ປະສິດທິຜົນຈາກການລ້ຽງໂຕໂອງມັງຢູ່ ມາງຢາງ, ແຂວງ ຢາລາຍ

Quy - Huyen
Chia sẻ
(VOVWORLD) - ເລື່ອງຫັນປ່ຽນແນວພັນປູກ, ພັນສັດລ້ຽງໃຫ້ເໝາະສົມ ແມ່ນໜຶ່ງໃນບັນດາມາດຕະການ ເພື່ອແນໃສ່ພັດທະນາພື້ນຖານການຜະລິດກະສິກຳຂອງບັນດາທ້ອງຖິ່ນ, ໃນນັ້ນມີແຂວງ ຢາລາຍ.

ເຖິງວ່າຫາກໍ່ໄດ້ຮັບການຜັນຂະຫຍາຍກໍ່ຕາມ, ແຕ່ຮູບການລ້ຽງໂຕໂອງມັງເພື່ອເອົາເຂົາອ່ອນ ແລະ ເກີດແມ່ແຜ່ລູກຢູ່ເມືອງ ມາງຢາງ, ແຂວງ ຢາລາຍ ໄດ້ນຳມາເຊິ່ງບັນດາປະສິດທິຜົນໃນເບື້ອງຕົ້ນທີ່ເປັນໜ້າຊື່ນຊົມ. ຮູບການດັ່ງກ່າວ ໄດ້ຊ່ວຍໃຫ້ປະຊາຊົນໃນບໍລິເວນເມືອງ, ເປັນຕົ້ນແມ່ນບັນດາຄອບຄົວຊົນເຜົ່າສ່ວນໜ້ອຍ ໄດ້ມີການປ່ຽນແປງວິທີການຜະລິດ ເພື່ອພັດທະນາເສດຖະກິດ, ປັບປຸງ ແລະ ຍົກສູງຊີວິດການເປັນຢູ່.

ປະສິດທິຜົນຈາກການລ້ຽງໂຕໂອງມັງຢູ່ ມາງຢາງ, ແຂວງ ຢາລາຍ - ảnh 1ການລ້ຽງໂຕໂອງມັງກໍ່ບໍ່ຍາກປານໃດ, ພຽງແຕ່ເອົາໃຈໃສ່ປະຕິບັດ 3 ສະອາດເທົ່ານັ້ນ: ກິນສະອາດ, ດື່ມສະອາດ, ຢູ່ສະອາດ. 

ລຸງ ຫວູວັນເຢີນ, ຢູ່ໜ່ວຍຊຸມຊົນ 4, ເທດສະບານເມືອງ ກອນເຢີງ ແມ່ນໜຶ່ງໃນບັນດາຄອບຄົວທີ່ໄດ້ຮັບການໜູນຊ່ວຍຈາກເມືອງ ມາງຢາງ, ແຂວງ ຢາລາຍ ເພື່ອລ້ຽງໂຕໂອງມັງ ໃນນັ້ນມີໂຕຜູ້ 2 ໂຕ ແລະ ໂຕແມ່ 1 ໂຕ ເມື່ອເດືອນ ມິຖຸນາ ປີ 2020. ໂດຍໄດ້ຮັບການຊ່ວຍເຫຼືອຂອງພະນັກງານວິຊາສະເພາະ ພ້ອມດ້ວຍປະສົບການໃນການຮ່ຳຮຽນການລ້ຽງດູ, ມາຮອດປະຈຸບັນ ໂຕໂອງມັງໃຫຍ່ຂຶ້ນ, ເລີ່ມຕົ້ນເກີດແມ່ແຜ່ລູກ ແລະ ສາມາດເອົາເຂົາອ່ອນໄດ້. ລຸງ ຫວູວັນເຢີນ ແບ່ງປັນວ່າ:

ຕອນເຊົ້າທຸກໆມື້ ຂ້າພະເຈົ້າໃຊ້ເວລາພຽງແຕ່ເຄິ່ງຊົ່ວໂມງ ເພື່ອເບິ່ງແຍງລ້ຽງເກືອໂຕໂອງມັງເທົ່ານັ້ນ. ສ່ວນລະດູຝົນຫຍ້າດີ ກໍ່ໃຊ້ເວລາແຕ່ 10 ນາທີ ໄປຕັດຫຍ້າໃຫ້ກິນກໍ່ພໍໝົດມື້. ເມື່ອເຂົາອ່ອນຂຶ້ນ ໃຫ້ມັນກິນກ້ວຍ, ສາລີ…ຕື່ມອີກ ເພື່ອເຮັດໃຫ້ເຂົາອ່ອນຂຶ້ນມີປະສິດທິຜົນກ່ວາ. ຂ້າພະເຈົ້າປາດຖະໜາຢາກເປີດກ້ວາງຮູບການດັ່ງກ່າວຕື່ມອີກ ເພື່ອເຮັດເສດຖະກິດໃຫ້ເປັນປົກກະຕິ.

ເຖິງວ່າຫາກໍ່ໄດ້ຮັບການຜັນຂະຫຍາຍກໍ່ຕາມ, ບັນດາຄອບຄົວລ້ວນແຕ່ມີຜະລິດຕະພັນເຂົາອ່ອນຂາຍ ແລະ ມີໂຕໂອງມັງອອກແມ່ແຜ່ລູກ. ຄອບຄົວອ້າຍ ນົງວັນດ້າວ, ອາໄສຢູ່ບ້ານ ເດເບີຕືກ, ຕາແສງ ດັກເຈີຕາ, ເມືອງ ມາງຢາງ ແມ່ນຄອບຄົວແບບຢ່າງ. ຕາມອ້າຍ ດ້າວ ແລ້ວ, ກ່ອນນີ້ ຄອບຄົວອ້າຍເຄີຍລ້ຽງແບ້, ງົວ ແຕ່ເປັນພະຍາດ, ລາຄາຂາຍບໍ່ໄດ້ດີ. ອ້າຍດ້າວ ໃຫ້ຂໍ້ສັງເກດວ່າ ລ້ຽງໂຕໂອງມັງຈະນຳມາເຊິ່ງປະສິດທິຜົນທາງດ້ານເສດຖະກິດສູງ, ເໝາະສົມກັບເງື່ອນໄຂລ້ຽງສັດຂອງປະຊາຊົນ, ເປັນຕົ້ນແມ່ນໃນເຂດຊົນເຜົ່າສ່ວນໜ້ອຍ ແລະ ຈະສ້າງວິທີຫາເງິນລ້ຽງຊີບຍາວນານໃຫ້ແກ່ພໍ່ແມ່ປະຊາຊົນ ເພື່ອສ້າງຊີວິດການເປັນຢູ່ເປັນປົກກະຕິ.

ຄອບຄົວຂ້າພະເຈົ້າຂໍຂອບໃຈພາກລັດ ທີ່ໄດ້ເອົາໃຈໃສ່ ແລະ ນຳຮູບການລ້ຽງໂຕໂອງມັງມາໃຫ້ພໍ່ແມ່ປະຊາຊົນ. ກ່ອນອື່ນໝົດ ຂ້າພະເຈົ້າເຫັນວ່າ ມີປະສິດທິຜົນທີ່ສຸດ, ຄືຄອບຄົວຂ້າພະເຈົ້າ ບໍ່ຮອດ 1 ປີເອົາເຂົາອ່ອນໄດ້ 2 ຄັ້ງ ແລະ ໄດ້ລູກອ່ອນ 1 ໂຕ. ໃນສະເພາະໜ້າ ຂ້າພະເຈົ້າເຫັນວ່າ ຮູບການນີ້ແມ່ນຮູບການແທດຈິງ ແລະ ຂ້າພະເຂົ້າປາດຖະໜາວ່າ ໃນອະນາຄົດຈະເປີດກ້ວາງຕື່ມອີກ, ເພີ່ມເປັນຝູງໃຫຍ່ກວ່າ ເພື່ອເປັນຮູບແບບໃຫ້ພໍ່ແມ່ປະຊາຊົນຢູ່ນີ້ທັງໝົດໄດ້ຮ່ຳຮຽນປະຕິບັດຕາມ.

ຕາມບັນດາຄອບຄົວແລ້ວ, ການລ້ຽງໂຕໂອງມັງກໍ່ບໍ່ຍາກປານໃດ, ພຽງແຕ່ເອົາໃຈໃສ່ປະຕິບັດ 3 ສະອາດເທົ່ານັ້ນ: ກິນສະອາດ, ດື່ມສະອາດ, ຢູ່ສະອາດ. ນອກຈາກການຮັບປະກັນກ່ຽວກັບຄອກແລ້ວ, ອາຫານຂອງໂອງມັງ ແມ່ນກິນປະເພດໃບໄມ້ເປັນຕົ້ນຕໍຄືແບ້. ເມື່ອເຂົາອ່ອນໂຕໂອງມັງເລີ່ມຂຶ້ນ ຈຶ່ງຈະຕ້ອງການມີການເບິ່ງແຍງເປັນພິເສດ ເພື່ອໃຫ້ເຂົາອ່ອນບັນລຸດ້ານມາດຖານນ້ຳໜັກ, ມີຄຸນນະພາບສູງກ່ວາ. ໂຕໂອງນັ່ງອາຍຸ 3 ປີ ເລີ່ມໃຫ້ເກັບເອົາເຂົາອ່ອນແລ້ວ. ໂຕໃຫຍ່ເອົາເຂົາອ່ອນໄດ້ 0,5 ກິໂລກຼາມ ແລະ 1 ປີເອົາ 2 ເທື່ອ. ປະຈຸບັນ, ລາຄາຕະຫລາດປະມານ 2,5 ລ້ານດົ່ງ/ກຼາມ, ແຕ່ລະປີ ໂອງນັ່ງ 1 ໂຕສ້າງລາຍຮັບໄດ້ປະມານ 25 ລ້ານດົ່ງ ຈາກການຂາຍເຂົາອ່ອນ.

ທ່ານ ເຈິ່ນນາມແຢງ, ຫົວໜ້າຫ້ອງການເສດຖະກິດ - ພື້ນຖານໂຄງລ່າງເມືອງ ມາງຢາງ, ແຂວງ ຢາລາຍ ໃຫ້ຮູ້ວ່າ: ຮູບການລ້ຽງ ໂຕໂອງມັງ ໄດ້ປະຕິບັດໂດຍການຫັກຈາກແຫຼ່ງທຶນພາລະກິດວິທະຍາສາດເຕັກໂນໂລຊີຂອງເມືອງ ແລະ ສ່ວນໜຶ່ງແມ່ນທຶນຂອງປະຊາຊົນ. ຫລາຍຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ ກໍ່ໄດ້ຮັບການໜູນຊ່ວຍ, ໃນເບື້ອງຕົ້ນຮູບການເສີມຂະຫຍາຍໄດ້ປະສິດທິຜົນ, ຊ່ວຍໃຫ້ປະຊາຊົນມີວິທີຫາເງິນລ້ຽງຊີບ ແລະ ມີຊີວິດການເປັນຢູ່ທີ່ພໍຢູ່ພໍກິນຈາກການລ້ຽງໂຕໂອງມັງ. ທ່ານ ເຈິ່ນນາມແຢງ ໃຫ້ຮູ້ວ່າ:

ເມື່ອປະຕິບັດໂຄງການນີ້ ພວກຂ້າພະເຈົ້າໄດ້ຮ່ວມສຳພັນກັບບັນດາສະຫະກອນ ເມື່ອມີຜະລິດຕະພັນກໍ່ຈະຈຳໜ່າຍໃຫ້ປະຊາຊົນ ເພື່ອມີຄວາມອຸ່ນອ່ຽນໃຈ. ແລະ ໃນໄລຍະຜ່ານມາ ປະຊາຊົນໄດ້ປະຕິບັດຮູບການດັ່ງກ່າວຢ່າງມີປະສິດທິຜົນ ສະນັ້ນ ພໍ່ແມ່ປະຊາຊົນມີຄວາມພາກພູມໃຈ ແລະ ປາດຖະໜາຢາກທະວີຄູນຮູບການດັ່ງກ່າວ ໃຫ້ນັບມື້ນັບພັດທະນາໃນບໍລິເວນເມືອງ.

ເລື່ອງຫັນປ່ຽນແນວພັນປູກ, ພັນສັດລ້ຽງໃຫ້ເໝາະສົມ ແມ່ນໜຶ່ງໃນບັນດາມາດຕະການ ເພື່ອແນໃສ່ພັດທະນາພື້ນຖານການຜະລິດກະສິກຳຂອງບັນດາທ້ອງຖິ່ນ, ໃນນັ້ນມີແຂວງ ຢາລາຍ. ຮູບການລ້ຽງໂຕໂອງມັງ ເອົາເຂົາອ່ອນຢູ່ເມືອງ ຢາງມາງ ພວມໄດ້ຮັບຄວາມສົນໃຈຈາກປະຊາຊົນລ້ຽງສັດ ກໍ່ຄືຜູ້ບໍລິໂພກ. ດ້ວຍການໜູນຊ່ວຍຈາກອຳນາດການປົກຄອງທ້ອງຖິ່ນ, ປະຊາຊົນຢູ່ເມືອງ ຢາງມາງ ດຽວນີ້ກໍ່ກ້າທີ່ຈະລົງທຶນເຂົ້າຮູບການລ້ຽງໂຕໂອງມັງເອົາເຂົາອ່ອນ ເພື່ອພັດທະນາເສດຖະກິດ, ສ້າງລາຍຮັບໃຫ້ແກ່ຄອບຄົວ. ຜົນສຳເລັດຈາກຮູບການລ້ຽງໂຕໂອງມັງເອົາເຂົາອ່ອນຂອງບັນດາຄອບຄົວຢູ່ເມືອງ ຢາງມາງ ແມ່ນແບບຢ່າງໜຶ່ງ ໃນວິວັດການຫັນປ່ຽນສັດລ້ຽງເພື່ອພັດທະນາເສດຖະກິດຢູ່ແຂວງ ຢາລາຍ./.

ຕອບກັບ