ເທື່ອທຽນເຫວ້ ມຸ່ງໄປສູ່ “ເມືອງຫຼວງເສື້ອຍາວ” ໃນພາກກາງ ຫວຽດນາມ

Le Hieu
Chia sẻ
(VOVWORLD) -ວັນບຸນເສື້ອຍາວເຫວ້ ຈະແມ່ນຈຸດທີ່ພົ້ນເດັ່ນເປັນເອກະລັກ ໃນງານ Festival  ເຫວ້ 2020 ເຊິ່ງຖືກຈັດຂຶ້ນໃນຕົ້ນເດືອນກັນຍາ ປີ 2020. ບໍ່ພຽງແຕ່ເທົ່ານັ້ນ, ງານບຸນເສື້ອຍາວຈະແມ່ນເຫດການລຸລ່ວງ ໃນບັນດາງານບຸນປະຈຳປີໃນແຂວງ ເທື່ອທຽນເຫວ້. ຜ່ານນັ້ນໄດ້ປະກອບສ່ວນໂຄສະນາເຄື່ອງໝາຍ ແລະ ສີສັນວັດທະນະທຳຂອງເສື້ອຍາວ ເຫວ້ ກໍ່ຄືເສື້ອຍາວ ຫວຽດນາມ ໃນທົ່ວໂລກ. ເປົ້າໝາຍທີ່ ເຫວ້ ມຸ່ງໄປເຖິງນັ້ນແມ່ນເພື່ອອະນຸລັກຮັກສາຄວາມງາມທາງດ້ານວັດທະນະທຳຂອງເສື້ອຍາວ ຫວຽດນາມ, ພ້ອມກັນນັ້ນກໍ່ເປັນການໂຄສະນາທາງດ້ານວັດທະນະທຳ ແລະ ສ້າງຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ
ເທື່ອທຽນເຫວ້ ມຸ່ງໄປສູ່ “ເມືອງຫຼວງເສື້ອຍາວ” ໃນພາກກາງ ຫວຽດນາມ - ảnh 1ຊຸດເສຶ້ອຍາວເຫ້ວ 

ປີ 1744 ພາຍຫຼັງທີ່ໄດ້ຂຶ້ນຄອງລາດ ເປັນຜູ້ປົກຄອງເມືອງ ຝູຊວັນ, ເຈົ້າພະຍາ ຫວຽນຟຸກຄວ໊າດ ໄດ້ເຕື້ອງເຖິງການປະຕິຮູບຊຸດອາພອນໃນອຳນາດການປົກຄອງ.  ເສື້ອຍາວໄດ້ຮັບຄວາມເອົາໃຈໃສ່ ແລະ ເຄົາລົບ ກາຍເປັນຊຸດອາພອນຫຼັກຂອງປະຊາຊົນຢູ່ເຂດພາກໃຕ້. ຜ່ານການເວລາ, ເສື້ອຍາວ ຫວຽດນາມ ໄດ້ກາຍເປັນສັນຍາລັກ ກ່ຽວກັບສີສັນວັດທະນະທຳ ຂອງຊຸດອາພອນ ຫວຽດນາມ, ທັງສວຍງາມທັງມີລັກສະນະເປັນເອກະລັກ ແລະ ມີຄວາມແຕກຕ່າງກັນ ເມື່ອທຽບໃສ່ບັນດາສັນຍາລັກ ທາງດ້ານວັດທະນະທຳຊຸດອາພອນຕ່າງໆໃນທົ່ວໂລກ. ເຖິງຢ່າງໃດກໍ່ຕາມ ບັນຫາທີ່ຢັ້ງຢືນ ເຫວ້ ແມ່ນບ່ອນກຳເນີດ ແລະ ອະນຸລັກຮັກສາເສື້ອຍາວ ຫວຽດນາມ ແລະ ຈຸດພິເສດສະເພາະຂອງສີສັນວັດທະນະທຳ ເຫວ້ ຜ່ານເສື້ອຍາວໃນປັດຈຸບັນ ຍັງຄົງເປັນບັນຫາ ພວມຊອກຫາຫຼັກຖານເພື່ອພິສູດຢູ່ ແລະ ຍັງບໍ່ທັນໄດ້ຮັບການຄົ້ນຄວ້າຢ່າງຮອບດ້ານເທື່ອ. ດັ່ງນັ້ນ ເທື່ອທຽນເຫວ້ ມີຄວາມຫວັງບໍ່ພຽງແຕ່ຢາກສ້າງເຄື່ອງໝາຍເສື້ອຍາວ ເຫວ້ ເທົ່ານັ້ນ ຫາກຍັງເພື່ອແຜ່ກະຈາຍຈຸດຄວາມງາມທາງດ້ານວັດທະນະທຳ ຂອງວົງຄະນາຍາດທີ່ມີຕໍ່ຊຸດອາພອນເສື້ອຍາວ ຢູ່ດິນແດນໃຫ້ກຳເນີນເສື້ອຍາວ. ນອກຈາກປຸກລະດົມປະຊາຊົນເຂົ້າຮ່ວມການນຸ່ງເສື້ອຍາວ ໃນໄລຍະດຳເນີນງານ Festival ເຫວ້ ປີ 2020 ແລ້ວ, ຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫວ້ ແລະ ບັກດາພະແນກ ຂະແໜງການ ອົງການ, ຫົວໜ່ວຍຕ່າງໆໃນບໍລິເວນຈະຈັດ 5 ລາຍການວົງຄະນາຍາດ: ເສື້ອຍາວແມ່ຍິງເຫວ້, ເສື້ອຍາວໃນໂຮງຮຽນ, ເສື້ອຍາວໃນຊີວິດປະຈຳວັນ, ເສື້ອຍາວໃນງານບຸນປະເພນີ ແລະ ເສື້ອຍາວໃນວັນບຸນຂອງວົງຕະກຸນ. ນາງ ດັ້ງທິມິງແຮັ້ງ ນັກອອກແບບແຟຊັນຖືວ່າ:

     “ໃນແນວຄິດຈິດໃຈຂອງຊາວ ຫວຽດນາມ ເມື່ອເຕື້ອງເຖິງ ເຫວ້, ຜູ້ຄົນທັງຫຼາຍຍັງຈື່ດີກ່ຽວກັບຮູບພາບທີ່ບໍ່ມີວັນຈະປ່ຽນແປງ ນັ້ນແມ່ນຊຸດເສື້ອຍາວສີມ່ວງ, ກຸບ ແລະ ເຮືອນຜົມຕັ້ງບ່າຂອງແມ່ຍິງ. ຮູບພາບທັງໝົດເຫຼົ່ານັ້ນໄດ້ສ້າງສີສັນ ເປັນເອກະລັກສະເພາະຂອງ ເຫວ້. ເປັນອັນວ່າພວກເຮົາມີປັດໄຈຄົບທຸກຢ່າງ ເພື່ອສ້າງເຄື່ອງໝາຍເສື້ອຍາວ ແລະ ຂ້າພະເຈົ້າຄິດວ່າ ບໍ່ມີຢູ່ແຫ່ງໃດທີ່ມີຊຸດເສື້ອຍາວສີມ່ວງຄືຢູ່ ເຫວ້”.

      ວົງການນັກວິຊາການຖືວ່າ ບັນດາເອກະສານ, ວັດຖຸ, ຫຼັກຖານດ້ານວິທະຍາດ ຈາກກິດຈະກຳຄົ້ນຄວ້າ ກ່ຽວກັບເສື້ອຍາວນີ້ ຈະເປັນພື້ນຖານເພື່ອສ້າງຕັ້ງຫໍພິພິທະພັນເສື້ອຍາວ ຫວຽດນາມ. ນີ້ຍັງຈະແມ່ນຜະລິດຕະພັນທ່ອງທ່ຽວ ທີ່ເປັນໜ້າຈັບໃຈ ໃຫ້ແກ່ແຂກທ່ອງທ່ຽວ ເມື່ອມາຢ້ຽມຢາມ ເຫວ້. ຈິດຕະກອນ ຫງວຽນດຶກບິ່ງ ຫົວໜ້າສະໂມສອນ ດິ່ງລ່າງ ຫວຽດນາມ ສະເໜີວ່າ:

 “ອາດຈະສະເໜີຕໍ່ແຂວງ ໃຫ້ການລົງທຶນແກ່ການຄົ້ນຄວ້າເສື້ອຍາວ ທັງຂອງເພດຊາຍ ແລະ ເພດຍິງ. ຍິ່ງກວ່ານັ້ນ ຂ້າພະເຈົ້າຄິດວ່າ ເຫວ້ ຄວນມີຫໍພິພິທະພັນສະເພາະເສື້ອຍາວຂອງຕົນ. ໃນຫໍພິພິທະພັນນັ້ນ ຈະເປັນບ່ອນເສີມຂະຫຍາຍຄຸນຄ່າ, ອະນຸລັກຮັກສາ ແລະ ຄົ້ນຄວ້າວິທະຍາສາດ. ທີສອງແມ່ນ ຟື້ນຟູອາຊີບຕັດຫຍິບເສື້ອຍາວແບບເກົ່າ. ຂ້າພະເຈົ້າເຫັນວ່າ ອາຊີບຕັດຫຍິບເສື້ອຍາວແບບເກົ່າຢູ່ ເຫວ້ ເບິ່ງຄືວ່າບໍ່ຄົງຕົວອີກແລ້ວ, ຄວນມີລະບອບບຸລິມະສິດໃດໜຶ່ງ ໃຫ້ແກ່ຂະແໜງຕັດຫຍິບ”.

  ມາຮອດປັດຈຸບັນ ເສື້ອຍາວ ຫວຽດນາມ ຍັງບໍ່ທັນໄດ້ຮັບການຮັບຮອງ ແມ່ນມໍລະດົກວັດທະນະທຳ. ແຂວງ ເທື່ອທຽນເຫວ້ ພວມສ້າງສຳເນົາເອກະສານ ເພື່ອສະເໜີຮັບຮອງເສື້ອຍາວປະເພນີຂອງ ເຫວ້ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ. ຕໍ່ຈາກນັ້ນແມ່ນສະເໜີຕໍ່ອົງການ Unesco ຮັບຮອງເສື້ອຍາວ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ເປັນຕົວແທນຂອງມວນມະນຸດ. ທ່ານ ຟານງອກເຖາະ ປະທານຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫວ້ ໃຫ້ຮູ້ວ່າ:

    “ແນນອນວ່າໃນແຜນສ້າງເມືອງຫຼວງເສື້ອຍາວ ເຫວ້ ນັ້ນ, ພວກເຮົາຈະສ້າງເຂດວາງສະແດງເສື້ອຍາວ ເພື່ອແນະນຳເສື້ອຍາວ ຫວຽດນາມ, ເສື້ອຍາວ ເຫວ້. ທີສອງ ແນ່ນອນວ່າຈະມີວັນບຸນເສື້ອຍາວ. ເພື່ອມຸ່ງໄປສູ່ວັນນັ້ນ, ທົ່ວປວງຊົນ ເຫວ້ ຈະນຸ່ງເສື້ອຍາວ ແລະ ຈະເລີ່ມເຄື່ອນໄຫວໃນວັນທີ 2 ກັນຍາ ທີ່ບັນດາເຫດການຂອງ Festival ເຫວ້, ເຮັດແນວໃດເພື່ອມຸ່ງໄປສູ່ວັນບຸນທົ່ວປວງຊົນນຸ່ງເສື້ອຍາວ ນັບທັງເພດຊາຍ ແລະ ເພດຍິງ”.

    ໃນສະພາບການເຊື່ອມໂຍງສາກົນ ແລະ ພົວພັນແລກປ່ຽນວັດທະນະທຳນັບມື້ນັບແຂງແຮງນັ້ນ, ການອະນຸລັກຮັກສາບັນດາຄຸນຄ່າຂອງເສື້ອຍາວຢູ່ ດິນແດນໃຫ້ກຳເນີດມັນ ໄດ້ໝັ້ນໝາຍຈະສ້າງແຂວງ ເທື່ອທຽນເຫວ້ ກາຍເປັນເມືອງຫຼວງເສື້ອຍາວຂອງ ຫວຽດນາມ ໃນອະນາຄົດ.

ຕອບກັບ