ຫາຍເຢືອງ ສູນບຳລຸງສ້າງນັກເຕະໜຸ່ມ

Truong Giang – Ngoc Anh
Chia sẻ
(VOVWORLD) -ຢູ່ແຂວງ ຫາຍເຢືອງ ບໍ່ມີສະໂມສອນໄປແຂ່ງຂັນຢູ່ໃນລະດັບແຫ່ງຊາດ V-League ກໍ່ຕາມ, ແຕ່ຢູ່ທີ່ນີ້ພັດແມ່ນແຫ່ງບຳລຸງສ້າງນັກກິລາທີ່ມີຄວາມເກັ່ງກ້າສາມາດ, ປະກອບໃຫ້ບັນດາທິມບານເຕະແຫ່ງຊາດ.

ຫາຍເຢືອງ ສູນບຳລຸງສ້າງນັກເຕະໜຸ່ມ - ảnh 1ບຳລຸງສ້າງນັກເຕະໜຸ່ມ

(ພາບ: thethaovanhoa.vn)

ເຖິງວ່າລາຍຈ່າຍລົງທຶນຍັງຈຳກັດຢູ່ກໍ່ຕາມ, ແຕ່ສຳລັບບັນດາຜູ້ເຮັດວຽກງານກິລາຢູ່ແຂວງ ຫາຍເຢືອງ, ພິເສດແມ່ນກິລາບານເຕະ ຍາມໃດກໍ່ເຮັດວຽກງານຄົ້ນພົບ, ບຳລຸງສ້າງນັກກິລາໃຫ້ເປັນຢ່າງດີ. ເຖິງວ່າ, ຢູ່ແຂວງ ຫາຍເຢືອງ ບໍ່ມີສະໂມສອນໄປແຂ່ງຂັນຢູ່ໃນລະດັບແຫ່ງຊາດ V-League ກໍ່ຕາມ, ແຕ່ຢູ່ທີ່ນີ້ພັດແມ່ນແຫ່ງບຳລຸງສ້າງນັກກິລາທີ່ມີຄວາມເກັ່ງກ້າສາມາດ, ປະກອບໃຫ້ບັນດາທິມບານເຕະແຫ່ງຊາດ.

        ບັນດາຊື່ຄື: ຫງວຽນວັນຕ່ວານ, ຫວູວັນແທັງ, ຟ້າມດຶກຮຸຍ… ລ້ວນແຕ່ແມ່ນນັກກິລາບານເຕະຕົວຫຼັກຂອງທິມບານເຕະແຫ່ງຊາດຫວຽດນາມ ໃນປະຈຸບັນ. ຫງວຽນຮ່ວາງດຶກ, ຫວຽນຈ້ອງດ້າຍ, ຈ້ຽວຫວຽດຮືງ, ຫງວຽນດຶກຈ໊ຽນ ໄດ້ແຂ່ງຂັນໃຫ້ທິມບານເຕະ U23 ຫວຽດນາມ ຫຼື ຜູ້ມີຄວາມເກັ່ງກ້າສາມາດ ຟ້າມຊວັນຕ້າວ ໃນທິມບານເຕະ U19. ບັນດານັກກິລາເຫຼົ່ານັ້ນລ້ວນແຕ່ມີຈຸດລວມແມ່ນລູກຫຼານຂອງແຂວງຫາຍເຢືອງ. ນັບແຕ່ຄາວຍັງນ້ອຍ, ເຂົາເຈົ້າໄດ້ຮັບການບຳລຸງສ້າງຢູ່ທິມບານເຕະເຍົາວະຊົນຢູ່ບ້ານເກີດເມືອງນອນ, ກ່ອນທີ່ຈະເຕີບໃຫຍ່, ແຈກຢາຍໄປຢູ່ຕາມບັນດາສະໂມສອນທີ່ແຕກຕ່າງກັນ.

        ໃນໄລຍະຜ່ານມາ, ບັນດານັກກິລາບານເຕະເຍົາວະຊົນຢູ່ຫາຍເຢືອງ ຍາມໃດກໍ່ຍາດໄດ້ຜົນງານທີ່ເປັນໜ້າເອກອ້າງທະນົງໃຈ. ນັບແຕ່ປີ 2017 ມາຮອດປະຈຸບັນ, U11 ຫາຍເຢືອງ ໄດ້ເຂົ້າຮອບຊິງຊະນະເລີດບານເຕະ 8 ຄັ້ງ ແລະ ຍາດໄດ້ແຊັມທົ່ວປະເທດ 5 ຄັ້ງ, ໃນນັ້ນມີ 3 ປີຢ່າງລຽນຕິດຄືປີ 2013, 2014, 2015. ທິມບານເຕະ U13 ຂອງຫາຍເຢືອງ ກໍ່ເຄີຍລອດເຂົ້າຮອບ 8 ທົ່ວປະເທດເປັນປະຈຳ, ຍາດໄດ້ແຊັມໃນການແຂ່ງຂັນກິລາບານເຕະຂັ້ນໂຮງຮຽນປີ 2016.

ຫາຍເຢືອງ ສູນບຳລຸງສ້າງນັກເຕະໜຸ່ມ - ảnh 2ຫາຍເຢືອງ ມີວິທີຄັດເລືອກຜ່ານບັນດາການແຂ່ງຂັນກິລາບານເຕະໂຮງຮຽນ ລຸ້ນອາຍຸບໍ່ເກີນ 10 ປີ

(ພາບ: thethaovanhoa.vn)

ຢູ່ແຂວງຫາຍເຢືອງ, ກິລາບານເຕະ ຍັງໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກອຳນາດການປົກຄອງ, ໂຮງຮຽນ, ຄອບຄົວ ແລະ ທັງວົງຄະນະຍາດ. ໂດຍແຕກຕ່າງກັບບັນດາສະໂມສອນອື່ນມັດຈັດຕັ້ງການແຂ່ງຂັນຄັດເລືອກ, ໃນແຕ່ລະປີ ຫາຍເຢືອງ ມີວິທີຄັດເລືອກຜ່ານບັນດາການແຂ່ງຂັນກິລາບານເຕະໂຮງຮຽນ ລຸ້ນອາຍຸບໍ່ເກີນ 10 ປີ. ຢູ່ 12 ເມືອງ, ເທດສະບານໄດ້ເລືອກເອົາທິມບານເຕະຈາກການແຂ່ງຂັນຢູ່ຂັ້ນຮາກຖານ, ສູນຈະຄັດເລືອເອົາຈາກການແຂ່ງຂັນຢູ່ຂັ້ນແຂວງເພື່ອນຳເອົາບັນດາຜູ້ມີຄວາມເກັ່ງກ້າສາມາດໜຸ່ມນ້ອຍໄປພ້ອມກັບການຮ່ຳຮຽນ, ຝຶກແອບ. ບັນດາຄູອາຈານລ້ວນແຕ່ແມ່ນຄູສອນວິຊາກິລາບານເຕະຂຶ້ນກັບມະຫາວິທະຍາໄລກິລາກາຍຍະກຳ ຫຼື ບັນດາອະດີດນັກກິລາບານເຕະທິມຊາດທີ່ມີຊື່ສຽງ. ຄູຝຶກ ຫງວຽນຮິວຮຸ່ງ, ເຊິ່ງເປັນຄູຝຶກໃນຄາວຍັງເປັນທິມເຍົາວະຊົນຂອງບັນດານັກກິລາ ຫວູວັນແທັງ, ຟ້າມດຶກຮຸຍ, ໃຫ້ຮູ້ວ່າ.

        “ຜ່ານບັນດາການແຂ່ງຂັນ, ບັນດາເມືອງຢູ່ຂັ້ນຮາກຖານກໍ່ໄດ້ປະຕິບັດວຽກງານຄັດເລືອກໄດ້ເປັນຢ່າງດີ, ພວກຫຼານລ້ວນແຕ່ມີພອນສະຫວັນ. ຄຸນນະພາບດ້ານວິຊາສະເພາະເພື່ອບຳລຸງສ້າງໃຫ້ກາຍເປັນນັກກິລາມືອາຊີບໃນແຕ່ລະເກນອາຍຸຢູ່, ສູນບຳລຸງສ້າງຝຶກແອບກິລາ ກໍ່ໄດ້ຄັດເລືອກເອົານັກກິລາແຕ່ 25 ຫາ 30 ຄົນ. ປີໃດກໍ່ຄືກັນ, ບັນດານັກກິລາທິມຊາດກໍ່ລ້ວນແຕ່ມີນັກກິລາທີ່ມາຈາກແຂວງຫາຍເຢືອງ”.

        ເມື່ອໄດ້ຮັບການຄັດເລືອກເຂົ້າມາຝຶກແອບຢູ່ສູນຝຶກແອບກິລາຫາຍເຢືອງ, ບັນດານັກກິລາໜຸ່ມບໍ່ພຽງແຕ່ໄດ້ຮັບການບຳລຸງສ້າງດ້ວຍບັນດານັກກິລາບານເຕະເກັ່ງເທົ່ານັ້ນ, ຫາກຍັງໄດ້ບຳລຸງສ້າງນັບທັງດ້ານຄວາມຮູ້ ແລະ ກຳລັງກາຍອີກດ້ວຍ. ນອກຈາກລະບອບໂພສະນາການ, ພັກຜ່ອນຄືກັບນັກກິລາແລ້ວ, ບັນດານັກກິລາໜຸ່ມກໍໄດ້ຮັບການເບິ່ງແຍງທາງດ້ານສາທາລະນະສຸກ, ປະກັນສັງຄົມ ແລະ ຍິ່ງກວ່າໃດໝົດແມ່ນນ້ຳໃຈຂອງບັນດາຄູອາຈານທີ່ຍາມໃດກໍ່ເອົາໃຈໃສ່ເຖິງບັນດານັກກິລາໜຸ່ມ. ທ່ານ ຫງວຽນວັນຕ້າວ, ພໍ່ຂອງນັກກິລາບານເຕະ ຫງວຽນວັນຕ່ວານ, ຫວນຄືນວ່າ.

        “ບັນດາຄູອາຈານຢູ່ທີ່ນີ້ໄດ້ເອົາໃຈໃສ່ເຖິງບັນດານັກກິລາຫຼາຍ. ການຮ່ຳຮຽນການຢູ່, ການກິນ, ຝຶກແອບແມ່ນຢູ່ໃນໂຮງຮຽນດຽວໝົດ. ບັນດາເງື່ອນໄຂຢູ່ທີ່ນີ້ແມ່ນບໍ່ເທົ່າກັບສະໂມສອນ ຮ່ວາງແອັງຢາລາຍ, ແຕ່ສະພາບແວດລ້ອມຢູ່ແຫ່ງນີ້ແມ່ນດີຫຼາຍ. ”

        ຈາກຊາຍຄາລວມນີ້, ມີນັກກິລາທີ່ມີຄວາມເກັ່ງກ້າສາມາດໜຸ່ມໄດ້ຮັບການບຳລຸງສ້າງ, ສ້າງຄວາມໄຝ່ຝັນກ່ຽວກັບກິລາບານເຕະໃຫ້ພວກນ້ອງນ້ອຍ. ຄວາມຫຍຸ້ງຍາກໃນຫຼາຍດ້ານໄດ້ເຮັດໃຫ້ ຫາຍເຢືອງ ພຽງແຕ່ບຳລຸງສ້າງນັກກິລາຢູ່ໃນເກນອາຍຸ 13 ປີເທົ່ານັ້ນ, ຫຼັງຈາກນັ້ນໄດ້ເຊື່ອມຕໍ່ກັບບັນດາສະໂມສອນ, ສູນບຳລຸງສ້າງໃຫຍ່ເພື່ອສືບຕໍ່ຊ່ວຍສ້າງຄວາມໄຝ່ຝັນໃຫ້ພວກນ້ອງກາຍເປັນນັກກິລາອາຊີບໃຫ້ປະກົດຜົນເປັນຈິງ. ທ່ານ ຫງວຽນວັນຈິງ, ຮອງຫົວໜ້າສູນບຳລຸງສ້າງຝຶກແອບກິລາແຂວງ ຫາຍເຢືອງ, ໃຫ້ຮູ້ວ່າ.

        “ຄວາມຫວັງແມ່ນໃຫຍ່ຫຼວງຢູ່, ແຕ່ເງື່ອນໄຂປະສົບກັບຄວາມຫຍຸ້ງຍາກ. ສິ່ງທີ່ພວກຂ້າພະເຈົ້າເປັນຫ່ວງທີ່ສຸດແມ່ນການສືບຕໍ່ບຳລຸງສ້າງນັກກິລາ ແລະ ພວກຂ້າພະເຈົ້າໄດ້ແກ້ໄຂບັນຫານັ້ນແລ້ວ ນັ້ນແມ່ນສົມທົບກັບບັນດາສະໂມສອນ ແລະ ສູນບານເຕະໃຫຍ່ຄື: ສະໂມສອນ ຮ່ວາງແອັງຢາລາຍ, ພິເສດແມ່ນສະໂມສອນ Viettel ໄດ້ສ້າງເງື່ອນໄຂເພື່ອໃຫ້ພວກນ້ອງສືບຕໍ່ມີໂອກາດຫຼິ້ນກິລາບານເຕະ, ມີອະນາຄົດ.”

        ດ້ວຍວິທີບຳລຸງສ້າງນັບແຕ່ຕົ້ນ ໄດ້ຊ່ວຍໃຫ້ກິລາບານເຕະເຍົາວະຊົນ ຫາຍເຢືອງ ບັນລຸໄດ້ຜົນງານ. ນັ້ນກໍ່ແມ່ນພື້ນຖານເພື່ອໃຫ້ອະນາຄົດອັນໃກ້ໆນີ້ ແຂວງຫາຍເຢືອງ ຈະໄດ້ສ້າງສະໂມສອນກິລາບານເຕະອາຊີບທີ່ມີຄວາມແຂງແກ່ນຢ່າງພຽງພໍ ເພື່ອເຂົ້າຮ່ວມແຂ່ງຂັນບານເຕະລະດັບຊາດ V-League.

ຕອບກັບ