ເລີມ​ດົ່ງ​ແຜ່​ຂະ​ຫຍາຍຂະ​ບວນ​ກາ​ນ​ບໍ​ລິ​ຈາກ​ເລືອດ​ອາ​ສາ​ສະ​ໝັກ

Tuan Anh-Bui Hang
Chia sẻ
(VOVWORLD)-ຈາກແຂວງໜຶ່ງທີ່ເຄີຍໄດ້ຮັບແຫຼ່ງເລືອດຂອງສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງ ເພື່ອປິ່ນປົວພະຍາດ, ກອບກູ້ເອົາຊີວິດໃຫ້ແກ່ຄົນເຈັບນັ້ນ, ມາຮອດປະຈຸບັນ, ແຂວງເລີມດົ່ງ ບໍ່ພຽງແຕ່ຮັບປະກັນໄດ້ແຫຼ່ງເລືອດເພື່ອກູ້ເອົາຊີວິດຄົນເຈັບໃຫ້ແກ່ບັນດາໂຮງໝໍຂອງແຂວງເທົ່ານັ້ນ, ຫາກຍັງໄດ້ປະສານເລືອດນັບພັນຖົງໃຫ້ແກ່ສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງ ແລະ ໂຮງໝໍເຈີ້ໄຣ ນະຄອນໂຮ່ຈີມິນ ອີກດ້ວຍ. ຜ່ານນັ້ນ ໄດ້ປະກອບສ່ວນຊ່ວຍກອບກູ້ເອົາຊີວິດ ແລະ ປິ່ນປົວພະຍາດໃຫ້ແກ່ຄົນເຈັບໃນທົ່ວປະເທດ.

 

ເລີມ​ດົ່ງ​ແຜ່​ຂະ​ຫຍາຍຂະ​ບວນ​ກາ​ນ​ບໍ​ລິ​ຈາກ​ເລືອດ​ອາ​ສາ​ສະ​ໝັກ - ảnh 1

ປະຊາຊົນແຂວງເລີມດົ່ງ ເຂົ້າຮ່ວມການບໍລິຈາກເລືອດອາສາສະໝັກ ຢູ່ໂຮງໝໍຫຼາຍຂະແໜງແຂວງເລີມດົ່ງ

        ໃນເວລາ 8 ປີມານີ້, ເອື້ອຍ K’Lanh ຢູ່ເມືອງດາມຣົງ ຕ້ອງໄປໂຮງໝໍຫຼາຍຂະແໜງແຂວງເລີມດົ່ງ ທິດລະ 2 ເທື່ອເພື່ອຟອກເລືອດ. ເອື້ອຍ K’Lanh ໃຫ້ຮູ້ວ່າ: ເອື້ອຍເປັນພະຍາດໝາກໄຄ່ຫຼັງຊຸດໂຊມໄລຍະສຸດທ້າຍ. ຊີວິດຂອງເອື້ອຍໄດ້ຮັບການຮັກສາໄວ້ແມ່ນຍ້ອນມີບັນດາຢາດເລືອດຂອງຫຼາຍຄົນບໍລິຈາກໃຫ້:

   ຂ້າພະເຈົ້າຂໍຂອບອົກຂອບໃຈນຳຜູ້ທີ່ໄດ້ບໍລິຈາກເລືອດອາສາສະໝັກ. ຄົນເຈັບຄືຂ້າພະເຈົ້າຈຶ່ງມີເລືອດມາຟອກໝາກໄຄ່ຫຼັງ.

     ກໍ່ຄືກັນກັບ ເອື້ອຍ K’Lanh, ອ້າຍຫງວຽນວັນຕາຍ ຢູ່ຕາແສງ 4, ນະຄອນດ່າລາດ ແມ່ນຄົນເຈັບຕ້ອງຟອກໝາກໄຄ່ຫຼັງຢູ່ໂຮງໝໍຫຼາຍຂະແໜງແຂວງເລີມດົ່ງ ເປັນເວລາ 6 ປີມານີ້. ອ້າຍແບ່ງປັນວ່າ: ກ່ອນນີ້ປະລິມານເລືອດຂາດເຂີນຫຼາຍ, ມີຄົນເຈັບຫຼາຍຄົນຕ້ອງລໍຖ້າແຕ່ 1 ຫາ 2 ມື້ຈຶ່ງໄດ້ຟອກເລືອດ, ແຕ່ປະຈຸບັນ, ທາງໂຮງໝໍກໍ່ໄດ້ສະສົມເລືອດຢ່າງພຽງພໍ, ສະນັ້ນຄົນເຈັບບໍ່ຕ້ອງເປັນຫ່ວງອີກແລ້ວ:

   ຂ້າພະເຈົ້າຂໍຂອບໃຈນຳຜູ້ມີຈິດໃຈເມດຕາ, ຜູ້ທີ່ໄດ້ບໍລິຈາກເລືອດເພື່ອໃຫ້ຄົນເຈັບຄືພວກຂ້າພະເຈົ້າສາມາດຮັກສາຊີວິດຂອງຕົນໄວ້ໄດ້.

    ດ້ວຍສານທີ່ວ່າ “ເລືອດແຕ່ລະຢາດທີ່ໃຫ້ໄປສາມາດກູ້ເອົາຊິວິດຂອງມະນຸດ”  ມີຄົນເຈັບຫຼາຍຄົນໄດ້ຮັບການປິ່ນປົວ ແລະ ສຸກເສີນຢ່າງທັນການ ໃນຂະນະຕ້ອງການໃສ່ເລືອດ. ທ່ານ ຮ່ວາງຫີ້ວຮູຍ ຢູ່ຕາແສງຊັວນເຈື່ອງ, ນະຄອນດ່າລາດ, ຜູ້ທີ່ບໍລິຈາກເລືອດອາສາສະໝັກເຖິງ 15 ເທື່ອ ໃຫ້ຮູ້ວ່າ, ແຕ່ລະປີ, ທ່ານໄດ້ບໍລິຈາກເລືອດ 2 ເທື່ອ ແລະ ຍັງໄດ້ເຂົ້າຮ່ວມສະໂມສອນບໍລິຈາກເລືອດອີກດ້ວຍ:

   ຂ້າພະເຈົ້າເຫັນວ່າ, ການບໍລິຈາກເລືອດບໍ່ມີຜົນສະທ້ອນຫຍັງຕໍ່ສຸຂະພາບເລີຍ. ພ້ອມກັນນັ້ນ, ແຕ່ລະຢາດເລືອດຂອງເຮົາທີ່ບໍລິຈາກນັ້ນຍັງປະກອບສ່ວນຊ່ວຍເຫຼືອໃຫ້ແກ່ຄົນເຈັບໄດ້ຫຼາຍຄົນ. ຂ້າພະເຈົ້າຫວັງວ່າ, ຜ່ານຂະບວນການບໍລິຈາກເລືອດອາສາສະໝັກ, ເພື່ອນໜຸ່ມຫຼາຍຄົນ ກໍ່ຄືປະຊາຊົນຈະຕັ້ງໜ້າເຂົ້າຮ່ວມການບໍລິຈາກເລືອດ.

  ກ່ອນນີ້, ແຕ່ລະປີ, ແຂວງເລີມດົ່ງ ໄດ້ລະດົມການບໍລິຈາກເລືອດໄດ້ພຽງແຕ່ປະມານ 5000 ຖົງເທົ່ານັ້ນ ແຕ່ມາຮອດປີ 2018, ປະລິມານເລືອດໄດ້ຮັບການບໍລິຈາກກໍ່ຂຶ້ນເຖິງກ່ວາ 16.000 ຖົງແລ້ວ ຊື່ງໃນນັ້ນມີກ່ວາ 11.000 ຖົງໄດ້ຖືກນຳໃຊ້ເພື່ອປິ່ນປົວ, ສຸກເສີນຢູ່ທ້ອງຖິ່ນ. ສ່ວນທີ່ຍັງເຫຼືອນັ້ນ, ແຂວງເລີມດົ່ງ ໄດ້ປະສານໃຫ້ແກ່ສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງ.

   ຕາມທ່ານ ໂດ໋ຮ່ວາງຕວັນ, ປະທານສະພາກາແດງແຂວງເລີມດົ່ງ ແລ້ວ, ຂະບວນການບໍລິຈາກເລືອດອາສາສະໝັກຂອງແຂວງໄດ້ພັດທະນາຢ່າງແຮງ, ເພີ່ມຂຶ້ນທັງດ້ານປະລິມານ ແລະ ຄຸນນະພາບ. ສະເລັຍແຕ່ລະປີ, ທົ່ວແຂວງໄດ້ຂົນຂວາຍບັ້ນບໍລິຈາກເລືອດອາສາສະໝັກໄດ້ 50 ຄັ້ງ. ປະຊາຊົນທຸກຊັ້ນຄົນກໍ່ລ້ວນແຕ່ເຫັນວ່າ: ການບໍລິຈາກເລືອດກອບກູ້ເອົາຊີວິດຄົນແມ່ນການກະທຳທີ່ສູງສົ່ງ.

  ຂະບວນການບໍລິຈາກເລືອດບໍ່ແມ່ນຖືກຈັດຂຶ້ນຢູ່ນະຄອນດ່າລາດ ເທົ່ານັ້ນ, ຫາກພວກຂ້າພະເຈົ້າຍັງໄດ້ຈັດຕັ້ງການເຄື່ອນໄຫວນີ້ຢູ່ບັນດາເມືອງຄື: ເລີມຮ່າ, ເດີນເຢືອງ, ຢີລິນ, ບາວໂລກ….ອີກດ້ວຍ.  ຂະບວນການບໍລິຈາກເລືອດໄດ້ແຜ່ຂະຫຍາຍຮອດບັນດາບໍລິເວນເຂດພູດອຍ, ເຂດຫ່າງໄກສອກຫລີກ, ເຂດປະຊາຊົນຊົນເຜົ່າສ່ວນໜ້ອຍ.

ເລີມ​ດົ່ງ​ແຜ່​ຂະ​ຫຍາຍຂະ​ບວນ​ກາ​ນ​ບໍ​ລິ​ຈາກ​ເລືອດ​ອາ​ສາ​ສະ​ໝັກ - ảnh 2

      ດ້ວຍຄວາມໝາຍທີ່ເຕັມໄປດ້ວຍລັກສະນະມະນຸດສະທຳອັນເລິກເຊິ່ງ “ແບ່ງປັນຢາດເລືອດເພື່ອມອບຄວາມຫວັງໃຫ້ຜູ້ຄົນ” ນັ້ນ,  ຂະບວນການບໍລິຈາກເລືອດອາສາສະໝັກໃນບໍລິເວນແຂວງເລີມດົ່ງ ໄດ້ແຜ່ຂະຫຍາຍຢ່າງແຮງ, ອັນໄດ້ດຶງດູດການເຂົ້າຮ່ວມຂອງປະຊາຊົນເປັນຈຳນວນຫຼວງຫຼາຍ. ຍ້ອນເຫດນັ້ນ, ປະລິມານເລືອດທີ່ໄດ້ຮັບເພື່ອຮັບໃຊ້ໃຫ້ແກ່ວຽກງານກອບກູ້ເອົາຊີວິດ ແລະ ປິ່ນປົວພະຍາດໃຫ້ແກ່ຄົນເຈັບແມ່ນໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ທ່ານເລເລີມ, ຮອງຫົວໜ້າ ສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງ ຢືນຢັນວ່າ: ປະຈຸບັນ, ສະພາບຂາດເຂີນເລືອດຢູ່ແຂວງເລີມດົ່ງ ແມ່ນບໍ່ມີອີກແລ້ວ. ບັ້ນບໍລິຈາກເລືອດອາສາສະໝັກຄັ້ງຕ່າງໆຢູ່ບັນດາເມືອງ, ນະຄອນ ໄດ້ດຶງດູດການຈົດທະບຽນເຂົ້າຮ່ວມຂອງຫຼາຍພັນຄົນ:

  ຕົວເລກທີ່ໜ້າຮັບຮູ້ນັ້ນແມ່ນ ອັດຕາສ່ວນຜູ້ເຂົ້າຮ່ວມການບໍລິຈາກເລືອດຢູ່ແຂວງເລີມດົ່ງ ນັບມື້ນັບເພີ່ມຂຶ້ນ. ພິເສດ, ສະພາບການຂາດເຂີນຂອງແຂວງໄດ້ຫລຸດລົງຫຼາຍພໍສົມຄວນ.

   ຂະບວນການບໍລິຈາກເລືອດອາສາສະໝັກຢູ່ແຂວງເລີມດົ່ງ ໄດ້ ແລະ ພວມ ແຜ່ຂະຫຍາຍ, ດຶງດູດການເຂົ້າຮ່ວມຂອງຫຼາຍຄົນຕື່ມອີກເພື່ອສຸຂະພາບຂອງວົງຄະນາຍາດ. ເຂົາເຈົ້າພວມປະຕິບັດພາລະກຳກັບການ “ແບ່ງປັນຢາດເລືອດເພື່ອມອບຄວາມຫວັງໃຫ້ຜູ້ຄົນ”.

 

ຕອບກັບ