ຊ໊ອກຈັງ ພັດທະນາປ່າປ້ອງກັນຢູ່ແຄມທະເລເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

Chia sẻ
(VOVWORLD) -ຄຽງຂ້າງການບູລະນະປະຕິສັງຄອນ, ຍົກລະດັບຄັນຄູທະເລຄືນໃໝ່, ທາງແຂວງຊ໊ອກຈັງ ຍັງເອົາໃຈໃສ່ເປັນພິເສດເຖິງການປູກຕົ້ນໄມ້ໃຫ້ເປັນປ່າເພື່ອປົກປັກຮັກສາຄັນຄູເຫຼົ່າອີກດ້ວຍ

ຊ໊ອກຈັງ ພັດທະນາປ່າປ້ອງກັນຢູ່ແຄມທະເລເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1 ປ່າຊາຍເລນເຂດແຄມທະເລ

(ພາບປະກອບ: soctrang.gov.vn)

ຕໍ່ໜ້າການກະທົບຈາກການປ່ຽນແປງຂອງດິນຟ້າອາກາດ, ມີຫຼາຍຄັນຄູທະເລ, ຝັ່ງທະເລຂອງແຂວງ ຊ໊ອກຈັງ ຖືກຜົນສະທ້ອນຢ່າງໜັກໜ່ວງ, ອັນໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງເຖິງຊີວິດການເປັນຢູ່ ແລະ ການຫາເງິນລ້ຽງຊີບຂອງປະຊາຊົນຢູ່ເຂດແຄມທະເລ. ເພື່ອຫຼຸດຜ່ອນຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ, ຄຽງຂ້າງການບູລະນະປະຕິສັງຄອນ, ຍົກລະດັບຄັນຄູທະເລຄືນໃໝ່, ທາງແຂວງຊ໊ອກຈັງ ຍັງເອົາໃຈໃສ່ເປັນພິເສດເຖິງການປູກຕົ້ນໄມ້ໃຫ້ເປັນປ່າເພື່ອປົກປັກຮັກສາຄັນຄູເຫຼົ່ານັ້ນ.

        ເມື່ອມາເຂດຝັ່ງທະເລຢູ່ບ້ານ ເອົາເທາະບີ, ຕາແສງ ວິ້ງຫາຍ, ເທດສະບານ ວິ້ງເຈົາ, ຫຼາຍຄົນກໍ່ປະລາດໃຈຍ້ອນວ່າ ເຂດປ່າຊາຍເລນຢູ່ທີ່ນີ້ຂຽວອຸ່ມທຸ່ມ, ເຕັມໄປດ້ວຍຕົ້ນໄມ້ຫຼາຍຊະໜິດທີ່ສະຫຼັບສັບຊ້ອນກັນດ້ວຍເນື້ອທີ່ນັບຮ້ອຍເຮັກຕາ, ຫັນໜ້າອອກໄປສູ່ທະເລ. ເຂດປ່າປ້ອງກັນຢູ່ທີ່ນີ້ໄດ້ຮັບການພັດທະນາຢ່າງແຮງ ກໍ່ຍ້ອນມີຮູບແບບພ້ອມກັນຄຸ້ມຄອງປ່າ ເຊິ່ງໄດ້ຮັບການຜັນຂະຫຍາຍພາຍໃຕ້ການໜູນຊ່ວຍຂອງອົງການຮ່ວມມືພັດທະນາເຢຍລະມັນ (GIZ). ບັນດາສະມາຊິກພ້ອມກັນເຂົ້າຮ່ວມການຄຸ້ມຄອງປ່າ ໄປພ້ອມກັບການປະຕິບັດໜ້າທີ່ຮັບຜິດຊອບໃນການຄຸ້ມຄອງແຫຼ່ງຊັບພະຍາກອນປ່າ, ພໍ່ແມ່ປະຊາຊົນຍັງໄດ້ເຂົ້າປ່າເພື່ອຂຸດຄົ້ນໄມ້ ແລະ ຂຸດຄົ້ນແຫຼ່ງສິນໃນນ້ຳສິນທະເລທີ່ຢູ່ໃຕ້ປ່າເພື່ອຮັບໃຊ້ຊີວິດການເປັນຢູ່ອີກດ້ວຍ. ປະຊາຊົນໄດ້ຕິດຕາມກວດກາເຊິ່ງກັນແລະ ກັນ ດ້ວຍຈຸດປະສົງລວມແມ່ນປົກປັກຮັກສາປ່າ, ຂຸດຄົ້ນປ່າແບບຍືນຍົງ. ຍ້ອນວິທີເຮັດດັ່ງກ່າວ, ສະນັ້ນປ່າຊາຍເລນເຂດແຄມທະເລຢູ່ບ້ານ ເອົາເທາະບີ ຈຶ່ງນັບມື້ນັບພັດທະນາຂຶ້ນໃນແຕ່ປີ. ທ່ານ ແທັກຊວາ, ຫົວໜ້າກຸ່ມພ້ອມກັນຄຸ້ມຄອງປ່າຢູ່ບ້ານ ເອົາເທາະບີ, ໃຫ້ຮູ້ວ່າ.

        “ໂຄງການໄດ້ປູກປ່າຕື່ມອີກ, ປ່າມີການພັດທະນາແບບທຳມະຊາດ. ເຮົາປູກຕົ້ນໄມ້ 1 ຕົ້ນ, ມັນສາມາດຂະຫຍາຍເປັນ 2, 3 ຕົ້ນ. ເມື່ອນ້ຳທະເລຂຶ້ນສູງບັນດາຮາກຂອງມັນຈະຮັກສາດິນໄວ້, ຍ້ອນເຫດນັ້ນເຂດດິນສັນດອນຈຶ່ງນັບມື້ນັບເພີ່ມຂຶ້ນ. ຫຼັງຈາກນັ້ນ, ແກ່ນຂອງຕົ້ນໄມ້ທີ່ເຮົາປູກນັ້ນ ຈະໄຫຼ່ອອກໄປຕາມໜ້ານ້ຳທະເລ, ເມື່ອນ້ຳທະເລແຫ້ງແລ້ວ ບັນດາແກ່ນຕົ້ນໄມ້ນັ້ນຈະປົ່ງໜໍ່ກາຍເປັນຕົ້ນໄມ້ ແລະ ຂະຫຍາຍກວ້າງອອກໄປຕື່ມ.”

        ແຂວງຊ໊ອກຈັງ ມີຝັ່ງທະເລຍາວ 70 ກມ, ຈຶ່ງແມ່ນໜຶ່ງໃນບັນດາທ້ອງຖິ່ນຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍ້ອນນ້ຳທະເລກັດເຊາະ. ຍ້ອນເຫດນັ້ນ, ນອກຈາກບັນດາມາດຕະການແກ້ໄຂກໍ່ສ້າງກິດຈະກຳຕ່າງໆແລ້ວ, ເລື່ອງປູກຕົ້ນໄມ້ໃຫ້ເປັນປ່າເພື່ອຮັບມືກັບສະພາບດິນເຊາະເຈືອນຢູ່ແຄມທະເລໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກທ້ອງຖິ່ນ. ທ່ານ ຫງວຽນແທັງຕ່ວານ, ຮອງປະທານຄະນະກຳມະການປະຊາຊົນຕາແສງ ວິ້ງຫາຍ, ໃຫ້ຮູ້ວ່າ.

        “ເມື່ອປົກປ້ອງເນື້ອທີ່ປ່າຢູ່ນອກຄັນຄູນັ້ນ ປະຈຸບັນຄັນຄູບໍ່ຖືກເຊາະເຈືອນອີກແລ້ວ, ນ້ຳທະເລກໍ່ບໍ່ຊຶມເຂົ້າຮອດຄັນຄູ, ຍ້ອນຮົ່ມປ່າ ແລະ ດິນສັນດອນ. ເຂດປ່າມີເນື້ອທີ່ກວ້າງກວ່າ ແລະ ດິນສັນດອນກໍ່ສູງກວ່າ. ປະຈຸບັນ, ເມື່ອນ້ຳທະເລຂຶ້ນສູງ ແລະ ລະດັບສູງທີ່ສຸດໃນແຕ່ລະປີ, ຕາມການຕີລາຄາຂອງຊາວກະສິກອນແລ້ວແມ່ນ ນ້ຳບໍ່ຂຶ້ນຮອດຕີນຄັນຄູຈັກເທື່ອ, ສະນັ້ນເລື່ອງຮັກສາຄັນຄູທະເລຢູ່ເຂດພ້ອມກັນຄຸ້ມຄອງໄດ້ຮັບການປະຕິບັດເປັນຢ່າງດີ”.

        ຜ່ານບັນດາລາຍການ, ແຫຼ່ງທຶນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ປ່າຊາຍເລນຢູ່ເຂດແຄມທະເລຂອງແຂວງຊ໊ອກຈັງ ໄດ້ປູກຕື່ມອີກ ແລະ ມີການພັດທະນາຢ່າງກວ້າງໃຫຍ່ທີ່ສຸດ. ຕາມນັ້ນແລ້ວ, ນັບແຕ່ປີ 2011 ມາຮອດປະຈຸບັນ, ແຂວງ ຊ໊ອກຈັງ ໄດ້ປູກປ່າປ້ອງກັນໃໝ່ໄດ້ 1.500 ເຮັກຕາ, ອັນໄດ້ຍົກເນື້ອທີ່ປ່າປ້ອງກັນຢູ່ເຂດແຄມທະເລຂອງແຂວງນີ້ຂຶ້ນເປັນ 8.000 ເຮັກຕາ. ທ່ານ ເຈິ່ນຈ້ອງຄຽມ, ຫົວໜ້າຫ້ອງການກວດກາປ່າໄມ້ແຂວງຊ໊ອກຈັງ, ຢືນຢັນວ່າ.

        “ສຳລັບການປ່ຽນແປງຂອງດິນຟ້າອາກາດຄືໃນປະຈຸບັນ, ບໍ່ມີກິດຈະກຳໃດທີ່ມີປະສິດທິຜົນ ແລະ ໝັ້ນຄົງ ເທົ່າກັບມາດຕະການປູກປ່າຊາຍເລນຢູ່ເຂດແຄມທະເລ. ວຽກງານປູກປ່າຂອງແຂວງຊ໊ອກຈັງ ໃນຊຸມປີຜ່ານມາໄດ້ຮັບການຕີລາຄາສູງຈາກກະຊວງກະສິກຳ, ເນື້ອທີ່ພັດທະນາປ່າຂອງຊ໊ອກຈັງ ໃນປະຈຸບັນເກືອບຄືວ່ານຳໜ້າໃນທົ່ວປະເທດ, ໃນການປະຕິບັດໂຄງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ”.

        ຜົນສຳເລັດຈາກຮູບແບບພ້ອມກັນຄຸ້ມຄອງປ່າຊາຍເລນເຂດແຄມທະເລຢູ່ຕາແສງ ວິ້ງຫາຍ, ແຂວງຊ໊ອກຈັງ ໄດ້ທະວີຄູນອອກສູ່ບັນດາເມືອງຢູ່ເຂດແຄມທະເລອື່ນຄື: ເຈິ່ນເດ່, ກຸລາວຢຸງ. ບັນດາກິດຈະກຳປ້ອງກັນຄັນຄູເພື່ອຫຼຸດຜ່ອນຄື້ນຟອງກະທົບໃສ່ ປ່າປ້ອງກັນກໍ່ໄດ້ຮັບການຜັນຂະຫຍາຍຢ່າງກວ້າງຂວາງ, ຊ່ວຍໃຫ້ບັນດາຕົ້ນໄມ້ຢູ່ທີ່ນີ້ຂະຫຍາຍຮາກຢັ່ງລົງເລິກ, ສ້າງເປັນເຂດປ່າຕຶບອອກສູ່ທະເລ, ປົກປັກຮັກສາຄັນຄູທະເລໄວ້ຢ່າງໝັ້ນຄົງ, ຊ່ວຍໃຫ້ພໍ່ແມ່ປະຊາຊົນມີຄວາມອຸ່ນອ່ຽນໃຈໃນການດຳລົງຊີວິດ ແລະ ທຳການຜະລິດ.

ຕອບກັບ