ຮ້ານ ອາຫານ ເຕັມໄປດ້ວຍຄວາມຮັກແພງ ແຜ່ຂະຫຍາຍຄວາມເມດຕາປານີ ຢູ່ ຫາຍຟ່ອງ

Thanh Nga -Vinh Phong
Chia sẻ

(VOVWORLD) -ໃນເວລາກວ່າ 1 ເດືອນຜ່ານມາ, ຮ້ານອາຫານມີຊື່ວ່າ : “ເກີມອຽວເທືອງ" ໝາຍຄວາມວ່າ ຮ້ານອາຫານເຕັມໄປດ້ວຍຄວາມຮັກແພງ ດ້ວຍລາຄາ 5000 ດົ່ງ/ຈານ ຢູ່ ເລກທີ 44 ຖະຫນົນ ຫງວຽນດຶກແກ໋ງ ນະຄອນ ຫາຍຟ່ອງ ໄດ້ກາຍເປັນ ຈຸດນັດພົບທີ່ຊີນເຄີຍຂອງຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ. ເຂົ້າແຕ່ລະຈານມີລາຄາພຽງ 5000 ດົ່ງ ແຕ່ກໍ່ມີອາຫານຄົບໝູ່, ແຊບ ເຕັມໄປດ້ວຍຄວາມຮັກແພງ ຊື່ງ ເອື້ອຍ ຫງວຽນທິແທງຖູຍ ໄດ້ນຳມາໃຫ້ຜູ້ດ້ອຍໂອກາດ.

ຮ້ານ ອາຫານ ເຕັມໄປດ້ວຍຄວາມຮັກແພງ ແຜ່ຂະຫຍາຍຄວາມເມດຕາປານີ ຢູ່ ຫາຍຟ່ອງ - ảnh 1ເອີ້ອຍ ຫງວຽນທິແທງຖູຍ ພ້ອມກັບຜົວ ແລະລູກ ແຕ່ງເຂົ້າເພື່ອຂາຍໃຫ້ຜູ້ທຸກຍາກ ຢູ່ ຫາຍຟ່ອງ. ພາບ: VOV

ເວລາ 10 ໂມງເຊົ້າ, ບັນຍາກາດຢູ່ຕໍ່ຫນ້າເຮືອນເລກທີ 44 ຖະຫນົນ ຫງວຽນດຶກແກ໋ງ ນະຄອນ ຫາຍຟ່ອງ ເລີ່ມອຶກກະທຶກຂຶ້ນ. ລູກຄ້າຂອງ ຮ້ານອາຫານ “ເກີມອຽວເທຶອງ” ແມ່ນພິເສດທີ່ສຸດ ສ່ວນຫລາຍແມ່ນຜູ້ປະສົບກັບຄວາມຫຍຸ້ງຍາກ, ພະເນຈອນ, ແມ່ຕູ້ອາຍຸ 70 ປີ ບໍ່ມີທີ່ເພິ່ງ, ພໍ່ຕູ້ເປັນຄົນພິການຕ້ອງນັ່ງລົດເຂັນ ຫລື ປ້າທີ່ເລາະຂາຍເຄື່ອງຕາມທ້ອງຖະຫນົນເພື່ອຫາເງິນດູແລຜູ້ເປັນຜົວທີ່ພວມປິ່ນປົວຢູ່ໂຮງໝໍ..

ເຂົ້າແຕ່ລະຈານໃນຮ້ານອາຫານນີ້ ລວມມີ ເຂົ້າຈ້າວ, ແກງຮ້ອນໆ, ມີທາດບຳລຸງຄົບໝູ່ ພ້ອມກັບໝາກໄມ້ສົດອີກ ໂດຍໄດ້ຂາຍດ້ວຍລາຄາ 5000 ດົ່ງ. ອ້າຍ ຟ້າມວັນກົງ (ສະມາຄົມຄົນພິການຕາ ຫາຍຟ່ອງ), ແມ່ຕູ້ ເລທິມິງ (ຢູ່ ແລກໄຈ ຫາຍຟ່ອງ) ໄດ້ກາຍເປັນລູກຄ້າປະຈຳຂອງຮ້ານແບ່ງປັນວ່າ:

 “ສະມາຄົມຄົນພິການຕາພວກຂ້າພະເຈົ້າ ມີ 5 ຄົນທີ່ບໍ່ເຫັນຫຍັງໄດ້ເລີຍ, ຂ້າພະເຈົ້າເບິ່ງເຫັນຫນ້ອຍຫນຶ່ງ ແມ່ນໄດ້ຕາງຫນ້າໃຫ້ທຸກຄົນມາເອົາເຂົ້າຢູ່ຮ້ານແຫ່ງນີ້. ຂ້າພະເຈົ້າຂໍຕາງຫນ້າໃຫ້ບັນດາຄົນພິການຕາໃນສະມາຄົມສະແດງຄວາມຂອບອົກຂອບໃຈຕໍ່ຈິດໃຈອັນດີງາມຂອງອ້າຍເອື້ອຍເຈົ້າຂອງຮ້ານ ທີ່ໄດ້ຊ່ວຍເຫລືອພວກຂ້າພະເຈົ້າ ແລະ ນີ້ແມ່ນກຳລັງຫນູນເພື່ອໃຫ້ພວກຂ້າພະເຈົ້າມີຄວາມພະຍາຍາມຫລາຍກວ່າອີກ.

“ຂ້າພະເຈົ້າຮູ້ສຶກຕືນຕັ້ນໃຈຫລາຍ, ມີຄວາມປິຕິຊົມຊື່ນທີ່ສຸດ ເພາະອາຍຸສູງແລ້ວ ແຕ່ມີຜູ້ເອົາໃຈໃສ່ຄືແນວນີ້. ຂ້າພະເຈົ້າເອງແມ່ນຜູ້ປະສົບກັບຄວາມຫຍຸ້ງຍາກ, ຂ້າພະເຈົ້າຂໍຂອບອົກຂອບໃຈເຈົ້າຂອງຮ້ານ ແລະ ພວກຫລານທີ່ໄດ້ຊ່ວຍເຫລືອຂ້າພະເຈົ້າ.

ຮ້ານອາຫານ ເກີມອຽວເທຶອງຫາກໍ່ເປີດມາໄດ້ກວ່າ 1 ເດືອນ ນັ້ນແມ່ນໝາກຜົນຈາກຄວາມມຸ່ງມາດປາດຖະຫນາຂອງ ເອື້ອຍ ຫງວຽນທິແທງຖູຍ ມາເປັນເວລານັບ 10 ປີ.

ຢູ່ໃຈກາງ ນະຄອນ ຫາຍຟ່ອງ ຂ້າພະເຈົ້າໄດ້ເຫັນປະຈັກຕາ ມີຫລາຍຄົນບໍ່ມີບ່ອນເພິ່ງພາອາໄສ. ຮອດຍາມຄ່ຳ ເຂົາເຈົ້າຕ້ອງນອນໃນຕັ່ງຫີນ ຫລື ເຂົາເຈົ້າຕ້ອງເຮັດວຽກໝົດຄືນ. ຄວາມມຸ່ງມາດປາດຖະຫນາຂອງຂ້າພະເຈົ້າແມ່ນຍາມໃດລູກເຕົ້າເຕີບໃຫຍ່ຂຶ້ນ ຄອບຄົວຂ້າພະເຈົ້າຈະສ້າງຕັ້ງຮ້ານອາຫານ ເກີມອຽວເທຶອງເພື່ອໃຫ້ຜູ້ປະສົບກັບຄວາມຫຍຸ້ງຍາກ ຜູ້ບໍ່ມີບ່ອນເພິ່ງພາອາໄສ ໄດ້ກິນອີ່ມ ດ້ວຍຄາບເຂົ້າທີ່ຂ້າພະເຈົ້າແຕ່ງເອງ.

ມື້ທຳອິດທີ່ເປີດຮ້ານອາຫານ, ເອື້ອຍ ຖູຍ ຄາດວ່າ ຈະແຕ່ງ 50 ຈານ ແຕ່ຫລາຍຄົນມາ ສະນັ້ນ ເອື້ອຍຕ້ອງເພິ່ມຂຶ້ນເປັນ 80 ຈານ. ຂ່າວຄາວກ່ຽວກັບຮ້ານອາຫານໄດ້ແຜ່ຂະຫຍາຍຢ່າງວ່ອງໄວ ມາຮອດປະຈຸບັນ ສະເລ່ຍແຕ່ລະມື້ ເອື້ອຍຖູຍ ຕ້ອງແຕ່ງແຕ່ 135-140 ຈານຈຶ່ງພຽງພໍເພື່ອຮັບໃຊ້ພໍ່ແມ່ປະຊາຊົນ. ເອື້ອຍ ຖຸຍ ແບ່ງປັນວ່າ: ເອື້ອຍບໍ່ແຈກຢາຍເຂົ້າໂດຍບໍ່ເສຍຄ່າ ແຕ່ຫາກຂາຍດ້ວຍລາຄາ 5000 ດົ່ງ/ຈານ ເພື່ອໃຫ້ຜູ້ທຸກຍາກບໍ່ມີຄວາມຮູ້ສຶກຕ່ຳຕ້ອຍນ້ອຍໃຈເມື່ອມານີ້ກິນເຂົ້າ. ສຳລັບຜູ້ເຖົ້າແກ່ ໄປມາບໍ່ສະດວກ, ເອື້ອຍກຽມເຂົ້າເພື່ອໃຫ້ຜົວ ແລະ ລູກໄປສົ່ງໃຫ້ເຂົາເຈົ້າ.

ຮ້ານ ອາຫານ ເຕັມໄປດ້ວຍຄວາມຮັກແພງ ແຜ່ຂະຫຍາຍຄວາມເມດຕາປານີ ຢູ່ ຫາຍຟ່ອງ - ảnh 2ຮ້ານ ອາຫານ "ເກີມອຽວເທຶອງ" ຢູ່ 44 ຖະຫນົນ ຫງວຽນດຶກແກ໋ງ ນະຄອນ ຫາຍຟ່ອງ. (ພາບ:VOV)

ຄວາມເມດຕາປານີ ຈາກຮ້ານອາຫານຂອງເອື້ອຍຖູຍ ໄດ້ແຜ່ຂະຫຍາຍມາສູ່ຫລາຍໆຄົນ. ໝູ່ເພື່ອນ, ຍາດຕິພີ່ນ້ອງ ຊ້ຳບໍ່ຫນຳ ຍັງມີຜູ້ບໍ່ລຶ້ງເຄີຍ ເມື່ອຮູ້ຈັກວ່າ ເອື້ອຍຖູຍ ເປີດຮ້ານອາຫານ 5000 ດົ່ງເພື່ອຊ່ວຍເຫລືອຜູ້ປະສົບກັບຄວາມຫຍຸ້ງຍາກນັ້ນ ເຂົາເຈົ້າມາຫາຮ້ານເພື່ອອຸປະຖຳ ບາງຄົນເອົາເຂົ້າສານ, ບາງຄົນເອົາຜັກ, ໄຂ່ໄກ່, ຊີ້ນ ມາປະກອບສ່ວນ.. ອ້າຍ ຫງວຽນກວາງວີງ ຢູ່ ຖະຫນົນ ກີ່ດົ່ງ ເມືອງ ຮົ່ງບ່າງ ນະຄອນ ຫາຍຟ່ອງ ເມື່ອໄດ້ຮັບຂ່າວກ່ຽວກັບຮ້ານອາຫານຂອງເອື້ອຍຖູຍ ອ້າຍກໍໄດ້ຍາດເວລາມາຊ່ວຍ ແລະ ຊື້ເຂົ້າສົ່ງໄປມອບໃຫ້ຜູ້ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນ ນະຄອນຫາຍຟ່ອງ.

ຂ້າພະເຈົ້າເຫັນວ່າ ເລື່ອງຮ້ານອາຫານນີ້ ຂາຍເຂົ້າຈານລະ 5000 ດົ່ງ ແມ່ນການກະທຳທີ່ເຕັມໄປດ້ວຍຄວາມຮັກແພງ. ມີຫລາຍຄົນຍັງຫຍຸ້ງຍາກລຳບາກ, ເຂົາເຈົ້າບໍ່ຮູ້ວ່າມີຮ້ານອາຫານຄືແນວນີ້ ສະນັ້ນ ຂ້າພະເຈົ້າຢາກຊື້ເຂົ້າ 5 ຈານທຳອິດມອບໃຫ້ 5 ຄົນທີ່ມານີ້ ແລະ ອີກ 5 ຈານສົ່ງໃຫ້ຜູ້ທີ່ບໍ່ຮູ້ຈັກທີ່ຢູ່ຮ້ານອາຫານຂອງເອື້ອຍຖູຍ. ຂ້າພະເຈົ້າຈະລະດົມໝູ່ເພື່ອນອີກຫລາຍຄົນເພື່ອແຜ່ຂະຫຍາຍຈິດໃຈເມດຕາປານີຂອງເອື້ອຍຖູຍ.

ຮ້ານ ອາຫານ “ເກີມອຽວເທຶອງ” ຂອງ ເອື້ອຍຖູຍ ບໍ່ແມ່ນຮ້ານອາຫານທຳອິດ, ຫນຶ່ງດຽວ ຢູ່ ຫາຍຟ່ອງ ທີ່ຊ່ວຍຜູ້ປະສົບກັບຄວາມຫຍຸ້ງຍາກ, ຜູ້ບໍ່ມີບ່ອນເພິ່ງພາອາໄສ. ຮ້ານອາຫານ “ເກີມທ້ຽນຫງວ້ຽນ” ເຊື່ອມຕໍ່ຄວາມຮັກແພງ ຢູ່ ຖະຫນົນ ຟ້າມບາຈຶກ ເມືອງ ຮົ່ງບ່າງ ນະຄອນ ຫາຍຟ່ອງ ແຕ່ລະມື້ກໍ່ມອບເຂົ້ານັບຮ້ອຍໆຈານໃຫ້ຄົນງານທຸກຍາກ.  ເຂົ້າແຕ່ລະຈານທີ່ເຕັມໄປດ້ວຍຄວາມຮັກແພງ ເມດຕາປານີ ໄດ້ສົ່ງເຖິງຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກໃນແຕ່ລະມື້ ເພື່ອໃຫ້ຈິດໃຈອູ້ມຊູຊ່ວຍເຫລືອກັນ ຍິ່ງທະວີຄູນເປັນການລະດົມກຳລັງໃຈເພີ່ມພະລັງໃຫ້ຜູ້ທຸກຍາກ.


ຕອບກັບ