ວຽກງານສັງຄົມໜູນຊ່ວຍຄົນເຈັບທຸກຍາກ

Dung - Hoa
Chia sẻ
(VOVWORLD) - ດ້ວຍປະສົບການຕົວຈິງໃນການເຮັດວຽກງານໜູນຊ່ວຍສັງຄົມເປັນເວລາ 7 ປີ, ທ່ານນາງມີຄວາມເຂົ້າໃຈວ່າ ກໍລະນີໃດ ຕ້ອງການໄດ້ຮັບການຊ່ວຍເຫຼືອ, ເພື່ອເຊື່ອມຕໍ່, ຮຽກຮ້ອງການໜູນຊ່ວຍໃຫ້ຖືກຄົນ, ຖືກວຽກງານ, ຫຼີກລ້ຽງກໍລະນີສວຍໃຊ້ໂອກາດຄວາມເມດຕາປານີຂອງຜູ້ໃຈບຸນໃຈກຸສົນ. 

ປະຈຸບັນ, ບັນດາຄົນເຈັບທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກເປັນພະຍາດທີ່ປົວຍາກ ໄດ້ມີໂອກາດປິ່ນປົວພະຍາດ ເພື່ອກັບຄືນສູ່ຊີວິດການເປັນຢູ່ເປັນປົກກະຕິ. ບໍ່ພຽງແຕ່ໄດ້ຮັບການໜູນຊ່ວຍຄ່າໃຊ້ຈ່າຍການປິ່ນປົວເທົ່ານັ້ນ ເຂົາເຈົ້າຍັງໄດ້ຮັບຄາບເຂົ້າໂພຊະນາການ, ແບ່ງເບົາຄວາມໃນໄຈ, ໄດ້ຮັບຄວາມສົນໃຈເບິ່ງແຍງດູແລຢ່າງລອບຄອບຖີ່ຖ້ວນ. ຍ້ອນມີບັນດາຜູ້ເຮັດວຽກກູ້ຊ່ວຍສັງຄົມຢູ່ບັນດາໂຮງໝໍ, ເຊິ່ງໄດ້ຮັບຖືວ່າແມ່ນບ່ອນອີງຂອງຄົນເຈັບທຸກຍາກ. ບົດຂຽນຂອງ ກິມຢຸງ, ນັກຂ່າວ VOV ປະຈຳ ນະຄອນໂຮ່ຈີມິນ.

ວຽກງານສັງຄົມໜູນຊ່ວຍຄົນເຈັບທຸກຍາກ - ảnh 1ວຽກງານສັງຄົມໜູນຊ່ວຍຄົນເຈັບທຸກຍາກ. ພາບ: VOV

        ເວລາກ່ວາ 6 ໂມງແລງ, ອ້າຍ ຫງວຽນຍືຮຸ່ງ, ອາໄສຢູ່ແຂວງ ບີງເຢືອງ ເຄາະປະຕູຫ້ອງຂອງທ່ານປະລິນຍາໂທ ເລມິງຫຽນ, ຫົວໜ້າຫ້ອງການວຽກງານໜູນຊ່ວຍສັງຄົມ - ໂຮງໝໍ ເຈີ້ໄຣ, ດ້ວຍໃບໜ້າຍິ້ມແຍ້ມແຈ່ມໃສມາແຈ້ງເລື່ອງເມຍຂອງລາວ ຫາກໍ່ຮູ້ສຶກຕົວ ພາຍຫລັງດຳເນີນການຜ່າຕັດກ້ອນເບົ້າໃຫຍ່ຢູ່ຂາເບື້ອງຂວາປົ່ງເປັນເວລາກ່ວາ 12 ປີແລ້ວ. ອ້າຍ ຫງວຽນຍືຮຸງ ໃຫ້ຮູ້ວ່າ:

“ທຳອິດ ຄິດວ່າພຽງຈະພາເມຍໄປກວດພະຍາດ ຍ້ອນຂ້າພະເຈົ້າບໍ່ມີເງິນ ແຕ່ບັນດາແພດໝໍເວົ້າວ່າ ຈະຮຽກຮ້ອງຜູ້ໃຈບຸນໃຈກຸສົນມາຊ່ວຍເຫຼືອ ເພື່ອຜ່າຕັດໃຫ້ເມຍ. ດຽວນີ້ ເມຍຜ່າຕັດແລ້ວ ຂ້າພະເຈົ້າກໍ່ດີໃຈຫລາຍ.”

ກໍລະນີຄົນເຈັບທີ່ເປັນຄົນໃນຄອບຄົວຂອງອ້າຍ ຫງວຽນຍືຮຸ່ງ ແມ່ນໜຶ່ງໃນຈຳນວນຫລາຍພັນຄົນເຈັບທຸກຍາກ ເຊິ່ງຫ້ອງການວຽກງານໜູນຊ່ວຍສັງຄົມ, ໂຮງໝໍ ເຈີ້ໄຮ ເຊື່ອມຕໍ່, ຊ່ວຍເຫຼືອເພື່ອປິ່ນປົວກູ້ເອົາຊີວິດຄົນເຈັບຢ່າງທັນການ. ທ່ານປະລິນຍາໂທ ເລມິງຫຽນ, ຫົວໜ້າຫ້ອງການວຽກງານໜູນຊ່ວຍສັງຄົມ ໃຫ້ຮູ້ວ່າ ທຸກໆເດືອນ ຫ້ອງການໄດ້ຮັບສຳເນົາເອກະສານຊ່ວຍເຫຼືອຄ່າໃຊ້ຈ່າຍໃຫ້ແກ່ຄົນທຸກຍາກ ຫຼື ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກກ່ວາ 100 ຄົນ. ມີຊຸມປີ, ຫ້ອງການໜູນຊ່ວຍສັງຄົມໄດ້ຮັບເງິນບໍລິຈາກປະມານ 20 ຕື້ດົ່ງ ເພື່ອໜູນຊ່ວຍຄ່າໃຊ້ຈ່າຍໃຫ້ບັນດາຄົນເຈັບທຸກຍາກທີ່ເປັນພະຍາດປົວຍາກ. ຫ້ອງການວຽກງານໜູນຊ່ວຍສັງຄົມ ຍັງເຊື່ອມຕໍ່ກັບບັນດາອົງການກຸສົນ, ໜູນຊ່ວຍຄາບເຂົ້າເປັນອາຫານເຈ 4.500 ຈານ ໂດຍບໍ່ເສຍຄ່າແຕ່ເຊົ້າຮອດຄ່ຳໃນທຸກໆວັນ ໃຫ້ຍາດພີ່ນ້ອງຄົນເຈັບ ແລະ ຮັບໃຊ້ທັງໂອກາດວັນບຸນຕ່າງໆ ແລະ ບຸນເຕັດອີກດ້ວຍ. ດ້ວຍທິດນຳ, ຖືຕົນເອງຄືຄົນເຈັບ, ຢູ່ທີ່ນີ້ ຍັງປະຕິບັດບັນດາລາຍການເບິ່ງແຍງດູແລ, ຮ່ວມເດີນທາງພ້ອມກັບຄົບເຈັບໂລກມະເຮັງ, ກະກຽມນ້ຳດື່ມ, ໜັງສືພິມໃຫ້ແກ່ເຂົາເຈົ້າ. ທ່ານ ເລມິງຫຽນ ໃຫ້ຮູ້ວ່າ:

ເລີ່ມຈາກຄວາມເຂົ້າໃຈວ່າ ຄົນເຈັບຕ້ອງການຫຍັງ, ພວມລໍຄອຍສິ່ງໃດນັ້ນ ພວກຂ້າພະເຈົ້າໄດ້ເພີ່ມເຕີມສິ່ງອື່ນອີກ ເຖິງວ່າມັນຈະນ້ອຍກໍ່ຕາມ. ເຮັດແນວໃດເພື່ອ ຕອບສະໜອງໄດ້ຄວາມຕ້ອງການ, ຫລຸດຜ່ອນຄວາມລຳບາກກາກກຳ, ສິ່ງທີ່ໃຫຍ່ ແລະ ເລິກເຊິ່ງກ່ວາ ແມ່ນພວກຂ້າພະເຈົ້າສາມາດນຳມາໃຫ້ເຂົາເຈົ້າ ເຊິ່ງບັນດາບໍລິການ ຫາກບໍ່ພຽງແຕ່ເພື່ອການກຸສົນເທົ່ານັ້ນ.

ສ່ວນທ່ານໝໍ ເຈິ່ນທິຕວຽດມາຍ, ອາຍຸ 65 ປີ, ພາລະກອນຫ້ອງການໜູນຊ່ວຍສັງຄົມ, ໂຮງໝເດັກເລກ 1 ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ກຳລັງໜູນເຊິ່ງເຮັດໃຫ້ທ່ານນາງຕິດພັນກັບອາຊີບ ນັ້ນແມ່ນການເຄື່ອນໄຫວເຊື່ອມຕໍ່ກັບບັນດາຜູ້ໃຈບຸນໃຈກຸສົນ ເຊິ່ງຊ່ວຍໃຫ້ບັນດາເດັກຫາຍດີເປັນປົກກະຕິ, ໄດ້ໄປຮຽນ, ລະຫຼິ້ນຄືເດັກອື່ນ. ດ້ວຍປະສົບການຕົວຈິງໃນການເຮັດວຽກງານໜູນຊ່ວຍສັງຄົມເປັນເວລາ 7 ປີ, ທ່ານນາງມີຄວາມເຂົ້າໃຈວ່າ ກໍລະນີໃດ ຕ້ອງການໄດ້ຮັບການຊ່ວຍເຫຼືອ, ເພື່ອເຊື່ອມຕໍ່, ຮຽກຮ້ອງການໜູນຊ່ວຍໃຫ້ຖືກຄົນ, ຖືກວຽກງານ, ຫຼີກລ້ຽງກໍລະນີສວຍໃຊ້ໂອກາດຄວາມເມດຕາປານີຂອງຜູ້ໃຈບຸນໃຈກຸສົນ. ທ່ານໝໍ ມາຍ ໃຫ້ຮູ້ວ່າ:

ດຽວນີ້ຍັງແຂງແຮງຢູ່, ຊ່ວຍເຫຼືອພວກຫຼານໄດ້ຫລາຍເທົ່າໃດກໍ່ຍິ່ງດີເທົ່ານັ້ນ. ຂ້າພະເຈົ້າກໍ່ຫວັງວ່າ ຈະເຮັດແນວໃດ ເພື່ອສົ່ງໄປບັນດາເຂດຫ່າງໄກສອກຫຼີກໄດ້ ເພື່ອພາເດັກທຸກຍາກ, ເດັກບໍ່ມີເງິນທີ່ເປັນພະຍາດໄດ້ຮັບການປິ່ນປົວພະຍາດ.

ວຽກງານສັງຄົມໜູນຊ່ວຍຄົນເຈັບທຸກຍາກ - ảnh 2ວຽກງານສັງຄົມໜູນຊ່ວຍຄົນເຈັບທຸກຍາກ

ສຳລັບໂຮງໝໍເມືອງ 2, ນະຄອນ ໂຮ່ຈີມິນ, ວຽກງານໜູນຊ່ວຍສັງຄົມ ແມ່ນໜູນຊ່ວຍໃຫ້ຄົນເຈັບທຸກຍາກໄດ້ຫລາຍສຸດ, ແມ່ນບັນດາການກຸສົນຊ່ວຍປະຊາຊົນຢູ່ເຂດຫ່າງໄກສອກຫຼີກ. ທ່ານປະລິນຍາໂທ ເຈິ່ນກວາງເຈົາ, ຫົວໜ້າຫ້ອງການໜູນຊ່ວຍສັງຄົມ, ໂຮງໝໍເມືອງ 2 ໃຫ້ຮູ້ວ່າ: ເມື່ອໄດ້ຮັບຂ່າວຈາກພະແນກພະຍາດຕ່າງໆ ທີ່ມີກໍລະນີເຈັບເປັນເຊິ່ງສາມາດປິ່ນປົວໄດ້ ແຕ່ທາງຄອບຄົວປະສົບກັບຄວາມຫຍຸ້ງຍາກ, ຫ້ອງການວຽກງານໜູນຊ່ວຍສັງຄົມ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ, ນຳໃຊ້ບັນດາການພົວພັນ, ແຈ້ງໃຫ້ບັນດາອົງການສື່ມວນຊົນ ເພື່ອຊອກຫາການຊ່ວຍເຫຼືອໃຫ້ແກ່ຄົນເຈັບ. ພິເສດແມ່ນ ຫ້ອງການຈະຈັດສົ່ງບັນດາແພດໝໍອາສາສະໝັກລົງບັນດາທ້ອງຖິ່ນເຂດຫ່າງໄກສອກຫຼີກ ເພື່ອກວດພະຍາດ, ສະໜອງຢຸກຢາໃຫ້ປະຊາຊົນ, ທຸກໆເດືອນແຕ່ 1 – 2 ຄັ້ງ. ທ່ານປະລິນຍາໂທ ເຈິ່ນກວາງເຈົາ ໃຫ້ຮູ້ວ່າ:

ເຫັນໄດ້ເຖິງຄວາມຄາດຫວັງຂອງພໍ່ແມ່ປະຊາຊົນ, ຄວາມຕ້ອງການ ແລະ ຄວາມສຳຄັນຂອງສາທາລະນະສຸກທ້ອງຖິ່ນມີຄືແນວໃດ. ເມື່ອກັບມາ ຕົນເອງມີຄວາມຮູ້ສຶກວ່າ ຕ້ອງມີຄວາມຮັບຜິດຊອບຫລາຍກ່ວາອີກ, ເຮັດໃຫ້ໄດ້ຫລາຍກ່ວາອີກ, ຊ່ວຍເຫຼືອໃຫ້ພໍ່ແມ່ປະຊາຊົນຫລາຍກ່ວາ ເພື່ອໃຫ້ເຂົາເຈົ້າມີເງື່ອນໄຂດີທີ່ສຸດກ່ຽວກັບການປິ່ນປົວພະຍາດ.

ເຖິງວ່າບໍ່ໄດ້ປິ່ນປົວພະຍາດໃຫ້ຄົນເຈັບໂດຍກົງກໍ່ຕາມ, ແຕ່ມີຄວາມເຂົ້າໃຈກ່ຽວກັບຄ່າໃຊ້ຈ່າຍ ເຊິ່ງຄົນທຸກຍາກຕ້ອງແບກຫາບ, ເຫັນອົກເຫັນໃຈຕໍ່ຄວາມເຈັບດ້ານຈິດໃຈເຊິ່ງເຂົາເຈົ້າຕ້ອງອົດທົນນັ້ນ, ບັນດາຜູ້ເຮັດວຽກງານໜູນຊ່ວຍສັງຄົມຢູ່ບັນດາໂຮງໝໍ ໄດ້ກາຍເປັນບ່ອນອີງ, ນຳມາເຊິ່ງກາລະໂອກາດດີທີ່ສຸດໃຫ້ແກ່ຄົນເຈັບທຸກຍາກ./.

ຕອບກັບ