ເຂດທ່ອງທ່ຽວແຫ່ງຊາດ ມົກເຈົາ ແຂວງ ເຊີນລາ

Ba Thi
Chia sẻ
(VOVWORLD) -ດ້ວຍຍອດເນື້ອທີ່ວາງແຜນຜັງຂຶ້ນເຖິງ 206.150 ເຮັກຕາ ແລະ ມີທັດຊະນີຍະພາບທຳມະຊາດທີ່ເປັນເອກະລັກສະເພາະ ພ້ອມກັບຊາວທ້ອງຖິ່ນ ມີສີສັນວັດທະນະທຳຫຼາຍຮູບຫຼາຍແບບ, ເຂດທ່ອງທ່ຽວແຫ່ງຊາດ ມົກເຈົາ ໄດ້ຮັບການກຳນົດທິດກາຍເປັນໜຶ່ງ ໃນບັນດາກຳລັງໜູນ ເພື່ອພັດທະນາການທ່ອງທ່ຽວ ໃນເຂດພູດອຍທາງພາກເໜືອ ຫວຽດນາມ ຊຸກຍູ້ການພັດທະນາເສດຖະກິດ ສັງຄົມຍົກສູງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ ແລະ ຮັບປະກັນການປ້ອງຫກັນຊາດ ປ້ອງກັນຄວາມສະຫງົບ
ເຂດທ່ອງທ່ຽວແຫ່ງຊາດ ມົກເຈົາ ແຂວງ ເຊີນລາ - ảnh 1ເຂດທ່ອງທ່ຽວແຫ່ງຊາດ ມົກເຈົາ ມີລະບົບຊີວະພາບທີ່ອຸດດົມສົມບູນ, ອາກາດເຢັນສະບາຍ

ຍ້ອນປະກອບສ້າງທາງດ້ານພູມີສັນຖານທໍລະນີ ພິເສດສະເພາະ, ເຂດທ່ອງທ່ຽວແຫ່ງຊາດ ມົກເຈົາ ມີລະບົບຊີວະພາບທີ່ອຸດດົມສົມບູນ ດ້ວຍອາກາດເຢັນສະບາຍຂອງເຂດພູພຽງ ແມ່ນແຫ່ງມີເງື່ອນໄຂທີ່ດີ ເພື່ອພັດທະນາການທ່ອງທ່ຽວ ພັກຜ່ອນບຳລຸງສຸຂະພາບ. ຢູ່ເຂດນີ້ແມ່ນເຂດພູພຽງທີ່ກວ້າງໃຫຍ່ໄພສານ ດ້ວຍບັນດາທົ່ງຫຍ້າຂຽວອຸ່ມທຸ່ມ ໂນນຊາກວ້າງຈົນສຸດສາຍຕາ, ບັນດາເນື້ອທີ່ປູກໝາກໝັ້ນໝາກຄາຍຍາວຢຽດຕາມເນີນພູ. ນີກໍ່ແມ່ນແຫ່ງທີ່ມີທິວທັດທຳມະຊາດ ສວຍສົດງົດງາມຫຼາຍແຫ່ງຄື  ນ້ຳຕົກຕາດ ຢ໋າຍອ໊ຽມ, ປ່າແປກ ບ້ານ ອ໊າງ, ຖ້ຳບ້ານໂອນ, ຖ້ຳເຊີນມົກເຮືອງ,  ເຂດອະນຸລັກທຳມະຊາດແຫ່ງຊາດ ຊວນຍາ, ຈອມພູຜາຫຼວງ... ນອກຈາກນັ້ນກໍ່ຍັງມີລະບົບຮ່ອງຮອຍສະຖານບູຮານຄະດີຢູ່ແຄມ ແມ່ນ້ຳດາ. ໜຶ່ງໃນບັນດາຊັບພະຍາກອນທ່ອງທ່ຽວໃຫຍ່ທີ່ສຸດຢູ່ ມົກເຈົາ ນັ້ນແມ່ນຄວາມຫຼາກຫຼາຍສີສັນທາງດ້ານວັດທະນະທຳ ດ້ວຍຫຼາຍຊົນເຜົ່າອ້າຍນ້ອງຄື ຜູ້ໄທ, ເມື່ອງ, ມົ້ງ, ຢ້າວ, ຂະມຸ... ດຳລົງຊີວິດຢູ່ຮ່ວມກັນໃນເຂດ. ແຕ່ລະເຜົ່າພັດມີພື້ນຖານວັດທະນະທຳທີ່ມີຈຸດພິເສດສະເພາະ ມາແຕ່ດົນນານ ດ້ວຍບັນດາຄຸນຄ່າທາງດ້ານວັດທະນະທຳ ພື້ນເມືອງອັນໄດ້ສ້າງຄວາມດູດດື່ມສຳລັບແຂກທ່ອງທ່ຽວ. ທ່ານ ໂງແທັ່ງດ້າວ ຫົວໜ້າພະແນກແຜນການ ແລະ ສົ່ງເສີມການທ່ອງທ່ຽວ, ຄະນະຄຸ້ມຄອງເຂດທ່ອງທ່ຽວແຫ່ງຊາດ ມົກເຈົາ ໃຫ້ຮູ້ວ່າ:

        “ເຂດທ່ອງທ່ຽວແຫ່ງຊາດ ມົກເຈົາ ມີຜະລິດຕະພັນຫຼາຍຢ່າງຄື ມີນ້ຳຕົກຕາດ ມີຖ້ຳ ມີອາກາດດີ, ຊັບພະຍາກອນທຳມະຊາດອຸດົມສົມບູນ ນອກຈາກນັ້ນກໍ່ຍັງໃມີບັນດາຜະລິດຕະພັນກະເສດ ເຊິ່ງແມ່ນຊັບພະຍາກອນທີ່ດີທີ່ສຸດ ເພື່ອດຶງດູດແຂກທ່ອງທ່ຽວມາທ່ຽວຊົມຊອກຮູ້ຕົວຈິງ”.

      ເພື່ອຮັບປະກັນເປົ້າໝາຍເຖິງປີ 2025 ເຂດທ່ອງທ່ຽວແຫ່ງຊາດ ມົກເຈົາ ໄດ້ຮັບການຮັບຮອງຢ່າງເປັນທາງການນັ້ນ, ຄະນະຄຸ້ມຄອງເຂດທ່ອງທ່ຽວແຫ່ງຊາດ ມົກເຈົາ ພວມຮີບຮ້ອນປະຕິບັດວຽກງານໃຫ້ສຳເລັດ ເພື່ອຕອບສະໜອງບັນດາມາດຖານທີ່ໄດ້ວາງອອກ ພ້ອມກັນນັ້ນກໍ່ຕັ້ງໜ້າດຳເນີນວຽກງານໂຄສະນາເຜີຍແຜ່ ແນະນຳເຂດທ່ອງທ່ຽວແຫ່ງຊາດ ມົກເຈົາ ໃຫ້ແກ່ແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ສາກົນ. ທ່ານ ໂງແທັ່ງດ້າວ  ຢືນຢັນວ່າ:

      “ຄະນະຄຸ້ມຄອງ ພວມມຸ່ງໄປສູ່ທ່າອ່ຽງລວມ ນັ້ນແມ່ນຫັນປ່ຽນສູ່ ດີຈີຕອນ ນຳໃຊ້ເຕັກໂນໂລຊີ ຂໍ້ມູນຂ່າວສານ ແລະ ຖະແຫຼງຂ່າວສື່ສານ. ຕາມນັ້ນແລ້ວ ພວມຍູ້ແຮງວຽກງານສອງຢ່າງຄື ທີໜຶ່ງ ແມ່ນສ້າງບັນດາລາຍການທ່ອງທ່ຽວເໝືອນຈິງທີ່ມີຊື່ວ່າ ມົກເຈົາ 360” ເພື່ອເອົາລົງເວບໄຊ ແລະ ບັນດາງານຕະຫຼາດນັດ ເພື່ອສຳຜັດກັບແຂກທ່ອງທ່ຽວຢູ່ພາຍໃນປະເທດ ກໍ່ຄືຕ່າງປະເທດ. ດ້ວຍໂປຣແກມນີ້ ແຂກທ່ອງທ່ຽວສາມາດເຫັນ ມົກເຈົາ ໃນສາຍຕາຂອງຕົນ ເມື່ອໂລກລະບາດໂຄວິດ - 19 ຖືກດັບມອດ ເຂົາເຈົ້າຈະຊອກຫາໄປທ່ຽວຕົວຈິງ. ທີສອງ ແມ່ນເຊື່ອມຕໍ່ກັບບັນດາປ໋ອກເກີ ທີ່ມີຊື່ສຽງ ເພື່ອໃຫ້ເຂົາເຈົ້າແນະນຳໂຄສະນາກ່ຽວກັບ ມົກເຈົາ”.

      ເປັນໜ້າສົນໃຈ ແມ່ນໃນໄລຍະຜັນຂະຫຍາຍປະຕິບັດໂຄງການ, ຄະນະຄຸ້ມຄອງໄດ້ເອົາໃຈໃສ່ເປັນພິເສດເຖິງບັນຫາປົກປັກຮັກສາສິ່ງແວດລ້ອມ  ທັດຊະນີຍະພາບທຳມະຊາດ ແລະ ເປັນຕົ້ນແມ່ນການອະນຸລັກສີສັນວັດທະນະທຳບັນດາເຜົ່າ, ບັນດາວົງຄະນາຍາດຊຸມຊົນ ພວມດຳລົງຊີວິດໃນບໍລິເວນ. ທ່ານ ໂງແທັ່ງດ້າວ ໃຫ້ຮູ້ຕື່ມອີກວ່າ:

     “ການອະນຸລັກ ຮັກສາວັດທະນະທຳປະຕິບັດຕາມສອງແງ່ມູມ. ທີໜຶ່ງ ແມ່ນຂົນຂວາຍພໍ່ແມ່ປະຊາຊົນຮັກສາສີສັນວັດທະນະທຳພື້ນເມືອງຂອງຕົນ, ຟື້ນຟູນບັນດາການເຄື່ອນໄຫວພວມຖືກສູນຫາຍໄປ. ທີສອງ ຊ່ວຍໜູນພໍ່ແມ່ປະຊາຊົນກ່ຽວກັບການວາງແຜນກຳນົດ. ພ້ອມກັນນັ້ນຄະນະຄຸ້ມຄອງຍັງຊ່ວຍໜູນ ແລະ ໃຫ້ຄຳປຶກສາໃຫ້ແກ່ພໍ່ແມ່ປະຊາຊົນ ປະຕິບັດການໂຄສະນາ ສະໜອງຂໍ້ມູນຂ່າວສານຮູບພາບ. ກຳນົດທິດໃຫ້ແກ່ ປະຊາຊົນກ່ຽວກັບຜະລິດຕະພັນໃດທີ່ຄວນນຳໃຊ້ ແລະ ນຳໃຊ້ຄືແນວໃດ ເພື່ອບັນລຸປະສິດທິຜົນ”.

       ປີ 2020 ເຂດທ່ອງທ່ຽວແຫ່ງຊາດ ມົກເຈົາ ຍັງສາມາດຕ້ອນຮັບແຂກທ່ອງທ່ຽວມາທ່ຽວຊົມ ເປັນຈຳນວນ 850.000 ເທື່ອຄົນ. ນີ້ແມ່ນໜຶ່ງໃນບັນດາຈຸດເດັ່ນກ່ຽວກັບການດຶງດູດແຂກທ່ອງທ່ຽວ. ໝາກຜົນໃນເບື້ອງຕົ້ນທີ່ເປັນໜ້າຊື່ນຊົມນີ້ ທັງເປັນພື້ນຖານທັງເປັນກຳລັງໜູນ ເພື່ອໃຫ້ຄະນະຄຸ້ມຄອງສືບຕໍ່ຜັນຂະຫຍາຍ ບັນດາແຜນການທີ່ໄດ້ວາງອອກຢ່າງມີປະສິດທິຜົນ ເພື່ອປະຕິບັດເປົ້າໝາຍເຂດທ່ອງທ່ຽວແຫ່ງຊາດ ມົກເຈົາ ໄດ້ຮັບການຮັບຮອງໃນປີ 2025 ໃຫ້ປະກດຜົນເປັນຈິງ. 

ຕອບກັບ