ເຂົ້າຮ່ວມລາຍການທ່ອງທ່ຽວ ຄ່ຳຄືນທີ່ສັກສິດ - ນ້ຳໃຈ ຫວຽດນາມ ສະຫວ່າງສະໄຫວ

Vinh Phong
Chia sẻ
(VOVWORLD) -ມາຮອດ ຮ່າໂນ້ຍ ໃນມື້ກາງເວັນ, ແຂກທ່ອງທ່ຽວທັງຫຼາຍອາດຈະເຂົ້າຮ່ວມໄປທ່ຽວຊົມ ບັນດາປູຊະນີຍະສາຖານປະຫວັດສາດ ວັດທະນະທຳ, ໄດ້ຊີມລົດຊາດ ບັນດາເຍື່ອງອາຫານພິເສດ ຫຼື ແວ່ຢາມບັນດາໝູ່ບ້ານອາຊີບຫັດຖະກຳ, ສ່ວນໃນຕອນຄ່ຳພວກເພື່ອນຈະເຮັດຫຍັງແດ່? ລາຍການຄົ້ນຫາຫວຽດນາມພາກນີ້,  ຈະພາບັນດາເພື່ອນເຂົ້າຮ່ວມລາຍການທ່ອງທ່ຽວ “ຄ່ຳຄືນທີ່ສັກສິດ - ນ້ຳໃຈ ຫວຽດນາມ ສະຫວ່າງສະໄຫວ”
ເຂົ້າຮ່ວມລາຍການທ່ອງທ່ຽວ ຄ່ຳຄືນທີ່ສັກສິດ -  ນ້ຳໃຈ ຫວຽດນາມ ສະຫວ່າງສະໄຫວ - ảnh 1 ຮູບພາບບັນດານັກຮົບຖືກລ່າເມືອງຂຶ້ນກັກຂັງຢູ່ຄຸກຄຸກຮວ່າລໍ່ 

 “ຄ່ຳຄືນທີ່ສັກສິດ - ນ້ຳໃຈ ຫວຽດນາມ ສະຫວ່າງສະໄຫວ”. ນີ້ແມ່ນຊື່ຂອງລາຍການທ່ອງທ່ຽວ ໂດຍຄະນະຄຸ້ມຄອງເຂດປູຊະນີຍະສະຖານ ຄຸກຮວ່າລໍ່ ສົມທົບກັບບໍລິສັດທ່ອງທ່ຽວ ຮ່າໂນ້ຍຕູລິດ ຈັດຕັ້ງເພື່ອຕອບສະໜອງລາຍການຊາວ ຫວຽດນາມ ໄປທ່ອງທ່ຽວຢູ່ ຫວຽດນາມ, ເຊິ່ງດຳເນີນແຕ່ວັນທີ 24 ກໍລະກົດ ໃນ 19 ຊົ່ວໂມງ ຂອງວັນສຸກ ວັນເສົາ ວັນອາທິດ ປະຈຳສັບປະດາ. ຕາມທ່ານ ຟຸ່ງກວາງຖັງ ຜູ້ອຳນວຍການບໍລິສັດທ່ອງທ່ຽວ ຮ່າໂນ້ຍຕູລິດ, ຄະນະຈັດຕັ້ງມີຄວາມຫວັງ ຢາກໃຫ້ແຂກທ່ອງທ່ຽວຮູ້ສຶກໄດ້ເຖິງຄວາມແຕກຕ່າງກັນນັບແຕ່ຈຸດເວລາທຳອິດ ຢູ່ປະຕູໂຂງຂອງເຂດປູຊະນີຍະສະຖານ. ທ່ານ ຟຸ່ງກວາງຖັງ ເວົ້າວ່າ:

     “ຢູ່ນອກຂອບເຂດປະຕູແມ່ນໂລກມະນຸດ, ແຕ່ຢູ່ທາງຫຼັງປະຕູນັ້ນແມ່ນ ນາຣົກ, ນາຣົກເມືອງຄົນ ແລະ ໄປເລິກກວ່ານັ້ນ ກໍ່ແມ່ນນາຣົກຂອງນາຣົກ. ເມື່ອກ່ອນນີ້, ພວກລ່າເມືອງຂຶ້ນໄດ້ນຳເອົາເຄື່ອງຕັດຄໍໄປຕັ້ງຢູ່ຕໍ່ໜ້າປະຕູ ເພື່ອນາບຄູ່ມວນຊົນ, ເພື່ອປະຫານຊີວິດບັນດານັກຮົບປະຕິວັດຂອງພວກເຮົາ. ແລະ ນີ້ມີຄວາມສັກສິດໄປດ້ວຍຮູບພາບເຫຼົ່ານັ້ນ. ເຂົ້າຮ່ວມລາຍການທ່ຽວຊົມນີ້ ແຂກທ່ອງທ່ຽວຈະໄດ້ຫວນຄືນກະແສເວລາກັບຄືນສູ່ອະດີດຕະການ ຜ່ານໄລຍະເດີນທາງຄົ້ນຫາປູຊະນີຍະສະຖານ ຖືກອອກແບບລວມມີ 10 ຈຸດທີ່ພົ້ນເດັ່ນ. ຈາກປະຕູໂຂງຂອງຄຸກ, ຮອດບ່ອນກັກຂັງນັກໂທດການເມືອງ, ບັນດາປະຕູຂຸມຕະຄອງ, ບ່ອນກັກຂັງນັກໂທດການເມືອງຍິງ, ເຄື່ອງຕັດຄໍ, ບ່ອນກັກຂັງນັກໂທດຖືກປະຫານຊີວິດ ແລະ ອະນຸສາວະລີ. ເຂົ້າຮ່ວມການທ່ຽວຊົມ ແຂກທ່ອງທ່ຽວຈະໄດ້ມີຄວາມຮູ້ສຶກຕ່າງໆຄື ຈາກຄວາມຕົກໃຈ, ຄວາມເຈັບປວດຕໍ່ໜ້າຄວາມຮ້າຍກາດ ຂອງລະບອບຄຸກລ່າເມືອງຂຶ້ນ ຕະຫຼອດຮອດຄວາມເຄົາລົບນັບຖືຕໍ່ເຈດຈຳນົງທີ່ອົງອາດກ້າແກ່ນ, ຄວາມເສຍສະຫຼະຊີວິດຢ່າງພິລະອາດຫານຂອງບັນດານັກຮົບວິລະຊົນ ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ  ເຊິ່ງຊື່ສຽງຮຽງນາມຂອງເຂົາເຈົ້າໄດ້ກາຍເປັນສ່ວນໜຶ່ງ ຂອງປະຫວັດສາດແຫ່ງຊາດ. ລະບອບກັກຂັງທີ່ຮ້າຍກາດຂອງ ຄຸກຮວ່າລໍ່ ໄດ້ຖືກຟື້ນຟູຄື ເງື່ອນໄຂການກິນ ການຢູ່ ການນຸ່ງຖື ລະບອບອອກແຮງງານທີ່ຮ້າຍກາດ… ແຕ່ບໍ່ສາມາດເຮັດໃຫ້ເຈດຈຳນົງທີ່ອົງອາດກ້າແກ່ນ ຄວາມເສຍສະຫຼະຊີວິດຢ່າງພິລະອາດຫານຂອງບັນດານັກຮົບປະຕິວັດ ນັກຮົບວິລະຊົນ ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ທີ່ຖືກກັກຂັງຢູ່ທີ່ນີ້ສັ່ນສະເທືອນໄປ. ທ່ານ ນາງ ຫງວຽນຮົ່ງຮ່າ ຜູ້ນຳທ່ຽວຊົມຢູ່ເຂດປູຊະນີຍະສະຖານ ຄຸກຮວ່າລໍ່ ແບ່ງປັນວ່າ:

“ມີນັກຮົບການເມືອງກວ່າ 100 ຄົນສາມາດແຫກຄຸກຜ່ານລະບົບຂຸມຕະຄອງຢ່າງສຳເລັດຜົນ ໃນນັ້ນມີອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ. ແລະ ການແຫກຄຸກທີສອງ ກໍ່ແມ່ນການແຫກຄຸກຂອງພວກນັກໂທດຖືກປະຫານຊີວິດ 16 ຄົນ. ພວກລ່າເມືອງຂຶ້ນ ຝລັ່ງ ເມື່ອໄດ້ກັບຄືນ ໄດ້ຄົ້ນພົບນັກໂທດການເມືອງໃນ ຄຸກຮວ່າລໍ່ ໄດ້ແຫກຄຸກຜ່ານລະບົບຂຸມຕະຄອງ ດັ່ງນັ້ນພວກເຂົາໄດ້ໃຫ້ກໍ່ສ້າງໃຫ້ໜັກແໜ້ນຕື່ມ, ໃຫ້ຂຸມຕະຄອງແຄບໄປ ຫຼື ປັກເຫຼັກເສັ້ນເພື່ອກັນແຫກຄຸກ ຜ່ານເສັ້ນທາງນີ້. ແຕ່ຜ່ານເສັ້ນທາງລຳລຽງ, ບັນດານັກໂທກຖືກປະຫານຊີວິດ ຍັງຄົງໄດ້ຮັບເຄື່ອງຂອງຈາກຍາດພີ່ນ້ອງໃນນັ້ນມີທັງ ເຫຼັກ, ມີດ, ເລື່ອຍ… ເມື່ອເຂົາເຈົ້າໄດ້ຮັບເຄື່ອງ, ເຂົາເຈົ້າໄດ້ນຳໃຊ້ເຄື່ອງຂອງເຫຼົ່ານີ້ ເພື່ອຕັດເຫຼັກເສັ້ນໃນຂຸມຕະຄອງ ເພື່ອແຫກຄຸກໃນຄ່ຳຄືນວັນບຸນ ຄິດສະມາດ ປີ 1951”

ໂດຍຖືກພວກລ່າເມືອງຂຶ້ນ ຝລັ່ງ ຈັບຂັງ ແລະ ທໍລະມານຢູ່ ຄຸກຮວ່າລໍ່ ກ່ອນນີ້ກວ່າ 70 ປີ, ພົນຈັດຕະວາ ຫງວຽນດຶກມິງ ກໍ່ເຄີຍມານີ້ຢາມຕະຫຼອດ ເພື່ອຫວນຄືນບ່ອນທີ່ທ່ານຖືກກັກຂັງ ພ້ອມທັງເພື່ອອາໄລຫາບັນດາເພື່ອນຮ່ວມກົມກອງ. ພົນຈັດຕະວາ ຫງວຽນດຶກມິງ ເວົ້າວ່າ:

“ສຳລັບພວກຂ້າພະເຈົ້າແລ້ວ ໄດ້ຈັດຕັ້ງຄ່ຳຄືນທີ່ສັກສິດນີ້ ກໍ່ຮູ້ສຶກຕື້ນຕັນໃຈທີ່ສຸດ. ພວກຂ້າພະເຈົ້າໄດ້ຮັບເຊື້ອເຊີນມາຢ້ຽມຊົມທັດສະນະສຶກສາ ຢູ່ບ່ອນທີ່ພວກຂ້າພະເຈົ້າໄດ້ຜ່ານ ແລະ ນັບທັງບັນດາເພື່ອນຮ່ວມກົມກອງຂອງຂ້າພະເຈົ້າ ໄດ້ເສຍຊີວິດ. ນີ້ແມ່ນສິ່ງທີ່ມີຄວາມໝາຍ ແລະ ເຕັມໄປດ້ວຍຄວາມຕື້ນຕັນໃຈ”.

ພຽງໃນເວລາ 45 ນາທີ, ແຂກທ່ອງທ່ຽວຈະຖືກພາເຂົ້າກັບແຕ່ລະເລື່ອງລາວ ແລະ ພົບປະກັບບັນດານັກປະຕິວັດຜູ້ອາວຸໂສ, ນັກຮົບປະຕິວັດເຄີຍຖືກກັກຂັງ ນີ້ກໍ່ແມ່ນການທັດສະນະສຶກທີ່ໜ້າປະທັບໃຈທີ່ສຸດ. ແຕ່ກ່ອນອື່ນໝົດ “ລາຍການຄ່ຳຄືນທີ່ສັກສິດ - ນ້ຳໃຈ ຫວຽດນາມ ສະຫວ່າງສະໄຫວ” ແມ່ນສະຖານທີ່ແດງ ເພື່ອສຶກສາອົບຮົມກ່ຽວກັບນ້ຳໃຈຮັກຊາດ ແລະ ຄວາມຮູ້ບຸນຄຸນຕໍ່ຄົນລຸ້ນກ່ອນໆ.

ຕອບກັບ