ຕາແສງ ອີຕີ໊ຫຼຸດພົ້ນອອກຈາກຄວາມທຸກຍາກຍ້ອນການພັດທະນາການທ່ອງທ່ຽວ

Manh Phuong – Ba Thi
Chia sẻ
(VOVWORLD) -ໃນຊຸມປີມໍ່ໆມານີ້, ຕາແສງ ອີຕີ໊, ເມືອງ ບ໊າດຊ໊າດ ແມ່ນສະຖານທີ່ທ່ອງທ່ຽວເຊິ່ງປຽນເໝືອນດັ່ງເປັນ ຊາປາ ແຫ່ງທີ່ 2 ຂອງແຂວງລາວກາຍ.
ຕາແສງ ອີຕີ໊ຫຼຸດພົ້ນອອກຈາກຄວາມທຸກຍາກຍ້ອນການພັດທະນາການທ່ອງທ່ຽວ - ảnh 1 (ອີຕີ໊ຫຼຸດພົ້ນອອກຈາກຄວາມທຸກຍາກຍ້ອນການພັດທະນາການທ່ອງທ່ຽວ)

ມາຢ້ຽມຢາມຕາແສງ ອີຕີ໊, ນັກທ່ອງທ່ຽວຈະໄດ້ຮັບຊົມບັນດາຈຸດຄວາມງາມທຳມະຊາດທີ່ຫົກເຮື້ອ, ສະຫງົບງຽບ. ສິ່ງທີ່ໜ້າສົນໃຈກວ່າແມ່ນ, ເລື່ອງພັດທະນາການທ່ອງທ່ຽວຢູ່ທີ່ນີ້ ພວມຊ່ວຍໃຫ້ເສດຖະກິດຂອງທ້ອງຖິ່ນບືນຕົວຂຶ້ນ, ຊີວິດການເປັນຢູ່ຂອງປະຊາຊົນກໍ່ໄດ້ຮັບການປັບປຸງຢ່າງເຫັນໄດ້ຊັດ.

        ຖ້າຫາກກ່ອນນີ້, ເມື່ອເວົ້າເຖິງການໄປທ່ອງທ່ຽວຢູ່ລາວກາຍ, ຫຼາຍຄົນພຽງແຕ່ເວົ້າເຖິງຊາປາ ເທົ່ານັ້ນ, ໃນຊຸມປີມໍ່ໆມານີ້, ນັກທ່ອງທ່ຽວໄດ້ເລີ່ມມາຢ້ຽມຢາມ, ຊອກຮູ້ເຂດດິນແດນ ອີຕີ໊, ເຊິ່ງແມ່ນເຂດມີປ່າດົງດິບ, ນາຂັ້ນໄດ, ພ້ອມກັບບັນດາຮີດຄອງປະເພນີວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາຊົນເຜົ່າ. ໃນລະດູຝົນ, ທິວທັດທຳມະຊາດຢູ່ ອີຕີ໊ ແມ່ນສວຍງາມທີ່ສຸດ ດ້ວຍບັນດາເຂດທັດສະນີຍະພາບຄື: ນ້ຳຕົກຕາດ ອ້ອງຈົ໊ວ, ນ້ຳຕົກຕາດ ຣົ່ງ, ນ້ຳຕົກຕາດ ບາເຕິ່ງ… ຍອດພູ ປູຕາແລັງ. ຍາມເຂົ້າສຸກເຫຼືອງນັ້ນ, ນາຂັ້ນໄດ ອີຕີ໊ ກໍ່ແມ່ນສະຖານທີ່ຖ່າຍຮູບທີ່ສວຍງາມສຳລັບນັກທ່ອງທ່ຽວ.

        ເຖິງຢ່າງໃດກໍ່ຕາມ, ໃນຕົວຈິງ, ອີຕີ໊ ແມ່ນເຂດດິນແດນທີ່ທຸກຍາກ ແລະ ຍັງປະສົບກັບຄວາມຫຍຸ້ງາກຕັ້ງຢູ່ແຄມຊາຍແດນ. ຕໍ່ສະພາບການນັ້ນ, ທາງແຂວງລາວກາຍ ໄດ້ກຳນົດເອົາການທ່ອງທ່ຽວແມ່ນຂະແໜງເສດຖະກິດປາຍແຫຼມໃນການພັດທະນາໄລຍະຍາວໃຫ້ແກ່ ອີຕີ໊, ສະນັ້ນ ໄດ້ ແລະ ພວມໃຫ້ບຸລິມະສິດສະຫງວນແຫຼ່ງກຳລັງຫຼາຍຢ່າງເພື່ອພັດທະນາການທ່ອງທ່ຽວຢູ່ແຫ່ງນີ້. ໂດຍປະຕິບັດຕາມທິດກ້າວເດີນນີ້, ໃນໄລຍະຜ່ານມາ, ມີຫຼາຍຄອບຄົວຢູ່ ອີຕີ໊ ໄດ້ເລີ່ມດຳເນີນທຸລະກິດ homestay. ເພື່ອໜູນຊ່ວຍພໍ່ແມ່ປະຊາຊົນ, ອຳນາດການປົກຄອງ ແລະ ບັນດາສຳນັກງານ, ອົງການຈັດຕັ້ງມະຫາຊົນຂອງທ້ອງຖິ່ນໄດ້ຊ່ວຍໃຫ້ປະຊາຊົນມີຄວາມຮູ້ພື້ນຖານກ່ຽວກັບການທ່ອງທ່ຽວເຂດຊຸມຊົນ, ຝຶກແອບເຕັກນິກໃນການຕ້ອນຮັບ, ຮັບໃຊ້ນັກທ່ອງທ່ຽວ, ວັດທະນະທຳການປະພຶດ, ພັດທະນາການທ່ອງທ່ຽວ, ມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ. ໝາກຜົນໄດ້ຮັບແມ່ນ, ບັນດາຮູບແບບທ່ອງທ່ຽວ, ການບໍລິການຢູ່ ອີຕີ໊, ພິເສດແມ່ນຮູບແບບ homestay ໄດ້ນຳມາເຊິ່ງປະສິດທິຜົນທາງດ້ານເສດຖະກິດຢ່າງເຫັນໄດ້ຊັດ, ຊ່ວຍໃຫ້ປະຊາຊົນມີລາຍຮັບເປັນປົກກະຕິ, ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ, ຈິດໃຈ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກເທື່ອລະກ້າວ. ທ່ານ ຟ້າມວັນເຕິມ, ປະທານຄະນະກຳມະການປະຊາຊົນຕາແສງ ອີຕີ໊, ໃຫ້ຮູ້ວ່າ.

        “ປີ 2019, ຈຳນວນນັກທ່ອງທ່ຽວມາແຫ່ງນີ້ແມ່ນກວ່າ 15.000 ເທື່ອຄົນ, ນັກທ່ອງທ່ຽວສາກົນແມ່ນກວ່າ 100 ເທື່ອຄົນ. ນີ້ແມ່ນສັນຍາອັນຕັ້ງໜ້າໃນໄລຍະຫັນປ່ຽນເສດຖະກິດທ້ອງຖິ່ນ. ຍ້ອນເຫດນັ້ນ, ວຽກງານລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກຢູ່ທ້ອງຖິ່ນກໍ່ບັນລຸໄດ້ດີ, ຊ່ວຍຫຼຸດຜ່ອນອັດຕາຄອບຄົວທຸກຍາກໄດ້ກວ່າ 15%”.

        ເພື່ອໃຫ້ການທ່ອງທ່ຽວພັດທະນາແບບຍືນຍົງ, ເລື່ອງຮັກສາ ແລະ ເສີມຂະຫຍາຍຄຸນຄ່າທີ່ເປັນເອກະລັກສະເພາະໃນສາງວັດທະນະທຳທີ່ເປັນເອກະລັກສະເພາະຂອງປະຊາຊົນບັນດາເຜົ່າສ່ວນໜ້ອຍຄື: ໄຍ໊, ຢ້າວ, ມົ້ງ, ຮ່າຍີ່… ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຂອງຄະນະ, ຂະແໜງການທ້ອງຖິ່ນ, ໂດຍສະແດງອອກຜ່ານເລື່ອງຈັດຕັ້ງບັນດາການເຄື່ອນໄຫວເປັນປະຈຳຄື: ງານບຸນລົງທົ່ງ, ງານບຸນ ປຸດຕົ່ງ, ງານບຸນ ໂຄຢ່າຢ່າ… ເພື່ອດຶງດູດນັກທ່ອງທ່ຽວ. ໂດຍແມ່ນໜຶ່ງໃນບັນດາຜູ້ນຳໜ້າເຮັດການທ່ອງທ່ຽວຢູ່ ອີຕີ໊, ອ້າຍ ລີຊ໊າຊຸຍ, ຢູ່ບ້ານ ມໍ່ຟູ໊ຈາຍ, ຮຽນຈົບມະຫາວິທະຍາໄລກໍ່ສ້າງ, ກໍຖືວ່າ ຢາກພັດທະນາການທ່ອງທ່ຽວຕາມທິດຍືນຍົງນັ້ນ ຕ້ອງອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງທ້ອງຖິ່ນ, ຕົວຢ່າງຄື ສະຖາປັດຕະຍາກຳ, ເຮືອນທີ່ເປັນມູນເຊື້ອຂອງຊາວ ຮ່າຍີ່.

        “ເພື່ອຮັກສາເຮືອນໃຫ້ຢູ່ໃນສະພາບເດີມ, ປະຊາຊົນເອງ ແລະ ອຳນາດການປົກຄອງຕ້ອງມີຄວາມເຂົ້າໃຈດ້ານຄຸນຄ່າ ແລະ ອຳນາດການປົກຄອງຕ້ອງມີທິດທາງເພື່ອແນະນຳໃຫ້ປະຊາຊົນມີຄວາມເຂົ້າໃຈ ຈຶ່ງຈະສາມາດອະນຸລັກຮັກສາໄວ້ໄດ້”.

        ແຜນຮ່າງພັດທະນາການທ່ອງທ່ຽວ ຕິດພັນກັບການອະນຸລັກຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າຢູ່ເມືອງ ບ໊າດຊ໊າດ ໄດ້ຮັບການສ້າງຂຶ້ນ ແລະ ຜັນຂະຫຍາຍນັບມາໄດ້ 2 – 3 ປີແລ້ວ. ນັບແຕ່ເມື່ອຜັນຂະຫຍາຍມາຮອດປະຈຸບັນ, ທາງເມືອງໄດ້ຕ້ອນຮັບນັກທ່ອງທ່ຽວໄດ້ປະມານ 69.000 ເທື່ອຄົນ, ລາຍຮັບທີ່ໄດ້ຈາກການທ່ອງທ່ຽວແມ່ນເກືອບ 20 ຕື້ດົ່ງ. ພິເສດ, ຢູ່ ບ໊າດຊ໊າດ ໄດ້ຮັບອະນຸມັດຜ່ານແມ່ນນອນໃນເຂດທ່ອງທ່ຽວແຫ່ງຊາດ ຊາປາ. ນີ້ແມ່ນເງື່ອນໄຂ, ກາລະໂອກາດເພື່ອພັດທະນາຂະແໜງທ່ອງທ່ຽວຂອງທ້ອງຖິ່ນ, ໃນນັ້ນມີ ອີຕີ໊. ທ່ານ ຫງວຽນກວາງບິ່ງ, ຮອງປະທານຄະນະກຳມະການເມືອງ ບ໊າດຊ໊າດ, ຢັ້ນຢືນວ່າ.

        “ທາງແຂວງພວມສົມທົບການລະດົມແຫຼ່ງກຳລັງທັງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອສືບຕໍ່ປະຕິບັດການວາງແຜນຈັດແບ່ງເຂດຢ່າງລະອຽດ. ໃນນັ້ນ, ກຳນົດທິດພັດທະນາການທ່ອງທ່ຽວໃຫ້ຕິດພັນກັບການອະນຸລັກຮັກສາວັດທະນະທຳ, ສິ່ງແວດລ້ອມ. ຈຸດສຸມແມ່ນພັດທະນາການທ່ອງທ່ຽວຊີວະພາບ, ທ່ອງທ່ຽວເຂດຊຸມຊົນ ເພື່ອແນໃສ່ເພີ່ມລາຍຮັບໃຫ້ແກ່ປະຊາຊົນ, ພັດທະນາເສດຖະກິດສັງຄົມ”.

        ຕາມບັນດາບົດລາຍງານແລ້ວ, ເມື່ອຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງ ອີຕີ໊ ໄດ້ຂຸດຄົ້ນເປັນຢ່າງດີ ຕາມທິດຍືນຍົງນັ້ນ, ຈະສ້າງເປັນເຂດ 3 ຫຼ່ຽມທ່ອງທ່ຽວ ລາວກາຍ - ຊາປາ - ອີຕີ໊ ທີ່ດຶງດູດໃຈ. ຫວັງວ່າ, ດ້ວຍຄວາມເອົາໃຈໃສ່ ແລະ ລົງທຶນຢ່າງເໝາະສົມຈາກທຸກຂັ້ນ, ທຸກຂະແໜງການ ແລະ ບັນດາວິສາຫະກິດ, ຄາດໝາຍນີ້ປະກົດຜົນເປັນຈິງໂດຍໄວ ແລະ ອີຕີ໊ ຈະກາຍເປັນເຂດທ່ອງທ່ຽວທີ່ຂາດບໍ່ໄດ້ສຳລັບນັກທ່ອງທ່ຽວ ເມື່ອມາທ່ຽວຢູ່ລາວກາຍ, ຊາປາ.

ຕອບກັບ