ອ່າວ ລານຮະ ເຊິ່ງແມ່ນແດນສະຫວັນທີ່ມີຈິງຢູ່ ຫວຽດນາມ

Ba Thi
Chia sẻ
(VOVWORLD) -ໂດຍນອນຢູ່ທາງທິດຕາເວັນອອກຂອງເກາະ ກ໊າດບ່າ ຂຶ້ນກັບນະຄອນ ຫາຍຟ່ອງ, ອ່າວ ລານຮະ ຖືກອຸປະມາວ່າ ເປັນແດນສະຫວັນຖືກຫຼົງລືມ. ແຕ່ໃນປັດຈຸບັນ ເຂດແດນສະຫວັນນີ້ ພວມເຮັດໃຫ້ບັນດານັກທ່ອງທ່ຽວ ຜູ້ຮັກທຳມະຊາດທັງຫຼາຍ ມີຄວາມປະຫຼາດໃຈ.
ອ່າວ ລານຮະ ເຊິ່ງແມ່ນແດນສະຫວັນທີ່ມີຈິງຢູ່ ຫວຽດນາມ - ảnh 1

ອ່າວ ລານຮະ ເຊິ່ງແມ່ນແດນສະຫວັນທີ່ມີຈິງຢູ່ ຫວຽດນາມ

ໂດຍນອນໃນເຂດນິເວດທຳມະຊາດໂລກ, ລານຮະ ແມ່ນເຂດອ່າວທີ່ງົດງາມ ແລະ ສະຫງົບສຸກດ້ວຍໜ້ານ້ຳໃສເຢັນ ເຊິ່ງລວມມີເກາະດອນໃຫຍ່ນ້ອຍປະມານ 400 ໜ່ວຍ. ບໍ່ຄືກັນເກາະຫີນປູນໜ່ວຍ ຕ່າງໆໃນອ່າວ ຮະລອງ, ເກາະຫີນປູນຕ່າງໆໃນອ່າວ ລານຮະ ກໍ່ລ້ວນແຕ່ຖືກປົກຄຸມໄປດ້ວຍ ຕົ້ນໄມ້ໃບຫຍ້າຂຽວອຸ່ມທຸ່ມ, ເຈືອຈານເຂົ້າກັບສີນ້ຳທະເລຂຽວເຢັນຢູ່ທາງລຸ່ມ, ເກາະຫີນປູນໜ່ວຍຕ່າງໆນອນຕິດລຽນກັນ, ມີຄວາມງາມແບບຮົກເຮື້ອ ດ້ວຍຫຼາຍຮູບຫຼາຍສີເປັນໜ້າມະຫັດສະຈັນ. ຕົ້ນປີ 2020 ອ່າວ ລານຮະ ໄດ້ກາຍເປັນສະມາຊິກ ຂອງສະຫະສະມາຄົມສະໂມສອນ ບັນດາອ່າວງາມທີ່ສຸດໃນໂລກຢ່າງເປັນທາງການ. ນາງ ຫງວຽນທິບິ່ງ ຜູ້ນຳທ່ຽວສັງກັດບໍລິສັດທ່ອງທ່ຽວ ປາໂນມາ ຢູ່ເມືອງເກາະ ກ໊າດບ່າ ເວົ້າວ່າ:

 “ອ່າວ ລານຮະ ແມ່ນສະຖານທີ່ພົ້ນເດັ່ນ ມີຄວາມດູດດື່ມສຳລັບແຂກທ່ອງທ່ຽວທັງຫຼາຍ ເມື່ອມາຢ້ຽມຢາມເກາະ ກ໊າດບ່າ. ຢູ່ອ່າວ ລານຮະ ມີຫາດຊາຍທະເລກວ່າ 130 ແຫ່ງ, ທັງໝົດກໍ່ລ້ວນແຕ່ແມ່ນທຳມະຊາດທີ່ຮົກເຮື້ອ ແລະ ເປັນໜ້າຈັບໃຈ. ພິເສດຢູ່ບັນດາຫາດຊາຍທະເລນີ້ ມີບັນດາຖ້ຳ ເຊິ່ງແຂກທ່ອງທ່ຽວອາດຈະເຂົ້າຢ້ຽມຊົມ ຄົ້ນຫາ ເພາະວ່າໃນນັ້ນມີທັງປ່າໂຊນຮ້ອນ. ໃນອ່າວ
ລານຮະ ກໍ່ມີບັນດາສາຍພູຫີນປູນນອນຕິດລຽນກັນ. ແຂກທ່ອງທ່ຽວມານີ້ຄວນໄປຕາມລາຍການທ່ອງທ່ຽວ ເພາະວ່ານີ້ແມ່ນເຂດນິເວດ, ດັ່ງນັ້ນກໍ່ຕ້ອງມີຜູ້ນຳທ່ຽວ ພາໄປຢ້ຽມຊົມບັນດາສະຖານທີ່ທ່ອງທ່ຽວທີ່ສວຍງາມທີ່ສຸດ”.

ຄວາມຈິງແລ້ວ, ເສັ້ນທາງໄປຮອດແດນສະຫວັນທີ່ມີຈິງນີ້ ກໍ່ບໍ່ມີຫຍັງຫຍຸ້ງຍາກ ສຳລັບບໍ່ວ່າຜູ້ໃດພວມດຳລົງຊີວິດຢູ່ ຫວຽດນາມ. ຈາກ ຮ່າໂນ້ຍ ແຂກທ່ອງທ່ຽວຕ້ອງໃຊ້ເວລາປະມານ 90 ນາທີ ຂີ່ລົດໄຟຄວາມໄວສູງສາຍ ຮ່າໂນ້ຍ - ຫ໋າຍຟ່ອງ, ແຂກທ່ອງທ່ຽວ ກໍ່ຈະຮອດທ່າບັກ  ກ໊ອດ ເພື່ອຈະເລີ່ມການເດີນທາງຄົ້ນຫາອ່າວ ລານຮະ. ຈາກທ່າບັກແຫ່ງນີ້, ແຂກທ່ອງທ່ຽວຕ້ອງໃຊ້ເວລາປະມານ 20 ນາທີ ເມື່ອຂີ່ເຮືອບັກ ເພື່ອໄປຮອດໃຈກາງເກາະ ກ໊າດບ່າ ແລ້ວກໍ່ຂີ່ເຮືອນ້ອຍ ຫຼື ກາໂນ ຍິ່ງກວ່ານັ້ນແມ່ນຂີ່ເຮືອທ່ອງທ່ຽວອອກໄປຍັງອ່າວ ລານຮະ. ຖ້າຫາກຢ້ຽມຊົມທິວທັດທຳມະຊາດຢູ່ເຂດທະເລ ຈາກບ່ອນສູງ, ການເຄື່ອນຍ້າຍມີຄວາມສະດວກສະບາຍ ແລະ ປະຢັດເວລາ ເມື່ອໄປຍັງໃຈກາງເກາະ ກ໊າດບ່າ ນັ້ນ, ແຂກທ່ອງທ່ຽວອາດຈະ ຊົມໃຊ້ການບໍລິການອູ່ລອຍຟ້າ ກາດຫາຍ - ຝູລອງ, ລະບົບອູ່ລອຍຟ້າກໍ່ມີເສົາສູງກວ່າໝູ່ໃນໂລກ. ໂດຍມີການສັງເກດເຊັ່ນດຽວກັນກັບດາລາຮູບເງົາ ອາເມລີກາ ເລໂອນາໂດ ດີກາບຣີໂດ, ແຂກທ່ອງທ່ຽວບໍ່ວ່າຜູ້ໃດ ເມື່ອໄປຮອດອ່າວທີ່ກວ້າງໃຫຍ່ກວ່າ 7.000 ເຮັກຕານີ້ ກໍ່ລ້ວນແຕ່ບໍ່ເສຍດາຍຄຳເວົ້າອັນຈົບງາມທີ່ສຸດ ເພື່ອພັນລະນາແຫ່ງນີ້. ນາງ ຟານທິຕວຽດລານ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ແບ່ງປັນວ່າ:

“ບັນດາຫາດຊາຍທະເລຢູ່ທີ່ນີ້ ແມ່ນສວຍສົດງົດງາມທີ່ສຸດ ນ້ຳທະເລຂຽວໃສເຢັນ. ການທ່ອງທ່ຽວຢູ່ແຫ່ງນີ້ແມ່ນສະບາຍໃຈ. ລາຄາການບໍລິການກໍ່ເໝາະສົມທີ່ສຸດ”.

ສ່ວນນາງ ຫງວຽນທູຮ່ຽນ ແຂກທ່ອງທ່ຽວ ເວົ້າຄວາມໃນໃຈສູ່ຟັງວ່າ:

“ເມື່ອເຂົ້າໄປຄົ້ນຫາຖ້ຳ ສາງໂຕ໊ຍ ເຊິ່ງແມ່ນຖ້ຳນ້ຳໃຫຍ່ຢູ່ອ່າວ ລານຮະ, ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດ. ນ້ຳທະເລໃສ ແລະ ສະອາດ, ດັ່ງນັ້ນ ເວລາພາຍເຮືອກໍ່ສາມາດເຫັນປະກາລັງທີ່ມີສີສັນຫຼາກຫຼາຍ ແລະ ປານ້ອຍພວມເລື່ອນລອຍໃຕ້ນ້ຳ ເປັນໜ້າເບິ່ງທີ່ສຸດ”.

ດ້ວຍທິວທັດທຳມະຊາດສວຍສົດງົດງາມດັ່ງໃນຝັນ ແຕ່ກໍ່ຍັງຄົງສາມາດຮັກສາໄດ້ຄວາມຮົກເຮື້ອທີ່ມີມາແຕ່ດັ້ງເດີມ, ອ່າວ ລານຮະ ສົມກັບເປັນ “ອ່າວ ຮະລອງ ແຫ່ງທີສອງ” ແລະ ແມ່ນໜຶ່ງໃນບັນດາສະຖານທີ່ເປັນໜ້າແວ່ຢ້ຽມຊົມ ທີ່ສວຍງາມທີ່ສຸດ ຢູ່ອາຊີຕາເວັນອອກສ່ຽງໃຕ້ ຕາມຄຳແນະນຳວານລະສານທ່ອງທ່ຽວຂອງ ອາເມລີກາ ແລະ ກໍ່ບໍ່ໃຊ້ຄຳເວົ້າລ່ວງເກີນແຕ່ຢ່າງໃດ ເມື່ອຄັດຄຳເວົ້າຂອງດາລສຮູບເງົາ ເລໂອນາໂດ ດີກາບຣີໂອ ວ່າ: “ອ່າວ ລານຮະ ມີຄວາມງົດງາມຂອງແດນສະຫວັນ”.

ຕອບກັບ