ກໍ່ສ້າງ, ພັດທະນານະຄອນຫຼວງຮ່າໂນ້ຍ ຜ່ານຂະບວນການ “ວຽກດີຄົນເດັ່ນ”

Nguyen Nhung – Vinh Phong
Chia sẻ
(VOVWORLD) -ຮ່າໂນ້ຍ ຍາມໃດກໍ່ແມ່ນທ້ອງຖິ່ນນຳໜ້າໃນທົ່ວປະເທດໃນການປຸກລະດົມ ແລະ ຈັດຕັ້ງຂະບວນການແຂ່ງຂັນ “ວຽກດີ, ຄົນເດັ່ນ”.

ກໍ່ສ້າງ, ພັດທະນານະຄອນຫຼວງຮ່າໂນ້ຍ ຜ່ານຂະບວນການ “ວຽກດີຄົນເດັ່ນ” - ảnh 1 ພິທີຍ້ອງຍໍ “ວຽກດີ, ຄົນເດັ່ນ” ຮ່າໂນ້ຍ 2019

(ພາບປະກອບ: nhandan.com.vn)

ໂດຍແມ່ນນະຄອນຫຼວງຂອງປະເທດຫວຽດນາມ, ນະຄອນຮ່າໂນ້ຍ ຍາມໃດກໍ່ນຳໜ້າໃນຂະບວນການແຂ່ງຂັນ, ພັດທະນາທ້ອງຖິ່ນ ແລະ ປະເທດຊາດ. ຮ່າໂນ້ຍ ຍາມໃດກໍ່ແມ່ນທ້ອງຖິ່ນນຳໜ້າໃນທົ່ວປະເທດໃນການປຸກລະດົມ ແລະ ຈັດຕັ້ງຂະບວນການແຂ່ງຂັນ “ວຽກດີ, ຄົນເດັ່ນ”. 27 ປີຜ່ານມາ, ຂະບວນການວຽກດີ, ຄົນເດັ່ນຂອງນະຄອນຫຼວງຮ່າໂນ້ຍ ໄດ້ກາຍເປັນແບບແຜນວັດທະນະທຳ, ເປັນສີສັນທີ່ເປັນເອກະລັກສະເພາະ, ບໍ່ພຽງແຕ່ເພີ່ມພູນຄູນສ້າງເທົ່ານັ້ນ ຫາກຍັງຕັ້ງໜ້າປະກອບສ່ວນໃຫ້ແກ່ການພັດທະນາຂອງນະຄອນແຫ່ງອະລິຍະທຳນັບພັນປີອີກດ້ວຍ.

        ນັບແຕ່ປີ 1992, ຮ່າໂນ້ຍ ແມ່ນທ້ອງຖິ່ນທຳອິດໃນທົ່ວປະເທດໄດ້ປຸກລະດົມ ແລະ ຈັດຕັ້ງການແຂ່ງຂັນ “ວຽກດີ, ຄົນເດັ່ນ”, ໄດ້ຮັບການຜັນຂະຫຍາຍຢ່າງກວ້າງຂວາງໃນທົ່ວບໍລິເວນນະຄອນ, ຕິດພັນກັບຂະບວນການ “ທົ່ວປວງຊົນສາມັກຄີກັນກໍ່ສ້າງການດຳລົງຊີວິດທາງດ້ານວັດທະນະທຳຢູ່ເຂດຊຸມຊົນ” ແລະ ບັ້ນຂົນຂວາຍ “ທົ່ວປວງຊົນສາມັກຄີກັນກໍ່ສ້າງຊົນນະບົດໃໝ່, ຕົວເມືອງສີວິໄລ”, ບັ້ນຂົນຂວາຍສ້າງຊາວຮ່າໂນ້ຍ ສຸພາບຮຽບຮ້ອຍ, ສີວິໄລ… ເຊິ່ງໄດ້ຮັບການຕອບສະໜອງຢ່າງຕັ້ງໜ້າຈາກປະຊາຊົນນະຄອນຫຼວງທຸກຊັ້ນວັນນະ. ຜ່ານບັນດາຂະບວນການ, ນະຄອນໄດ້ຄົ້ນພົບ, ຍ້ອງຍໍ, ເຊີດຊູບັນດາແບບຢ່າງ, ບັນດາພົນລະເມືອງນະຄອນຫຼວງດີເດັ່ນຢ່າງທັນການ. ຍິ່ງກວ່າຄຳລະດົມກຳລັງໃຈ, ເລື່ອງລາວກ່ຽວກັບຄົນດີໄດ້ປຸກລຸກຄວາມປາດຖະໜາຢາກອຸທິດສ່ວນ ຫຼາຍກວ່າອີກໃຫ້ແກ່ປະຊາຄົມ ແລະ ສັງຄົມ. ໃນນັ້ນມີປ້າ ຫງວຽນທິກ໊າຍ, ອາຍຸ 75 ປີ, ຢູ່ຕາແສງ ແບັກມາຍ, ເມືອງ ຮາຍບ່າຈຶງ, ເຊິ່ງແມ່ນແບບຢ່າງດີເດັ່ນໃນຂະບວນການແຂ່ງຂັນຮັກຊາດຂອງນະຄອນຫຼວງຮ່າໂນ້ຍ (ໄລຍະ 2013 - 2018) ແບ່ງປັນວ່າ.

        “ຂ້າພະເຈົ້າຄິດວ່າ, ຂ້າພະເຈົ້າຍັງແຂງແຮງຢູ່ ແລະ ຂ້າພະເຈົ້າກໍ່ໄປຂໍເຮັດວຽກໄຈ້ຜັກ, ອານາໄມເຮືອນ… ເພື່ອມີເງິນຊ່ຍເຫຼືອຜູ້ປະສົບກັບຄວາມຫຍຸ້ງຍາກໃນຄຸ້ນຖະໜົນໄດ້ສ່ວນໃດສ່ວນໜຶ່ງ”.

        ແບບຢ່າງຂອງປ້າຄູ ຕ້າທິງອັກແທັງ, ຢູ່ຕາແສງ ຢິ້ກວ້ອງເຮົ້າ, ເມືອງ ເກົ່າໄຢ໊, ເຊິ່ງເປັນພົນລະເມືອງດີເດັ່ນນະຄອນຫຼວງປີ 2016 ນັ້ນໄດ້ສ້າງຄວາມຕື້ນຕັນໃຈໃຫ້ທຸກຄົນ. ເຖິງວ່າອາຍຸກວ່າ 80 ປີແລ້ວກໍ່ຕາມ, ແຕ່ປ້າກໍ່ຍັງປະຢັດເງິນເພື່ອຊ່ວຍເຫຼືອເດັກກ່ຳພ້າ 15 ຄົນໄດ້ຢ່າງຍາວນານ ແລະ ຊ່ວຍເຫຼືອເດັກ 2 ຄົນທີ່ມີພໍ່ເຮັດວຽກຢູ່ເຂດເກາະຫ່າງໄກ່ຂອງປະເທດຊາດ. “ກອງທຶນສົ່ງເສີມການຮຽນປ້າ ແທັງ” ໄດ້ຊ່ວຍໃຫ້ເດັກທຸກຍາກຫຼາຍຄົນສືບຕໍ່ປະຕິບັດຄວາມໄຝ່ຝັນໃນການຮ່ຳຮຽນຂອງຕົນ. ໃນຈຳນວນພວກນ້ອງທີ່ໄດ້ຮັບການຊ່ວຍເຫຼືອຈາກປ້າ ແທັງ ນັ້ນ, ມີບາງຄົນພວມຮ່ຳຮຽນຢູ່ວິທະຍາໄລ, ມະຫາວິທະຍາໄລ, ບາງຄົນກໍ່ພວມຮ່ຳຮຽນຢູ່ຕ່າງປະເທດ. ປ້າ ຕ້າທິງອັກແທັງ, ແບ່ງປັນວ່າ.

        “ແຕ່ລະມື້, ຂ້າພະເຈົ້າໄດ້ປະຢັດເງິນເພື່ອທຳການກຸສົນ. ຂ້າພະເຈົ້າໄດ້ຫັກເງິນບຳນານ ແລະ ແຫຼ່ງເງິນຕ່າງໆສ່ວນໜຶ່ງ ເພື່ອຊື້ປື້ມ, ລົດຖີບມອບໃຫ້ບັນດານັກຮຽນທຸກຍາກຜ່ານຜ່າຄວາມຫຍຸ້ງຍາກ. ຂ້າພະເຈົ້າໝັ້ນໝາຍວ່າຈະເຮັດວຽກງານນີ້ໄປເຖິງເວລານາທີສຸດທ້າຍ”.

        ສ່ວນທ່ານ ລິ໊ວັນຟູ, ຊາວເຜົ່າ ຢ້າວ, ຕາແສງ ບາວີ່, ເມືອງ ບາວີ່, ເຊິ່ງແມ່ນພົນລະເມືອງດີເດັ່ນປີ 2019, ເລື່ອງພັດທະນາບ້ານຍາມໃດກໍ່ແມ່ນສິ່ງທີ່ເປັນຫ່ວງເປັນໄຍ. ເຖິງວ່າຕົນເອງບໍ່ແມ່ນຄົນຮັ່ງມີກໍ່ຕາມ, ແຕ່ທ່ານກໍ່ຍັງມອບດິນ 200 ຕາແມັດ ເພື່ອເຮັດທາງຄົມມະນາຄົມຊົນນະບົດ. ໃນຫຼາຍປີມານີ້, ທ່ານຍັງໄດ້ແນະນຳ, ພັດທະນາອາຊີບປູກຕົ້ນຢາພື້ນເມືອງຢູ່ທ້ອງຖິ່ນ, ຊ່ວຍເຫຼືອໃຫ້ຫຼາຍຄອບຄົວຍົກສູງລາຍຮັບ.

        ຈາກຂະບວນການແຂ່ງຂັນວຽກດີ ຄົນເດັ່ນ, ມາຮອດປະຈຸບັນຢູ່ຂັ້ນນະຄອນມີເກືອບ 25.000 ຄົນ, ຂັ້ນເມືອງ, ຕາແສງ, ແທດສະບານເກືອບ 35 ໝື່ນຄົນ ແລະ ມີແບບຢ່າງພົນລະເມືອງນະຄອນຫຼວງດີເດັ່ນນັບຮ້ອຍຄົນ. ທ່ານປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຫງວຽນດຶກຈູງ ຢືນຢັນວ່າ, ນະຄອນຍາມໃດກໍ່ຕີລາຄາສູງ ແລະ ເອົາໃຈໃສ່ທະວີຄູນບັນດາແບບຢ່າງວຽກດີ, ຄົນເດັ່ນ ແລະ ພົນລະເມືອງນະຄອນຫຼວງດີເດັ່ນ ໃນການພັດທະນາວັດທະນະທຳ, ເສດຖະກິດ, ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບຢູ່ທ້ອງຖິ່ນ. ທ່ານກ່າວວ່າ.

        “ຜ່ານຫຼາຍຮູບແບບຄືການໂຄສະນາ, ຂົນຂວາຍຂອງແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງການເມືອງ - ສັງຄົມ, ຂະບວນການ “ວຽກດີ, ຄົນເດັ່ນ” ໄດ້ຮັບການແຜ່ຂະຫຍາຍອອກສູ່ທົ່ວປະຊາຄົມ, ດຶງດູດການເຂົ້າຮ່ວມຂອງທຸກເປົ້າໝາຍ, ທຸກພາກສ່ວນ, ທຸກເກນອາຍຸ, ຈາກບັນດາພະນັກງານ, ລັດຖະກອນບັນດາອົງການສູນກາງ ຕະຫຼອດຮອດຊາວຕ່າງປະເທດທີ່ພວມຮ່ຳຮຽນ, ເຮັດວຽກໃນບໍລິເວນ. ຜ່ານນັ້ນ, ປຸກລຸກ ແລະ ເສີມຂະຫຍາຍຈິດໃຈອຸ້ມຊູຊ່ວຍເຫລືອຊຶ່ງກັນແລະກັນ, ມີສະຕິຕື່ນຕົວ, ມີໜ້າທີ່ຮັບຜິດຊອບຕໍ່ປະຊາຄົມ, ສັງຄົມຂອງພະນັກງານ ແລະ ປະຊາຊົນະຄອນຫຼວງ”.

        ໃນຊຸມປີຜ່ານມາ, ແບບຢ່າງດີເດັ່ນຂອງນະຄອນຫຼວງຮ່າໂນ້ຍ ນັບໝື່ນຄົນນັ້ນ ໄດ້ປະກອບສ່ວນສ້າງກຳລັງໜູນ, ມີກຳລັງແຜ່ຂະຫຍາຍຢ່າງແຮງ ໄດ້ປະກອບສ່ວນປະຕິບັດສຳເລັດບັນດາໜ້າທີ່ການເມືອງ, ບັນດາຄາດໝາຍເສດຖະກິດ ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບຂອງນະຄອນຫຼວງ. ນັ້ນແມ່ນບັນດາວຽກງານທີ່ດີເດັ່ນປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ.

ຕອບກັບ