ທ່າ​ອ່ຽງການ​ຊຳ​ລະ​ບໍ່​ໃຊ້​ເງິນ​ສົດ​ຢູ່​ຫວຽດ​ນາມ

Minh Hanh-Hong Van
Chia sẻ
(VOVWORLD) - ຢູ່ຫວຽດດນາມ, ໂດຍສະເພາະແມ່ນຢູ່ບັນດາຕົວເມືອງໃຫ່ຍ, ທ່າອ່ຽງໃຊ້ສອຍບໍ່ໃຊ້ເງິນສົດໄດ້ມີການຫັນປ່ຽນຢ່າງເຫັນໄດ້ຊັດ. ການຊຳລະຜ່ານເຄືອຂ່າຍອິນເຕີເນັດ, ໂທລະສັບມືຖືນັບມື້ນັບໄດ້ຮັບການນິຍົມຍ້ອນຄວາມສະດວກຫຼາຍຢ່າງຄື: ປະຢັດເວລາ, ຄ່າໃຊ້ຈ່າຍ ແລະ ມີຄວາມປອດໄພສູງກ່ວາ. ໃນຂະນະນັ້ນ, ບັນດາອົງການສິນເຊື່ອພວມຫັນຜະລິດຕະພັນເປັນຫຼາຍຮູບຫຼາຍແບບ ເພື່ອພ້ອມກັບວິສາຫະກິດ ແລະ ບັນດາຫົວໜ່ວຍປະຕິບັດການຈັບຈ່າຍໃຊ້ສອຍສາທາລະນະໂດຍບໍ່ມີການນຳໃຊ້ເງິນສົດ. ສິ່ງດັ່ງກ່າວແມ່ນໜຶ່ງໃນບັນດາທ່າອ່ຽງທີ່ຈຳເປັນຂອງຕະຫຼາດການເງິນ, ເງິນຕາ.
ທ່າ​ອ່ຽງການ​ຊຳ​ລະ​ບໍ່​ໃຊ້​ເງິນ​ສົດ​ຢູ່​ຫວຽດ​ນາມ - ảnh 1

(ພາບປະກອບ: TTXVN)

     ຢູ່ບັນດາຕົວເມືອງໃຫ່ຍ, ລຸ້ນໜຸ່ມຫວຽດນາມ ສາມາດສັ່ງຊື້ບັນດາປະເພດສິນຄ້າຈາກຕ່າງປະເທດໄດ້ຢ່າງງ່າຍດາຍ. ໃນໂອກາດສົ່ງເສີມການຊື້ດ້ວຍການຫລຸດລາຄາ, ຕື່ມແຖມຕ່າງໆຂອງບັນດາຍີ່ຫໍ່ໃຫ່ຍ, ຜູ້ບໍລິໂພກຫວຽດນາມ ກໍ່ສາມາດເຂົ້າໜ້າເວບການຄ້າເອເລັກໂຕນິກເພື່ອເລືອກສິນຄ້າ, ຊຳລະດ້ວຍບັດສິນເຊື່ອສາກົນ.

   ຢູ່ພາຍໃນປະເທດ, ປະຊາຊົນຊື້ສິນຄ້າ, ກໍມີການຊຳລະຜ່ານອິນເຕີເນັດນັບມື້ນັບຫຼາຍ. ສຳລັບປະຊາຊົນເຂດຕົວເມືອງ, ໂດຍສະເພາະແມ່ນຜູ້ບໍລິໂພກໜຸ່ມແລ້ວ, ກະເປົາເງິນເອເລກໂຕນິກນັບມື້ນັບເປັນຄວາມລື້ງເຄີຍ. ຜູ້ບໍລິໂພກໜຸ່ມເຄີຍໃຊ້ກະເປົາເງິນເອເລກໂຕນິກເພື່ອຊຳລະບ້ວງເງິນໃຊ້ຈ່າຍເກືອບທັງໝົດ: ນັບແຕ່ການຂີ່ຈ້າງລົດ, ການຊື້ສິນຄ້າ, ດື່ມກາເຟ, ຕະຫຼອດຮອດການຊຳລະຄ່າໄຟຟ້າ… ປະຈຸບັນ, ບໍລິສັດກະເປົາເງິນເອເລກໂຕນິກໂມໂມ ມີລູກຄ້າຫຼາຍກ່ວາ 12 ລ້ານຄົນ, ຄູ່ຮ່ວມມື 10.000 ຄົນ ແລະ ສະຖານທີ່ຮັບການຊຳລະກ່ວາ 100.000 ແຫ່ງ. ວິສາຫະກິດນີ້ໄດ້ເພີ່ມຈະນວນລູກຄ້າດ້ວຍວິທີຮ່ວມມືກັບບັນດາທະນາຄານ, ສ້າງໃຫ້ມີຫຼາຍສະຖານທີ່ຮັບການຊຳລະ ເພື່ອໃຫ້ລູກຄ້າສາມາດນຳໃຊ້ໃນບໍ່ວ່າຈຸດເວລາໃດ, ການບໍລິການທັງໝົດໄດ້ຕອບສະໜອງບັນດາຄວາມຕ້ອງການຂອງລູກຄ້າດຍພື້ນຖານທ່ານຫງວຽນບາຢຽບ, ຮອງປະທານສະພາບໍລິຫານບໍລິສັດກະເປົາເງິນເອເລກໂຕນິກໂມໂມ ໃຫ້ຮູ້ວ່າ:

   ການປ່ຽນແປງຄວາມຊິນເຄີຍຂອງຜູ້ບໍລິໂພກບໍ່ແມ່ນສິ່ງທີ່ງ່າຍດາຍ ແລະ ພວກຂ້າພະເຈົ້າມີຄວາມພາກພູມໃຈຍ້ອນວ່າ ປະຈຸບັນກໍ່ມີຫຼາຍຫົວໜ່ວຍໄດ້ສະໜອງກະເປົາເງິນເອເລກໂຕນິກ ແລະ ທາງລັດຖະບານກໍ່ພວມໜູນຊ່ວຍສິ່ງນີ້. ກ່ອນນີ້ 10    ກ່ວາປີ, ພວກຂ້າພະເຈົ້າໄດ້ຜັນຂະຫຍາຍການບໍລິການນີ້ແລ້ວ ແລະ ໂມໂມກໍ່ໄດ້ປະຕິບັດເປັນປະຈຳ. ພວກຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດນຂະນະທີ່ໄດ້ເຮັດວຽກກັບຄູ່ຮ່ວມມືໜຶ່ງ ແລະ ສະເໜີໃຫ້ສົມທົບການຊຳລະທາງເອເລັກໂຕນິກນັນ ກໍ່ລ້ວນແຕ່ເປັນທີ່ຍອມຮັບຮູ້.

ທ່າ​ອ່ຽງການ​ຊຳ​ລະ​ບໍ່​ໃຊ້​ເງິນ​ສົດ​ຢູ່​ຫວຽດ​ນາມ - ảnh 2

(ພາບປະກອບ: TTXVN)

  ໃນທ່າອຽງລວມ, ບັນດາທະນາຄານກໍ່ມີການແກ່ງແຍ້ງອັດຕາສ່ວນຕະຫຼາດບັດຊຳລະ. ເຂົາເຈົ້າໄດ້ຍົກອອກບັນດາລາຍການຄື: ສົ່ງເງິນຄືນ, ໃຊ້ບັດປີທຳອິດບໍ່ຕ້ອງເສຍເງິນ, ຊ້ຳບໍໜຳຍັງມີບາງທະນາຄານໄດ້ຮ່ວມສຳພັນກັບບັນດາຫ້າງຮ້ານ, ບໍລິສັດທ່ອງທ່ຽວໃຫ່ຍ…. ເພື່ອຫລຸດລາຄາ, ບາງເທື່ອຫລຸດເຖິງ 50% ຖ້ານຳໃຊ້ການບໍລິການແລ້ວຊຳລະດ້ວຍບັດ.

  ຕາມການສະຖິຕິ, ປີ 2018, ລະບົບການຊຳລະທາງເອເລັກໂຕນິກລະຫວ່າງທະນາຄານຂອງຫວຽດນາມ ໄດ້ແກ້ໄຂຢ່າງປອດໄພດ້ວຍມີມູນຄ່າ 73 ລ້ານຕື້ດົ່ງ, ເຕີບໂຕ 25% ເມື່ອທຽບກັບປີ 2017; ມູນຄ່າການຊຳລະຜ່ານໂທລະສັບມືຖືເຕີບໂຕ 169,5% ເມື່ອທຽບກັບປີ 2017. ຖ້າຫາກວ່າການຊຳລະບໍ່ໃຊ້ເງິນສົດໄດ້ນຳໃຊ້ໃນບັນດາການບໍລິການສາທາລະນະຄື: ສາທາລະນະສຸກ. ການສຶກສາ…ຫຼາຍກ່ວາອີກນັ້ນ, ບໍ່ພຽງແຕ່ມີຄວາມງ່າຍດາຍໃນການຊຳລະຄ່າໄຟຟ້າ, ຄ່ານ້ຳປະປາຄືໃນປະຈຸບັນ, ແນ່ນອນວ່າ, ອັດຕາສ່ວນບໍ່ໃຊ້ເງິນສົດຈະເພີ່ມຂຶ້ນ. ທ່ານຟ້າມຕຽນຢຸ້ງ, ຫົວໜ້າກົມຊຳລະ, ທະນາຄານແຫ່ງລັດຫວຽດນາມ ໃຫ້ຮູ້ວ່າ:

   ພວກຂ້າພະເຈົ້າສະເໜີໃຫ້ລັດຖະບານສ້າງປັບປຸງພື້ນຖານຂໍ້ມູນລວມສູນໃຫ້ສົມບູນແບບ ແລະ ແບ່ງປັນການເຊື່ອມຕໍ່ເພື່ອຊຳລະການບໍລິການສາທະລະນະ. ບັນດາກະຊວງຂະແໜງການຄວນສຸມໃສ່ຊີ້ນຳລະບົບເຕັກໂນໂລຊີຂໍ້ມູນຂ່າວສານຈາກຝ່າຍສະໜອງການບໍລິການສາທາລະນະເພື່ອເຮັດວຽກງານນີ້.

    ລັດຖະບານກໍ່ໄດ້ຮັບຜົນປະໂຫຍດຈາກວິວັດການຫັນປ່ຽນໄປສູ່ການຊຳລະເອເລັກໂຕນິກ ຜ່ານການເພີ່ມທະວີລັກສະນະຈະແຈ້ງຂອງພື້ນຖານເສດຖະກິດ, ເປີດກ້ວາງຄວາມສາມາດສຳຜັດ ແລະ ນຳໃຊ້ບັນດາການບໍລິການທະນາຄານ-ການເງິນເຖິງປະຊາຊົນທຸກຄົນ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິນເຫ້ວ ໃຫ້ຮູ້ວ່າ:

  ສຳລັບການຊຳລະບໍ່ໃຊ້ເງິນສົດ, ເປົ້າໝາຍແມ່ນຕ້ອງມີການເຕີບໂຕໄວ. ມີການເຕີບໂຕໄວຈື່ງສາມາດຫລຸດຜ່ອນໄລຍະຫ່າງກັບບັນດາປະເທດໃນພາກພື້ນ ແລະ ສິ່ງດັ່ງກ່າວຈະປະກອບສ່ວນໃຫ້ແກ່ການບໍລິການສູງທີ່ສຸດ. ພວກເຮົາຕ້ອງເຜີຍແຜ່ ການຊຳລະບໍ່ໃຊ້ເງິນສົດ ດ້ວຍຍຸດທະສາດການເງິນຮອບດ້ານ, ເພື່ອໃຫ້ປະຊາຊົນທຸກຄົນໄດ້ສຳຜັດກັບບັນດາການບໍລິການນີ້. ທັງເປົ້າໝາຍພັດທະນາໄວ ແລະ ການເຜີຍແຜ່ຕ້ອງໄປຄຽງຄູ່ກັນ.

   ການຊຸກຍູ້ການຊຳລະເອເລັກໂຕນິກທີ່ມຸ່ງໄປເຖິງສັງຄົມບໍ່ມີເງິນສົດນັ້ນ ແມ່ນທ່າອຽງພັດທະນາທີ່ຈຳເປັນໃນສະພາບການຂອງການປະຕິວັດອຸດສາຫະກຳ 4.0, ອັນໄດ້ສ້າງການກະທົບຄວບ ທັງຊຸກຍູ້ການເຕີບໂຕເສດຖະກິດ ທັງໜູນຊ່ວຍການປະຕິບັດຍຸດທະສາດການເງິນຮອບດ້ານ, ແມ່ນໜຶ່ງໃນບັນດາໄມ້ວັດແທກສຳຄັນຂອງການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນບັນດາການບໍລິການທະນາຄານການຄ້າ.

        

ຕອບກັບ