ຮະລອງ - ນະຄອນໃໝ່ຢູ່ແຄມມໍລະດົກທຳມະຊາດໂລກ

Bui Hang
Chia sẻ
(VOVWORLD) -ໂດຍຖືກນອນຢູ່ແຄມອ່າວ ຮະລອງ, ມໍລະດົກທຳມະຊາດໂລກ ເຊິ່ງໄດ້ຮັບການຮັບຮອງເປັນສອງຄັ້ງ ຈາກ Unesco, ຮະລອງ ແມ່ນນະຄອນທ່ອງທ່ຽວທີ່ພົ້ນເດັ່ນຢູ່ພາກເໜືອ ຫວຽດນາມ ດ້ວຍທິວທັດທຳມະຊາດງົດງາມມະຫັດສະຈັນ, ພື້ນຖານໂຄງລ່າງພັດທະນາ. ດ້ວຍບັນດາບາດກ້າວທີ່ແຂງແຮງທາງດ້ານເສດຖະກິດ ສັງຄົມ, ໂສມໜ້າໄດ້ປ່ຽນແປງໄປໃນແຕ່ລະວັນ.  ຮະລອງ ໄດ້, ພວມ ແລະ ຈະຮັກສາບົດບາດ ເປັນກຳລັງໜູນໃຫ້ແກ່ແຂວງ ກວ໋າງນິງ  ເພື່ອນຳພາບພົດ ຫວຽດນາມ ອອກສູ່ເພື່ອນມິດສາກົນ
 ຮະລອງ - ນະຄອນໃໝ່ຢູ່ແຄມມໍລະດົກທຳມະຊາດໂລກ  - ảnh 1ນະຄອນຮະລອງນອນຢູ່ແຄມມໍລະດົກ ທຳມະຊາດໂລກ 

ເມື່ອໄປລຽບຕາມເສັ້ນທາງແຄມທະເລດ້ວຍຄວາມຍາວກວ່າ 4 ກິໂລແມັດ ຜ່ານເຂດທ່ອງທ່ຽວ ບ໊າຍໄຈ໊, ຜ່ານຂົວເຊື່ອມຕໍ່ສອງຟາກຝັ່ງ ເກື໋ອຫລຸກ ແລ້ວກໍ່ຮອດເສັ້ນທາງທີ່ແລ່ນອ້ອມພູ ບ່າຍເທີ, ນາງ ມາຍຮົ່ງລຽນ ມີຄວາມຕົກສະເງິຕໍ່ການປ່ຽນແປງຂອງນະຄອນ ທີ່ນອນຢູ່ແຄມອ່າວ ຮະລອງ. ເສັ້ນທາງທີ່ກວ້າງໃຫຍ່, ເບື້ອງໜຶ່ງແມ່ນຫາດຊາຍທະເລຂາວ ແລະ  ຍາວຢຽດ, ເບື້ອງໜຶ່ງແມ່ນນະຄອນທີ່ທັນສະໄໝ ດ້ວຍບັນດາກິດຈະກຳທີ່ເປັນສັນຍາລັກ, ຮອດຍາມຄ່ຳຄືນ ກໍ່ແຈ້ງສະຫວ່າງດ້ວຍລະບົບໄຟເຍືອງທາງ. ນາງ ລຽນ ເປີດເຜີຍວ່າ:

     “ຮະລອງ ມີການປ່ຽນແປງຫຼາຍຢ່າງ, ມີຄວາມສວຍງາມ ແລະ ທັນສະໄໝ. ພຽງແຕ່ໄປລຽບຕາມເສັ້ນທາງແຄມທະເລ, ເຮົາກໍ່ສາມາດໄປຮອດບັນດາສະຖານທີ່ທ່ອງທ່ຽວທີ່ລືຊື່ຂອງ ຮະລອງ ຄື ຫາດຊາຍທະເລ, ຂົວບ໊າຍໄຈ໊, ພູບ່າຍເທີ, ສູນການຄ້າ, ຫໍພິພິທະພັນ…”.

      ປັດຈຸບັນ ຮະລອງ ໄດ້ມີບັນດາເສັ້ນທາງຕິດຕໍ່ກັນ ອ້ອມຮອບນະຄອນທີ່ສວຍງາມດັ່ງໃນຝັນ. ບັນດາເສັ້ນທາງພາຍໃນຕົວເມືອງ ໄດ້ຮັບການູລະນະສ້ອມແປງສະອາດງາມຕາ, ບັນດາສວນສາທາລະນະມີດອກໄມ້, ຕົ້ນໄມ້ຂຽວງາມ.ເສັ້ນທາງຫຼວງ ຮະລອງ - ຫ໋າຍຟ່ອງ, ຮະລອງ - ເວິນໂດ່ນ, ສະໜາມບິນສາກົນ ເວິນໂດ່ນ, ທ່າກ່ຳປັ່ນສາກົນ ຫ໋າຍຟ່ອງ ກໍ່ໄດ້ຕ້ອນຮັບກ່ຳປັ່ນນັບຮ້ອຍຖ້ຽວ ທີ່ມາຈາກຫຼາຍປະເທດໃນໂລກເຂົ້າທຽບທ່າ, ອັນໄດ້ນຳ ຮະລອງ ຍັບເຂົ້າໃກ້ກັບໂລກພາຍນອກ. ປີ 2019, ແຂວງ ກວ໋າງນິງ ໄດ້ຕ້ອນຮັບແຂກທ່ອງທ່ຽວ 14 ລ້ານເທື່ອຄົນ ໃນນັ້ນຕົ້ນຕໍແມ່ນມາທ່ອງທ່ຽວຢູ່ ຮະລອງ. ອ້າຍ ກາແລັດມິນເລີ ແຂກທ່ອງທ່ຽວມາຈາກ ອາເມລິກາ ໃຫ້ຮູ້ວ່າ:

      “ຂ້າພະເຈົ້າມີຄວາມພາກພູມໃຈ ເພາະວ່າໄດ້ມາທ່ຽວຢູ່ອ່າວ ຮະລອງ, ຢູ່ອ່າວ ຮະລອງ ກໍ່ໄດ້ມີຂໍ້ກຳນົດກຳຈັດປັດເປົ່າຂີ້ເຫຍື້ອປະລາສະຕິກ, ຫລີກເວັ້ນການສົ່ງຜົນສະທ້ອນເຖິງທະເລ, ມີສະຖານທີ່ທ່ອງທ່ຽວລືຊື່ຫຼາຍແຫ່ງໃນໂລກ ໄດ້ປະຕິບັດແລ້ວ. ເພື່ອໃຫ້ມໍລະດົກຂອງບັນດາເພື່ອນມີຄວາມໝັ້ນຄົງນັ້ນ, ກໍ່ຕ້ອງມີການປ່ຽນແປງທີ່ຍາວນານນີ້”. 

     ປັດຈຸບັນ ຮະລອງ ພວມຢືນຢູ່ຕໍ່ໜ້າໂອກາດໃໝ່. ນະຄອນຈະກາຍເປັນຕົວເມືອງ ຂຶ້ນກັບແຂວງໃຫຍ່ທີ່ສຸດໃນ ຫວຽດນາມ ພາຍຫຼັງທີ່ໄດ້ໂຮມເມືອງ ແຮັ່ງໂບ່ ຢູ່ໃກ້ຄຽງເຂົ້າກັນ. ທ່ານ ດັ້ງຮຸຍເຮົ້າ ຮອງປະທານຄະນະກຳມະການປະຊາຊົນແຂວງ ກວ໋າງນິງ ໃຫ້ຮູ້ວ່າ:

     “ໃນຊຸມປີທີ່ຜ່ານມາ, ຕົວເມືອງຮະລອງ ໄດ້ພັດທະນາຢ່າງວ່ອງໄວທີ່ສຸດ, ເງື່ອນໄຂເພື່ອພັດທະນາ ກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ໃນຂະນະນັ້ນ ແຮັ່ງໂບ່ ກໍ່ຕິດກັບ ຮະລອງ, ຊັບພະຍາກອນທຳມະຊາດ, ມະນຸດຢູ່ ແຮັ່ງໂບ່ ກໍ່ມີຫຼາຍຮູບຫຼາຍສີ. ອາດຈະເວົ້າໄດ້ວ່າ ນີ້ແມ່ນຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງ ເພື່ອພັດທະນາ. ການໂຮມສອງຫົວໜ່ວຍປົກຄອງເຂົ້າກັນນັ້ນ  ກໍ່ແມ່ນໂອກາດພັດທະນາໃຫ້ທັງເຂດຈະກວ້າງຂວາງກວ່າ”.

     ນະຄອນໃໝ່ຈະມີເນື້ອທີ່ກວ້າງທົບສີ່ເທົ່າ. ຮະລອງ ມີທະເລ, ປັດຈຸບັນມີປ່າສະຫງວນແຫ່ງຊາດ ດົງເຊີນ - ກີ່ເທື້ອງ ເຊິ່ງຈະມີສີສັນວັດທະນະທຳບັນດາເຜົ່າອ້າຍນ້ອງ, ມີເນື້ອທີ່ດິນ, ມີຕະຫຼາດ, ມີແຫຼ່ງສະໜອງຜະລິດຕະພັນກະເສດ, ອຸດສາຫະກຳ, ການບໍລິການ. ທ່ານ ເຈິ່ນດຶກເລິມ ເລຂາຄະນະພັກນະຄອນ ຮະລອງ ໃຫ້ຮູ້ວ່າ:

    “ເມື່ອໂຮມສອງຫົວໜ່ວຍປົກຄອງເຂົ້າກັນນັ້ນ, ເລື່ອງທຳອິດທີ່ ກວ໋າງນິງ ຕ້ອງຊີ້ນຳ ນັ້ນແມ່ນການກວດກາຄືນແຜນຜັງເມືອງ, ສ້າງຄວາມເປັນເອກະພາບ ໃນການວາງແຜນກຳນົດຕາມທິດພັດທະນາລວມ ຂອງນະຄອນ ຮະລອງ, ໃນນັ້ນສຳຄັນທີ່ສຸດ ແມ່ນຕ້ອງຮັກສາສິ່ງແວດລ້ອມ”.

      ດ້ວຍການສະໜັບສະໜູນຈາກສູນກາງ, ຄວາມຕັດສິນໃຈຢ່າງສູງຂອງລະບົບການເມືອງ ແລະ ຄວາມເຫັນດີເຫັນພ້ອມຂອງປະຊາຊົນ, ຮະລອງ ຈະມີບາດກ້າວພັດທະນາ ທີ່ສົມກັບທ່າແຮງຂອງຕົນ. ທ່ານ ເຈິ່ນນາມຮວ່າ ຊາວຮະລອງ ເຊື່ອໝັ້ນວ່າ :

     “ປະຊາຊົນມີຄວາມເຫັນດີເຫັນພ້ອມ ແລະ ຮູ້ສຶກເບີກບານມ່ວນຊື່ນ. ແນນ່ອນວ່າ ຮະລອງໃໝ່ ຈະເປັນນະຄອນພິເສດທີ່ສຸດ. ພວກຂ້າພະເຈົ້າກໍ່ມີຄວາມຫວັງຈະໄດ້ຮັບຄວາມເອົາໃຈໃສ່ຫຼາຍກວ່າອີກ ເພື່ອສ້າງທ່ວງທ່າພັດທະນາ, ປະຕິບັດຕາມມາດຖານເປັນນະຄອນທ່ອງທ່ຽວສີວິໄລ, ຂຽວສະອາດ ແລະ ສວຍງາມ, ຊີວິດການເປັນຢູ່ຂອງປະຊາຊົນຈະໄດ້ຮັບການຍົກສູງຂຶ້ນ”.

         ໃນປີ 2020 ນີ້ບັນດາເສັ້ນທາງໃໝ່ຈະສຳເລັດການກໍ່ສ້າງ, ບັນດາທ່າກ່ຳປັ່ນ, ເຂດຕົວເມືອງ, ສູນການຄ້າກໍ່ຈະພັດທະນາ ອັນໄດ້ຊ່ວຍເສີມຂະຫຍາຍຊັບພະຍາກອນການທ່ອງທ່ຽວ, ສ້າງທ່າໄດ້ປຽບໃນການແຂ່ງຂັນ, ສ້າງເຄື່ອງໝາຍລະດັບສາກົນທີ່ເປັນເອກະລັກ, ໃໝ່ອ່ຽມ ແລະ ດູດດື່ມ.

ຕອບກັບ