ວິຫານ ຊາຕັກ - ປູຊະນີຍະສະຖານປະຫວັດສາດ ລະດັບຊາດ ຢູ່ຕອນດິນເໜືອສຸດຂອງປະເທດຊາດ

Vinh Phong
Chia sẻ
(VOVWORLD) -ໂດຍຖືກຕັ້ງຢູ່ແຄມແມ່ນ້ຳ ກາລອງ ຢູ່ເຂດຊາຍແດນລະຫວ່າງ ຫວຽດນາມ - ຈີນ, ວິຫານ ຊາຕັກ ທີ່ນະຄອນ ໝອງກ໊າຍ ແຂວງ ກວ໋າງນິງ ບໍ່ພຽງແຕ່ແມ່ນສະຖານທີ່ບູຊາ ປະຕິບັດບັນດາການເຄື່ອນໄຫວເຫຼື້ອມໃສວັດທະນະທຳພື້ນເມືອງ ຂອງປະຊາຊົນຢູ່ແຫ່ງນີ້ເທົ່ານັ້ນ  ຫາກຍັງມີຄວາມໝາຍປຽບເໝືອນເສົາຫຼັກໝາຍວັດທະນະທຳ ຢັ້ງຢືນອະທິປະໄຕ ທີ່ສັກກາລະບູຊາຂອງປະເທດຊາດ. ເມື່ອບໍ່ດົນມານີ້ປູຊະນີຍະສະຖານທີ່ມີມານັບຮ້ອຍປີນີ້ ໄດ້ຮັບການຮັບຮອງຈາກກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແມ່ນປູຊະນີຍະສະຖານລະດັບຊາດ ຍ້ອນມີບັນດາຄຸນຄ່າທີ່ເປັນເອກະລັກສະເພາະ. 
ວິຫານ ຊາຕັກ - ປູຊະນີຍະສະຖານປະຫວັດສາດ ລະດັບຊາດ ຢູ່ຕອນດິນເໜືອສຸດຂອງປະເທດຊາດ - ảnh 1ວິຫານ ຊາຕັກໃນປັດຈຸບັນ

    ບັນດາແຜ່ນສີລາທີ່ເກົ່າແກ່ ແລະ ປ້າຍສະຖິດວິນຍານຍັງຖືກເກັບຮັກສາໄວ້ຢູ່ທີ່ນີ້ ໄດ້ຂຽນວ່າ: ວິຫານ ຊາຕັກໄດ້ຮັບການກໍ່ສ້າງໃນທ້າຍສະຕະວັດທີ XIII ແລະ ຕົ້ນສະຕະວັດທີ XIV ເພື່ອບູຊາເຈົ້າຖິ່ນເຈົ້າຖານ ຊາຕັກ ທີ່ຂຶ້ນກັບເມືອງ ໝອງກ໊າຍ ຂອງຫວຽດນາມເມື່ອກ່ອນນີ້. ຕາມການເລົ່າຂານກັນມາວ່າ ພວກເຈົ້າຖິ່ນເຈົ້າຖານແຫ່ງນີ້ ຍາມໃດກໍ່ອູ້ມຊູຊ່ວຍເຫຼືອມວນຊົນ  ແລະ ຊ່ວຍໃຫ້ການດຳລົງຊີວິດຂອງປະຊາຊົນ ມີຄວາມຢູ່ເຢັນເປັນສຸກ ລະດູການຜະລິດໄດ້ຮັບຜົນດີ. ໃນໄລຍະເບື້ອງຕົ້ນ ວິຫານ ຊາຕັກ ແມ່ນອນຢູ່ແຄມແມ່ນ້ຳ ດ້ວຍຂອບຂະໜາດມີພຽງສາມຫ້ອງເທົ່ານັ້ນ ໜ້າວິຫານມຸ່ງໄປສູ່ທິດໃຕ້, ຫຼັງຄາຖືກມຸງດ້ວຍດິນຂໍ. ໂດຍຜ່ານບັນດາໄລຍະຫວັດສາດ ແລະ ການທຳລາຍຂອງການເວລາ, ກິດຈະກຳນີ້ໄດ້ຖືກເປເພ, ເສື່ອມຄຸນນະພາບ ແລະ ໄດ້ຮັບການບູລະນະປະຕິສັງຂອນຄັ້ງຫຼ້າສຸດ ໃນປີ 1989. ລຸງ ບຸ່ຍຫິວທ່ຽມ ອາຍຸ 70 ປີ ຢູ່ຕາແສງ ກາລອງ ໃຫ້ຮູ້ວ່າ:

    “ເມື່ອກ່ອນນີ້ ວິຫານ ຊາຕັກ ໄດ້ຖືກເສື່ອມຄຸນນະພາບຕາມການເວລາ. ມາຮອດປັດຈຸບັນໄດ້ຮັບການບູລະນະປະຕິສັງຂອນໃຫ້ໃຫຍ່ໂຕໂອໂຖງ. ນີ້ແມ່ນຄວາມເອກອ້າງທະນົງໃຈ ແລະ ກໍ່ແມ່ນຄວາມຮັບຜິດຊອບຂອງພວກຂ້າພະເຈົ້າ ແລະ ລຸ້ນຄົນໃນພາຍພາກໜ້າ ເພື່ອໃຫ້ພະຍາຍາມຮັກສາແຫ່ງນີ້ປຽບເໝືອນເສົາຫຼັກໝາຍຊາຍແດນ”.

      ບໍລິເວນວິຫານ ຊາຕັກ ໄດ້ຮັບການເປີດກວ້າງດ້ວຍເນື້ອທີ່ປະມານ 20.000 ຕາແມັດ ຖືກຕັ້ງຢູ່ເຂດດິນພື້ນທີ່ສູງ ແລະ ຢູ່ຕ່າງຫາກ. ວິຫານແຫ່ງນີ້ ຖືກກໍ່ສ້າງສອງຊັ້ນ ດ້ວຍ 8 ຫຼັງຄາ ເຊິ່ງມີບັນດາລວດລາຍແກະຄວັດສະຫຼັກລະອຽດອ່ອນ ຫຼັງຄາຖືກມຸງດ້ວຍດິນຂໍ. ຢູ່ວິຫານ ຊາຕັກ ໃນປັດຈຸບັນຍັງເກັບຮັກສາສາມແຜ່ນສີລາທີ່ເກົ່າແກ່ ເຊິ່ງໄດ້ມີມາແຕ່ປີ 1879 ໃນນັ້ນໄດ້ຈົດລາຍຊື່ບັນດາຜູ້ທີ່ມີຄຸນງາມຄວາມດີ ປະກອບເຫື່ອແຮງເງິນທອງວັດຖຸ ເພື່ອກໍ່ສ້າງວິຫານ. ປີ 2005 ວິຫານ ຊາຕັກ ໄດ້ຮັບການຢັ້ງຢືນແມ່ນປູຊະນີຍະສະຖານປະຫວັດສາດວັດທະນະທຳລະດັບແຂວງ ແລະ ຮອດປີ 2018 ເປັນຄັ້ງທຳອິດທີ່ນະຄອນ ໝອງກ໊າຍ ໄດ້ຟື້ນຟູພິທີໄຫ້ວບູຊາ ຊາຕັກ. ທ່ານ ເຈິ່ນດິ່ງແທັ່ງ ຮອງຫົວໜ້າກົມມໍລະດົກວັດທະນະທຳ ກະຊວງ ວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ:

     “ວິຫານ ຊາຕັກ ໃນນະຄອນ ໝອງກ໊າຍ ແມ່ນໜຶ່ງໃນຈຳນວນບັກດາວິຫານທີ່ຫາຍາກ ແລະ ຍັງຄົງຕົວຢູ່ ຫວຽດນາມ. ວິຫານ ຊາຕັກ ແມ່ນປູຊະນີຍະສະຖານທີ່ສຳຄັນ ເຊິ່ງກ່ຽວຂ້ອງເຖິງການເຫຼື້ອມໃສວັດທະນະທຳພື້ນເມືອງຂອງ ຫວຽດນາມ. ນອກຈາກທີ່ຕັ້ງຂອງວິຫານທີ່ຍັງຄົງຕົວຮອດທຸກວັນນີ້ ພ້ອມກັບຮອງຮອຍຂອງມັນ ແມ່ນມີຄວາມໝາຍປະຫວັດສາດແລະ ມີບົດບາດສຳຄັນທີ່ສຸດ ໃນການປົກປັກຮັກສາອະທິປະໄຕຂອງປະເທດຊາດ ປຽບເໝືອນເສົາຫຼັກໝາຍວັດທະນະທຳ”.

      ປັດຈຸບັນ ບັນດາວິຫານວັດວາອາຮາມ ໄດ້ຖືກນະຄອນ ໝອງກ໊າຍ ເຊື່ອມຕໍ່ສ້າງເປັນສະຖານທີ່ຢຽມຊົມທັດສະນະສຶກສາ ດ້ວຍບັນດາຈຸດວັດທະນະທຳພື້ນເມືອງ ແລະ ທັນສະໄໝປະສົມປະສານເຂົ້າກັນຄື ສະຖານທີ່ທ່ອງທ່ຽວຢູ່ໃຈກາງນະຄອນ ໝອງກ໊າຍ ຕະຫຼວດຮອດຫາດຊາຍທະເລ ຈ່າໂກ໋ ອະນຸສາວະລີອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ປໍ່ເຫັ່ນ, ວິຫານ ຊາຕັກ, ສາລາ ຈ່າໂກ໋... ທ່ານ ໂຮ່ກວາງຮຸຍ ປະທານຄະນະກຳມະການປະຊາຊົນນະຄອນ ໝອງກ໊າຍ ໃຫ້ຮູ້ວ່າ:

      “ທາງນະຄອນຈະສືບຕໍ່ກໍ່ສ້າງປັບປຸງ ສຳຫຼວດກວດຄືນ ເກັບກຳ ຮວບຮວມບັນດາເອກະສານກ່ຽວກັບປູຊະນີຍະສະຖານ ເພື່ອມີບົດລາຍງານລະອຽດ ຕີລາຄາ ຈັດອັນດັບບັນດາປູຊະນີຍະສະຖານ ໃຫ້ສົມກັບທີ່ຕັ້ງຂອງມັນ. ພ້ອມກັນນັ້ນ ກໍ່ປຸກລະດົມບັນດາແຫຼ່ງກຳລັງ ເພື່ອອະນຸລັກຮັກສາ ແລະ ພັດທະນາການທ່ອງທ່ຽວວັດທະນະທຳ ຈິດວິນຍານ ເພື່ອຖະແຫຼງຂ່າວໂຄສະນາທາງດ້ານການທ່ອງທ່ຽວ ໃຫ້ແກ່ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ”.

       ນະຄອນ ໝອງກ໊າຍ ພວມຢູ່ໃນທ່ວງທ່າຂະຫຍາຍຕົວໝັ້ນໝາຍກາຍເປັນສູນກາງເສດຖະກິດທີ່ສຳຄັນຢູ່ເຂດທາງທິດຕາເວັນອອກສຽງເໜືອຂອງປະເທດຊາດ. ບັນດາປູຊະນີຍະສະຖານວັດທະນະທຳ ປະຫວັດສາດຄື ວິຫານ ຊາຕັກ ສາລາ ຈ່າໂກ໋ ພວມແມ່ນບັນດາປັດໄຈທາງດ້ານວັດທະນະທຳ ແມ່ນເສົາຫຼັກໝາຍທາງດ້ານວັດທະນະທຳຊ່ວຍໃຫ້ປະເທດ ແລະ ຊາວ ໝອງກ໊າຍ ຮັກສາເອກະລາດ ອະທິປະໄຕຂອງປະເທດຊາດ ຢູ່ຕອນດິນເໜືອສຸດທາງທິດຕາເວັນອອກສຽງເໜືອ ພ້ອມກັບທົ່ວປະເທດກ້າວຂຶ້ນໃນກິດຈະການປ່ຽນແປງໃໝ່ ແລະ ເຊື່ອມໂຍງສາກົນ. 

ຕອບກັບ