່ໄດ້ຢຸດການເຄື່ອນໄຫວກ່ອນນີ້ 4 ປີ. ນາງ ຖຸຍ ໃຫ້ຮູ້ວ່າ:

   “ມີແມ່ຍິງຫຼາຍຄົນກໍ່ໄດ້ມາຢູ່ເຮືອນສະຫງົບນີ້  ກໍ່ລ້ວນແຕ່ມີສະພາບການອັນດຽວກັນ ນີ້ແມ່ນບ່ອນທີ່ເຂົາເຈົ້າກ້າເວົ້າກ້າແບ່ງປັນ ບັນດາເລື່ອງລາວທີ່ເປັນໜ້າເຈັບປວດໃນຊີວິດ. ແມ່ຍິງພາຍຫຼັງທີ່ໄດ້ກັບຈາກສູນແຫ່ງນີ້, ເຂົາເຈົ້າກໍ່ໄດ້ມີການປ່ຽນແປງວິທີນຶກຄິດ, ການສັງເກດ ແລະ ມີຄວາມກ້າຫານ, ເຊື່ອໝັ້ນກວ່າເກົ່າ ເມື່ອມີຂໍ້ຕົກລົງທີ່ກ່ຽວຂ້ອງເຖິງຊີວິດ ແລະ ຄວາມສຸກຂອງແມ່ຍິງ”.

      ຕໍ່ໜ້າສະພາບການນີ້,  “ໂຄງການສ້າງຮູບແບບຊ່ວຍໜູນການປ້ອງກັນ ແລະ ຕ້ານການໃຊ້ຄວາມຮຸນແຮງ ສຳລັບແມ່ຍິງ ແລະ ເດັກຍິງຢູ່ ຫວຽດນາມ” ໂດຍກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ແລະ ອົງການຮ່ວມມືສາກົນ ສ ເກົາຫຼີ (KOICA) ໄດ້ເລືອກເອົາ ກ໋ວາງນິງ ເພື່ອສືບຕໍ່ປະຕິບັດວຽກງານວັດທະນະທຳມະນຸດ, ມຸ່ງໄປສູ່ການຮັບປະກັນຄວາມປອດໄພໃຫ້ແກ່ແມ່ຍິງ ແລະ ເດັກຍິງ. ໂຄງການຈະຖືກຕັ້ງຢູ່ສູນວຽກງານສັງຄົມແຂວງ ກ໋ວາງນິງ ດ້ວຍຂອບຂະໜາດຄົບທຸກພະແນກ ຈາກພະແນກຕ້ອນຮັບ, ກວດສຸຂະພາບຕະຫຼອດຮອດພະແນກໃຫ້ຄຳປຶກສາ, ຊ່ວຍໜູນທາງດ້ານນິຕິທຳ ແລະ ຊ່ວຍໜູນການພັກຢູ່ອາໄສໃນໄລຍະຍາວ. ທ່ານ ດວ່ານທຽດຢຸງ, ຮອງຫົວໜ້າວຽກງານສັງຄົມແຂວງ ກ໋ວາງນິງ ໃຫ້ຮູ້ວ່າ:

     “   ສຳລັບ ກ໋ວາງນິງແລ້ວ ການຜັນຂະຫຍາຍໂຄງການນີ້ແມ່ນຈຳເປັນທີ່ສຸດ, ນັບແຕ່ກ່ອນມາຮອດປັດຈຸບັນ, ພວກຂ້າພະເຈົ້າກໍ່ໄດ້ປະຕິບັດພາລະໜ້າທີ່ນີ້ ແຕ່ສຸມໃສ່ບັນດາຮາກຖານຂັ້ນເມືອງ, ເທດສະບານເມືອງ. ເມື່ອມີເປົ້າໝາຍແລ້ວ, ພວກຂ້າພະເຈົ້າກໍ່ໄດ້ໃຫ້ຄຳປຶກສາ, ແຊກແຊງ ແລະ ແນະນຳກ່ຽວກັບວິທີການທຳມາຫາກິນ. ຄວາມຫວັງຂອງພວກຂ້າພະເຈົ້າແມ່ນຈະມີຮູບແບບນີ້ໂດຍໄວເພື່ອເຊື່ອມຕໍ່ ແລະ ຊ່ວຍໜູນພວກແມ່ຍິງ ແລະ ເດັກຍິງ, ເມື່ອເຂົາເຈົ້າຖືກທຳຮ້າຍ ແລະ ທາລຸນ”.

      ໃນວິວັດທະນາການປະຕິບັດ ເປົ້າໝາຍແຫ່ງຊາດກ່ຽວກັບຄວາມສະເໜີພາບລະຫວ່າງຍິງຊາຍ, ກົມວຽກງານຄວາມສະເໝີພາບລະຫວ່າງຍິງຊາຍ ສັງກັດກະຊວງ ແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ຈະຊ່ວຍໜູນໃຫ້ແກ່ 63 ທ້ອງຖິ່ນ ຜັນຂະຫຍາຍຮູບແບບເຮືອນຢູ່ສະຫງົບ. ເພື່ອເຮັດໃຫ້ຮູບແບບນີ້ເຄື່ອນໄຫວຢ່າງມີປະສິດທິຜົນນັ້ນ ກໍ່ຍັງມີວຽກງານຫຼາຍຢ່າງທີ່ຈະຕ້ອງເຮັດ. ນາງ ເລທິເຟືອງຖຸຍ ຫົວໜ້າພະແນກໃຫ້ຄຳປຶກສາ, ສູນແມ່ນຍິງພັດທະນາຂອງສະຫະພັນແມ່ຍິງ ຫວຽດນາມ ໃຫ້ຮູ້ວ່າ:

     “ຢາກເຮັດໃຫ້ວຽກງານບັນລຸປະສິດທິຜົນດີ  ແລະ ຊ່ວຍໜູນຜູ້ຮັບເຄາະຮ້າຍມີຄວາມເຊື່ອໝັ້ນຕົນເອງ ສ້າງຊີວິດຄືນໃໝ່ ແລະ ບໍ່ຖືກທາລຸນອີກນັ້ນ,      ມັນຂຶ້ນກັບບັນດາຜູ້ເຮັດວຽກງານນີ້ ທີ່ມີຄວາມສຸມຈິດສຸມໃຈ ເພື່ອຄວາມປອດໄພຂອງຜູ້ຮັບເຄາະຮ້າຍ. ພວກເຮົາບໍ່ຄວນເບິ່ງຢູ່ທາງນອກເພື່ອຕີລາຄາ, ບັນຫາຕົ້ນຕໍແມ່ນຊ່ວຍເປົ້າໝາຍສ້າງຊີວິຄືນໃໝ່ ແລະ ປາສະຈາກການໃຊ້ຄວາມຮຸນແຮງ”.

     ການລົງທຶນຜັນຂະຫຍາຍການສ້າງເຮືອນຢູ່ສະຫງົບ ໄດ້ສະແດງໃຫ້ເຫັນ ຄວາມເອົາໃຈໃສ່ຂອງລັດ ໃນວຽກງານປະຕິບັດຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການຕ້ານຄວາມຮຸນແຮງບົນພື້ນຖານບັນຫາຍິງຊາຍ ສົມກັບການເຕີບໂຕເສດຖະກິດຂອງປະເທດຊາດ. ເຖິງວ່າແມ່ນຄວາມຮຽກຮ້ອງຕ້ອງການແບບບັງຂັບ ໃນການຮັບມືຕໍ່ການໃຊ້ຄວາມຮຸນແຮງສຳລັບແມ່ຍິງກໍຕາມ, ແຕ່ເຮືອນຢູ່ສະຫງົບຍັງຄົງໄດ້ຮັບຖືວ່າ ແມ່ນວິທີການແກ້ໄຂແບບສະພາບການ. ເພື່ອມີບາດກ້າວເດີນຍາວໄກ ໃນການປະຕິບັດຄວາມສະເໝີພາບລະຫວ່າງຍິງຊາຍນັ້ນ, ສິ່ງທີ່ສຳຄັນແມ່ນຕ້ອງມີບັນດາແຜນການໄລຍະຍາວ ທີ່ສົ່ງຜົນກະທົບເຖິງແມ່ຍິງ ແລະ ນັບທັງເພດຊາຍອີກດ້ວຍ ເພື່ອແນໃສຊ່ວຍເຂົາເຈົ້າມີຄວາມເຂົ້າໃຈຢ່າງເລິກເຊິ່ງ  ກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ, ເຂົ້າໃຈກົດໝາຍເພື່ອຮັກສາຄວາມສຸກໃນຄອບຄົວ.

ຕອບກັບ