ສະຖາປັດຕະຍະກຳທີ່ເປັນເອກະລັກ ແລະ ທິວທັດທຳມະຊາດມະຫັດສະຈັນຢູ່ວິຫານ ກາວອານຝູ

Vinh Phong
Chia sẻ
(VOVWORLD) -ວິຫານ ກາວອານຝູ, ຕາແສງ ອານຊິງ, ເມືອງ ກິງໂມນ ແມ່ນເຂດປູຊະນິຍະສະຖານປະຫວັດສາດທີ່ເປັນເອກະລັກຂອງແຂວງ ຫາຍເຢືອງ. ທັດຊະນີຍະພາບ ແຫ່ງນີ້ບໍ່ພຽງແຕ່ມີຄວາມເປັນເອກະລັກ ໃນຂອບເຂດວັດທະນະທຳຈິດວິນຍານເທົ່ານັ້ນ ຫາກຍັງແມ່ນສະຖາປັດຕະຍະກຳ ແລະ ທິວທັດທຳມະຊາດທີ່ເປັນໜ້າມະຫັດສະຈັນອີກດ້ວຍ.
ສະຖາປັດຕະຍະກຳທີ່ເປັນເອກະລັກ  ແລະ ທິວທັດທຳມະຊາດມະຫັດສະຈັນຢູ່ວິຫານ ກາວອານຝູ - ảnh 1 ວິຫານກາວອານຝູ

ວິຫານກາວອານຝູ ຖືກຕັ້ງໃນທ່າມກາງເຂດພູຜາປ່າໄມ້ທີ່ໃຫຍ່ໂຕມະໂຫຖານ. ຄຽງຂ້າງນັ້ນແມ່ນບັນດາປູຊະນີຍະສະຖານ ບັນດາກິດຈະດກຳສະຖາປັດຕະຍາກຳທີ່ຕິດພັນກັບຊີວິດ ແລະ ພາລະກິດຂອງ ເຈິ່ນຫຼຽວ  ແລະ ນາຍພົນ ເຈິ່ນກ໋ວກຕວນ. ຕາມປຶ້ມບັນທຶກປະຫວັດແລ້ວວິຫານ ກາວອານຝູູ ແມ່ນບູຊາ ເຈິ່ນຫຼຽວ ເຊິ່ງແມ່ນບິດາຂອງນາຍພົນ ເຈິ່ນກ໋ວກຕວນ ໄດ້ຮັບການປຸກສ້າງໃນສະໄໝລາດຊະວົງ ເຈິ່ນ ຄືໃນສະຕະວັດທີ XIII. ວິຫານຕັ້ງເທິງຈອມ ອານຝູ, ມີທິວທັດພູຜາແມ່ນ້ຳທີ່ເປັນໜ້າຈັບໃຈ ເຊິ່ງໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາທັດຊະນີຍະພາບທີ່ສວຍງາມທີ່ສຸດຢູ່ຫວຽດນາມ. ທາງທິດຕາເວັນອອກສ່ຽງເໜືອຂອງວິຫານແມ່ນ ສາຍພູ ອຽນຕື, ທາງທິດຕາເວັນຕົກສ່ຽງເໜືອແມ່ນຖ້ຳ ກິງຈູ, ມີແມ່ນ້ຳ ກິງໄທ່ ໄຫຼອອ້ມຕີນພູ, ທາງທິດຕາເວັນຕົກສ່ຽງໃຕ້ແມ່ນເຂດທົ່ງພຽງທີ່ກວ້າງໃຫຍ່ໄພສານ. ວິຫານກາວອານຝູ ຖືກຕັ້ງຢູ່ຈອມພູສູງສຸດໃນສາຍພູ ອານຝູ ເຊິ່ງໄດ້ບູຊາ ເຈິ່ນຫຼຽວ, ເພິ່ນເກີດປີ 1211, ແມ່ນອ້າຍຄີງຂອງ ເຈິ່ນແກັງ  ໝາຍເຖິງ ເຈິ່ນຖາຍຕົງ ເຊິ່ງແມ່ນເຈົ້າຊີວິດອົງທຳອິດໃນລາດຊະວົງ ເຈິ່ນ. ຕາມປຶ້ມບັນທຶກປະຫວັດສາດແລ້ວ, ລາດຊະວົງ ເຈິ່ນ ໃນໄລຍະສ້າງພາລະກິດ, ໄດ້ຢືນຢູ່ຕໍ່ໜ້າການຮຸກຮານຂອງພວກຈັກກະພັດ ມົງໂກນ ໃນສະໄໝສັກດີນາ, ເຈິ່ນຫຼຽວ ພ້ອມກັບລູກຊາຍແມ່ນ ເຈິ່ນກ໋ວກຕວນ ໄດ້ບຸກລະດົມທົ່ວປວງຊົນສາມັກຄີ ເປັນຈິດໜຶ່ງໃຈດຽວເພື່ອຕ້ານສັດຕູເຂົ້າມາຮຸກຮານ. ພາຍໃຕ້ການນຳພາຂອງລາດຊະວົງ ເຈິ່ນ, ປະຊາຊົນ ດ້າຍຫວຽດ ໄດ້ທັບມ້າງພວກທະຫານ ມົງໂກນ ສາມຄັ້ງທີ່ເຂົ້າມາຮຸກຮານ, ຮັກສາພື້ນຖານເອກະລາດແຫ່ງຊາດ. ທ່ານ ຟ້າມຮິວກວນ, ຫົວໜ້າຄະນະຄຸ້ມຄອງປູຊະນີຍະສະຖານເມືອງ ກິງໂມນ ໃຫ້ຮູ້ວ່າ:

     “ຢູ່ເທິງຈອມພູສູງຊັນນີ້ ດ້ວຍຄວາມສູງ 246 ແມັດ ເມື່ອທຽບໃສ່ໜ້ານ້ຳທະເລ, ກໍ່ມີວິຫານ ກາວອານຝູ ບູຊາ ເຈິ່ນຫຼຽວ. ວິຫານນີ້ຖືກປຸກສ້າງໃນສະໄໝລາດຊະວົງ ເຈິ່ນ. ປີ 2005 ເມືອງ ກິງໂມນ ໄດ້ບູລະນະປະຕິສັງຂອນວິຫານນີ້ໃຫ້ໃຫຍ່ໂຕໂອຖົງ ແລະ ສວຍງາມກວ່າ. ຢູ່ຫ້ອງທາງຫຼັງຂອງວິຫານກໍ່ມີຮູບປັ້ນຂອງເພິ່ນ. ຕາມການເລົ່າຂານສືບທອດກັນມາວ່າ ຢູ່ໃຕ້ຮູບປັ້ນແມ່ນອັດຖິຂອງເພິ່ນ”.

      ໂດຍຖືກຕັ້ງຫ່າງຈາກໃຈກາງວິຫານ ກາວອານຝູບໍ່ໄກປານໃດ ກໍ່ແມ່ນບ່ອນຕັ້ງຮູບປັ້ນເພື່ອບູຊານາຍພົນ ເຈິ່ນກ໋ວກຕວນ. ຮູບປັ້ນຂອງພະອໍລະຫັນ ເຈິ່ນກ໋ວກຕວນ ຖືກຕັ້ງຢູ່ຈຸດຍຸດທະສາດຂອງປະເທດຊາດ ມຸ່ງສາຍຕາສູ່ທິດຕາເວັນອອກ, ມືຂວາຈັບປຶ້ມວິຊາການທະຫານ, ມືຊ້າຍຈັບຕ້ອງດ້າມດາບ ເຊິ່ງສະແດງໃຫ້ເຫັນລະດັບສູງຍຸດທະສາດ, ກໍ່ໝາຍເຖິງຢາກຕັກເຕືອນໃຫ້ຄົນລຸ້ນຫຼັງຈົ່ງປົກປັກຮັກສາເຂດນ້ຳແດນດິນຂອງປະເທດຊາດ ຫວຽດນາມ. ທ່ານ ຟ້າມຮິວກວນ ຫົວໜ້າຄະນະຄຸ້ມຄອງປູຊະນີຍະສະຖານເມືອງ ກິງໂມນ ໃຫ້ຮູ້ຕື່ມອີກວ່າ:

      “ເມື່ອໃຫ້ກໍ່ສ້າງອະນຸສາວະລີ ເຈິ່ນຮຶງດ້າວ, ທ່ານ ພົນເອກ ຫວໍງວຽນຢາບ ກໍ່ແມ່ນຜູ້ວາງສີລາລຶກທຳອິກ. ອານຸສາວະລີຖືກປຸກສ້າງດ້ວຍຫີນທີ່ເອົາມາຈາກພູ ໂຍ່ຍ ໃນແຂວງ ແທັງຮວາ ມີລວງສູງ 12,7 ແມັດ. ນີ້ແມ່ນໜຶ່ງໃນບັນດາກິດຈະກຳໃຫຍ່ທີ່ສຸດຢູ່ ຫວຽດນາມ”.

     ມາຢ້ຽມຊົມຢູ່ແຫ່ງນີ້, ແຂກທ່ອງທ່ຽວແຕ່ລະຄົນຍັງຈະໄດ້ຊົມຮູບແກະຄວັດສະຫຼັກດ້ວຍດິນເຜົາທີ່ຢັກໃຫຍ່ ເຊິ່ງໄດ້ພັນລະນາເຖິງການສູ້ຮົບຕ້ານພວກທະຫານ ມົງໂກນ ຂອງຊາດ ຫວຽດນາມ. ຮູບແກະຄວັດສະຫຼັກນີ້ ຍາວ 45 ແມັດ, ສູງ 2,5 ແມັດ ຖືກຕັດຕໍ່ດ້ວຍຫີນ 265 ກ້ອນ. ນາງ ຈາມີ ແຂກທ່ອງທ່ຽວມາຈາກແຂວງ ເລິມດົ່ງ ແບ່ງປັນວ່າ:

     “ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ມານີ້, ທິວທັດທຳມະຊາດສວຍສົດງົດງາມແທ້ໆ. ເມື່ອຢືນຢູ່ຈອມພູກໍ່ສາມາດເຫັນຮູບພາບທັງໝົດ ກ່ຽວກັບເຂດທົ່ງພຽງທີ່ກວ້າງໃຫຍ່ໄພສານ, ຂຽວອຸມທຸມ; ມີແມ່ນ້ຳ ກິງໄທ່ ໄຫຼອ້ອມຮອບ. ນີ້ບໍ່ພຽງແຕ່ແມ່ນສະຖານທີ່ແຫ່ງຈິດວິນຍານເທົ່ານັ້ນ ຫາກຍັງແມ່ນສະຖານທີ່ທ່ອງທ່ຽວທີ່ດູດດຶ່ງສຳລັບແຂກທ່ອງທ່ຽວອີກດ້ວຍ”.

      ຜ່ານການເວລານັບແຕ່ເມື່ອກໍ່ສ້າງມາຮອດປັດຈຸບັນ, ກຸ່ມປູຊະນີຍະສະຖານວິຫານ ກາວອານຝູ ໄດ້ຮັບການບູລະນະປະຕິສັງຂອນຫຼາຍຄັ້ງ. ຂອບຂະໜາດຂອງປູຊະນີຍະສະຖານກໍ່ໄດ້ຮັບການເປີດ ກວ້າງ, ມີຂີດໝາຍທາງດ້ານສະຖາປັດຕະຍາກຳຍັງຄົງໄດ້ຮັບການຮັກສາໄວ້ເໝືອນເດີມ. ປັດຈຸບັນຢູ່ວິຫານຍັງ ສາມາດຮັກສາແຜ່ນຄຳພະຫຍາ, ຮູບແກະຄວັດສະຫຼັກທີ່ພັນລະນາເຖິງທິວທັດທຳມະຊາດຂອງວິຫານ ອານຝູ ອີກດ້ວຍ.

ຕອບກັບ