ຊາວກະສິກອນ ແຂວງ ກວ໋າງນິງ ຫາເງິນຕື້ຍ້ອນໄດ້ມີການຫັນເປັນດິຈີຕອນໃນການລ້ຽງສັດ

Huyen Chi -Thu Hoa
Chia sẻ

(VOVWORLD) -ປ່ຽນໃຫມ່ຈິນຕະນາການໃນການລ້ຽງເປັດ ຈາກວິທີການລ້ຽງແບບທຳມະດາມາເປັນຮູບແບບເຕັກໂນໂລຊີສູງຄົບວົງຈອນ ພວມແມ່ນທິດກ້າວເດີນໃຫມ່ຂອງຊາວກະສິກອນ ເທດສະບານ ກວ໋າງອຽນ ແຂວງ ກວ໋າງນິງ ເພື່ອແນໃສ່ແກ້ໄຂບັນຫາກ່ຽວກັບໂລກລະບາດໃນການລ້ຽງສັດ, ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດຢ່າງກະໂດດຂັ້ນໃຫ້ແກ່ຊາວກະສິກອນ ແລະ ປະຊາຄົມສັງຄົມ.

ຊາວກະສິກອນ ແຂວງ ກວ໋າງນິງ ຫາເງິນຕື້ຍ້ອນໄດ້ມີການຫັນເປັນດິຈີຕອນໃນການລ້ຽງສັດ - ảnh 1ການລ້ຽງເປັດໃນຄອກເຢັນນຳມາເຊິ່ງລາຍຮັບສູງໃຫ້ຜູ້ລ້ຽງສັດ.(ພາບ:VOV)

ລູງ ດົ່ງກວາງເກື່ອງ, ຜູ້ທີ່ມີເວລາຫລາຍປີໃນການລ້ຽງສັດຢູ່ ບ້ານ ເກີ໋ມຫລູຍ ຕາແສງ ເກີ໋ມລາ ເທດສະບານ ກວ໋າງອຽນ ໃຫ້ຮູ້ວ່າ: ກ່ອນນີ້ ເປັດລ້ຽງຢູ່ຫນອງ ມັກຕິດໂລກລະບາດ, ສິ້ນເປືອງລາຍຈ່າຍຫລາຍ, ຄຸນນະພາບຂອງເປັດບໍ່ສູງ. ໂດຍຮູ້ໄດ້ວ່າ ວິທີລ້ຽງເປັດແບບທຳມະດາແມ່ນບໍ່ເໝາະສົມອີກແລ້ວ, ລູງເກື່ອງ ຈຶ່ງຊອກຮູ້, ຮ່ຳຮຽນເອົາປະສົບການ, ໝູນໃຊ້ການຫັນເປັນດິຈີຕອນເຂົ້າໃນການຜະລິດເພື່ອຫລຸດຜ່ອນລາຍຈ່າຍ, ເພີ່ມລາຍຮັບ, ຈຳກັດຄວາມສ່ຽງໃນການລ້ຽງສັດ.

 “ຖ້າຫາກລ້ຽງແບບທຳມະດາ ປ່ອຍເປັດຢູ່ນອກຄອກ ຊາວກະສິກອນຕ້ອງໃຊ້ຫົວອາຫານປະມານ 2,7 -2,9 ກິໂລກາມ ຈຶ່ງໄດ້ເປັດເປັນ 1 ກິໂລກາມ. ແຕ່ເມື່ອລ້ຽງໃນຄອກເຢັນ ແມ່ນໃຊ້ຫົວອາຫານ ພຽງ 2,1 2,2 ກິໂລກາມ. ຖ້າລ້ຽງເປັດ 10.000 ໂຕຢູ່ນອກ ຕ້ອງມີຄົນງານ 8 ຄົນຮັບຜິດຊອບ, ສ່ວນລ້ຽງໃນຄອກເຢັນ ມີພຽງແຕ່ຜູ້ຫນຶ່ງກໍ່ຮັບຜິດຊອບໄດ້ແລ້ວ”.

 ຕາມລູງເກື່ອງແລ້ວ, ການລ້ຽງເປັດຢູ່ນອກເປັນຈຳນວນຫລາຍ ຈະປະສົບກັບຄວາມຫຍຸ້ງຍາກໃນການຄຸ້ມຄອງ ແລະ ອາດຈະຕິດໂລກລະບາດ, ກໍ່ມົນລະພິດຕໍ່ສິ່ງແວດລ້ອມ. ຂັ້ນຕອນລ້ຽງເປັດໃນຄອກເຢັນໂດຍມີການໝູນໃຊ້ເຕັກໂນໂລຊີສູງ ແມ່ນໄດ້ນຳມາເຊິ່ງຜົນປະໂຫຍດຫລາຍຢ່າງ, ຜູ້ລ້ຽງເປັດມີຄວາມເປັນເຈົ້າການໃນການຄຸ້ມຄອງ, ຕິດຕາມດັດຊະນີພັດທະນາຂອງຝູງເປັດເພື່ອມີແຜນສະຫນອງຫົວອາຫານ, ນ້ຳດຶ່ມ ແລະ ຢາປົວພະຍາດໃຫ້ເປັດຈາກທາງໄກນຳອີກ.

ປະຈຸບັນ ຟາມລ້ຽງເປັດຂອງລູງເກື່ອງ ມີເປັດປະມານ 15.000 ໂຕ, ຂັ້ນຕອນລ້ຽງແມ່ນແບບຄົບວົງຈອນ, ໄດ້ສັກວັກວິນກັນພະຍາດຢ່າງຄົບຖ້ວນ ສະນັ້ນເປັດແຂງແຮງດີ, ບໍ່ຕິດໂລກລະບາດ, ນ້ຳຫນັກສະເລ່ຍແມ່ນບັນລຸປະມານ 3,6 ກິໂລກາມ/ໂຕ ພາຍຫລັງລ້ຽງມາເປັນເວລາ 1,5 ເດືອນ. ແລະແຕ່ລະເດືອນ ລູງເກື່ອງ ສົ່ງໄປຂາຍ 15 ໂຕນ ດ້ວຍລາຄາ 42.000 – 45.000 ດົ່ງ/ກິໂລກາມ ອີງຕາມແຕ່ລະໄລຍະ. ນອກນັ້ນ ລູງເກື່ອງ ຍັງຈັດຕັ້ງການຈຳຫນ່າຍຫົວອາຫານສັດຢູ່ທ້ອງຖິ່ນ. ສະເລ່ຍລາຍຮັບຈາກຮູບແບບ ສວນ-ຫນອງ-ຄອກ ຂອງຄອບຄົວລູງເກື່ອງ ນຳມາເຊິ່ງລາຍຮັບແຕ່ 800 ລ້ານ - 1 ຕື້ດົ່ງ (42.300 USD)/ເດືອນ.

ຊາວກະສິກອນ ແຂວງ ກວ໋າງນິງ ຫາເງິນຕື້ຍ້ອນໄດ້ມີການຫັນເປັນດິຈີຕອນໃນການລ້ຽງສັດ - ảnh 2ຫລາຍຄອບຄົວລ້ຽງສັດຢູ່ ກວ໋າງອຽນໝູນໃຊ້ຮູບແບບລ້ຽງເປັດໃນຄອກເຢັນຂອງ ລູງ ດົ່ງກວາງເກື່ອງ. ພາບ:VOV

     ບໍ່ພຽງແຕ່ຜະລິດດຳເນີນທຸລະກິດເກັ່ງ, ລູງ ດົ່ງກວາງເກື່ອງ ດ້ວຍບົດບາດແມ່ນສະມາຊິກຂອງສະມາຄົມອາຊີບລ້ຽງສັດຢູ່ທ້ອງຖິ່ນ ກໍ່ໄດ້ຕັ້ງຫນ້າເຊື່ອມຕໍ່, ແຜ່ຂະຫຍາຍວິທີການລ້ຽງສັດແບບໃຫມ່, ມີປະສິດທິຜົນມາໃຫ້ພໍ່ແມ່ປະຊາຊົນໃນເຂດ. ທ່ານ ເລວັນໂດະ, ຮອງປະທານສະມາຄົມຊາວກະສິກອນ ແຂວງ ກວ໋າງນິງ ໃຫ້ຮູ້ວ່າ:

ນອກຈາກການນຳຫນ້າໃນການໝູນໃຊ້ເຕັກໂນໂລຊີ ຫັນເປັນດິຈີຕອນ ເຂົ້າໃນຂັ້ນຕອນການຜະລິດ, ລ້ຽງສັດ, ສ້າງລາຍຮັບສູງແລ້ວ, ລູງເກື່ອງ ຍັງແມ່ນຫົວຫນ້າສະມາຄົມອາຊີບລ້ຽງສັດຂອງຕາແສງ ເກີ໋ມລາ ເທດສະບານ ກວ໋າງອຽນແຂວງ ກວ໋າງນິງ ນຳອີກລູງເກື່ອງ ໄດ້ຫນູນຊ່ວຍໃຫ້ບັນດາຄອບຄົວຊາວກະສິກອນລ້ຽງສັດໃນບໍລິເວນ ເພື່ອເຂົ້າຮ່ວມລະບົບການຜະລິດບັນດາຜະລິດຕະພັນຈາກເປັດ, ຍົກສູງຄຸນຄ່າຜະລິດຕະພັນໃຫ້ແກ່ພໍ່ແມ່ປະຊາຊົນ.

ຮູບແບບລ້ຽງເປັດໃນຄອກເຢັນຂອງ ລູງ ດົ່ງກວາງເກື່ອງ ພວມໄດ້ຮັບການໝູນໃຊ້ຈາກຫລາຍຄອບຄົວລ້ຽງສັດຢູ່ ກວ໋າງອຽນ, ຜະລິດເປັດເປັນສິນຄ້າທີ່ມີຄຸນນະພາບດີ, ບໍ່ພຽງແຕ່ຈຳຫນ່າຍຢູ່ແຂວງ ກວ໋າງນິງ ແລະ ບັນດາແຂວງ, ນະຄອນ ໃກ້ຄຽງຄື: ຫາຍຟ່ອງ, ຫາຍເຢືອງ ເທົ່ານັ້ນ ຫາກຍັງສົ່ງໄປຂາຍຢູ່ຕະຫລາດບັນດາແຂວງ ພາກກາງ, ພາກໃຕ້ ອີກດ້ວຍ ປະກອບສ່ວນຮັບປະກັນລາຍຮັບໃຫ້ປະຊາຊົນ ແລະ ຍົກສູງປະສິດທິຜົນດ້ານເສດຖະກິດໃນບໍລິເວນແຂວງ.

ຕອບກັບ