ເຂດປູຊະນີຍະສະຖານພໍ່ຕູ້ ຫວຽນຊິງສັກ ເຊິ່ງແມ່ນບິດາຂອງປະທານ ໂຮ່ຈີມິນ

Ngoc Anh
Chia sẻ
(VOVWORLD) -ເມື່ອມີໂອກາດລົງຢ້ຽມຢາມແຂວງ ດົ່ງທາບ ເຊິ່ງແມ່ນແຫ່ງຖືກຂະໜານນາມວ່າ ດິນແດນແຫ່ງດອກບົວ, ໜຶ່ງໃນບັນດາສະຖານທີ່ລືຊື່ ເຊິ່ງແຂກທ່ອງທ່ຽວບໍ່ອາດພາດໂອກາດແວ່ຢາມ ນັ້ນແມ່ນເຂດປູຊະນີຍະສະຖານພໍ່ຕູ້ ຫວຽນຊິງສັກ ເຊິ່ງແມ່ນບິດາຂອງປະທານ ໂຮ່ຈີມິນ. ນີ້ແມ່ນກຸ່ມສະຖາປັດຕະຍາະກຳທີ່ເປັນເອກະລັກສະເພາະ ເຊິ່ງໄດ້ຮັບການຢັ້ງຢືນຈາກລັດ ແມ່ນເຂດປູຊະນີຍະສະຖານລະດັບຊາດເມື່ອປີ 1992
ເຂດປູຊະນີຍະສະຖານພໍ່ຕູ້ ຫວຽນຊິງສັກ ເຊິ່ງແມ່ນບິດາຂອງປະທານ ໂຮ່ຈີມິນ - ảnh 1ເຂດປູຊະນີຍະສະຖານພໍ່ຕູ້ ຫວຽນຊິງສັກ  

ພໍ່ຕູ້ ຫວຽນຊິງສັກ ເກີດປີ 1862 ຢູ່ບ້ານ ກີມລຽນ ເມືອງ ນາມດ່ານ ແຂວງ ເງະອານ. ຄາວອາຍຸ  3ປີ ພໍ່ໄດ້ເສຍຊີວິດ, ຮອດ 4 ປີແມ່ກໍ່ຖືກເສຍຊີວິດ. ໃນຄາວເຍົາໄວ ຫວຽນຊິງສັກ ແມ່ນເດັກທີ່ສະຫຼາດ, ມັກການຮ່ຳຮຽນ ແລະ ຖືກນັກປັນຍາຊົນ ຮວ່າງຊວນເດື່ອງ ຮັບເປັນລູກລຽງ ແລະ ລາວໄດ້ເອົາໃຈໃສ່ເຖິງການຮ່ຳຮຽນຂອງ ຫວຽນຊິງສັກ. ພາຍຫຼັງທີ່ເສັງໄດ້ລະດັບປະລິນຍາຕີ, ພໍ່ຕູ້ ຮວ່າງຊວນເດື່ອງ ໄດ້ຮັບເປັນລູກເຂີຍ ແລະ ໄດ້ກາຍເປັນຜົວຂອງນາງ ຮວ່າງທິລວານ ເຊິ່ງແມ່ນແມ່ຂອງປະທານ ໂຮ່ຈີມິນ. ພໍ່ຕູ້ ຫວຽນຊິງສັກ ກໍ່ເສັງໄດ້ລະດັບປະລິນຍາໂທ ແລະ ເຄີຍເປັນເຈົ້າເສນາອາມາດໃນລາດຊະວົງ ຫງວຽນ. ໃນບັ້ນປາຍຂອງຊີວິດ, ພໍ່ຕູ້ ຫວຽນຊິງສັກ ໄດ້ເປັນອາຈານສອນ, ເປັນໝໍຢາປິ່ນປົວພະຍາດໃຫ້ແກ່ຊາວບ້ານ ຮວ່າອານ, ນະຄອນ ກາວແຫຼັ໋ງ ແຂວງ ດົ່ງທາບ.  ພໍ່ຕູ້ໄດ້ເຖິງແກ່ມໍລະນະກຳເມື່ອວັນທີ 26 ພະຈິກ ປີ 1929. ພາຍຫຼັງທີ່ພໍ່ຕູ້ ຫວຽນຊິງສັກ ເຖິງແກ່ມໍລະນະກຳ, ນິຍົມນັບຖືຕໍ່ນ້ຳໃຈຮັກຊາດ, ຮັກແພງປະຊາຊົນຂອງພໍ່ຕູ້, ຊາວທ້ອງຖິ່ນໄດ້ຈັດພິທີປົງສົບໃຫ້ແກ່ພໍ່ຕູ້ຢູ່ທ້ອງຖິ່ນ ແລະ ປຸກສ້າງສຸສານຢູ່ທີ່ນີ້. ນາງ ຕວຽດຍີ ຜູ້ນຳທ່ຽວຊົມໃນເຂດປູຊະນີຍະສະຖານພໍ່ຕູ້ ຫວຽນຊິງສັກ ເລົ່າສູ່ຟັງວ່າ:

     “ເຂດປູຊະນີຍະສະຖານພໍ່ຕູ້ ຫວຽນຊິງສັກ ລວມມີ 5 ເຂດເຊັ່ນ ສຸສານ, ຫໍວາງສະແດງ, ວິຫານບູຊາ, ເຮືອນຮ້ານປະທານ ໂຮ່ຈີມິນ. ຍອດເນື້ອທີ່ທັງໝົດແມ່ນເກືອບ 9 ເຮັກຕາ. ສຸສານຂອງພໍ່ຕູ້ ຖືກປຸກສ້າງເມື່ອວັນທີ 22 ສິງຫາ ປີ 1975 ແລະ ໄດ້ກໍ່ສ້າງສຳເລັດເມື່ອວັນທີ 13 ກຸມພາ ປີ 1977 ໂດຍນັກສະຖາປະນິກ ດິງຄັກຢາວ ເປັນຜູ້ອອກແບບ. ສຸສານຂອງພໍ່ຕູ້ຖືກຕິດກາໂຣຫີນກຼານິດ ທີ່ນຳມາຈາກແຂວງ ກວ໋າງນິງ. ສຸສານມີຫຼັງຄາດ້ວຍຮູບໂຄ້ງ, ກີບດອກບົວ ເຊິ່ງເປັນສັນຍາລັກໃຫ້ແກ່ແຂວງ  ດົ່ງທາບ”.

      ຈຸດທີ່ພົ້ນເດັ່ນໃນເຂດປູຊະນີຍະສະຖານພໍ່ຕູ້ ຫວຽນຊິງສັກ ແມ່ນໃນກຸ່ມປູຊະນີຍະສະຖານ ແມ່ນໄດ້ຟື້ນຟູບ້ານ ຮວ່າອານເກົ່າ ເຊິ່ງແມ່ນບ່ອນທີ່ພໍ່ຕູ້ ຫວຽນຊິງສັກ ໄດ້ມາດຳລົງຊີວິດຢູ່ທີ່ນີ້ ແລະ ກິດຈະກຳເຮືອນຮ້ານຂອງປະທານ ໂຮ່ຈີມິນ ຖືກປຸກສ້າງເໝືອນກັບເຮືອນຮ້ານຂອງປະທານ ໂຮ່ຈີມິນ ທີ່ຢູ່ນະຄອນຫຼວງ ຮ່າໂນ້ຍ. ເຂດບ້ານ ຮວ່າອານ ເກົ່າກໍ່ຍັງມີເຂດບໍລິການເຮືອນພັກຊຸມຊົນ Homstay ດ້ວຍເຮືອນຫຼັງຕ່າງໆທີ່ເປັນປະເພນີ ຂອງພໍ່ແມ່ພີ່ນ້ອງພາກໃຕ້ ເພື່ອຮັບໃຊ້ໃຫ້ແກ່ແຂກທ່ອງທ່ຽວ ເມື່ອມີໂອກາດມາພັກເຊົາ. ລຸງ ເຈິ່ນວັນເຟືອກ ແຂກທ່ອງທ່ຽວມາຈາກແຂວງ ກຽນຢາງ ເປີດເຜີຍວ່າ:

      “ເມື່ອມີໂອກາດໄປທ່ອງທ່ຽວ ກໍ່ແວ່ຢ້ຽມຢາມເຂດປູຊະນີຍະສະຖານພໍ່ຕູ້ ຫວຽນຊິງສັກ. ເປັນຄັ້ງທຳອິດທີ່ໄດ້ມານີ້ ຂ້າພະເຈົ້າເຫັນສຸສານ ແລະ ແຜ່ນສີລາທີ່ໃຫຍ່ໂຕສວຍງາມ. ຂ້າພະເຈົ້າມີຄວາມນິຍົມນັບຖືຕໍ່ການອຸທິດສ່ວນຂອງພໍ່ຕູ້. ໃນອະນາຄົດຖ້າມີໂອກາດລົງຢ້ຽມຢາມຢູ່ເຂດນີ້,  ຂ້າພະເຈົ້າຈະແວ່ຢາມເຂດປູຊະນີຍະສະຖານພໍ່ຕູ້ ຫວຽນຊິງສັກ ອີກຄັ້ງໜຶ່ງ”.

      ໃນໄລຍະທີ່ຈະມາເຖິງ ເຂດປູຊະນີຍະສະຖານພໍ່ຕູ້ ຫວຽນຊິງສັກ ຈະເພີ່ມເຕີມບາງກິດຈະກຳຍ່ອຍ ໃນນັ້ນມີຫໍວາງສະແດງກ່ຽວກັບຊີວິດ ແລະ ການເຄື່ອນໄຫວຂອງປະທານ ໂຮ່ຈີມິນ. ເຂດປູຊະນີຍະສະຖານພໍ່ຕູ້ ຫວຽນຊິງສັກ ໄດ້ຖືກວາງແຜນຜັງແມ່ນກິດຈະກຳທັງມີລັກສະນະປະຫວັດສາດ, ວັດທະນະທຳ, ທ່ອງທ່ຽວທັງແມ່ນສະຖານທີ່ແດງ ເພື່ອສຶກສາອົບຮົມມູນເຊື້ອປະຕິວັດໃຫ້ແກ່ໄວໜຸ່ມ. ນາງ ຟ້າມທິຫວູກວຽນ ຜູ້ອຳນວຍການເຂດປູຊະນີຍະສະຖານພໍ່ຕູ້ ຫວຽນຊິງສັກ ໃຫ້ຮູ້ວ່າ:

     “ບັນດາອົງການຈັດຕັ້ງມະຫາຊົນ, ຄະນະ ຂະແໜງການຕ່າງໆ ໄດ້ເລືອກເອົາແຫ່ງນີ້ເປັນສະຖານທີ່ດຳເນີນຊີວິດ ມຸ່ງໄປສູ່ກົກເຄົ້າເຫງົ້າກໍ, ເປັນສະຖານທີ່ຈັດຕັ້ງພິທີຮັບເອົາພະນັກນັກງານເຂົ້າເປັນສະມາຊິກພັກ, ເຂົ້າເປັນສະມາຊິກຄະນະຊາວໜຸ່ມ, ຈັດຕັ້ງພິທີແຈ້ງຜົນງານ, ເຊີດຊູສ່ວນບຸກຄົນທີ່ດີເດັ່ນໃນຂະບວນວິວັດແຫ່ງການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ. ພໍ່ຕູ້ ຫວຽນຊິງສັກ ແມ່ນນັກປັນຍາຊົນຜູ້ຮັກຊາດ, ມັກການຮ່ຳຮຽນ. ເພາະສະນັ້ນແຂວງ ດົ່ງທາບ ກໍ່ໄດ້ມີກອງທຶນຊ່ວຍໜູນມອບທຶນສຶກສາ ໃຫ້ແກ່ນັກຮຽນນັກສຶກສາຜ່ານຜ່າຄວາມຫຍຸ້ງຍາກ, ກອງທຶນນີ້ເອີ້ນວ່າກອງທຶນສົ່ງເສີມການຮ່ຳຮຽນ ຫວຽນຊິງສັກ. ແຕ່ລະປີເຂດປູຊະນີຍະສະຖານພໍ່ຕູ້ ຫວຽນຊິງສັກ ໄດ້ຮັບເອົາແຂກທ່ອງທ່ຽວແຕ່ 400.000 ຫາ 500.000 ເທື່ອຄົນມາຢ້ຽມຊົມທັດສະນະສຶກສາ, ໃນນັ້ນມີທັງຊາວຫວຽດນາມອາໄສຢູ່ຕ່າງປະເທດ”.

       ປັດຈຸບັນພິທີໄຫວ້ບູຊາພໍ່ຕູ້ ຫວຽນຊິງສັກ ຖືກຍົກລະດັບເປັນງານບຸນຂອງແຂວງ ດົ່ງທາບ, ຖືກຈັດຂຶ້ນໃນວັນທີ 25 ຫາ ວັນທີ 27 ເດືອນ 10 ໄລ່ຕາມຈັນທະປະຕິທິນ. ບັນດາການນຳຂັ້ນສູງຂອງ ຫວຽດນາມ ກໍ່ເຄີຍລົງຢ້ຽມຢາມຖວາຍດອກໄມ້ ທູບທຽນບູຊາ ອາໄລຫາພໍ່ຕູ້ ຫວຽນຊິງສັກ ແລະ ປູກຕົ້ນໄມ້ທີ່ລະລຶກຢູ່ແຫ່ງນີ້. ຊາວແຂວງ ດົ່ງທາບ ກໍ່ມີຄວາມເອກອ້າງທະນົງໃຈທີີ່ສຸດ   ເມື່ອໄດ້ຮັກສາສຸສານບິດາຂອງປະທານ ໂຮ່ຈີມິນ.

ຕອບກັບ