ນັກຮຽນແຂວງ ເລິມດົ່ງ ຜະລິດກະສິກຳໂດຍນຳໃຊ້ເຕັກໂນໂລຊີສູງ

Thu Hang
Chia sẻ
(VOVWORLD) -ສຳລັບຫຼາຍຄົນແລ້ວ, ກະສິກຳເຕັກໂນໂລຊີສູງ ຍັງຄົງແມ່ນສິ່ງທີ່ຫ່າງໄກກັບຊາວກະສິກອນ. ຢູ່ບາງທ້ອງຖິ່ນກໍ່ໄດ້ມີວິທີສຳພັດກັບບັນຫານີ້ແບບພິເສດ, ນັ້ນແມ່ນນຳກະສິກຳເຕັກໂນໂລຊີສູງເຂົ້າໃນເນື້ອໃນການບຳລຸງສ້າງໃນໂຮງຮຽນ. ນີ້ແມ່ນວິທີສຳພັດທີ່ມີຜົນປະໂຫຍດ, ແມ່ນການລົງທຶນຍາວນານ ແລະ ບັນລຸປະສິດທິຜົນ. ຢູ່ໃຈກາງນະຄອນດ່າລາດ ກໍ່ມີເຂດສ່ວນປູກຜັກ, ດອກໄມ້ໂດຍນຳໃຊ້ເຕັກໂນໂລຊີສູງ. ເຂດສວນແຫ່ງນີ້ແມ່ນສະຖານທີ່ເຊິ່ງບັນດານັກຮຽນ ສັງກັດໂຮງຮຽນກິນນອນຊົນເຜົ່າແຂວງ ເລິມດົ່ງ ໃນແຕ່ລະວັນໄດ້ມາຝຶກຫັດເພື່ອຮັບເອົາຄວາມຮູ້ ກ່ຽວກັບແນວປູກ, ຮຽນວິຊາຊີບຜະລິດກະສິກຳ ແລະ ພ້ອມກັນສ້າງກອງທຶນສົ່ງເສີມການຮ່ຳຮຽນ.
ນັກຮຽນແຂວງ ເລິມດົ່ງ ຜະລິດກະສິກຳໂດຍນຳໃຊ້ເຕັກໂນໂລຊີສູງ  - ảnh 1ສວນເຮືອນແກ້ວ 

   ເຂດສວນ ນີ້ນອນຢູ່ໃນໂຮງຮຽນກິນນອນຊົນເຜົ່າແຂວງ ເລິມດົ່ງ ໄດ້ເຮັດໃຫ້ຫຼາຍຄົນຕົກສະເງິກ່ຽວກັບລະດັບມືອາຊີບ. ເຂດສວນມີເນື້ອທີ່ກວ້າງ 500 ຕາແມັດ ຖືກປະກອບດ້ວຍເຮືອນແກ້ວ, ມີລະບົບໃສ່ຝຸ່ນ ແລະ ຫົດນ້ຳໂດຍອັດຕະໂນມັດ ເພື່ອປູກສະເພາະແຕ່ດອກໄມ້. ຍັງມີດິນເນື້ອທີ່ໜຶ່ງຢູ່ໃກ້ກັບເຂດປູກດອກໄມ້ ຖືກປະກອບດ້ວຍລະບົບຫົດນ້ຳໃນເຮືອນແກ້ວ ເພື່ອປູກຜັກສະອາດປອດສານຜິດ. ຢູ່ແຫ່ງນີ້, ຄູອາຈານ ແລະ ນັກຮຽນຂອງໂຮງຮຽນກໍ່ໄດ້ຝຶກຫັດກ່ຽວກັບການຜະລິດກະສິກຳ. ເຂດສວນນີ້ບໍ່ພຽງແຕ່ເປັນສະຖານທີ່ ເພື່ອໃຫ້ນັກຮຽນລົງຝຶກຫັດຕົວຈິງເທົ່ານັ້ນ ຫາກຍັງສາມາດສ້າງເປັນກອງທຶນສົ່ງເສີມການຮ່ຳຮຽນໃຫ້ແກ່ໂຮງຮຽນ. ອ້າຍຄູ ນົງວັນຮຶງ ຫົວໜ້າຄະນະຊາວໜຸ່ມໂຮງຮຽນມັດທະຍົມຕອນປາຍຊົນເຜົ່າກິນນອນ ເລິມດົ່ງ ໃຫ້ຮູ້ວ່າ ຄູອາຈານໄດ້ແນະນຳບັນດາຂັ້ນຕອນ, ສ່ວນທີ່ຍັງເຫຼືອພວກນ້ອງນັກຮຽນກໍ່ຕ້ອງຈັດແບ່ງວຽກງານໃຫ້ແຕ່ລະຄົນ ເພື່ອບົວລະບັດຮັກສາສວນ. ບັນດາຂັ້ນຕອນຄືກ້າເບ້ຍໄມ້, ປຸງຝຸ່ນ, ນັດເວລາຫົດນ້ຳ, ກໍ່ລ້ວນແຕ່ແມ່ນພວກນ້ອງນັກຮຽນເຮັດເອງ. ພາຍຫຼັງລະດູການປູກ ດອກໄມ້ ແລະ ປູກຜັກ, ລະດັບຄວາມຮູ້ກ່ຽວກັບອາຊີບການຜະລິດກະສິກຳ ຂອງພວກນ້ອງກໍ່ໄດ້ດີຂຶ້ນກວ່າເກົ່າ. ພວກນ້ອງນັກຮຽນສ່ວນຫຼາຍໄດ້ຮູ້ວິທີສັງເກດ ລະດັບຄວາມຊຶມຂອງອາກາດ ເພື່ອຈະຮູ້ວ່າໃນຊຸມມື້ທີ່ຈະມາເຖິງ ຕົ້ນໄມ້ປູກຈະມີປະກົດການແນວໃດ ແລະ ຈະວາງອອກວິທີປ້ອງກັນ ແລະ ປາບສັດຕູພືດ.

        ພາຍໃຕ້ການແນະນຳຂອງຄູອາຈານ, ນັກຮຽນນັບ 100 ຄົນກໍ່ໄດ້ປະຕິບັດຕາມຂັ້ນຕອນການຜະລິດ ແລະ ໄດ້ສະໜອງດອກເບນຈະມາດນັບ 1.000 ງ່າອອກສູ່ທ້ອງຕະຫຼາດໃນແຕ່ລະລະດູການເກັບກູ້. ອ້າຍຄູ ນົງວັນຮຶງ ໃຫ້ຮູ້ວ່າ:

       “ເມື່ອປູກດອກໄມ້, ພວກນ້ອງນັກຮຽນກໍ່ໄດ້ມີເງິນຕື່ມອີກ. ຄະນະຊາວໜຸ່ມຈະຫັກເງິນສ່ວນໜຶ່ງເພື່ອໃຫ້ພວກນ້ອງເຄື່ອນໄຫວ ໃນຄະນະຊາວໜຸ່ມເພື່ອໃຫ້ການເຄື່ອນໄຫວມີປະສິດທິຜົນກວ່າເກົ່າ. ສຳລັບການນຳໃຊ້ກອງທຶນນີ້ ໃນການຮຽນ, ພວກນ້ອງກໍ່ໄດ້ໃຊ້ຈ່າຍຕື່ມ ເພື່ອຊື້ບັນດາເອກະສານ, ອຸປະກອນການຮຽນ ແລະ ຫັກເງິນສ່ວນໜຶ່ງເພື່ອຊື້ຂອງຂວັນມອບໃຫ້ນ້ອງນັກຮຽນຢູ່ເຂດຫ່າງໄກສອກຫຼີກ”.

     ເຂດສວນເຮືອນແກ້ວໄດ້ຮັບການລົງທຶນຈາກໂຮງຮຽນເປັນຈຳນວນເງິນ 150 ລ້ານກວ່າດົ່ງ. ນີ້ແມ່ນສະຖານທີ່ ເພື່ອໃຫ້ຄູອາຈານ ແລະ ນັກຮຽນພ້ອມກັນຝຶກຫັດຕົວຈິງໃນການປູກຜັກດອກໄມ້ ໂດຍນຳໃຊ້ເຕັກໂນໂລຊີສູງໃນຫຼາຍປີມານີ້. ພາຍຫຼັງຊົ່ວໂມງຮຽນວັດທະນະທຳໃນຫ້ອງແລ້ວ, ພວກນ້ອງນັກຮຽນສັງກັດໂຮງຮຽນມັດທະຍົມຕອນຕົ້ນຊົນເຜົ່າກິນນອນແຂວງ ເລິມດົ່ງ ກໍ່ຍັງໄດ້ປະຕິບັດຕົວຈິງເພື່ອຮັບເອົາຄວາມຮູ້ ກ່ຽວກັບຜະລິດກະສິກຳໂດຍນຳໃຊ້ເຕັກໂນໂລຊີສູງ. ນ້ອງ ຢະກາດເຟືອງ ນັກຮຽນຫ້ອງ ມໍ 7B  ໃຫ້ຮູ້ວ່າ:

     “ຜ່ານສວນເຮືອນແກ້ວ, ພວກນ້ອງກໍ່ໄດ້ຮູ້ວິທີເຮັດໃຫ້ດິນຜຸຍຂຶ້ນ, ຮູ້ວິທີໃສ່ຝຸ່ນ ແລະ ຫົດນ້ຳທີ່ເໝາະສົມ. ບັນດາຂັ້ນຕອນເພື່ອໃຫ້ຜັກ ແລະ ໝາກໄມ້ເຕີບໂຕດີທີ່ສຸດ. ນອກຈາກນັ້ນ ພວກນ້ອງກໍ່ສາມາດນຳໃຊ້ເຕັກນິກທີ່ໄດ້ຮຽນມາຢູ່ໂຮງຮຽນ ເພື່ອນຳໄປຊ່ວຍພໍ່ແມ່ຢູ່ເຮືອນ”.

      ຈາກບັນດາຊົ່ວໂມງຮຽນຝຶກຫັດຕົວຈິງ, ມາຮອດປັດຈຸບັນພວກນ້ອງນັກຮຽນກໍ່ໄດ້ປະຕິບັດຕາມຂັ້ນຕອນເຊັ່ນ ກ້າເບ້ຍໄມ້, ປຸງຝຸ່ນ, ນັດເວລາຫົດນ້ຳແບບສຳນານງານ. ນັກຮຽນຈາກຫ້ອງຮຽນຕ່າງໆກໍ່ໄດ້ຕັ້ງໜ້າເຂົ້າຮ່ວມການບົວລະບັດ, ເກັບກູ້ຜັກດອກໄມ້. ນ້ອງ ອີອາຢຽດ ສັງກັດຫ້ອງ ມໍ 7A ໃຫ້ຮູ້ວ່າ:

     “ນັບຕັ້ງແຕ່ເມື່ອມີຮູບແບບນີ້, ພວກເພື່ອນນັກຮຽນກໍ່ໄດ້ມີຄວາມດຸໝັ້ນພາກພຽນກວ່າເກົ່າ. ຈາກນັ້ນກໍ່ສາມາດສ້າງແບບແຜນການເຮັດວຽກເປັນກຸ່ມ ຢ່າງມີຄວາມຕັ້ງໃຈ. ອັນໄດ້ຊ່ວຍພວກນ້ອງເພີ່ມຄວາມສາມັກຄີ ແລະ ເຮັດວຽກດີກວ່າເກົ່າ ແລະ ມີປະສິດທິຜົນກວ່າເກົ່າ”.

     ເອື້ອຍຄູ ຟ້າມທິຮົ່ງ ຫົວໜ້າຄະນະອຳນວຍການໂຮງຮຽນ ໃຫ້ຮູ້ວ່າ ເມື່ອຜັກ ແລະ ດອກໄມ້ຮອດຍາມເກັບກູ້ແລ້ວ, ຈະນຳໄປຂາຍໃຫ້ພວກພໍ່ຄ້າຊາວຂາຍ, ເງິນທີ່ໄດ້ຈາກການປູກຜັກ ແລະ ດອກໄມ້ກໍ່ຈະນຳໃຊ້ເຂົ້າໃນການເຄື່ອນໄຫວຂະບວນການຂອງໂຮງຮຽນ ແລະ ເຂົ້າກອງທຶນສົ່ງເສີມການຮຽນຂອງນັກຮຽນ. ດ້ວຍບັນດາຄວາມໃຝ່ຝັນໃນການຮຽນ ແລະ ທັກສະໃນການຜະລິດກະສິກຳ ໂດຍນຳໃຊ້ເຕັກໂນໂລຊີສູງ ເຊິ່ງຖືກຖ່າຍທອດໃນໂຮງຮຽນນັ້ນ, ພວກນ້ອງນັກຮຽນສັງກັດໂຮງຮຽນມັດທະຍົມຕອນປາຍ ຊົນເຜົ່າກິນນອນແຂວງ ເລິມດົ່ງ ຈະສາມາດມີຄວາມໝັ້ນໃຈກວ່າ ເມື່ອໄດ້ເລືອກເສັ້ນທາງເລີ່ມຕົ້ນທຸລະກິດໃຫ້ແກ່ຕົນເອງ

ຕອບກັບ