ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການກວດ ແລະ ປິ່ນປົວພະຍາດຢູ່ເຂດຫ່າງໄກສອກຫຼີກ

Thu Hang
Chia sẻ
(VOVWORLD) -ດ້ວຍຄວາມມານະພະຍາຍາມຂອງທິມງານແພດໝໍ, ຜະລິດຕະພັນນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ເພື່ອສ້າງຊອັບແວຄຸ້ມຄອງການເຄື່ອນໄຫວຂອງ ສຸກສາລາຕ່າງໆ ໃນບໍລິເວນແຂວງ ດັກລັກ, ສາມາດລື່ນກາຍຜະລິດຕະພັນກວ່າ 600 ຢ່າງທີ່ເຂົ້າຮ່ວມການແຂ່ງຂັນຂອງ 10 ປະເທດ ແລະ ເຂດແຄ້ວນໃນໂລກ, ຄວ້າໄດ້ຫຼຽນຄຳທີ່ງານວາງສະແດງສາກົນກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຊີເຊິ່ງຖືກຈັດຂຶ້ນຢູ່ສ.ເກົາຫຼີ. ສິ່ງທີ່ໜ້າສົນໃຈກວ່າໝູ່ ນັ້ນແມ່ນຂະແໜງນີ້ສາມາດຊ່ວຍໃຫ້ຂະແໜງສາທາລະນະສຸກນຳໃຊ້ແຫຼ່ງຊັບພະຍາກອນມະນຸດຢ່າງມີປະສິດທິຜົນ ແລະ ປະຊາຊົນຢູ່ຫ່າງໄກສອກ ຫຼີກຈະໄດ້ຊົມໃຊ້ການບໍລິການ ສາທາລະນະສຸກ ທີ່ມີຄຸນນະພາບສູງຢູ່ຂັ້ນຮາກຖານ
ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການກວດ ແລະ ປິ່ນປົວພະຍາດຢູ່ເຂດຫ່າງໄກສອກຫຼີກ - ảnh 1ພາບປະກອບ 

ທ່ານໝໍລົງເລິກຂະແໜງ2 ຢວານຮີ້ວລອງ, ຜູ້ຮັບຜິດຊອບຫົວເລື່ອງຂອງ ຊອັບແວນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ເພື່ອສ້າງຊອັບແວຄຸ້ມຄອງການເຄື່ອນໄຫວຂອງສຸກສາລາໃນບໍລິເວນແຂວງ ດັກລັກ ໃຫ້ຮູ້ວ່າ: ໃນຕົວຈິງ, ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ຕົ້ນຕໍຖືກປະຕິບັດຢູ່ບາງໂຮງໝໍຂັ້ນເມືອງ, ຂັ້ນແຂວງເຊິ່ງແມ່ນແຫ່ງທີ່ມີເງິນລົງທຶນຢ່າງຫຼວງຫຼາຍ ເພື່ອພັດທະນາໂຄງລ່າງເຕັກນິກ ແລະ ມີກຳລັງແຮງງານຢ່າງຫຼວງຫຼາຍ, ລະດັບວິຊາຊີບສູງ. ໃນຂະນະນັ້ນ ຢູ່ບັນດາສຸກສາລາຂັ້ນຕາແສງ, ພື້ນຖານວັດຖຸ, ບຸກຄະລາກອນຍັງບໍ່ທັນໄດ້ຮັບຄວາມເອົາໃຈໃສ່ຢ່າງເຕັມສ່ວນ. ສິ່ງນີ້ໄດ້ເຮັດໃຫ້ວຽກງານຄຸ້ມຄອງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ… ຫົວເລື່ອງຄົ້ນຄວ້າດັ່ງກ່າວໄດ້ຖືກສ້າງຂຶ້ນກໍ່ຍ້ອນສາຍເຫດນີ້. ທ່ານໝໍ ຢວານຮິວລອງ ໃຫ້ຮູ້ວ່າ:

        “ໂດຍເລີ່ມມາຈາກພຶດຕິກຳຕົວຈິງ, ທີໜຶ່ງ ແມ່ນລະບົບສາທາລະນະສຸກຂັ້ນຮາກຖານຕ້ອງການມີເຄື່ອງມື ເພື່ອຊ່ວຍພະນັກງານການແພດ  ປະຕິບັດພາລະໜ້າທີ່ກວດ ແລະ ປິ່ນປົວພະຍາດກໍ່ຄືຜູ້ຄຸ້ມຄອງ ປະຕິບັດວຽກງານຄຸ້ມຄອງ ແລະ ພິເສດແມ່ນເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ການບໍລິການ ໃນເວລາອັນສັ້ນໆທີ່ສຸດ. ໃນຂະນະນັ້ນ ການແພດຂັ້ນຮາກຖານ, ພິເສດແມ່ນສຸກສາລາເກືອບຄືວ່າ ບັນດານັກລົງທຶນ ກໍ່ຄືນັກຄຸ້ມຄອງຍັງບໍ່ທັນໄດ້ເອົາໃຈໃສ່ ເພື່ອໃຫ້ມີຊອັບແວສັງລວມໃຫ້ແກ່ສຸກສາລາ ປະຕິບັດວຽກງານກວດ ແລະ ປິ່ນປົວພະຍາດ. ທີສອງ ແມ່ນໃນປັດຈຸບັນ, ຍັງບໍ່ທັນມີມາດຕະການແກ້ໄຂທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານຢ່າງຄົບຊຸດ ເພື່ອຊ່ວຍໃຫ້ລະບົບສາທາລະນະສຸກປະຕິບັດໄດ້ຢ່າງຄົບຊຸດ. ຍ້ອນເຫດນີ້ເອງ, ຄະນະຮັບຜິດຊອບຈຶ່ງຍົກອອກມາດຕະການແກ້ໄຂ ນັ້ນແມ່ນຜັນຂະຫຍາຍລະບົບຊອັບແວສັງລວມ ຄຸ້ມຄອງການແພດຂັ້ນທ້ອງຖິ່ນ”.

          ຢູ່ທີ່ສຸກສາລາຕາແສງ ເຕິນເລິ້ຍ, ນະຄອນບວນມາຖວດ, ການນຳໃຊ້ຊອັບແວດັ່ງກ່າວຢ່າງຄົບຊຸດສາມາດເຄື່ອນໄຫວຢ່າງມີປະສິດທິຜົນ ເພື່ອລາຍງານສະຖີຕິໃນຂົງເຂດສາທາລະນະສຸກ, ເຊື່ອມຕໍ່ຂໍ້ມູນໃນການຊຳລະປະກັນສຸຂະພາບ, ການຄຸ້ມຄອງຢາປົວພະຍາດ, ຄຸ້ມຄອງການສັກຢາ, ອັນໄດ້ຊ່ວຍພະນັກງານ ພະລາກອນສຸກສາລາປະຢັດເວລາໄດ້ຢ່າງຫຼວງຫຼາຍ ເມື່ອປະຕິບັດໜ້າທີ່ຂອງຕົນ. ນາງ ຮ່າທິຢຸງ ພະນັກງານຮັບຜິດຊອບວຽກງານການຢາໃນສຸກສາລານີ້ ໃຫ້ຮູ້ວ່າ:

  “ເມື່ອຜັນຂະຫຍາຍນຳໃຊ້ຊອັບແວນີ້ ເຂົ້າໃນການກວດ ແລະ ປົວພະຍາດເວົ້າລວມ ແລະ ການຄຸ້ມຄອງການຢາເວົ້າສະເພາະ, ມັນໄດ້ຊ່ວຍຫຼຸດຜ່ອນເວລາໄດ້ຢ່າງ ຫຼວງຫຼາຍ. ເມື່ອກ່ອນນີ້ ເຮັດດ້ວຍມືກໍ່ຕ້ອງມີການຄິດໄລ່ແມ່ນເສຍເວລາແຕ່ 5 ຫາ 6 ວັນຈຶ່ງເຮັດບົດລາຍງານສຳເລັດ,  ແຕ່ໃນປັດຈຸບັນເຮົາສາມາດເຮັດພຽງແຕ່ 30 ນາທີ ຫາ 1 ຊົ່ວໂມງເທົ່ານັ້ນກໍ່ສາມາດສຳເລັດ. ທັງນີ້ກໍ່ຊ່ວຍປະຢັດເວລາ, ຄົນເຈັບກໍ່ບໍ່ຕ້ອງລໍຖ້າດົນ”.

     ສຳລັບສຸກສາລາຕາແສງ ແທັ່ງກົງ, ນະຄອນບວນມາຖວດ, ນັບແຕ່ເມື່ອນຳໃຊ້ຊອັບແວດັ່ງກ່າວ, ນອກຈາກຄຸນປະໂຫຍດໃນວຽກງານການຄຸ້ມຄອງກວດ ແລະ ປິ່ນປົວພະຍາດ, ການຢາ, ສະຖີຕິຂໍ້ມູນ, ການເຊື່ອມຕໍ່ການຊຳລະປະກັນສຸຂະພາບ ແລະ ຂໍ້ມູນຂອງການກວດ ແລະ ປິ່ນປົວພະຍາດໄດ້ຮັບການອັບເດດຢ່າງ ວອ່ງໄວ, ສາມາດຫຼຸດຜ່ອນເວລາລໍຖ້າໃຫ້ແກ່ຄົນເຈັບ, ເພີ່ມຄວາມພໍໃຈ ແລະ ດຶງດູດຄົນເຈັບມາປິ່ນປົວຢູ່ສຸກສາລານີ້ຫຼາຍກວ່າ. ທ່ານໝໍ ໂດ໊ມິງຫາຍ ຮອງຫົວໜ້າສຸກສາລາຕາແສງ ແທັ່ງກົງ ເວົ້າວ່າ:

“ຊອັບແວດັ່ງກ່າວໄດ້ຖືກນຳເຂົ້າຜັນຂະຫຍາຍນັບແຕ່ປີ 2016, ນັບແຕ່ນັ້ນເປັນຕົ້ນມາ, ວຽກງານຂອງສຸກສາລາກໍ່ມີຄວາມສະດວກທີ່ສຸດໃນການປິ່ນປົວພະຍາດ, ຄຸ້ມຄອງຄົນເຈັບ, ຄົນເຈັບເມື່ອມາກວດກໍ່ບໍ່ຕ້ອງລໍຖ້າດົນ, ການຄຸ້ມຄອງ ແລະ ການສະໜອງຢາປົວພະຍາດກໍ່ມີຄວາມສະດວກທີ່ສຸດ.”.

      ຊອັບແວຄຸ້ມຄອງການເຄື່ອນໄຫວຂອງສຸກສາລາໃນບໍລິເວນແຂວງ ດັກລັກ ໄດ້ຖືກຜັນຂະຫຍາຍຢູ່ຮາກຖານກວດ ແລະ ປິ່ນປົວພະຍາດກວ່າ 300 ແຫ່ງຢູ່ ຫວຽດນາມ ດ້ວຍຄ່າໃຊ້ຈ່າຍຕ່ຳກວ່າປະມານ 30% ເມື່ອທຽບໃສ່ມາດຕະການແກ້ໄຂດ້ານການຄ້າອື່ນໆ. ສຳລັບຂົງເຂດຄຸ້ມຄອງການແພດຂັ້ນຮາກຖານ, ຖ້າຫາກນຳໃຊ້ຊອັບແວນີ້ກໍ່ຄາດວ່າແຕ່ລະແຂວງ, ນະຄອນສາມາດປະຢັດເງິນໄດ້ປະມານ 22 ຕື້ດົ່ງຕໍ່ປີ. ດ້ວຍບັນດາໜ້າທີ່ຂອງລະບົບສາທາລະນະສຸກ ອັດສະລິຍະ, ຊອັບແວຄຸ້ມຄອງການເຄື່ອນໄຫວສຸກສາລາໃນບໍລິເວນແຂວງ ດັກລັກ ໄດ້ປະກອບສ່ວນສຳຄັນເຮັດໃຫ້ໂສມໜ້າ ຂອງຂະແໜງສາທາລະນະສຸກຫວຽດນາມປ່ຽນແປງໄປ.

ຕອບກັບ