ຕ້ອນຮັບບຸນເຕັດໄວກວ່າຈຸດເວລາຢູ່ກ່ຳປັ່ນກູ້ໄພກູ້ຊີບ 954

Pham An – Le Phuong
Chia sẻ
(VOVWORLD) -ບັນດາພະນັກງານ, ນັກຮົບໄດ້ກະກຽມ ດອກເໝີຍເຫຼືອງ, ໝາກໄມ້ 5 ຊະນິດ, ເຂົ້າຕົ້ມ… ເຊິ່ງແມ່ນບັນດາເຄື່ອງທີ່ຂາດບໍ່ໄດ້ໃນຊຸມມື້ບຸນເຕັດ.

ຕ້ອນຮັບບຸນເຕັດໄວກວ່າຈຸດເວລາຢູ່ກ່ຳປັ່ນກູ້ໄພກູ້ຊີບ 954 - ảnh 1ອາທະຫານເຮືອຂອງກ່ຳປັ່ນ 954 ຕ້ອນຮັບບຸນເຕັດຢູ່ທະເລ

(ພາບ: baolongan.vn)

ວຽກງານກູ້ໄພກູ້ຊີບແມ່ນໜ້າທີ່ຕົ້ນຕໍຂອງກ່ຳປັ່ນໝາຍເລກ 954, ຂຶ້ນກັບກອງທັບເຮືອ 511, ກອງພັນນ້ອຍ 127, ທະຫານເຮືອເຂດ 5. ນີ້ແມ່ນໜ້າທີ່ທີ່ເປັນປົກກະຕິໂດຍບໍ່ມີແຜນການ ແຕ່ມີຄວາມກຽມພ້ອມໃຫ້ແກ່ການສູ້ຮົບ, ຮັບໜ້າທີ່ເມື່ອມີບັນຫາເກີດຂຶ້ນຢູ່ທະເລ ເພື່ອໜູນຊ່ວຍຊາວປະມົງ ແລະ ບັນດາກ່ຳປັ່ນຖືກເຄາະຮ້າຍຢູ່ທະເລຢ່າງທັນການທີ່ສຸດ. ຍ້ອນຈຸດພິເສດຂອງວຽກງານທີ່ບໍ່ມີວັນພັກບຸນເຕັດ, ພະນັກງານ, ນັກຮົບກ່ຳປັ່ນ 954 ຍາມໃດກໍ່ກຽມພ້ອມຮັບຄຳສັ່ງອອກສູ່ທະເລໃນທຸກສະພາບການ. ບັນດາອາທະຫານເຮືອຂອງກ່ຳປັ່ນ 954 ກໍ່ສືບຕໍ່ປະຈຳການ ແລະ ຕ້ອນຮັບບຸນເຕັດຢູ່ທະເລ.

        ຍັງມີເວລາບໍ່ຮອດ 1 ອາທິດເທົ່ານັ້ນ ກໍ່ຈະຮອດບຸນເຕັດປີຊວດ 2020, ແຕ່ຍ້ອນລັກສະນະຈຸດພິເສດຂອງວຽກງານ, ກ່ຳປັ່ນກູ້ໄພກູ້ຊີບ 954 ຈຶ່ງໄດ້ຈັດພິທີຕ້ອນຮັບບຸນເຕັດກ່ອນຈຸດເວລາໃຫ້ແກ່ພະນັກງານ, ນັກຮົບຢູ່ກ່ຳປັ່ນ. ບັນດາພະນັກງານ, ນັກຮົບໄດ້ກະກຽມ ດອກເໝີຍເຫຼືອງ, ໝາກໄມ້ 5 ຊະນິດ, ເຂົ້າຕົ້ມ… ເຊິ່ງແມ່ນບັນດາເຄື່ອງທີ່ຂາດບໍ່ໄດ້ໃນຊຸມມື້ບຸນເຕັດ. ທ່ານຮ້ອຍໂທ ເລວັນຄຽມ, ຫົວໜ້າການເມືອງກ່ຳປັ່ນ 954, ແບ່ງປັນວ່າ.

        “ໂດຍແມ່ນກ່ຳປັ່ນກູ້ໄພກູ້ຊີບ, ສະນັ້ນ ພວກຂ້າພະເຈົ້າຍາມໃດກໍ່ກຽມພ້ອມຮັບທຸກໜ້າທີ່ທີ່ໄດ້ຮັບມອບໝາຍ. ເລື່ອງຈັດຕັ້ງການຕ້ອນຮັບບຸນເຕັດກ່ອນຈຸດວລາໃຫ້ແກ່ພະນັກງານ, ນັກຮົບນັ້ນ ແມ່ນເພື່ອແນໃສ່ສ້າງບັນຍາກາດອັນອົບອຸ່ນ, ສະໜິດສະໜົມ, ລະດົມແນວຄິດເພື່ອໃຫ້ພວກອ້າຍນ້ອງມີຄວາມອຸ່ນອ່ຽນໃຈປະຕິບັດໜ້າທີ່ວຽກງານ”.

        ເຂົ້າຮ່ວມວຽກງານກູ້ໄພກູ້ຊີບ, ເຖິງວ່າຕ້ອງປະເຊີນໜ້າກັບໄພອັນຕະລາຍຫຼາຍຢ່າງກໍ່ຕາມ, ແຕ່ຍ້ອນຄວາມປອດໄພຂອງຊາວປະມົງ, ສະນັ້ນບັນດາພະນັກງານ, ນັກຮົບຍາມໃດກໍ່ຕັດສິນໃຈພະຍາຍາມຈົນສຸດຄວາມສາມາດຂອງຕົນ. ຍ້ອນລັກສະນະຈຸດພິເສດຂອງໜ້າທີ່ວຽກງານ, ບັນດາພະນັກງານ, ນັກຮົບຈຶ່ງໄດ້ ປະຈຳການ 24 ຊົ່ວໂມງ, ນັບທັງວັນບຸນ, ບຸນເຕັດ. ທ່ານພັນໂທ ຫງວຽນວັນຄຽມ, ພາລະກອນການເດີນທະເລ, ຜູ້ບັນຊາການກ່ຳປັ່ນ 954 ແລະ ກໍ່ແມ່ນຜູ້ທີ່ຕ້ອນຮັບບຸນເຕັດຢູ່ກ່ຳປັ່ນມາເປັນເວລາ 20 ປີໃຫ້ຮູ້ວ່າ, ເມື່ອເລືອກເອົາວຽກງານນີ້ແມ່ນຕ້ອງເສຍສະຫຼະທຸກສິ່ງທຸກຢ່າງເພື່ອແລກເອົາຄວາມສະຫງົບສຸກມາໃຫ້ປະເທດຊາດ. ຍ້ອນໜ້າທີ່, ຈຶ່ງໄດ້ຕ້ອນຮັບບຸນເຕັດກ່ອນຈຸດເວລາ, ນັ້ນກໍ່ແມ່ນຄວາມເປັນກຽດຂອງນັກຮົບແຕ່ລະຄົນ.

        “ພວກຂ້າພະເຈົ້າໄດ້ເປັນກຽດ ແລະ ມີຄວາມເອກອ້າງທະນົງໃຈເມື່ອໄດ້ຕ້ອນຮັບບຸນເຕັດກ່ອນຈຸດເວລາ ແລະ ພວກອ້າຍນ້ອງຂ້າພະເຈົ້າຍາມໃດກໍ່ລະດົມກຳລັງໃຈປະຕິບັດວຽກງານດ້ານແນວຄິດໃຫ້ເປັນຢ່າງດີ, ເພື່ອໃຫ້ພະນັກງານ ນັກຮົບທັງໄດ້ຫຼີ້ນບຸນເຕັດ, ແຕ່ກໍ່ກຽມພ້ອມການຮັບໜ້າທີ່ທີ່ໄດ້ມອບໝາຍ”.

        ນາຍສີບ ມາຍດັງແບັ໊ກ, ເປັນຄັ້ງທຳອິດທີ່ໄດ້ຕ້ອນຮັບບຸນເຕັດກ່ອນຈຸດເວລາກັບເພື່ອນຮ່ວມກົມກອງຢູ່ກ່ຳປັ່ນ ແລະ ໄດ້ຮັບຖືວ່າແມ່ນນ້ອງຫຼ້າຂອງກ່ຳປັ່ນ, ມີຄວາມຕື້ນຕັນໃຈຕໍ່ບັນດານ້ຳໃຈອັນອົບອຸ່ນເຊິ່ງບັນດາເພື່ອນຮ່ວມກົມກອງ, ຜູ້ບັນຊາການສະຫງວນໃຫ້. ອ້າຍ ແບັ໊ກ ແບ່ງປັນວ່າ, ເຖິງວ່າຄິດຮອດຄອບຄົວກໍ່ຕາມ, ແຕ່ກ່ຳປັ່ນລຳນີ້ກໍ່ປຽບເໝືອນເຮືອນຫຼັງທີ່ 2 ຂອງຕົນ.

        “ຂ້າພະເຈົ້າຫາກໍ່ປະຕິບັດໜ້າທີ່ຢູ່ກ່ຳປັ່ນລຳນີ້ໄດ້ 2 ເດືອນ, ແຕ່ຍາມໃດກໍ່ໄດ້ຮັບການບອກສອນຢ່າງສຸດອົກສຸດໃຈ. ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າບໍ່ໄດ້ຕ້ອນຮັບບຸນເຕັດພ້ອມກັບຄອບຄົວ, ໄດ້ຫໍ່ເຂົ້າຕົ້ມ, ນ້ອງມີຄວາມຕື້ນຕັນໃຈຫຼາຍ”.

        ສິບໂທ ຫງວຽນວັນດຶກ, ໄດ້ປະຕິບັດໜ້າທີ່ຢູ່ກ່ຳປັ່ນ 954 ເປັນເວລາເກືອບ 2 ປີ, ພ້ອມກັບບັນດາເພື່ອນຮ່ວມກົມກອງປະຕິບັດໜ້າທີ່ໄດ້ຫຼາຍຄັ້ງ ແລະ ສຳເລັດພັນທະການທະຫານກັບເມືອທ້ອງຖິ່ນກ່ອນຈະຮອດບຸນເຕັດ 2 – 3 ວັນ. ອ້າຍດຶກ ກໍ່ມີຄວາມຕື້ນຕັນໃຈເມື່ອໄດ້ຕ້ອນຮັບບຸນເຕັດກ່ອນຈຸດເວລາ, ກໍ່ແມ່ນການຕ້ອນຮັບບຸນເຕັດຄັ້ງສຸດທ້າຍໃນການເປັນທະຫານ. ເຂົ້າເປັນທະຫານພັນທະໄດ້ 2 ປີ ແລະ ປະຕິບັດງານຢູ່ກ່ຳປັ່ນ 954, ອ້າຍ ດຶກ ແບ່ງປັນວ່າ.

        “ປີນີ້ແມ່ນປີສິ້ນສຸດການເປັນທະຫານພັນທະ ນ້ອງຮູ້ສຶກດີໃຈຫຼາຍ,  ແຕ່ກົງກັນຂ້າມ ນ້ອງກໍ່ມີຄວາມໂສກເສົ້າຍ້ອນຕ້ອງໄດ້ອຳລາຈາກເພື່ອນຮ່ວມກົມກອງ, ບ່ອນທີ່ເຮົາໄດ້ຜູກພັນ. ແຕ່ນ້ອງກໍ່ມີຄວາມຕື້ນຕັນໃຈເມື່ອໄດ້ຕ້ອນຮັບບຸນເຕັດກ່ອນຈຸດເວລາກັບເພື່ອນຮ່ວມກົມກອງ”.

        ຕ້ອນຮັບບຸນເຕັດກ່ອນຈຸດເວລາພ້ອມກັບເພື່ອນຮ່ວມກົມກອງແມ່ນມີຄວາມອົບອຸ່ນແທ້ໆ. ບັນດານັກຮົບຢູ່ກ່ຳປັ່ນ 954 ໄດ້ຈັບມືກັນ ຂັບຮ້ອງບັນດາບົດເພງທີ່ລີ້ງເຄີຍ, ຄືດັ່ງຄຳໝັ້ນສັນຍາກຽມພ້ອມຮັບໜ້າທີ່, ເວນຍາມເຂດທະເລ, ນ່ານຟ້າຂອງປະເທດຊາດ ໃຫ້ມີຄວາມສະຫງົບ ແລະ ກາຍເປັນບ່ອນອີງທີ່ມີຄວາມໝັ້ນຄົງໜັກແໜ້ນ, ຊ່ວຍໃຫ້ຊາວປະມົງມີຄວາມອຸ່ນອ່ຽນໃຈອອກສູ່ທະເລ.

ຕອບກັບ