ຫວຽດນາມກຽມພ້ອມໃຫ້ແກ່ງານປະກວດສີມືແຮງງານໂລກຄັ້ງທີ 45

Thu Hang
Chia sẻ
(VOVWORLD) -ເຂົ້າຮ່ວມງານປະກວດປີນີ້, ຫວຽດນາມ ຈະແຂ່ງຂັນຢູ່ໃນ 19 ອາຊີບ, ດ້ວຍເປົ້າໝາຍວາງອອກແມ່ນຈະມີຫຼາຍອາຊີບຄວ້າໄດ້ຫຼຽນລາງວັນ.

ຫວຽດນາມກຽມພ້ອມໃຫ້ແກ່ງານປະກວດສີມືແຮງງານໂລກຄັ້ງທີ 45 - ảnh 1 ຫວຽດນາມ ວາງເປົ້າໝາຍຈະມີຫຼາຍອາຊີບຄວ້າໄດ້ຫຼຽນລາງວັນ

(ພາບ: baotintuc.vn)

ງານປະກວດສີມືແຮງງານໂລກຄັ້ງທີ 45 ປີ 2019 ຈະດຳເນີນໃນລະຫວ່າງວັນທີ 16 ສິງຫາ - 28 ສິງຫາ, ຢູ່ນະຄອນ Kazan, ສະຫະພັນລັດເຊຍ. ເຂົ້າຮ່ວມງານປະກວດປີນີ້, ຫວຽດນາມ ຈະແຂ່ງຂັນຢູ່ໃນ 19 ອາຊີບ, ດ້ວຍເປົ້າໝາຍວາງອອກແມ່ນຈະມີຫຼາຍອາຊີບຄວ້າໄດ້ຫຼຽນລາງວັນ. ນີ້ແມ່ນຄວາມເປັນກຽດ, ແຕ່ກໍ່ແມ່ນໜ້າທີ່ຄວາມຮັບຜິດຊອບອັນໃຫຍ່ຫຼວງຂອງຄະນະ ແລະ ບັນດານັກແຂ່ງຂັນຂອງຫວຽດນາມ ເຂົ້າຮ່ວມປະກວດລະດັບສາກົນດັ່ງກ່າວ.

        ຕາມກົມໃຫຍ່ການສຶກສາອາຊີບ - ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ແລ້ວ, 19 ອາຊີບເປັນທາງການຈະເຂົ້າຮ່ວມງານປະກວດເຊິ່ງລວມມີ: ການອອກແບບເຕັກນິກກົນຈັກ - CAD; ກົນຈັກເອເລັກໂຕນິກ; ເຈາະ CNC; ຊ່ຽນ CNC; ເຕັກໂນໂລຊີກ່ຽວກັບນ້ຳ; ມາດຕະການແກ້ໄຂຊອັບແວເຕັກໂນໂລຊີຂໍ້ມູນຂ່າວສານ… ນີ້ແມ່ນເວທີເພື່ອແຂ່ງຂັນຄວາມສາມາດ, ສະແດງບັນດາຄຸນຄ່າທັກສະອາຊີບຈຸດສູງ ແລະ ຍົກລະດັບຄວາມຮັບຮູ້ດ້ານທັກສະອາຊີບໃນທົ່ວໂລກສຳລັບບັນດາຜູ້ອອກແຮງງານໜຸ່ມໃນເກນອາຍຸບໍ່ເກີນ 22 ປີ ແລະ ບາງອາຊີບອາຍຸບໍ່ເກີນ 25 ປີ.

        ທ່ານ ຫງວຽນຈີ໊ເກື່ອງ, ຫົວໜ້າກົມທັກສະອາຊີບ - ກົມໃຫຍ່ການສຶກສາອາຊີບ ໃຫ້ຮູ້ວ່າ: ນີ້ແມ່ນຄັ້ງທຳອິດທີ່ຫວຽດນາມ ໄດ້ຈົດທະບຽນເຂົ້າຮ່ວມງານປະກວດສີມືແຮງງານລະດັບໂລກ ດ້ວຍຈຳນວນນັກແຂ່ງຂັນຫຼາຍທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ. ບັນດາອາຊີບເຂົ້າຮ່ວມງານປະກວດສີມືແຮງງານລ້ວນແຕ່ແມ່ນອາຊີບທີ່ມີຄວາມຕ້ອງການມີຜູ້ອອກແຮງງານທີ່ໃຫຍ່ຫຼວງ ແລະ ຕ້ອງຮ່ຳຮຽນເອົາບົດຮຽນຈາກສາກົນ, ໃນອາຊີບທີ່ມີຜົນງານດີຢູ່ບັນດາງານປະກວດສີມືແຮງງານລະດັບໂລກ ແລະ ງານປະກວດສີມືແຮງງານຂອງພາກພື້ນອາຊຽນ ເປັນສ່ວນຫຼາຍ. ສະເພາະ 6 ຂະແໜງອາຊີບທີ່ນຳໃຊ້ງົບປະມານຂອງລັດ ນັກແຂ່ງຂັນລ້ວນແຕ່ຍາດໄດ້ຫຼຽນລາງວັນ ທີ່ງານປະກວດສີມືແຮງງານອາຊຽນ ປີ 2018 ແລະ ຕອບສະໜອງເງື່ອນໄຂຢ່າງພຽງພໍສຳລັບເກນອາຍຸເພື່ອເຂົ້າຮ່ວມງານປະກວດສີມືແຮງງານໂລກປີ 2019.

        ເພື່ອກະກຽມໃຫ້ງານປະກວດເປັນຢ່າງດີທີ່ສຸດ, ກົມໃຫຍ່ການສຶກສາອາຊີບ ໄດ້ສົມທົບກັບບັນດາກະຊວງ, ຂະແໜງການ, ບັນດາຮາກຖານການສຶກສາອາຊີບ, ບັນດາວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດຍູ້ແຮງການຫັນມາເປັນວຽກງານຂອງສັງຄົມ ໃນການຝຶກແອບຜູ້ເຂົ້າຮ່ວມ; ຈັດຕັ້ງໃຫ້ຜູ້ທີ່ໄປເຂົ້າຮ່ວມງານປະກວດເພື່ອໃຫ້ຜູ້ເຂົ້າຮ່ວມສາມາດສຳຜັດກັບເຕັກໂນໂລຊີທັນສະໄໝ ຕາມຄວາມຮຽກຮ້ອງຕ້ອງການຂອງຫົວບົດປະກວດ, ໄດ້ຮ່ຳຮຽນເອົາປະສົບການໂດຍກົງນຳຜູ້ເຂົ້າຮ່ວມທີ່ມາຈາກບັນດາປະເທດເຂັ້ມແຂງ; ຍາດແຍ່ງເອົາບົດຮຽນ, ລະດັບຄວາມຮູ້ຂອງນັກຊ່ຽວຊານ, ອະດີດນັແຂ່ງຂັນຊາວຕ່າງປະເທດເຂົ້າໃນວຽກງານຝຶກແອບໃຫ້ຜູ້ທີ່ຈະໄປປະກວດຂອງຫວຽດນາມ ຢູ່ບາງອາຊີບ. ທ່ານ ຫງວຽນຈີ໊ເກື່ອງ, ໃຫ້ຮູ້ວ່າ.

        “ດ້ວຍຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດາຮາກຖານການຝຶກແອບ, ໂດຍສະເພາະແມ່ນຖັນແຖວບັນດາຜູ້ເຂົ້າຮ່ວມເຊິ່ງພວກເຮົາໄດ້ຄັດເລືອກ, ດ້ວຍບັນດາປັດໃຈຕ່າງໆພວກເຮົາໄດ້ກະກຽມໄວ້ກ່ອນ, ນັບແຕ່ຫົວທີ ແລະ ມີຄວາມຕັດສິນໃຈສູງ ຫວັງວ່າຜົນງານທີ່ຍາດມາໄດ້ໃນງານປະກວດຄັ້ງນີ້ຈະສູງກວ່າຢູ່ບັນດາງານປະກວດຄັ້ງກ່ອນໆນີ້. ພວກເຮົາໄດ້ວາງຄາດໝາຍໄວ້ວ່າ ຕ້ອງຍາດໄດ້ຫຼຽນລາງວັນ ແລະ ພວກຂ້າພະເຈົ້າຫວັງວ່າ ໃນບາງອາຊີບຈະສາມາດຍາດໄດ້ຫຼຽນຄືອາຊີບ CNC, ອາຊີບບັນຊາອຸດສາຫະກຳ, ອາຊີບສ້າງໂປຼຼແກຼມ ຫຼື ບາງອາຊີບທີ່ເປັນມູນເຊື້ອຄື ອາຊີບກໍ່ສ້າງ ແລະ ອາຊີບຕິດຕັ້ງນ້ຳປະປາ ແລະ ລະບາຍນ້ຳ”.

        ໃນຈຳນວນບັນດາອາຊີບທີ່ເຂົ້າຮ່ວມງານປະກວດດັ່ງກ່າວ, ອາຊີບກໍ່ສ້າງ ພວມໄດ້ຮັບຄວາມຫວັງວ່າຈະຍາດໄດ້ຫຼຽນລາງວັນ. ອາຊີບກໍ່ສ້າງໄດ້ນຳໄປເຂົ້າຮ່ວມບັນດາງານປະກວດສີມືແຮງງານອາຊຽນ ມາແລ້ວ 5 ຄັ້ງ ແລະ ສາມາດຍາດໄດ້ຫຼຽນຄຳ 10 ຫຼຽນ. ງານປະກວດສີມືແຮງງານລະດັບໂລກປີ 2019, ອາຊີບ ກໍ່ສ້າງ ຂອງຫວຽດນາມ ໄດ້ຕັ້ງຄວາມຫວັງໄວ້ວ່າ ຈະຍາດໄດ້ຫຼຽນລາງວັນ, ນີ້ແມ່ນກຳລັງດັນອັນໃຫຍ່ຫຼວງສຳລັບນັກຊ່ຽວຊານ ແລະ ຜູ້ເຂົ້າຮ່ວມ. ທ່ານ ເຈິ່ນຕ໊ວນລອງ, ຄູສອນຢູ່ວິທະຍາໄລກໍ່ສ້າງກິດຈະກຳຕົວເມືອງ, ນັກຊ່ຽວຊານຫົວໜ້າອາຊີບກໍ່ສ້າງ, ຢືນຢັນວ່າ ບັນດາຜູ້ເຂົ້າຮ່ວມທີ່ໄດ້ຄັດເລືອກໃຫ້ເຂົ້າຮ່ວມງານປະກວດຄັ້ງນີ້ ໄດ້ຮັບການບຳລຸງສ້າງໂດຍພື້ນຖານ, ໄດ້ມີປະສົບການ ແລະ ສຳຜັດກັບບັນດາເຄື່ອງອຸປະກອນທັນສະໄໝທີ່ສຸດ, ກະກຽມຄວາມຮູ້ຢ່າງຄົບຖ້ວນເພື່ອໄປແຂ່ງຂັນກັບຜູ້ເຂົ້າຮ່ວມທີ່ມາຈາກຫຼາຍປະເທດພັດທະນາໃນໂລກ.

        “ພວກຂ້າພະເຈົ້າໄດ້ຂຶ້ນແຜນສຸມໃສ່ຝຶກແອບໃຫ້ຜູ້ເຂົ້າຮ່ວມລວມມີ 2 ໄລຍະຄື: ແກ້ໄຂບັນດາຈຸດອ່ອນ, ສິ່ງຍັງຄົງຄ້າງ, ຫຼັງຈາກນັ້ນຝຶກແອບລົງເລິກເຂົ້າທຸກຫົວບົດແຂ່ງຂັນທີ່ໂລກໄດ້ນຳມາປະກວດ, ຝຶກແອບໃຫ້ຜູ້ເຂົ້າຮ່ວມມີຄວາມສາມາດເປັນເຈົ້າການ, ຄິດໄລ່ຄຳນວນແບບກໍຄືວາດພາບອອກຫົວບົດກ່ອນເພື່ອທົດລອງ”.

        ທ່ານ ຫວຽນຮົ່ງມິງ, ຫົວໜ້າກົມການສຶກສາອາຊີບ, ຫົວໜ້າຄະນະຈັດຕັ້ງງານປະກວດສີມືແຮງງານແຫ່ງຊາດໃຫ້ຮູ້ວ່າ: ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໄດ້ສືບຕໍ່ຖືເອົາປີ 2019 ແມ່ນປີຈຸດສຸມຂອງການສຶກສາອາຊີບ. ສະນັ້ນ, ວຽກງານກະກຽມໃຫ້ງານປະກວດສີມືແຮງງານລະດັບໂລກ ຢູ່ສະຫະພັນລັດເຊຍ ໄດ້ດຳເນີນໄປຢ່າງຄົບຊຸດ, ມີປະສິດທິຜົນ. ບັນດາໂຮງຮຽນທີ່ເປັນເຈົ້າພາບຈັດຕັ້ງຈະສ້າງເງື່ອນໄຂດີທີ່ສຸດໃຫ້ນັກຊ່ຽວຊານ ແລະ ຝຶກແອບຜູ້ເຂົ້າຮ່ວມ. ພ້ອມກັນນັ້ນ, ຍູ້ແຮງວຽກງານໂຄສະນາສື່ສານໃຫ້ແກ່ຜູ້ເຂົ້າຮ່ວມ…

        “ຂ້າພະເຈົ້າຫວັງວ່າ, ດ້ວຍຄວາມຕັດສິນໃຈສູງຂອງລັດ, ພິເສດແມ່ນຂອງບັນດາວິສາຫະກິດ, ຂອງບັນດາຜູ້ເຂົ້າຮ່ວມ, ປີນີ້ພວກເຮົາຈະບັນລຸໄດ້ຜົນງານເປັນຢ່າງດີກວ່າເມື່ອທຽບໃສ່ບັນດາງານປະກວດຄັ້ງກ່ອນໆ”.

        ທ່ານປະລິຍາເອກ ດົ່ງວັນງອັກ, ຜູ້ອຳນວຍການໂຮງຮຽນກົນຈັກໄຟຟ້າຮ່າໂນ້ຍ ໃຫ້ຮູ້ວ່າ: ເຂົ້າຮ່ວມງານປະກວດສີມືແຮງງານໂລກຄັ້ງນີ້, ທາງໂຮງຮຽນມີ 4 ຄົນເຂົ້າຮ່ວມ, ແຂ່ງຂັນໃນ 3 ອາຊີບ, ໃນນັ້ນອາຊີບກົນຈັກເອເລັກໂຕນິກແຂ່ງຂັນເປັນທິມ, ບໍລິສັດ Samsung ອຸປະຖຳໃຫ້ນັກແຂ່ງຂັນ 2 ຄົນໄປຝຶກແອບຢູ່ສ.ເກົາຫຼີ; ບໍລິສັດ Denso ຂອງຍີ່ປຸ່ນ ອຸປະຖຳແກ່ນັກແຂ່ງຂັນ 1 ຄົນໃນການຝຶກແອບອາຊີບຊ່າງເຈາະ CNC; ອາຊີບຕິດຕັ້ງໄຟຟ້າມີ 1 ຄົນ, ພວມໄດ້ຝຶກແອບຈາກບັນດານັກຊ່ຽວຊານຢູ່ໂຮງຮຽນ.

        ເພື່ອບັນລຸໄດ້ໝາກຜົນດີທີ່ສຸດໃນງານປະກວດຄັ້ງນີ້, ຄະນະຈັດຕັ້ງງານປະກວດສີມືແຮງງານແຫ່ງຊາດ ພວມຕັ້ງໜ້າສົມທົບກັບບັນດາຄູ່ຮ່ວມມືຕ່າງປະເທດ, ຮາກຖານການສຶກສາອາຊີບ, ວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດສືບຕໍ່ຈັດຕັ້ງການຝຶກແອບໃຫ້ນັກແຂ່ງຂັນ ແລະ ນັກຊ່ຽວຊານເຂົ້າຮ່ວມງານປະກວດ. ຕາມແຜນການ, ພິທີເລີ່ມເດີນທາງຂອງຄະນະຜູ້ແທນຫວຽດນາມ ໄປເຂົ້າຮ່ວມງານປະກວດສີມືແຮງງານລະດັບໂລກ ຈະໄດ້ຮັບການຈັດຕັ້ງໃນກາງເດືອນສິງຫາ ນີ້.

ຕອບກັບ