ເສົາຫຼັກໝາຍຢູ່ຈຸດຊາຍແດນ ລະຫວ່າງສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ

Vinh Phong
Chia sẻ
       ຢູ່ທີ່ແຂວງ ກອນຕູມ, ໃນຕະຫຼອດລວງຍາວກວ່າ 292 ກິໂລແມັດ ຂອງເສັ້ນຊາຍແດນຕິດກັບ ລາວ ແລະ ກຳປູເຈຍ ມີທີ່ຕັ້ງສຳຄັນພິເສດ,  ເຊິ່ງແມ່ນສະຖານທີ່ “ໄກ່ຂັນສາມປະເທດກໍ່ໄດ້ຍິນ”. ຢູ່ທີ່ນີ້ໃນປີ 2007 ດ້ວຍຈິດໃຈຮ່ວມມືຂອງລັດຖະບານ ແລະ ປະຊາຊົນສາມປະເທດ ຫວຽດນາມ ລາວ  ກຳປູເຈຍ ໃນການປະຕິບັດການແກ້ໄຂບັນດາບັນຫາຊາຍແດນ, ຜືນແຜ່ນດິນ, ເສົາຫຼັກໝາຍຢູ່ຈຸດຊາຍແດນລະຫວ່າງສາມປະເທດ ໄດ້ຮັບການກໍ່ສ້າງຂຶ້ນ. ນີ້ແມ່ນສັນຍາລັກແຫ່ງຄວາມໄວ້ເນື້ອເຊື່ອໃຈ, ສາມັກຄີໃນການກໍ່ສ້າງເສັ້ນຊາຍແດນ ແຫ່ງສັນຕິພາບ ມິດຕະພາບຂອງສາມປະເທດ ຫວຽດນາມ ລາວ ກຳປູເຈຍ
ເສົາຫຼັກໝາຍຢູ່ຈຸດຊາຍແດນ ລະຫວ່າງສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ - ảnh 1 ເສົາຫຼັກໝາຍຢູ່ຈຸດຊາຍແດນລະຫວ່າງຫວຽດນາມ-ລາວ-ກຳປູເຈຍ 

    ເສົາຫຼັກໝາຍຢູ່ຈຸດຊາຍແດນລະຫວ່າງຫວຽດນາມ ລາວ ກຳປູເຈຍ ໄດ້ຮັບການເລີ່ມລົງມືກໍ່ສ້າງເມື່ອວັນທີ 29 ພະຈິກ ປີ 2007 ແລະ ໄດ້ສຳເລັດການກໍ່ສ້າງເມື່ອວັນທີ 18 ມັງກອນ ປີ 2008. ເສົາຫຼັກໝາຍນີ້ຖືກຕັ້ງເທິງຈອມພູທີ່ມີຄວາມສູງກວ່າ 1.000 ແມັດ, ຝ່າຍ ຫວຽດນາມ ແມ່ນຂຶ້ນກັບຕາແສງ ເບີ່ອີ, ເມືອງ ງັອກໂຮ່ຍ ແຂວງ ກອນຕູມ; ທາງຝ່າຍລາວແມ່ນແຂວງ ອັດຕະປື ທາງຝ່າຍ ກຳປູເຈຍ ແມ່ນແຂວງ ຣັດຕະນາກີຣີ. ນັບແຕ່ເມື່ອສຳເລັດການກໍ່ສ້າງ, ຕະຫຼອດ 12 ປີທີ່ຜ່ານມາ ເສົາຫຼັກໝາຍຢູ່ຈຸດຊາຍແດນລະຫວ່າງສາມປະເທດ ແມ່ນສະຖານທີ່ ເພື່ອໃຫ້ປະຊາຊົນໃນທົ່ວປະເທດ ແລະ ນັກທ່ອງທ່ຽວສາກົນມາຢ້ຽມຊົມ ທັດສະນະສຶກສາ. ອ້າຍ ດ່ຽວເລນາມ, ພະນັກງານສັງກັດສະຫະພັນຊາວໜຸ່ມ ຫວຽດນາມ ແຂວງ ດັກນົງ ແບ່ງປັນວ່າ:

     “ເປັນຄັ້ງທຳອິດທີ່ໄດ້ມານີ້,  ນ້ອງຮູ້ສຶກມີຄວາມເອກອ້າງທະນົງໃຈທີ່ສຸດ, ນ້ອງຂອບໃຈລຸ້ນປູ່ລຸ້ນອ້າຍ ທີ່ໄດ້ເສຍສະຫຼະເລືອດເນື້ອ ເພື່ອປົກປັກຮັກສາເອກະລາດ ອະທິປະໄຕ ກໍ່ຄືຊາຍແດນ, ຜືນແຜ່ນດິນຂອງປະເທດຊາດ”.

     ຈາກດ່ານຊາຍແດນສາກົນ ເບີ່ອີ,  ພວກເຮົາຕ້ອງຜ່ານໄລຍະທາງປະມານ 10 ກິໂລແມັດໃນທ່າມກາງເຂດພູຜາປ່າໄມ້ທີ່ໃຫຍ່ໂຕມະໂຫຖານ ກໍ່ຈະຮອດເສົາຫຼັກໝາຍຢູ່ຈຸດຊາຍແດນລະຫວ່າງສາມປະເທດ. ແຂວງ ກອນຕູມ ກໍ່ໄດ້ກໍ່ສ້າງສະຖານທີ່ຈອດລົດຢູ່ຕີນພູ ເຊິ່ງແມ່ນແຫ່ງກໍ່ສ້າງເສົາຫຼັກໝາຍ, ສຳລັບຂັ້ນໄດຂຶ້ນເສົາຫຼັກໝາຍກໍ່ຖືກຕິດກະໂຣຫີນທີ່ສະອາດງາມຕາ. ລຸງ ໂດ໊ຈ້ອງຄວາ ອາຍຸ 77 ປີ ອະດີດຜູ້ອຳນວຍການຫໍພິພິທະພັນປ້ອງກັນຊາຍແດນນະຄອນຫຼວງ ຮ່າໂນ້ຍ ໄດ້ມາຢ້ຽມຢາມເສົາຫຼັກໝາຍເປັນຄັ້ງທີ່ສາມແລ້ວ ໄດ້ເວົ້າດ້ວຍຄວາມຕື້ນຕັນໃຈວ່າ:

      “ຂ້າພະເຈົ້າໄດ້ມານີ້ ຢ້ຽມຢາມສະໜາມຮົບເກົ່າ. ໄດ້ພົບໝູ່ເພື່ອນຮ່ວມກົມກອງ ຢູ່ກົມກອງກຳລັງປ້ອງກັນຊາຍແດນແຂວງ ກອນຕູມ ກໍ່ຮູ້ສຶກຕື້ນຕັນໃຈທີ່ສຸດ. ພິເສດແມ່ນໄດ້ຂຶ້ນຢ້ຽມຊົມເສົາຫຼັກໝາຍ ຢູ່ຈຸດຊາຍແດນລະຫວ່າງສາມປະເທດ, ໄດ້ເຫັນເສົາຫຼັກໝາຍຢັ້ງຢືນອະທິປະໄຕຂອງປະເທດຊາດ,  ຂ້າພະເຈົ້າກໍ່ຍິ່ງມີຄວາມຮູ້ສຶກຕື້ນຕັນໃຈ”.

       ດ້ວຍທີ່ຕັ້ງພູມສາດເປັນພິເສດ ແລະ ແມ່ນສັນຍາລັກແຫ່ງຄວາມໄວ້ເນື້ອເຊື່ອໃຈ ສາມັກຄີ, ໃນຊຸມປີທີ່ຜ່ານມາ, ເສົາຫຼັກໝາຍຢູ່ຈຸດຊາຍແດນລະຫວ່າງສາມປະເທດທີ່ຕາແສງ ເບີ່ອີ,  ເມືອງ ງັອກໂຮ່ຍ ແຂວງ ກອນຕູມ ໄດ້ກາຍເປັນສະຖານທີ່ພົ້ນເດັ່ນໃນບັນດາການເຄື່ອນໄຫວ ກັບຄືນສູ່ກົກເຄົ້າເຫງົ້າກໍ; ແມ່ນບ່ອນຈັດການພົບປະແລກປ່ຽນ ໃນຂອບເຂດການເຄື່ອນໄຫວພົວພັນປະຊາຊົນ, ການພົວພັນດ້ານປ້ອງກັນຊາຍແດນກັບຕ່າງປະເທດ; ໃນການສ້າງເຂດຊາຍແດນແຫ່ງສັນຕິພາບ ມິດຕະພາບ ຂອງກຳລັງສະເພາະກິດແຂວງ ກອນຕູມ ຫວຽດນາມ, ອັດຕະປື ຂອງ ລາວ ແລະ ຣັດຕະນະກີຣີ ຂອງ ກຳປູເຈຍ. ທ່ານ ພັນເອກ ຟ້າມງັອກຝູ໊ ຫົວໜ້າບັນຊາການກຳລັງທະຫານປ້ອງກັນຊາຍແດນ ແຂວງ ກອນຕູມ ໃຫ້ຮູ້ວ່າ:

      “ທະຫານປ້ອງກັນຊາຍແດນຍາມໃດກໍ່ເລັ່ງໃສ່ການຍູ້ແຮງ ແລະ ຍົກສູງຄຸນນະພາບ ປະສິດທິຜົນວຽກງານພົວພັນດ້ານປ້ອງກັນຊາຍແດນກັບຕ່າງປະເທດ. ລະອຽດແມ່ນຈັດຕັ້ງການພົບປະແລກປ່ຽນ ເຈລະຈາ ຂັ້ນຕ່າງໆ ເປັນປະຈຳໄລຍະ ແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອຍໃຈ ແລະ ຍົກສູງປະສິດທິຜົນ ໃນການສົມທົບປະຕິບັດໜ້າທີ່ວຽກງານ. ເປັນເສນາທິການໃຫ້ແກ່ທ້ອງຖິ່ນ ຈັດຕັ້ງການຜູກສ່ຽວລະຫວ່າງບ້ານຕໍ່ບ້ານ ຢູ່ສອງຟາກຊາຍແດນ ແນໃສ່ເພີ່ມທະວີສາຍພົວພັນ ແລະ ຄວາມເຂົ້າອົກເຂົ້າໃຈກັນ. ຕັ້ງໜ້າຊ່ວຍເຫຼືອປະຊາຊົນ, ຄະນະພັກ ອຳນາດການປົກຄອງ ແລະ ກຳລັງປ້ອງກັນຊາຍແດນຂອງປະເທດເພື່ອນບ້ານດ້ວຍທິດນຳ “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ” ປະກອບສ່ວນປັບປຸງເພີ່ມທະວີສາຍພົວພັນສາມັກຄີຢ່າງສະໜິດຕິດພັນ ລະຫວ່າງສອງຟາກຊາຍແດນ”.

       ໃນຊຸມເດືອນຕົ້ນປີນີ້, ເສົາຫຼັກໝາຍຢູ່ຈຸດຊາຍແດນລະຫວ່າງສາມປະເທດ ໄດ້ຕ້ອນຮັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດຫຼາຍຄະນະມາຢ້ຽມຊົມ ທັດສະນະສຶກສາ. ດ້ວຍໜ້າທີ່ຄວາມຮັບຜິດຊອບທີ່ສັກກາລະບູຊາ ເຊິ່ງປະເທດຊາດ ແລະ ປະຊາຊົນໄດ້ມອບໝາຍໃຫ້, ກຳລັງປ້ອງກັນຊາຍແດນຊາຍແດນແຂວງ ກອນຕູມ ພວມປົກປັກຮັກສາ, ກໍ່ສ້າງເສົາຫຼັກໝາຍຢູ່ຈຸດຊາຍແດນລະຫວ່າງສາມປະເທດ ໃຫ້ກາຍເປັນສັນຍາລັກແຫ່ງຄວາມໄວ້ເນື້ອເຊື່ອໃຈ, ສັນຕິພາບ, ມິດຕະພາບ ແລະ ສາມັກຄີຂອງສາມປະເທດ ຫວຽດນາມ ລາວ ກຳປູເຈຍ ເພື່ອພ້ອມກັນພັດທະນາ.

ຕອບກັບ