ຮ່ວມແຮງຮ່ວມໃຈຊ່ວຍເດັກຕິດໂລກໂອທີຊືມ ເຊື່ອມຕົວເຂົ້າກັບສັງຄົມ

Thu Hang
Chia sẻ
(VOVWORLD) -ຕາມການສະຖີຕິເມື່ອບໍ່ດົນມານີ້, ຫວຽດນາມ ມີຜູ້ຕິດໂລກໂອທີຊືມປະມານ 200.000 ຄົນ. ຈຳນວນເດັກຕິດໂລກໂອທີຊືມ ໄດ້ຮັບການວິນິດໃສ ແລະ ປິ່ນປົວນັບມື້ນັບເພີ່ມຂຶ້ນ. ມີເດັກເກີດໃໝ່ 100 ຄົນໃດກໍ່ມີເດັກຄົນໜຶ່ງຖືກຕິດໂລກໂອທີຊືມ. ດັ່ງນັ້ນ ກໍ່ຕ້ອງການມີການຮ່ວມແຮງຮ່ວມໃຈເພື່ອກະທຳຂອງທົ່ວສັງຄົມ ເພື່ອຊ່ວຍພວກນ້ອງເຊື່ອມຕົວເຂົ້າກັບສັງຄົມ
ຮ່ວມແຮງຮ່ວມໃຈຊ່ວຍເດັກຕິດໂລກໂອທີຊືມ ເຊື່ອມຕົວເຂົ້າກັບສັງຄົມ - ảnh 1

ຮ່ວມແຮງຮ່ວມໃຈຊ່ວຍເດັກຕິດໂລກໂອທີຊືມເຊື່ອມຕົວກັບສັງຄົມ

ນາງ ມາຍແອັວງ ຢູ່ເມືອງ ຮວ່າງມາຍ, ນະຄອນຫຼວງ ຮ່າໂນ້ຍ ແບ່ງປັນເລື່ອງລາວທີ່ເປັນໜ້າຕື້ນຕັນໃຈ ກ່ຽວກັບການເບິ່ງແຍງລູກຊາຍຂອງຕົນຖືກຕິດໂລກໂອທີຊືມ. ຫງວຽນຈຸງຫຽວ ເກີດປີ 1999 ເຊິ່ງແມ່ນລູກຊາຍຂອງນາງ ມາຍແອັວງ ກຳເນີດຂຶ້ນໃນຊ່ວງເວລາທີ່ໂລກດັ່ງກ່າວແມ່ນຫາຍາກທີ່ສຸດ. ຕໍ່ໜ້າການເຫັນອາການຜິດປົກກະຕິຂອງລູກ, ນາງ ມາຍແອັວງ ໄດ້ສົ່ງລູກໄປກວດພະຍາດນຳທ່ານໝໍ, ແຕ່ບໍ່ຮູ້ວ່າລູກຂອງຕົນຖືກຕິດພະຍາດໃດ. ມີເທື່ອໜຶ່ງ ນາງ ມາຍແອັວງ ໄດ້ຄົ້ນພົບສາຍເຫດທີ່ພາໃຫ້ລູກຂອງຕົນມີປະກົດການຜິດປົກກະຕິ ເມື່ອນາງໄດ້ອ່ານປຶ້ມທີ່ເວົ້າເຖິງໂລກໂອທີຊືມ. ແລະ ນັ້ນເປັນຄັ້ງທຳອິດທີ່ຜູ້ເປັນແມ່ຄົນນີ້ ໄດ້ຮູ້ເຖິງພະຍາດດັ່ງກ່າວ. ນາງໄດ້ພາລູກໄປກວດຢູ່ໂຮງໝໍເດັກສູນກາງ ແລະ ທ່ານໝໍໄດ້ຢັ້ງຢືນວ່າ ລູກຊາຍຂອງນາງຕິດໂລກໂອທີຊືມ. ຄາວນັ້ນ ຫຽວ ມີອາຍຸ 2 ປີ 6 ເດືອນ. ນາງ ມາຍແອັວງ ແບ່ງປັນວ່າ:

   “ຄອບຄົວຂອງຂ້າພະເຈົ້າກໍ່ມີລູກຖືກຕິດໂລກໂອທີຊືມ ໃນຈຸດເວລາທີ່ ພະຍາດນີ້ ຫາຍາກ ຢູ່ ຫວຽດນາມ, ດັ່ງນັ້ນ ທຸກສິ່ງກໍ່ລ້ວນແຕ່ໃໝ່ອ່ຽມ. ບັນດາວິທີການປິ່ນປົວ ກໍ່ລ້ວນແຕ່ຕ້ອງໄປຕ່າງປະເທດ ຫຼືວ່າເຊື້ອເຊີນຜູ້ຊ່ຽວຊານຕ່າງປະເທດມາສອນ. ພໍ່ແມ່ຂອງເດັກຕິດໂລກໂອທີຊືມ ແມ່ນຕ້ອງມີຮູບແບບສອນໃຫ້ເດັກຕິດພະຍາດນີ້ດ້ວຍຕົວເອງ.”.

  ເລື່ອງລາວຂອງນາງ ມາຍແອັວງ ກໍ່ບໍ່ແມ່ນໜ້ອຍ, ເພາະຕາມການປະເມີນຢູ່ ຫວຽດນາມ ກໍ່ມີປະມານ 200.000 ຄົນລວມທັງເດັກ ແລະ ຜູ້ເຕີບໃຫຍ່ຖືກຕິດໂລກໂອທີຊືມ. ໃນຕົວຈິງຫຼາຍແຂວງ ນະຄອນບັນດາອົງການຈັດຕັ້ງໄດ້ສ້າງໂຮງຮຽນ, ສູນຊ່ວຍໜູນການເບິ່ງແຍງສຸຂະພາບຫຼາຍແຫ່ງເພື່ອປິ່ນປົວໂລກດັ່ງກ່າວ. ໜຶ່ງໃນຈຳນວນດັ່ງກ່າວກໍ່ແມ່ນສູນ “ເພື່ອອະນາຄົດຂອງເດັກຕິດໂລກໂອທີຊືມ” ທີ່ຮ່າໂນ້ຍ.                    (ເທັບ)

 ນາງຫງວຽນທິເຮື່ອງເອື້ອຍຄູສັງກັດສູນ “ເພື່ອອະນາຄົດຂອງເດັກຕິດໂລກ ໂອທີຊືມ” ແບ່ງປັນວ່າ: “ສຳລັບເດັກຖືກຕິດໂລກໂອທີຊືມນັ້ນ, ບໍ່ແມ່ນວ່າອັນໃດກໍ່ມີຄວາມຄືບໜ້າໄວ, ຕ້ອງຜ່ານແຕ່ລະບາດກ້າວ. ເຮົາຮູ້ໄດ້ເຖິງບັນດາຂໍ້ຈຳກັດຂອງພວກລູກແລ້ວ, ເຮົາຈຶ່ງເລີ່ມສ້າງຫຼັກສູດການຮຽນໃຫ້ເໝາະສົມກັບແຕ່ລະຄົນ. ໂດຍແມ່ນຜູ້ເປັນແມ່ຄົນໜຶ່ງ, ຂ້າພະເຈົ້າຖືພວກຫຼານຄືດັ່ງລູກຂອງຕົນ. ພວກຫຼານກໍ່ຄ່ອຍໆເປີດໃຈດ້ວຍຕົນເອງ. ຂ້າພະເຈົ້າຮູ້ສຶກມີຄວາມສຸກທີ່ສຸດ”. ສຳລັບການສອນເດັກຕິດໂລກໂອທີຊືມແມ່ນບໍ່ຄວນໃຈຮ້ອນ ແລະ ຍິ່ງບໍ່ອາດຂາດຄວາມຮັກແພງ, ຄວາມຜາສຸກຈະມາໂດຍບັງເອີນ. ນາງ ຫງວຽນທິງອກບິກ ຜູ້ອຳນວຍການສູນ “ເພື່ອອະນາຄົດຂອງເດັກຕິດໂລກໂອທີຊືມ” ໃຫ້ຮູ້ວ່າ:  ຄວາມສາມາດທາງດ້ານພາສາຂອງເດັກຕິດໂລກໂອທີຊືມ, ພິເສດແມ່ນປະກົດການຂາດຄວາມສາມາດໃນການປາກເວົ້າ, ເວົ້າພຳ… ພວກຫຼານຈະໄດ້ຮຽນແຕ່ລະສັບງ່າຍໆເຊັ່ນ ເຈົ້າ, ແມ່, ຕູ້… ໄລຍະເວລາເພື່ອໃຫ້ພວກຫຼານສາມາດອອກສຽງໄດ້ກໍ່ບໍ່ແມ່ນໃນມື້ໜຶ່ງສອງມື້. ມີຫຼານບາງຄົນຕ້ອງໃຊ້ເວລາກວ່າ 1 ປີ, 2 ປີ ຊ້ຳບໍ່ໜຳແມ່ນຫຼາຍປີ. ນາງ ຫງວຽນທິງອກບິກ ເວົ້າວ່າ:

  “ເມື່ອກ່ອນນີ້ ເມື່ອພວກລູກເຂົ້າໂຮງຮຽນ ແລະ ເມື່ອເວົ້າເຖິງພະຍາດໂອທີຊືມນັ້ນ ເອື້ອຍຄູກໍ່ບໍ່ຮູ້ວ່າພະຍາດນີ້ແມ່ນຫຍັງ. ປັດຈຸບັນທຸກໆຄົນກໍ່ໄດ້ຮູ້ເຖິງໂລກໂອທີຊືມແລ້ວ. ນີ້ກໍ່ແມ່ນສິ່ງທີ່ໜ້າພູມໃຈສຳລັບພວກລູກ. ພວກລູກຈະບໍ່ຖືກລັງກຽດຫຼາຍ, ພວກລູກກໍ່ຖືກຍອມຮັບກວ່າໃນສະພາບແວດລ້ອມສັງຄົມ”.

 ທ່ານ ນາງ ຫງວຽນທິງອກບິກ ຍັງໃຫ້ຮູ້ຕື່ມອີກວ່າ ໃນຈຳນວນເດັກຕິດໂລກໂອທີຊືມ ມີບາງຄົນສາມາດຟື້ນຟູໄດ້ໃນເກນອາຍຸກ່ອນເຂົ້າໂຮງຮຽນ ແລະ ສາມາດໄປໂຮງຮຽນຄືດັ່ງພວກໝູ່ເພື່ອນໄວດຽວກັນ. ແຕ່ກໍ່ມີເດັກຫຼາຍຄົນທີ່ໄດ້ເກີນອາຍຸໄປໂຮງຮຽນແລ້ວ ແຕ່ຄວາມສາມາດດ້ານພາສາ ຫຼື ພູມປັນຍາກໍ່ບໍ່ສາມາດຟື້ນຟູເປັນປົກກະຕິໄດ້, ພວກຫຼານສູນເສຍໂອກາດໄປໂຮງຮຽນ. ເດັກທີ່ຕິດໂລກໂອທີຊືມຢູ່ ຫວຽດນາມ ກໍ່ຖືກຈັດເຂົ້າໃນປະເພດເດັກພິການ. ນີ້ແມ່ນຄວາມສະດວກເພື່ອໃຫ້ພວກນ້ອງໄດ້ຮັບຊົມໃຊ້ນະໂຍບາຍ, ລະບອບຂອງລັດທີ່ສະຫງວນໃຫ້ແກ່ຄົນພິການ. ຜ່ານນັ້ນກໍ່ເປັນການຊ່ວຍພວກນ້ອງເພີ່ມຄວາມເຊື່ອໝັ້ນ, ຄວາມປາຖະໜາເພື່ອເຊື່ອມຕົວເຂົ້າກັບສັງຄົມ.

ຕອບກັບ