ວົງຕະກຸນມັກການຮ່ຳຮຽນຢູ່ແຂວງ ເຊີນລາ

Hanh - Anh
Chia sẻ
(VOVWORLD) - ວົງຕະກຸນ ກວ່າງ, ຊົນເຜົ່າຜູ້ໄທຢູ່ບ້ານ ບໍ໊, ຕາແສງ ຈ່ຽງອານ, ນະຄອນ ເຊີນລາ, ແຂວງ ເຊີນລາ ມີຊື່ສຽງແມ່ນວົງຕະກຸນມັກການຮ່ຳຮຽນ, ມີລູກຫຼານຫລາຍຄົນເສັງໄດ້ດັ່ງໃຈຫວັງ ແລະ ໄດ້ຮັບຕຳແໜ່ງໃນບັນດາອົງການຈັດຕັ້ງ, ຫົວໜ່ວຍຕ່າງໆຢູ່ທ້ອງຖິ່ນ. 

ສະມາຄົມສົ່ງເສີມການສຶກສາວົງຕະກຸນ ກວ່າງ, ບ້ານ ບໍ໊ ເປັນກຽດໄດ້ຮັບການເຊີດຊູກ່ຽວກັບຂະບວນການແຂ່ງຂັນສ້າງບັນດາຮູບການຮ່ຳຮຽນໃນໄລຍະ 2016 2020 ຈາກສູນກາງສະມາຄົມສົ່ງເສີມການສຶກສາ.

ວົງຕະກຸນມັກການຮ່ຳຮຽນຢູ່ແຂວງ ເຊີນລາ - ảnh 1ວົງຕະກຸນ ກວ່າງ ມີຊື່ສຽງແມ່ນວົງຕະກຸນມັກການຮ່ຳຮຽນ

ສະມາຄົມສົ່ງເສີມການສຶກສາວົງຕະກຸນ ກວ່າງ ຢູ່ບ້ານ ບໍ໊ ໄດ້ຮັບການສ້າງຕັ້ງແຕ່ປີ 2009 ລວມມີ 72 ຄອບຄົວ. ເພື່ອສົ່ງເສີມ, ລະດົມກຳລັງໃຈລູກຫຼານຮ່ຳຮຽນ, ວົງຕະກຸນ ກວ່າງ ໄດ້ສ້າງກອງທຶນຂອງສະມາຄົມ, ແຕ່ລະຄອບຄົວປະກອບເງິນ 30 ພັນດົ່ງຕໍ່ປີ, ນອກນັ້ນ ຍັງຮຽກຮ້ອງການສະໜັບສະໜູນຈາກບັນດາຜູ້ໃຈບຸນໃຈກຸສົນ. ທຸກໆປີ, ວົງຕະກຸນ ກວ່າງ ໄດ້ຈັດຕັ້ງລາຍການສະຫລຸບ, ຍ້ອງຍໍ, ຊົມເຊີຍໃຫ້ນັກຮຽນ, ນັກສຶກສາທີ່ມີຜົນງານສູງໃນການຮ່ຳຮຽນ. ເຊິ່ງເປັນລູກຫຼານໃນວົງຕະກຸນ ກວ່າງ ບ້ານ ບໍ໊, ເອື້ອຍ ເກີມທິອວຽນ, ພະນັກງານພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ເຊີນລາ ຫາກໍ່ໄດ້ຮັບໃບປະກາດສະນີຍະບັດປະລິນຍາໂທ ສາຂາວິຊາ ກະສິກຳ ໃຫ້ຮູ້ວ່າ:

ຂ້າພະເຈົ້າມີຄວາມພາກພູມໃຈ ແລະ ຮູ້ສຶກເປັນກຽດເມື່ອໄດ້ຮັບໃບປະກາດສະນີຍະບັດປະລິນຍາໂທ. ໃນໄລຍະຈະມາເຖິງ ຂ້າພະເຈົ້າເວົ້າສະເພາະ ກໍ່ຄືລຸ້ນໜຸ່ມເວົ້າລວມ ຈະມານະພະຍາຍາມຮ່ຳຮຽນ ແລະ ຖອດຖອນບົດຮຽນກ່ວາອີກ.

ປະຈຸບັນ ວົງຕະກຸນ ກວ່າງ ມີ 47 ຄົນຮຽນຈົບຊັ້ນສູງ, ຊັ້ນປະລິນຍາຕີ ແລະ ພວມປະຕິບັດງານຢູ່ບັນດາອົງການສຳນັກງານ, ຫົວໜ່ວຍຂອງລັດຢູ່ແຂວງ ເຊີນລາ, ໃນນັ້ນ ມີນັກສຶກສາ 1 ຄົນ ພວມໄປຮຽນຢູ່ຕ່າງປະເທດ, ມີຜູ້ໜຶ່ງໄດ້ຮັບນາມມະຍົດສິລະປະກອນດີເດັ່ນຈາກປະທານປະເທດ.

ເພື່ອອະນຸລັກຮັກສາຕົວໜັງສື, ຄວາມງາມຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງພໍ່ແມ່ປະຊາຊົນຊາວເຜົ່າຜູ້ໄທແລ້ວ, ສະມາຄົມສົ່ງເສີມການສຶກສາວົງຕະກຸນ ກວ່າງ ໄດ້ຈັດຫ້ອງຮຽນພາສາຜູ້ໄທໃຫ້ແກ່ລູກຫຼານໃນວົງຕະກຸນ ກວ່າງ ແລະ ປະຊາຊົນຢູ່ໃນບ້ານ ທີ່ມີຄວາມຕ້ອງການຮຽນໜັງສືຜູ້ໄທ. ຫ້ອງຮຽນໜັງສືຜູ້ໄທມີຄົນເຂົ້າຮຽນຫລາຍເກນອາຍຸ, ໄດ້ຈັດການຮຽນການສອນ 2 ມື້/ອາທິດ. ປ້າ ກວ່າງທິບຽນ, ສະມາຊິກສະມາຄົມສົ່ງເສີມການສຶກສາວົງຕະກຸນ ກວ່າງ ໃຫ້ຮູ້ວ່າ:

ແຕ່ຄາວຍັງນ້ອຍ ຂ້າພະເຈົ້າໄດ້ຮ່ຳຮຽນ, ອ່ານໄດ້, ຂຽນເປັນ, ຟັງບັນດາລາຍການກະຈາຍສຽງຂອງວິທະຍຸ, ເບິ່ງໂທລະພາບ, ປະຊາຊົນພວກຂ້າພະເຈົ້າຮ່ຳຮຽນໄດ້ຫລາຍຢ່າງ, ພວກຂ້າພະເຈົ້າໄດ້ໝູນໃຊ້ວິທະຍາສາດເຕັກນິກເຂົ້າໃນການຜະລິດ. ເມື່ອບັນດາພໍ່ເຖົ້າແມ່ເຖົ້າຈັດຕັ້ງຫ້ອງຮຽນ ສອນໜັງສືຜູ້ໄທ ດ້ວຍຄວາມມຸ່ງມາດປາດຖະໜາສອນໜັງສືຜູ້ໄທໃຫ້ແກ່ລຸນຄົນຕ່າງໆ, ພວກຂ້າພະເຈົ້າຈະມານະພະຍາຍາມໄປຮຽນພ້ອມກັບພວກລູກຫຼານ, ເມື່ອຮຽນແລ້ວ ຂ້າພະເຈົ້າກໍອ່ານໄດ້, ຂຽນເປັນ ແລະ  ສາມາດແນະນຳ, ສອນໃຫ້ພວກລູກຫຼານໄດ້.

ວົງຕະກຸນມັກການຮ່ຳຮຽນຢູ່ແຂວງ ເຊີນລາ - ảnh 2ໃນໄລຍະຈະມາເຖິງ, ວົງຕະກຸນ ກວ່າງ ຈະສູ້ຊົນ 100% ຄອບຄົວບັນລຸຄອບຄົວວັດທະນະທຳ, ຄອບຄົວມັກການຮ່ຳຮຽນ

ໃນໄລຍະຈະມາເຖິງ, ວົງຕະກຸນ ກວ່າງ ຈະສູ້ຊົນ 100% ຄອບຄົວບັນລຸຄອບຄົວວັດທະນະທຳ, ຄອບຄົວມັກການຮ່ຳຮຽນ. ພ້ອມກັນນັ້ນ, ກໍໜູນຊ່ວຍ, ຊ່ວຍເຫຼືອໃຫ້ລູກຫຼານໄດ້ສຳຜັດກັບວິທະຍາສາດເຕັກໂນໂລຊີທັນສະໄໝ ເພື່ອຮັບໃຊ້ການອອກແຮງງານ, ທຳການຜະລິດ. ລຸງ ກວ່າງວັນຮາກ, ຫົວໜ້າ ວົງຕະກຸນ ກວ່າງ ຢູ່ບ້ານ ບໍ໊ ໃຫ້ຮູ້ວ່າ:

ຫວຽດນາມ ມີຫລາຍວົງຕະກຸນ, ມີຫລາຍຮູບການທຳມາຫາກິນທີ່ດີ ເພື່ອໃຫ້ເຮົາຮ່ຳຮຽນເອົາ. ເຊິ່ງໄດ້ຮັບໃບຍ້ອງຍໍຈາກສູນກາງ ພວກຂ້າພະເຈົ້າຈະມານະພະຍາຍາມກ່ວາອີກ. ພວກຂ້າພະເຈົ້າຈະເປັນແບບຢ່າງໃຫ້ລູກຫຼານ, ສົ່ງເສີມ ກະຕຸກຊຸກຍູ້ລູກຫຼານຮ່ຳຮຽນ ແລະ ຍາມໃດກໍ່ມານະພະຍາຍາມຮັກສາຜົນງານທີ່ບັນລຸໄດ້ ແລະ ລະດົມກຳລັງໃຈລູກຫຼານຕັ້ງໜ້າຮ່ຳຮຽນດີກ່ວາອີກ.

ວົງຕະກຸນ ກວ່າງ ຢູ່ບ້ານ ບໍ໊ ແມ່ນຈຸດດີເດັ່ນກ່ຽວກັບຂະບວນການສົ່ງເສີມການສຶກສາ, ສົ່ງເສີມຄວາມເກັ່ງກ້າສາມາດຢູ່ເຂດຊົນເຜົ່າສ່ວນໜ້ອຍພູດອຍແຂວງ ເຊີນລາ. ບັນດາສະມາຊິກໃນ ວົງຕະກຸນ ກວ່າງ ຍັງຕັ້ງໜ້າຊ່ວຍເຫຼືອກັນໃນການຜະລິດ, ດຳເນີນທຸລະກິດ, ປະກອບສ່ວນປັບປຸງ, ຍົກສູງຊີວິດການເປັນຢູ່ອີກດ້ວຍ./.

ຕອບກັບ