ບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ແທດຈິງ ໃນເດືອນມະນຸດສະທຳປີ 2019

Bui Hang
Chia sẻ
(VOVWORLD) -“ເດືອນມະນຸດສະທຳ” ປີ 2019 ໄດ້ຖືກຜັນຂະຫຍາຍໃນຂອບເຂດທົ່ວປະເທດ ແຕ່ວັນທີ 1 ພຶດສະພາ ຫາວັນທີ 31 ພຶດສະພາ ດ້ວຍບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ຕິດແທດຕົວຈິງ. ຜ່ານນັ້ນກໍ່ເຮັດໃຫ້ບັນດາຄຸນຄ່າ ແລະ ມູນເຊື້ອຮັກແພງມະນຸດດ້ວຍກັນອັນສູງສົ່ງຂອງຊາດຫວຽດນາມ ໃຫ້ເລິກເຊິ່ງ ແລະ ແຜ່ກະຈາຍໃນປະຊາຊົນທຸກຊັ້ນຄົນ ແລະ ກຳລັງສັງຄົມ
ບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ແທດຈິງ ໃນເດືອນມະນຸດສະທຳປີ 2019 - ảnh 1ວັນບໍລິຈາກເລືອດມະນຸດສະທຳປີ 2019 

ຫົວຂໍ້ “ເດືອນມະນຸດສະທຳ” ປີ 2019 ແມ່ນການເຊື່ອມຕໍ່, ແບ່ງປັນ ແລະ ແຜ່ກະຈາຍ, ໃນນັ້ນສະພາບກາແດງ ຫວຽດນາມ ມີບົດບາດເປັນຫຼັກແຫຼ່ງແກ່ນສານ, ປຸກລະດົມ ແລະ ເຊື່ອມຕໍ່ໝາກຫົວໃຈ ທີ່ຮັກແພງມຸດນຸດນັບລ້ານຄົນທັງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອພ້ອມກັນແບ່ງປັນ, ຊ່ວຍເຫຼືອບັນດາຜູ້ທີ່ມີສະພາບຫຍຸ້ງຍາກ. ບັນດາການເຄື່ອນໃນ “ເດືອນມະນຸດສະທຳ” ປີ 2019 ໄດ້ປະກອບສ່ວນເພື່ອໂຄສະນາສານ, ຫົວຂໍ້ຂອງວັນກາແດງ ແລະ ຊິກວົງເດືອນແດງສາກົນ ປີ 2109 ໃຫ້ເປັນລະອຽດ ແລະ ເລິກເຊິ່ງກວ້າງຂວາງ. ທ່ານ ນາງ ຫງວຽນທິຊວນທູ ປະທານສະພາກາແດງຫວຽດນາມ ໃຫ້ຮູ້ວ່າ:

      “ພວກຂ້າພະເຈົ້າໄດ້ຮຽກຮ້ອງໃຫ້ບັນດາອົງການ, ສ່ວນບຸກຄົນ, ບັນດານັກວິທະຍາສາດຜູ້ໃຈບຸນໃຈກຸສົນ ແລະ ວົງຄະນາຍາດທັງໝົດ,  ພິເສດແມ່ນພະນັກງານສະພາກາແດງ ຈົ່ງຕັ້ງໜ້າເຂົ້າຮ່ວມຕອບສະໜອງເດືອນມະນຸດສະທຳ ແລະ ມີບັນດາຮູບການເຄື່ອນໄຫວທີ່ອຸດົມສົມບູນ ຫຼາຍຮູບຫຼາຍແບບ, ດູດດື່ມເພື່ອໃຫ້ເດືອນມະນຸດສະທຳກາຍເປັນ ເດືອນຂອງທຸກໆຄົນ”.

      ໃນ “ເດືອນມະນຸດສະທຳ” ປີ 2019 ມີບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ຕິດແທດຕົວຈິງຄື ຊ່ວຍໜູນທຶນເພື່ອພັດທະນາການຜະລິດ, ໜູນຊ່ວຍເຮືອນຢູ່; ມອບຂອງຂວັນໃຫ້ບັນດາຄອບຄົວຜູ້ຮັບເຄາະຮ້າຍຈາກອຸປະຕິເຫດ, ເດັກທີ່ປະສົບກັບຄວາມຫຍຸ້ງຍາກ; ຂົນຂວາຍບັນດາອົງການ, ສຳນັກງານ, ວິສາຫະກິດຜັນຂະຫຍາຍການກໍ່ສ້າງກິດຈະກຳມະນຸດສະທຳ. ພ້ອມກັນນັ້ນກໍ່ແມ່ນການເຄື່ອນໄຫວກວດພະຍາດ, ໃຫ້ຄຳປຶກສາດ້ານສຸຂະພາບ, ສະໜອງຢາໂດຍບໍ່ຄິດຄ່າ ໃຫ້ແກ່ບັນດາຜູ້ທີ່ປະສົບຄວາມຫຍຸ້ງຍາກ; ຂົນຂວາຍການບໍລິຈາກເລືອດມະນຸດສະທຳ, ແນະນຳລະດັບຄວາມຮູ້, ທັກສະໃນການປະຖົມພະຍາບານ, ປ້ອງກັນ ແລະ ຮັບມືກັບໄພພິບັດ. ພ້ອມກັນນັ້ນ, ສະພາກາແດງຂັ້ງຕ່າງໆ  ກໍ່ເລັ່ງໃສ່ການພັດທະນາການເຄື່ອນໄຫວມະນຸດສະທຳ ໂດຍສະພາກາແດງເປັນແກ່ນສານ, (ທິມງານກວດ, ປິ່ນປົວພະຍາດ ກາແດງເຄື່ອນທີ່, ກອງນັກອາສາສະໝັກກາແດງປະຖົມພະຍາບານ, ຂົນຂວາຍບໍລິຈາກເລືອດ, ບໍລິຈາກອະໄວຍະວະໂດຍມະນຸດສະທຳ). ພ້ອມກັນນັ້ນສະພາກາແດງ ຫວຽດນາມ ກໍ່ໄດ້ຈັດບັນດາການເຄື່ອນໄຫວທີ່ເປັນກຸ່ມແຂ່ງຂັນ: ປຸກລະດົມບັ້ນເຄື່ອນໄຫວ “ບັນດາຢາດເລືອດແດງ” ລະດູຮ້ອນປີ 2019, “ການເດີນທາງຂົນຂວາຍບໍລິຈາກເລືອດ” … ອ້າຍ ເລແອັງຕ໊ວນຢູ່ເມືອງຮວ່ານກ໊ຽມ ຮ່າໂນ້ຍ ໃຫ້ຮູ້ວ່າ:

      “ຂ້າພະເຈົ້າບໍລິຈາກເລືອດເປັນປະຈຳ. ມື້ນີ້ໄປບໍລິຈາກເລືອດ ກໍ່ເຫັນວ່າມີໂຕະ ຈົດທະບຽນກ່ຽວກັບການບໍລິຈາກອະໄວຍະວະ, ດັ່ງນັ້ນຂ້າພະເຈົ້າກໍ່ເຂົ້າຮ່ວມເລີຍ. ຖ້າຫາກ ວ່າເຮົາບໍລິຈາກອະໄວຍະວະ ເພື່ອເຫດຜົນໃດໜຶ່ງນັ້ນ, ອະໄວຍະວະຂອງເຮົາຈະຊ່ວຍໃຫ້ບັນດາຄົນເຈັບທີ່ພວມຕ້ອງການ, ນັ້ນກໍ່ແມ່ນວຽກງານທີ່ດີ”. 

     ສະພາກາແດງ ຫວຽດນາມ ຍັງຊຸກຍູ້ຂະບວນການແຂ່ງຂັນເຮັດວຽກ ເພື່ອການກຸສົນຢ່າງເລິກເຊິ່ງກວ້າງຂວາງ ໃນບັນດາອົງການສຳນັກງານ ແລະ ປະຊາຊົນທຸກໆຄົນ; ຍູ້ແຮງວຽກງານຂົນຂວາຍ ແຫຼ່ງກຳລັງຢູ່ທ້ອງຖິ່ນ ເພື່ອໜູນຊ່ວຍບັນດາຜູ້ທີ່ມີສະພາບຫຍຸ້ງຍາກ ເພື່ອໃຫ້ເຂົາເຈົ້າບືນຕົວຂຶ້ນ ເພື່ອເຊື່ອມຕົວເຂົ້າກັບສັງຄົມ. ນາງ ຫງວຽນທິຊວນທູ ໃຫ້ຮູ້ຕື່ມອີກວ່າ:

     “ເປົ້າໝາຍມະນຸດສະທຳປີ 2019 ແມ່ນຂົນຂວາຍ ແລະ ໜູນຊ່ວຍມະນຸດສະທຳໃຫ້ແກ່ປະມານ 100.000 ຄົນ. ປີ 2018 ຈຳນວນເງິນທີ່ຂົນຂວາຍໄດ້ໃນເດືອນມະນຸດສະທຳ ແມ່ນຫຼາຍກວ່າ 240 ຕື້ດົ່ງ ແລະ ຊ່ວຍໜູນໃຫ້ຜູ້ມີສະພາບຄອບຄົວຫຍຸ້ງຍາກເປັນພິເສດ ໄດ້ກວ່າ 600.000 ເທື່ອຄົນ. ປີນີ້, ດ້ວຍການເຂົ້າຮ່ວມຢ່າງຕັ້ງໜ້າ ຂອງອຳນາດການປົກຄອງທ້ອງຖິ່ນຂັ້ນຕ່າງໆ ກໍ່ຄືປະຊາຄົມວິສາຫະກິດ, ບັນດາຜູ້ໃຈບຸນໃຈກຸສົນ, ພວກຂ້າພະເຈົ້າກໍ່ມີຄວາມຫວັງວ່າພວກເຮົາຈະບັນລຸໝາກຜົນທີ່ດີກວ່າ”.

      ໃນ “ເດືອນມະນຸດສະທຳ” ປີ 2019, ສະພາກາແດງ ຫວຽດນາມ ໄດ້ສົມທົບກັບບາງຫົວໜ່ວຍ ປະຕິບັດການເຄື່ອນໄຫວ ສົ່ງຂໍ້ຄວາມຜ່ານໂທລະສັບມືຖື ເພື່ອສະໜັບສະໜູນລາຍການ “ຊາຍຄາອົບອຸ່ນມະນຸດສະທຳ ເພື່ອຄົນທຸກຍາກເຂດຊາຍແດນ”. ຈຳນວນເງິນທັງໝົດທີ່ປະກອບສ່ວນຂອງປະຊາຊົນ ຈະໄດ້ນຳໃຊ້ເພື່ອໜູນຊ່ວຍກໍ່ສ້າງ ແລະ ແນະນຳວິທີທຳມາຫາກິນໃຫ້ແກ່ຜູ້ທຸກຍາກຢູ່ເຂດຊາຍແດນ. ນີ້ແມ່ນລາຍການທີ່ມີຄວາມໝາຍແທດຈິງ ປະກອບສ່ວນປະຕິບັດເປົ້າໝາຍ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງຂອງພັກ ແລະ ລັດ ຫວຽດນາມ. ທ່ານ ດັ້ງມິງຕ໊ຽນ ຫົວໜ້າຄະນະວຽກງານສັງຄົມ, ສະພາກາແດງ ຫວຽດນາມ ໃຫ້ຮູ້ວ່າ:

      “ມີໂຮງໄປສະນີຂັ້ນເມືອງກວ່າ 700 ແຫ່ງໄດ້ສົມທົບກັນຕັ້ງ ຫີບເງິນແຜ່ບໍລິຈາກ. ນີ້ກໍ່ແມ່ນຮູບການເພື່ອແຜ່ບໍລິຈາກເງິນຊ່ວຍເຫຼືອຂອງວົງຄະນາຍາດ ຢູ່ສະຖານທີ່ຕ່າງໆ, ເງິນທີ່ເລ້ຍລາຍມາໄດ້ຈະປະກອບສ່ວນເຂົ້າໃນການຊ່ວຍໜູນປະຊາຊົນໃນວົງຄະນາຍາດ”.

      ບັນດາການເຄື່ອນໄຫວໃນ “ເດືອນມະນຸດສະທຳ” ປີ 2019 ໄດ້ປະກອບສ່ວນແຜ່ກະຈາຍບັນດາຄຸນຄ່າ ແລະ ມູນເຊື້ອຮັກແພງມະນຸດອັນສູງສົ່ງຂອງຊາດ ໃນໝູ່ປະຊາຊົນທຸກຊັ້ນຄົນ ແລະ ກຳລັງສັງຄົມ.        ບັນດາການເຄື່ອນໄຫວມະນຸດສະທຳໃນຂອບເຂດທົ່ວປະເທດ ໄດ້ປະກອບສ່ວນກໍ່ສ້າງກຸ້ມກ້ອນມະຫາສາມັກມັກທົ່ວປວງຊົນທັງຊາດ, ສ້າງວົງຄະນາຍາດແຫຼ່ງຄວາມຜູກພັນ, ຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

ຕອບກັບ