ຈ໊າງອາຈູ ແລະ ຄວາມຝັນຢາກສ້າງຄວາມຮັ່ງມີຈາກໝູ່ບ້ານ

Bao Trang
Chia sẻ
(VOVWORLD) -ຖ້າຫາກວ່າເຂດພູພຽງ ມົກເຈົາ ມີຊື່ສຽງດ້ວຍໂນນຊາ, ປ່າແປກບ້ານອ໊າງ, ແມ່ນສະຖານທີ່ທ່ອງທ່ຽວທີ່ລຶ້ງເຄີຍສຳລັບນັກທ່ອງທ່ຽວ, ຮົວຕາດ ພັດດຶງດູດນັກທ່ອງທ່ຽວຍ້ອນຮີດຄອງປະເພນີ, ຈຸດວັດທະນະທຳທີ່ເປັນມູນເຊື້ອ, ເປັນເອກະລັກສະເພາະຂອງພໍ່ແມ່ປະຊາຊົນເຜົ່າ ມົ້ງ ຢູ່ທີ່ນີ້.

ຈ໊າງອາຈູ ແລະ ຄວາມຝັນຢາກສ້າງຄວາມຮັ່ງມີຈາກໝູ່ບ້ານ - ảnh 1(ຄອບຄົວອ້າຍ ຈ໊າງອາຈູ ແມ່ນຄອບຄົວຜູ້ທຳອິດໃນບ້ານເລີ່ມດຳເນີນທຸລະກິດເຂດຊຸມຊົນ)

ຮົວຕາດ, ເຊິ່ງແມ່ນສະຖານທີ່ທ່ອງທ່ຽວເຂດຊຸມຊົນທີ່ຫາກໍ່ພົ້ນເດັ່ນຂອງເມືອງ ເວິນໂຮ່, ແຂວງເຊີນລາ. ຖ້າຫາກວ່າເຂດພູພຽງ ມົກເຈົາ ມີຊື່ສຽງດ້ວຍໂນນຊາ, ປ່າແປກບ້ານອ໊າງ, ແມ່ນສະຖານທີ່ທ່ອງທ່ຽວທີ່ລຶ້ງເຄີຍສຳລັບນັກທ່ອງທ່ຽວ, ຮົວຕາດ ພັດດຶງດູດນັກທ່ອງທ່ຽວຍ້ອນຮີດຄອງປະເພນີ, ຈຸດວັດທະນະທຳທີ່ເປັນມູນເຊື້ອ, ເປັນເອກະລັກສະເພາະຂອງພໍ່ແມ່ປະຊາຊົນເຜົ່າ ມົ້ງ ຢູ່ທີ່ນີ້. ແລະ ຜູ້ປະກອບສ່ວນເຮັດໃຫ້ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງໝູ່ບ້ານຈະເລີນເຕີບໂຕ ເຊິ່ງຕັ້ງຢູ່ປາກປະຕູທາງເຂົ້າແຂວງເຊີນລາ ນັ້ນແມ່ນ ຈ໊າງອາຈູ - ເຊິ່ງເປັນລູກຫຼານຂອງເຂດພູຜາປ່າໄມ້ບ້ານ ຮົວຕາດ.

        ດ້ວຍທິດນຳທີ່ວ່າ, ພັດທະນາການທ່ອງທ່ຽວ ແຕ່ບໍ່ທຳລາຍຄວາມສວຍງາມຂອງທຳມະຊາດ, ວັດທະນະທຳຂອງຊົນເຜົ່າ, ຈ໊າງອາຈູ ບໍ່ພຽງແຕ່ປ່ຽນແປງຊີວິດການເປັນຢູ່ຂອງຄອບຄົວຕົນເທົ່ານັ້ນ, ຫາກຍັງປະກອບສ່ວນອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຂອງທັງຊຸມຊົນໄວ້ໄດ້.

        Homestay ອາຈູ, ແມ່ນກຸ່ມເຮືອນຮ້ານ ແລະ ເຮືອນ bugalow 2 – 3 ຫຼັງ ຕັ້ງຢູ່ຂ້າງຫໍວັດທະນະທຳ ແລະ ສະໜາມກິລາຂອງບ້ານ ຮົວຕ໊າດ. ປີ 2014, ຄອບຄົວອ້າຍ ຈ໊າງອາຈູ ແມ່ນຄອບຄົວຜູ້ທຳອິດໃນບ້ານກູ້ຢືມທຶນ ພ້ອມກັບອ້າຍນ້ອງສ້າງເຮືອນຮ້ານຫຼັງໃຫຍ່ກວ່າໝູ່ໃນບ້ານ, ເລີ່ມດຳເນີນທຸລະກິດເຂດຊຸມຊົນ. ຈ໊າງອາຈູ ແບ່ງປັນວ່າ.

        “ສິ່ງທີ່ກະຕຸກຊຸກຍູ້ຂ້າພະເຈົ້າທີ່ສຸດແມ່ນຂ້າພະເຈົ້າໄດ້ເຮັດວຽກຮັບຈ້າງແລ້ວ ແລະ ເຊົາເຮັດວຽກງານນີ້ເພາະວ່າ ມັນບໍ່ມີຄວາມແນ່ນອນ. ຂ້າພະເຈົ້າມີພອນສະຫວັນດ້ານສີລະປະ, ເປົ່າແຄນຂອງຊາວເຜົ່າມົ້ງຂ້າພະເຈົ້າສາມາດນຳໃຊ້ມັນ ແລະ ຂ້າພະເຈົ້າກໍ່ໄດ້ໄປຮຽນວິທີແຕ່ງກິນ, ວິທີເຮັດການບໍລິການທ່ອງທ່ຽວຕື່ມອີກ. ປະຈຸບັນ, ວຽກງານຂອງພວກຂ້າພະເຈົ້າແມ່ນພັດທະນາໄດ້ດີ ແລະ ມີວຽກນັບມື້ນັບຫຼາຍຂຶ້ນ”.

        ຕອນທຳອິດ, ສ້າງຮູບການທ່ອງທ່ຽວເຂດຊຸມຊຸມຂອງ ຈ໊າງອາຈູ ກໍ່ບໍ່ໄດ້ຮັບຄວາມເຫັນດີຈາກພໍ່ແມ່ປະຊາຊົນໃນບ້ານ. ແຕ່ໂຊກດີ, ຈ໊າງອາຈູ ໄດ້ຮັບການໜູນຊ່ວຍຈາກບັນດາບໍລິສັດທ່ອງທ່ຽວ, ປາດຖະໜາວ່າ ຈ໊າງອາຈູ ຈະຂຸດຄົ້ນທ່າແຮງຈາກຮີດຄອງປະເພນີຂອງຊົນເຜົ່າ ມົ້ງ, ສ້າງຄວາມຮັ່ງມີຢູ່ເຂດດິນແດນແຫ່ງບ້ານເກີດເມືອງນອນຂອງຕົນ. ພິເສດ, ເອື້ອຍ ຮ່າງອາຊວາ, ຍາມໃດກໍ່ສະໜັບສະໜູນຜົວຂອງຕົນຢ່າງສຸດໃຈ.

        “ຕອນທຳອິດ, ພວກຂ້າພະເຈົ້າກໍ່ຮ່ວມແຮງຮ່ວມໃຈກັນເຮັດ. ຫຼັງຈາກນັ້ນ, ຈຳນວນທຶນແມ່ນຂຶ້ນສູງຫຼາຍ, ພວກຂ້າພະເຈົ້າຕ້ອງໄປກູ້ຢືມກໍ່ຮູ້ສຶກທໍ້ຖອນໜ້ອຍໜຶ່ງຍ້ອນວ່າຢານຫຼຸບທຶນ. ແຕ່ 2 ຜົວເມຍກໍ່ໄດ້ຕັດສິນໃຈ ແລະ ຜ່ານຜ່າຄວາມຫຍຸ້ງຍາກ, ບັນດາບໍລິສັດທ່ອງທ່ຽວກໍ່ຄ່ອຍໆແນະນຳນັກທ່ອງທ່ຽວໃຫ້, ປະຈຸບັນແມ່ນດີກຂຶ້ນຫຼາຍແລ້ວ.”

ຈ໊າງອາຈູ ແລະ ຄວາມຝັນຢາກສ້າງຄວາມຮັ່ງມີຈາກໝູ່ບ້ານ - ảnh 2 (ເຮືອນຮ້ານຂອງອ້າຍ ຈ໊າງອາຈູ ໄດ້ສົມທົບກັບບັນດາຈຸດທີ່ເປັນເອກະລັກສະເພາະ ຂອງເຮືອນຊາວເຜົ່າ ມົ້ງ)

ເຮືອນຮ້ານຂອງອ້າຍ ຈ໊າງອາຈູ ໄດ້ສົມທົບກັບບັນດາຈຸດທີ່ເປັນເອກະລັກສະເພາະ ຂອງເຮືອນຊາວເຜົ່າ ມົ້ງ, ແຕ່ໄດ້ເພີ່ມບັນດາເຄື່ອງໃຊ້ທັນສະໄໝ ສ້າງຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ. ຊັ້ນໜຶ່ງໄດ້ອອກແບບເປັນຫ້ອງກິນດື່ມເພື່ອໃຫ້ນັກທ່ອງທ່ຽວໄດ້ມາກິນດື່ມ, ທັງຮັບຊົມທິວທັດທຳມະຊາດ ແລະ ໄດ້ຮັບການປະດັບປະດາດ້ວຍບັນດາເຄື່ອງທີ່ເປັນເອກະລັກສະເພາະ. ສະມາຊິກທັງໝົດໃນຄອບຄົວຂອງ ຈ໊າງອາຈູ ລ້ວນແຕ່ເຮັດການບໍລິການທ່ອງທ່ຽວ. ລູກຊາຍຂອງ ຈ໊າງອາຈູ ກໍ່ເຮັດວຽກຢ່າງຕັ້ງໜ້າທີ່ສຸດ, ນັບແຕ່ການນຳພານັກທ່ອງທ່ຽວຂຶ້ນພູ, ຂ້າມປ່າ ຫຼື ຈັດຕັ້ງບັນດາທິມບານເຕະມິດຕະພາບ. ແຊວລິງ, ລູກຊາຍຂອງ ຈ໊າງອາຈູ, ໃຫ້ຮູ້ວ່າ.

        “ເມື່ອເຕີບໃຫຍ່, ລູກຈະສືບຕໍ່ເຮັດການບໍລິການ Homestay ຍ້ອນລູກຢາກຊ່ວຍປະຊາຊົນໃນບ້ານ, ພ້ອມກັນສ້າງບ້ານໃຫ້ສວຍງາມກວ່າ”.

        ສ່ວນ ເອື້ອຍ ຮ່າງອາຊວາ ເມຍຂອງອ້າຍ ຈ໊າງອາຈູ, ເມື່ອເຮັດການບໍລິການ Homestay ແລ້ວ, ເອື້ອຍບໍ່ໄດ້ໄປເຮັດໄຮ່ອີກ, ມີແຕ່ຢູ່ເຮືອນແຕ່ງບັນດາເຍື່ອງອາຫານຮັບໃຊ້ນັກທ່ອງທ່ຽວ. ບັນດາເຍື່ອງອາຫານຂອງຊາວເຜົ່າ ມົ້ງ ຄື: ໄກ່ກະດູກດຳ, ປ່າຫວ້ຍ, ຜັກປ່າ… ທີ່ເອື້ອຍອາຊວາ ແຕ່ງນັ້ນແມ່ນມີລົດຊາດຖືກໃຈນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.

        ມາພັກຜ່ອນຢູ່ Homestay ອາຈູ, ນັກທ່ອງທ່ຽວໄດ້ຊອກຮູ້ຊີວິດການເປັນຢູ່, ແບບແຜນການດຳເນີນຊີວີດຂອງຊາວເຜົ່າ ມົ້ງ ຜ່ານບັນດາການເຄື່ອນໄຫວພຶດຕິກຳຕົວຈິງທີ່ເປັນໜ້າປະທັບໃຈຄື: ໄປເກັບໝາກຄາຍ, ເຮັດເຂົ້າໜົມໄຢ່, ຕຳເຂົ້າ, ຫຼີ້ນບັນດາການລະຫຼີ້ນພື້ນເມືອງ… ໃນປື້ມ “ບັນດາເລື່ອງລາວກ່ຽວກັບການທ່ອງທ່ຽວຫວຽດນາມ” ໂດຍອົງການທ່ອງທ່ຽວສາກົນໂລກພິມຈຳໜ່າຍ, Homestay ອາຈູ ໄດ້ເວົ້າເຖິງຄືດັ່ງສະຖານທີ່ທ່ອງທ່ຽວຊີວະພາບທີ່ດີເດັ່ນບໍ່ຄວນພາດໂອກາດເມື່ອມາທ່ຽວຢູ່ຫວຽດນາມ. ເມື່ອໄດ້ຖາມວ່າ ຜົນສຳເລັດທີ່ສຸດຂອງອ້າຍແມ່ນຫຍັງ, ອ້າຍ ຈ໊າງອາຈູ ໄດ້ແບ່ງປັນວ່າ, ອ້າຍມີຄວາມເບີກບ່ານມ່ວນຊື່ນທີ່ສຸດເມື່ອມີບັນດານັກທ່ອງທ່ຽວມາ Homestay ຂອງອ້າຍ ແລະ ມີຄວາມເຂົ້າໃຈກ່ຽວກັບບ້ານ ຮົວຕາດ ກວ່າ.

ຕອບກັບ