ທ່າອາກາດສະຍານສາກົນລອງແທັ່ງ - ວິໄສທັດ ແລະ ກາລະໂອກາດ

Chia sẻ
(VOVWORLD) -ທ່າອາກາດສະຍານສາກົນ ລອງແທັ່ງ, ແມ່ນໂຄງການໃຫຍ່ ແລະ ພວມໄດ້ຮັບການຊີ້ນຳຈາກລັດຖະບານຫວຽດນາມ ແລະ ບັນດາກະຊວງ, ຂະແໜງການ ພ້ອມກັບແຂວງດົ່ງນາຍ ພວມມານະພະຍາຍາມຜັນຂະຫຍາຍຍູ້ໄວຄວາມຄືບໜ້າ.
ທ່າອາກາດສະຍານສາກົນລອງແທັ່ງ - ວິໄສທັດ ແລະ ກາລະໂອກາດ - ảnh 1

ໂຄງການຈະສ້າງສຳເລັດ ແລະ ນຳເຂົ້າໃຊ້ງານໃນປີ 2025

(ພາບ: thanhnien.vn)

ຄາດວ່າ, ໂຄງການຈະສ້າງສຳເລັດ ແລະ ນຳເຂົ້າໃຊ້ງານໃນປີ 2025, ເຊິ່ງໄດ້ຮັບຄວາມຫວັງວ່າ ຈະກາຍເປັນໜຶ່ງໃນບັນດາສູນກາງສົ່ງຕໍ່ທາງອາກາດທັນສະໄໝແຖວໜ້າໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.

        ແຜນນະໂຍບາຍສ້າງທ່າອາກາດສະຍານສາກົນລອງແທັ່ງ ເຊິ່ງສະພາແຫ່ງຊາດຫວຽດນາມ ຮັບຮອງເອົາເມື່ອເດືອນ ມິຖຸນາ 2015 ແລະ ຮອດທ້າຍປີ 2017, ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິກ່ຽວກັບໂຄງການຖອນທີ່ດິນ, ຊົດເຊີຍ, ໜູນຊ່ວຍ, ສ້າງເຂດຕັ້ງຖິ່ນຖານຄົງທີ່ທ່າອາກາດສະຍານສາກົນລອງແທັ່ງ ຄືນໃໝ່.

        ຕາມການຄິດໄລ່, ສະໜາມບິນລອງແທັ່ງ ໄດ້ຮັບການອອກແບບບັນລຸມາດຕະຖານຂອງອົງການການບິນພົນລະເຮືອນສາກົນ (ICAO). ຄາດວ່າ, ພາຍຫຼັງປີ 2035 ກຳລັງການບັນຈຸຜູ້ໂດຍສານແມ່ນ 100 ລ້ານເທື່ອຄົນ/ປີ ແລະ ສິນຄ້າ 5 ລ້ານໂຕນ/ປີ. ລອງແທັ່ງ ຈະກາຍເປັນທ່າອາກາດສະຍານສາກົນມີການສົ່ງຕໍ່ຂະໜາດໃຫຍ່ຢູ່ພາກພື້ນ, ຮັບໃຊ້ຍຸດທະສາດພັດທະນາການຂົນສົ່ງທາງອາກາດຫວຽດນາມ, ຄ່ອຍໆກາຍເປັນນະຄອນສະໜາມບິນ, ສ້າງກຳລັງໜູນພັດທະນາໃຫ້ແກ່ເຂດພາກໃຕ້ຫວຽດນາມ ແລະ ທົ່ວປະເທດເວົ້າລວມ. ທ່ານ ລ້າຍຊວັນແທັງ, ປະທານສະພາບໍລິຫານບໍລິສັດໃຫຍ່ທ່າອາກາດສະຍານຫວຽດນາມ ຖືວ່າ.

        “ນີ້ແມ່ນທ່າອາກາດສະຍານຈຸດສຸມແຫ່ງຊາດ. ດ້ວຍບົດບາດທີ່ຕັ້ງຄືແນວນັ້ນ, ຕ້ອງຮັບປະກັນການນຳໃຊ້ເຕັກນິກວິທະຍາສາດທັນສະໄໝທີ່ສຸດໃນໂລກ, ທຽບເທົ່າກັບບັນດາທ່າອາກາດສະຍານໃຫຍ່ຢູ່ຂອງພາກພື້ນ ກໍ່ຄືຂອງໂລກ”.

        ຍ້ອນແມ່ນໂຄງການໃຫຍ່ຂອງລັດຖະບານ, ສະນັ້ນວຽກງານຜັນຂະຫຍາຍໂຄງການຈຶງໄດ້ຮັບການປະຕິບັດຢ່າງລະມັດລະວັງ, ພິເສດແມ່ນວຽກງານຊົດເຊີຍ, ບຸກເບີກໜ້າພຽງ. ສະໜາມບິນລອງແທັ່ງ ໄດ້ວາງແຜນຜັງນອນຢູ່ໃນຂອບເຂດຂອງ 6 ຕາແສງຄື: ລອງອານ, ບິ່ງເຊີນ, ເກິມເດື່ອງ, ຊວ໊ຍເຈົ່າ, ເບົ່າກ້ານ, ລອງເຟືອກ ຂອງເມືອງລອງແທ່ງ, ແຂວງດົ່ງນາຍ, ໂດຍຫ່າງຈາກນະຄອນໂຮ່ຈີມິນ ໄປທາງທິດຕາເວັນອອກ ປະມານ 40 ກມ. ຕາມທ່ານ ເຈິ່ນວັນວິ້ງ, ຮອງປະທານຄະນະກຳມະການປະຊາຊົນແຂວງດົ່ງນາຍ ແລ້ວ, ທາງແຂວງຈະປະກາດຄ່າຊົດເຊຍເທື່ອໜຶ່ງ, ເພື່ອສ້າງຄວາມເຫັນດີເຫັນພ້ອມຂອງປະຊາຊົນໃນການຜັນຂະຫຍາຍໂຄງການ.

        “ພວກຂ້າພະເຈົ້າໄດ້ສະເໜີສະຖິຕິໄວ້ກວດກາໄລ່ລຽງ. ຮອດປີ 2020 ເມື່ອມີຄ່າຊົດເຊີຍໃໝ່ ພວກຂ້າພະເຈົ້າຈະຈ່າຍໃຫ້ເທື່ອດຽວເລີຍ, ຈະບໍ່ມີຄວາມແຕກຕ່າງກັນລະຫວ່າງຄ່າຊົດເຊີຍໃນປີ 2019 ແລະ 2020. ເງິນຊົດເຊີຍຄ່າທີ່ດິນຈະຈ່າຍໃຫ້ປະຊາຊົນໃນປີ 2020 ນີ້”.

        ຕາມຄຳຄິດເຫັນຕີລາຄາຂອງບັນດານັກຊ່ຽວຊານແລ້ວ, ທ່າອາກາດສະຍານລອງແທັ່ງ ຕັ້ງຢູ່ໃຈກາງຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ດ້ວຍບັນດາສາຍການບິນ ແຕ່ທິດຕາເວັນອອກ - ຕາເວັນຕົກ, ແຕ່ທິດເໜືອ - ໃຕ້, ສ້າງຄວາມສະດວກໃຫ້ຜູ້ໂດຍສານທີ່ເດີນທາງຕໍ່, ໄປເຖິງບັນດາທະວີບຄືເອີລົບ, ຕາເວັນອອກກາງ, ອາຊີ… ສະໜາມບິນລອງແທັ່ງ ຍັງສ້າງຄວາມສະດວກໃຫ້ແກ່ບັນດາບໍລິສັດການບິນ ແລະ ສຳພັນທະມິດການບິນດ້ວຍການເປັນໃຈກາງ ຫຼື ສ້າງສາຍການບິນເຊື່ອມຕໍ່ໃຫ້ແກ່ຜູ້ໂດຍສານ, ສິນຄ້າຢ່າງມີປະສິດທິຜົນ.

        ສະນັ້ນ, ເພື່ອຮັບປະກັນໃຫ້ກາຍເປັນທ່າອາກາດສະຍານສາກົນໃຫຍ່, ມີລັກສະນະແກ່ງແຍ້ງສູງຢູ່ພາກພື້ນ, ໂຄງການສະໜາມບິນລອງແທັ່ງ ໄດ້ຮັບການຄົ້ນຄວ້າ, ຜັນຂະຫຍາຍຢ່າງລະມັດລະວັງ, ລະອຽດທີ່ສຸດ. ສະຖານທີ່ກໍ່ສ້າງສະໜາມບິນລອງແທັ່ງ ມີເນື້ອທີ່ດິນກວ້າງຢ່າງພຽງພໍເພື່ອກາຍເປັນທ່າອາກາດສະຍານທັນສະໄໝໃນອະນາຄົດ, ພິເສດແມ່ນສາມາດພັດທະນາຮູບແບບນະຄອນທ່າອາກາດສະຍານ (Airport City)… ເພື່ອແນໃສ່ປະຕິບັດຍຸດທະສາດພັດທະນາຫັນເປັນອຸດສາຫະກຳ - ທັນສະໄໝໃນຂົງເຂດຄົມມະນາຄົມຂົນສົ່ງ. ທ່ານ ເຢືອງຈຸງກວ໊ກ, ຖືວ່າ.

        “ແນ່ນອນວ່າ, ສະໜາມບິນ ລອງແທັ່ງ ຈະນຳມາເຊິ່ງຜົນປະໂຫຍດທີ່ດີໃຫ້ທົ່ວພາກພື້ນ ແລະ ປະເທດຊາດ. ເຖິງຢ່າງໃດກໍ່ຕາມ, ມັນທັງແມ່ນຄວາມຫຍຸ້ງຍາກໃນຕໍ່ໜ້າ ແລະ ບັນຫາການສ້າງເປັນລະບົບກົດໝາຍແມ່ນມີຄວາມຈຳເປັນທີ່ສຸດ. ສະນັ້ນ, ບັນດາວິທີການຕ້ອງຂະຫຍັນຂັນເຄື່ອນກວ່າ, ບໍ່ຕ້ອງລໍຖ້າການດັດປັບພື້ນຖານບັນດາປະມວນກົດໝາຍຕົ້ນຕໍ ແຕ່ຄວນມີບັນດາຮູບແບບຄືດັ່ງສະພາແຫ່ງຊາດຫາກໍ່ຮັບຮອງເອົາດ້ວຍມະຕິ”.

        ໂດຍໄດ້ຮັບການວາງແຜນຜັງຕັ້ງຢູ່ຫ່າງຈາກນະຄອນໂຮ່ຈີມິນ ປະມານ 40 ກມ, ຫ່າງຈາກ ບຽນຮ່ວາ 30 ກມ ແລະ ຫ່າງຈາກ ວູ໋ງເຕົ່າ 70 ກມ, ຕັ້ງຢູ່ໃຈກາງເສດຖະກິດຈຸດສຸມທາງທິດຕາເວັນອອກພາກໃຕ້ຫວຽດນາມ. ເມື່ອ ສະໜາມບິນ ລອງແທັ່ງ ໄດ້ຮັບການກໍ່ສ້າງສຳເລັດ ຈະແມ່ນກຳລັງໜູນພັດທະນາເສດຖະກິດ - ສັງຄົມຂອງແຂວງດົ່ງນາຍ ແລະ ເຂດໃກ້ຄຽງ.  ສະໜາມບິນ ລອງແທັ່ງ ກໍ່ຈະຊ່ວຍກະຕຸ້ນການພັດທະນາຂອງຂະແໜງຂົນສົ່ງທາງການບິນ, ຊ່ວຍເພີ່ມທະວີການແກ່ງແຍ້ງສາກົນ, ເພີ່ມທະວີການເຊື່ອມຕໍ່ຫວຽດນາມ ກັບໂລກ, ສ້າງທ່ວງທ່າໃຫ້ແກ່ການພັດທະນາດ້ານການທ່ອງທ່ຽວຂອງປະເທດຊາດ. ສິ່ງສຳຄັນກວ່າແມ່ນ, ໂຄງການໄດ້ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານ, ຄາດວ່າຈະມີ 200.000 ກວ່າຄົນຈະມີວຽກເຮັດງານທຳຈາກໂຄງການນີ້.

ຕອບກັບ