ຊາວກະສິກອນອາວຸໂສການກຸສົນສ້າງຂົວຊົນນະບົດ

Chia sẻ
(VOVWORLD) -ດ້ວຍຄວາມເມົາມົວເຮັດບຸນເຮັດທານທຳການກຸສົນ, 12 ກວ່າປີຜ່ານມາ, ບັນດາຊາວກະສິກອນອາວຸໂສ ແລະ ຄູບາອົງໜຶ່ງຢູ່ຕາແສງ ຖຸຍລ້ຽວ, ເມືອງ ກໍ່ກວາວ, ແຂວງກຽນຢາງ ໄດ້ກໍ່ສ້າງຂົວເບຕົງຢູ່ເຂດຊົນນະບົດເກືອບຮ້ອຍຂົວ. ເຖິງວ່າຍັງມີຫຼາຍຄົນປະສົບກັບຄວາມຫຍຸ້ງຍາກກໍ່ຕາມ, ແຕ່ເຂົາເຈົ້າກໍ່ບໍ່ໄດ້ຫວາດຫວັ່ນຕໍ່ສະພາບຝົນຕົກ, ຟ້າແດດ ຍັງມາຄົດຫຼັກ, ປະສົມປູນ, ຂົນດິນຈີ່… ເພື່ອກໍ່ສ້າງຂົວໃຫ້ພໍ່ແມ່ປະຊາຊົນ.
ຊາວກະສິກອນອາວຸໂສການກຸສົນສ້າງຂົວຊົນນະບົດ - ảnh 1 (ຊາວກະສິກອນອາວຸໂສການກຸສົນສ້າງຂົວ)

ໃນຊຸມມື້ທ້າຍເດືອນ ກັນຍາ, ຢູ່ວັດ ຖຸຍລ້ຽວ, ຕາແສງ ຖຸຍລ້ຽວ ມີຊາວກະສິກອນອາວຸໂສເກືອບ 10 ຄົນ, ຜູ້ມີອາຍຸຕ່ຳສຸດກໍ່ແມ່ນ 50 ປີ ແລະ ຜູ້ມີອາຍຸສູງສຸດກໍ່ແມ່ນ 80 ປີ ພວມຄົດເຫຼັກ, ມັດເຫຼັກ ເພື່ອກະກຽມໃຫ້ແກ່ການກໍ່ສ້າງຂົວຢູ່ຕາແສງ ວິ້ງບິ່ງບັ໊ກ, ເມືອງ ວິ້ງທ້ວນ, ແຂວງກຽນຢາງ. ນີ້ແມ່ນຂົວທີ່ກວ້າງ 2,6ມ ແລະ ມີລວງຍາວ 30,5ມ ໂດຍມີຜູ້ໃຈບຸນໜູນຊ່ວຍດ້ານເງິນທຶນ ແລະ ຄູບາ ລິ໊ລອງກົງແຢງ, ເຈົ້າອາວາດວັດ ຖຸຍລ້ຽວ ຮັບກໍ່ສ້າງ ພ້ອມກັບຖັນແຖວກໍ່ສ້າງຂົວຂອງວັດໂດຍບໍ່ໄດ້ເສຍຄ່າແຮງງານ.

        ເດືອນກັນຍາ, ໃນທາງກາງອາກາດຮ້ອນເອົ້າ, ຝົນກໍ່ຕົກລົງມາໂດຍບັງເອີນ, ບັນດາຊາວກະສິກອນອາວຸໂສຍັງອອກແຮງງານດ້ວຍຄວາມມ່ວນຊື່ນ. ພໍ່ຕູ້ ຫງວຽນວັນຕ໊າມ, ອາຍຸ 72 ປີ ຢູ່ຕາແສງຖຸຍລ້ຽວ, ໃຫ້ຮູ້ວ່າ ພໍ່ຕູ້ໄດ້ເຂົ້າຮ່ວມການກໍ່ສ້າງຂົວ, ກໍ່ສ້າງທາງໃຫ້ແກ່ວັດມາແຕ່ດົນນານແລ້ວ. ຢູ່ເຮືອນມີສວນ, ມີນາກໍ່ປະໃຫ້ລູກຫຼານເຮັດ, ສ່ວນພໍ່ຕູ້ແມ່ນໄປເຮັດວຽກງານກຸສົນໃຫ້ປະຊາຄົມຢູ່ວັດ. ໃນຕາແສງ, ຜູ້ໃດມີເວລາຫວ່າງກໍ່ມາເຮັດຊ່ວຍກັນ, ຮອດເວລາກິນເຂົ້າກໍ່ພ້ອມກັນກິນ, ພັກຜ່ອນຢູ່ວັດເລີຍ ແລ້ວກໍ່ເຮັດວຽກຕໍ່. ຮອດຕອນຄ່ຳກໍ່ກັບເຮືອນໃຜເຮືອນມັນ. ຍ້ອນແນວນັ້ນ, ທິມງານເຮັດວຽກງານກຸສົນກໍ່ສ້າງຂົວຢູ່ວັດຖຸຍລ້ຽວ ກວ່າ 20 ຄົນຈຶ່ງໄດ້ຮັບການສ້າງຕັ້ງຂຶ້ນ ແລະ ພ້ອມກັນໄປທົ່ວທຸກແຫ່ງໃນແຂວງ, ກໍ່ສ້າງຂົວຕ່າງໆເປັນເວລາກວ່າ 10 ປີຜ່ານມາ. ທ່ານ ຕ໊າມ, ໃຫ້ຮູ້ວ່າ.

        “ເຮືອນຂອງຂ້າພະເຈົ້າຕັ້ງຢູ່ຫ່າງຈາກວັດ 4 ກມ. ຂ້າພະເຈົ້າໄດ້ໄປເຮັດວຽກຊ່ວຍວັດ, ຊ່ວຍສັງຄົມເຮັດອັນໃດໄດ້ ກໍ່ເຮັດອັນນັ້ນ. ເມຍລູກຢູ່ເຮືອນກໍ່ເຫັນດີ, ເຫັນວ່າຂ້າພະເຈົ້າໄປເຮັດວຽກຄືແນວນັ້ນກໍ່ຊຸກຍູ້ໃຫ້ຂ້າພະເຈົ້າໄປເຮັດ. ເມື່ອເຮັດວຽກອິດເມືອຍແລ້ວກໍ່ພັກຜ່ອນ, ເຖິງວ່າຈະອິດເມື່ອຍປານໃດກໍຕາມ, ແຕ່ນັ້ນກໍ່ແມ່ນວຽກງານກຸສົນ ສະນັ້ນກໍ່ບໍ່ຄິດເຖິງເລື່ອງລຳບາກ.”

ຊາວກະສິກອນອາວຸໂສການກຸສົນສ້າງຂົວຊົນນະບົດ - ảnh 2(ຄູບາ ແລະ ຖັນແຖວດັ່ງກ່າວນັ້ນໄດ້ກໍ່ສ້າງຂົວເບຕົງດ້ວຍຄຸນນະພາບສູງໄດ້ 88 ຂົວ)

ຊາວກະສິກອນອາວຸໂສທຳການກຸສົນສ້າງຂົວ ໂດຍຄູບາ ລິ໊ລອງກົງແຢງ, ເຈົ້າອາວາດວັດຖຸຍລ້ຽວ, ຕາແສງຖຸຍລ້ຽວ, ເມືອງ ກໍ່ກວາວ ສ້າງຕັ້ງຂຶ້ນ. ໃນ 10 ປີຜ່ານມາ, ຄູບາ ແລະ ຖັນແຖວດັ່ງກ່າວນັ້ນໄດ້ກໍ່ສ້າງຂົວເບຕົງດ້ວຍຄຸນນະພາບສູງໄດ້ 88 ຂົວ.

        ເຫັນວ່າຢູ່ບ່ອນໃດຍັງຫຍຸ້ງຍາກຢູ່, ຄູບາກໍ່ຂົນຂວາຍປຸກລະດົມຜູ້ໃຈບຸນໃຈກຸສົນໜູນຊ່ວຍດ້ານເງິນທຶນເພື່ອກໍ່ສ້າງຂົວໂດຍບໍ່ໄດ້ເສຍຄ່າແຮງງານ. ຫຼັງຈາກນັ້ນ, ຖັນແຖວກໍ່ສ້າງຂົວເພື່ອການກຸສົນຂອງວັດກໍ່ມາສົມທົບກັບທ້ອງຖິ່ນນັ້ນຂົນຂວາຍເອົາແຮງງານຂອງປະຊາຊົນຢູ່ກັບທີ່. ມີຜູ້ໃຈບຸນໃຈກຸສົນກໍ່ມາຫາຄູບາເພື່ອໜູນຊ່ວຍການກໍ່ສ້າງຂົວໃຫ້ບັນດາເຂດປະສົບກັບຄວາມຫຍຸ້ງຍາກ. ຄູບາ ກົງແຢງ, ໃຫ້ຮູ້ວ່າ.

        “ຂ້າພະເຈົ້າຮັບກໍ່ສ້າງ ແລະ ຂົນຂວາຍປຸກລະດົມການບໍລິຈາກເງິນເພື່ອສ້າງຂົວ 1 ຂົວແມ່ນໃຊ້ເງິນປະມານ 80 ລ້ານດົ່ງ. ດ້ວຍຈຳນວນເງິນດັ່ງກ່າວນັ້ນແມ່ນບໍ່ມີຜູ້ໃດຮັບເຮັດ, ແຕ່ຂ້າພະເຈົ້າເຮັດແມ່ນຮັບປະກັນເລື່ອງຄຸນນະພາບສະນັ້ນເຂົາເຈົ້າຈຶ່ງມີຄວາມເຊື່ອໝັ້ນ. ຖ້າຫາກວ່າການກໍ່ສ້າງນັ້ນບໍ່ດີ ເຂົາເຈົ້າບໍ່ເຊື່ອໃຈກໍ່ຍາກທີ່ຈະຂົນຂວາຍການບໍລິຈາກໄດ້. ເວົ້າລວມແລ້ວ, ເມື່ອເຮັດແລ້ວຂັ້ນຕອນໃດພໍ່ແມ່ປະຊາຊົນກໍ່ຕີລາຄາຄຸນນະພາບໄປພ້ອມ. ຂ້າພະເຈົ້າເຮັດວຽກງານນີ້ມາແຕ່ປີ 2007 ຈົນຮອດປະຈຸບັນ, ບັນດາຂົວທີ່ກໍ່ສ້າງນັ້ນຍັງມີຄວາມທົນທານຢູ່ ແລະ ບໍ່ໄດ້ສ້ອມແປງເສີມຫຍັງຕື່ມອີກ”.

        ບໍ່ພຽງແຕ່ຂົນຂວາຍປຸກລະດົມການບໍລິຈາກໃນການກໍ່ສ້າງຂົວເບຕົງຢູ່ເຂດຊົນນະບົດໄດ້ນັບເປັນ 10 ຂົວເທົ່ານັ້ນ, ຫາກ ຄູບາ ລິ໊ລອງກົງແຢງ ຍັງພ້ອມກັບບັນດາອາວຸໂສຍັງຂົນຂວາຍປຶ້ມ, ທຶນສຶກສາໃຫ້ນັກຮຽນທຸກຍາກ, ນັກຮຽນຊົນເຜົ່າຂະແມ, ຂົນຂວາຍບັນດາອົງການຈັດຕັ້ງມາກວດ, ປິ່ນປົວພະຍາດ, ແຈກຢາຍຢ່າໂດຍບໍ່ເສຍຄ່າໃຫ້ພໍ່ແມ່ປະຊາຊົນຜູ້ທຸກຍາກ… ອີກດ້ວຍ. ວຽກງານຂອງຄູບາ ກົງແຢງ ແລະ ບັນດາຜູ້ໃຈບຸນໃຈກຸສົນຂອງພໍ່ແມ່ປະຊາຊົນຢູ່ເຂດຊົນນະບົດ ກໍ່ກວາວ ໄດ້ປະກອບສ່ວຍຢ່າງໃຫຍ່ຫຼວງເຂົ້າໃນການກໍ່ສ້າງຊົນນະບົດໃໝ່, ປັບປຸງຊີວິດການເປັນຢູ່ຂອງຊາວທ້ອງຖິ່ນ. ຄູບາ ລິ໊ລອງກົງແຢງ, ແບ່ງປັນວ່າ.

        “ຂ້າພະເຈົ້າເຫັນວ່າໄດ້ເຮັດວຽກງານດີມີຄຸນນະທຳໃຫ້ແກ່ສັງຄົມ, ໄດ້ຮັບການສະໜັບສະໜູນຈາກພໍ່ແມ່ພີ່ນ້ອງ ຂ້າພະເຈົ້າຮູ້ສຶກພາກພູມໃຈຫຼາຍ. ຂ້າພະເຈົ້າເຫັນວ່າພໍ່ແມ່ພີ່ນ້ອງມີຄວາມໄວ້ເນື້ອເຊື່ອໃຈ, ເມື່ອເວົ້າໄດ້ນັ້ນ ຂ້າພະເຈົ້າກໍ່ຮູ້ສຶກດີໃຈຫຼາຍ”.

        ໂດຍຖືເອົາຄວາມເບີກບານມ່ວນຊື່ນຂອງທຸກຄົນເປັນຄວາມເບີກບານມ່ວນຊື່ນຂອງຕົນ, ນັ້ນແມ່ນແນວຄວາມຄິດ ແລະ ວິທີເຮັດວຽກເຊິ່ງຫຼາຍປີຜ່ານມາຖັນແຖວກໍ່ສ້າງຂົວເພື່ອການກຸສົນຂອງຊາວກະສິກອນອາວຸໂສຢູ່ຕາແສງ ຖຸຍລ້ຽວ, ເມືອງ ກໍ່ກວາວ, ແຂວງ ກຽນຢາງ ໄດ້ເຮັດ ແລະ ຄວາມເບີກບ່ານມ່ວນຊື່ນນັ້ນຈະໄດ້ຮັບການທະວີຄູນເປັນຫຼາຍເທົ່າ ເມື່ອການເຄື່ອນໄຫວຂອງຖັນແຖວນີ້ນັບມື້ນັບໄດ້ຮັບການສະໜັບສະໜູນຈາກປະຊາຊົນເປັນຈຳນວນຫຼວງຫຼາຍ.

ຕອບກັບ