ວັດຕາມຈຸກ - ເຂດທ່ອງທ່ຽວທີ່ດູດດື່ມຢູ່ ຫວຽດນາມ

Vinh Phong
Chia sẻ
(VOVWORLD) -ວັດຕາມຈຸກ ຫຼື ເອີ້ນວ່າກຸ່ມເຂດທ່ອງທ່ຽວຕາມຈຸກ ຖືກນອນຢູ່ແຂວງ ຮ່ານາມ ເຊິ່ງແມ່ນດິນແດນຂອງປະຊາຊົນຜູ້ໃຈດີ ແລະ ມີຈິດໃຈຮັກແພງແຂກ. ຕາມຈຸກ ບໍ່ພຽງແຕ່ແມ່ນສະຖານທີ່ທ່ອງທ່ຽວ ເພື່ອໃຫ້ແຂກທ່ອງທ່ຽວກັບຄືນສູ່ດິນແດນແຫ່ງພະພຸດທະເຈົ້າເທົ່ານັ້ນ, ຢູ່ແຫ່ງນີ້ແຂກທ່ອງທ່ຽວຍັງໄດ້ຮັບຊົມທັດຊະນີຍະພາບທີ່ງົດງາມກໍ່ຄືໄດ້ເຊື່ອມຕົວເຂົ້າກັບບັນຍາກາດສະຫງົບງຽບ ໃນທ່າມກາງທິວທັດພູຜາປ່າໄມ້ທີ່ຮົກເຮື້ອວ່າງເປົ່າ
ວັດຕາມຈຸກ - ເຂດທ່ອງທ່ຽວທີ່ດູດດື່ມຢູ່ ຫວຽດນາມ - ảnh 1ວັດຕາມຈຸກ ຢູ່ແຂວງ ຮ່ານາມ 

ເຂດທ່ອງທ່ຽວໜອງ ຕາມຈຸກ ທີ່ຂຶ້ນກັບຕາແສງ ບາຊາວ ເມືອງ ກີມບ໋າງ ແຂວງ ຮ່ານາມ ຫ່າງຈາກ ຮ່າໂນ້ຍ ປະມານ 60 ກວ່າກິໂລແມັດ; ຢູ່ເບື້ອງໜຶ່ງຕິດກັບເມືອງ ລາກຖຸ໋ຍ ແຂວງ ຮວ່າບິ່ງ ແລະ ຫ່າງຈາກເຂດທ່ອງທ່ຽວ ເຮືອງເຊີນ ປະມານ 3 ກິໂລແມັດຕາມທາງພູ. ຕາມເລື່ອງລາວເລົ່າຂານກັນມາວ່າ, ແຕ່ປາງກີ້ປາງກ່ອນມີດາວ 7 ດວງ ໄດ້ຕົກລົງເຂດພູຜາປ່າໄມ້ ຕາມຈຸກ, ນັ້ນກໍ່ແມ່ນນາງຟ້າ 7 ພະນາງ ຢູ່ສະຫວັນລົງສູ່ໂລກມະນຸດ ເພື່ອຢ້ຽມຊົມທັດສະນະສຶກສາ. ທິວທັດທຳມະຊາດທີ່ເປັນໜ້າຈັບໃຈຢູ່ ຕາມຈຸກ ໄດ້ເຮັດໃຫ້ພວກນາງຟ້າຫຼົງໄຫຼກັບຄວາມງາມ ຈົນບໍ່ຮູ້ທາງກັບຄືນເມືອສະຫວັນ. ພະອິນໄດ້ໃຫ້ນຳເອົາລະຄັງລົງ 6 ຄັ້ງ ເພື່ອລັ່ນຮຽກໃຫ້ພວກນາງຟ້າກັບຄືນສູ່ສະຫວັນ, ແຕ່ເມື່ອລັ່ນລະຄັງໃນແຕ່ລະເທື່ອ, ສຽງລະຄັງກໍ່ໄດ້ກັງວານລົງສູ່ໃຕ້ໜອງນ້ຳ ພ້ອມທັງດັງກ້ອງກັງວານໄປທົ່ວພູຜາປ່າໄມ້ໃນໂລກມະນຸດ. ນັບແຕ່ນັ້ນມາຢູ່ໜ້າໜອງຕາມຈຸກ ໄດ້ປະກົດມີພູ 6 ໜ່ວຍຄືດັ່ງລະຄັງ 6 ໜ່ວຍຂອງພະອິນ, ຢູ່ເບື້ອງຫຼັງກໍ່ມີພູ 7 ໜ່ວຍແຜ່ລັດສະໝີປຽບເໝືອນຄວາມງາມຂອງນາງຟ້າ 7 ພະນາງ. ນັບພັນປີກ່ອນນີ້, ຜູ້ຄົນທັງຫຼາຍໃນປາງກ່ອນໄດ້ເລືອກເອົາ ຕາມຈຸກ ເພື່ອໃຫ້ກໍ່ສ້າງບັນດາກິດຈະກຳວັດວາອາຮາມ, ກ່ອນນີ້ເກືອບ 20 ປີພວກກຳມະກອນກໍ່ສ້າງເຂື່ອນໄຟຟ້ານຳຕົກ ກໍ່ໄດ້ພົບເຫັນຢູ່ໃຕ້ໜອງ ຕາມຈຸກ ມີບັນດາເສົາໄມ້, ເສົາຫີນ ແລະ ວັດຖຸເຄື່ອງຂອງຕ່າງໆເພື່ອຮັບໃຊ້ການກໍ່ສ້າງ. ຢູ່ກາງໜອງຍັງປະກົດມີສາລາ ຕາມຈຸກ ທີ່ຍັງຄົງຕົວຢູ່. ໃນເບື້ອງຕົ້ນບັນດານັກຄົ້ນຄວ້າບູຮານຄະດີໄດ້ສະຫຼຸບວ່າ, ວັດຕາມຈຸກ ມີອາຍຸກວ່າ 1.000 ປີ. ປີ 2001, ນາຍົກລັດຖະມົນຕີ ຫວຽດນາມໄດ້ເຫັນດີໃຫ້ຟື້ນຟູ ວັດຕາມຈຸກ. ປີ 2013 ວັດຕາມຈຸກ ໄດ້ຮັບການຮັບຮອງແມ່ນເຂດທ່ອງທ່ຽວລະດັບຊາດ. ພະອາຈານໃຫຍ່ ທິກມິງກວາງ ຢູ່ວັດຕາມຈຸກ ແບ່ງປັນວ່າ:

     “ສູນວັດທະນະທຳພຸດທະສາສະໜາວັດຕາມຈຸກ ກໍ່ມີບໍລິເວນທີ່ກວ້າງໃຫຍ່, ທິວທັດທຳມະຊາດທີ່ງົດງາມ. ມີພູຜາສະຫຼັບສັບຊ້ອນ ແລະ ໜອງນ້ຳກວ້າງໃຫຍ່ໄພສານ, ທັດຊະນີຍະພາບສວຍສົດງົດງາມ. ເປັນກຽດທີ່ສຸດທີ່ສະມາຄົມພຸດທະສາສະໜາ ຫວຽດນາມ, ຄະນະຈັດຕັ້ງວັນບຸນວິສາຂະບູຊາ ສະຫະປະຊາຊາດ ໄດ້ເລືອກເອົາ ຕາມຈຸກ ເປັນສະຖານທີ່ຈັດຕັ້ງວັນບຸນ Vesak 2019. ນີ້ແມ່ນໂອກາດເພື່ອໂຄສະນາແນະນຳກັບເພື່ອນມິດສາກົນ ກ່ຽວກັບພຸດທະສາສະໜາ ຫວຽດນາມ, ກ່ຽວກັບທິວທັດທຳມະຊາດຂອງປະເທດຊາດ ແລະ ປະຊາຊົນພ້ອມກັບການທ່ອງທ່ຽວ ຫວຽດນາມ ກໍ່ຄືແຂວງ ຮ່ານາມອີກດ້ວຍ”.

     ກຸ່ມເຂດທ່ອງທ່ຽວວັດຕາມຈຸກ ຫາກໍ່ໄດ້ຮັບການກໍ່ສ້າງໃໝ່ ດ້ວຍເນື້ອທີ່ທັງໝົດເກືອບ 5.000 ເຮັກຕາ ເຊິ່ງລວມມີໜອງນ້ຳ, ພູຜາປ່າໄມ້ທຳມະຊາດ ແລະ ຮ່ອມພູ. ໃນບໍລິເວນ ວັດຕາມຈຸກ ກໍ່ລວມມີວັດແກ້ວ, ຫໍບູຊາຕາມເຖ, ຫໍບູຊາສາສະດາ. ຫໍບູຊາເຈົ້າແມ່ກວນອິມ, ມີປະຕູໂຂງໃຫຍ່, ຫ້ອງປະຊຸມສາກົນ. ພະອາຈານທິກ ມິງກວາງ ໃຫ້ຮູ້ຕື່ມອີກວ່າ:

     “ວັດແກ້ວຖືກຕັ້ງເທິງຈອມພູ ເພື່ອບູຊາພະພຸດທະຮູບ ເຮັດດ້ວຍແກ້ວມໍລະກົດ ມີນ້ຳໜັກກວ່າ 4 ໂຕນ. ວັດແກ້ວຖືກກໍ່ສ້າງດ້ວຍບັນດາກ້ອນຫີນ ກຣັນນິດ ຕິດກັນ ດ້ວຍບັນດານາຍຊ່າງທີ່ດີເລີດຂອງອິນເດຍປະຕິບັດ. ສິ່ງພິເສດໃນວັດແກ້ວແມ່ນບັນດາໂງ່ນຫີນຖືກຕັດຕໍ່ກັນ ແຕ່ບໍ່ນຳໃຊ້ກາວ ຫຼື ຊີມັງ. ສ່ວນຫໍບູຊາ ຕາມເຖ ແມ່ນຖືກຕັ້ງຢູ່ບ່ອນສູງສຸດ ດ້ວຍເນື້ອທີ່ 3.500 ຕາແມັດ ຖືກກໍ່ສ້າງສອງຊັ້ນ ແລະ ມີພະພຸດທະຮູບສາມອົງ, ແຕ່ລະອົງມີນ້ຳໜັກກວ່າ 80 ໂຕນ. ສິ່ງທີ່ພິເສດຢູ່ຫໍບູຊາ ຕາມເຖ ແມ່ນມີຝາໃຫຍ່ 4 ຝາຖືກປະດັບປະດາດ້ວຍຮູບແກະຄວັດສະຫຼັກ  ຫີນທີ່ລະອຽດອ່ອນທັງໝົດ 12.000 ຮູບເຊິ່ງໄດ້ວາດເຖິງຊີວິດຂອງພະພຸດທະເຈົ້າ. ພະອາຈານທິກ ມິງກວາງ ໃຫ້ຮູ້ອີກວ່າ:

      “ຫໍບູຊາທີໜຶ່ງກໍ່ມີຮູບແກະຄວັດສະຫຼັກຫີນ 12.000 ຮູບ ໂດຍບັນດານາຍຊ່າງທີ່ມີຊື່ສຽງຂອງອິນເດຍປະຕິບັດ, ຫໍບູຊາທີສອງ ແມ່ນບູຊາພະພຸດທະເຈົ້າດ້ວຍຮູບປັ້ນທີ່ມີນ້ຳໜັກ 150 ໂຕ່ນ. ສ່ວນຫໍບູຊາທີສາມ ແມ່ນຫໍບູຊາເຈົ້າແມ່ກວນອິມ ທີ່ມີຮູບຫຼໍ່ເຈົ້າແມ່ກວນອິມດ້ວຍທອງ ທີ່ມີນ້ຳໜັກກວ່າ 150 ໂຕນ”.

      ນອກຈາກບັນດາພະພຸດທະຮູບແລ້ວ, ໃນວັດຕາມຈຸກກໍ່ຍັງມີສວນເສົາຄຳພີໃຫຍ່ດ້ວຍ 1.000 ເສົາເຮັດດ້ວຍຫີນ ແຕ່ລະເສົາສູງ 14 ແມັດມີນ້ຳໜັກ 200 ໂຕນ. ຍັງມີສິ່ງພິເສດອີກອັນໜຶ່ງນັ້ນແມ່ນຕົ້ນໂພ ຖືກຕັດມາຈາກຕົ້ນໂພໃຫຍ່ທີ່ອາຍຸ 2.250 ປີ ແລະ ໄດ້ຮັບຖືກວ່າແມ່ນຂອງປະເສີດຂອງ ສີລັງກາ. ນາງ ຮ່າແທັງ ແຂກທ່ອງທ່ຽວມາຈາກນະຄອນໂຮ່ຈີມິນ ໄດ້ແບ່ງປັນວ່າ:

     “ຂ້າພະເຈົ້າໄດ້ໄປວັດວາອາຮາມຫຼາຍແຫ່ງຢູ່ ຫວຽດນາມ ແລະ ບາງປະເທດອື່ນ. ແຕ່ຄວາມປະທັບໃຈແມ່ນສູງທີ່ສຸດເມື່ອໄດ້ມາຢ້ຽມຊົມ ຕາມຈຸກ. ຍາກທີ່ຈະຫາໄດ້ວັດໃດທີ່ຕັ້ງຢູ່ເນີນພູ, ມຸ່ງໜ້າສູ່ໜອງນ້ຳທີ່ກວ້າງໃຫຍ່ໄພສານ ແລະ ອ້ອມຮອບດ້ວຍພູຜາປ່າໄມ້ພ້ອມກັບທິວທັດທຳມະຊາດທີ່ງົດງາມເຊັ່ນນີ້”.

      ອ້ອມຮອບວັດ ຕາມຈຸກ ກໍ່ຍັງມີປູຊະນີຍະສະຖານປະຫວັດສາດ ວັດທະນະທຳຫຼາຍແຫ່ງ ພ້ອມກັບທິວທັດທຳມະຊາດທີ່ລືຊື່ເຊັ່ນ ຖ້ຳວ່ອງ, ຖ້ຳໂກໂດຍ,   ວັດທຽນຟຸກ, ວັດບ່າແດັງ, ພະວິຫານ ຫຼີເທື່ອງກຽດ ແລະ ອືນໆ. ວັດຕາມຈຸກຫ່າງຈາກ ວັດເຮືອງ 4,5 ກິໂລແມັດ, ຫ່າງຈາກວັດ ບ໊ານດິ໊ງ 30 ກິໂລແມັດ ອັນໄດ້ສ້າງເປັນສາຍທ່ອງທ່ຽວກຸ່ມວັດວາອາຮາມ ເຊື່ອມຕໍ່ມໍລະດົກວັດທະນະທຳ - ທຳມະຊາດທີ່ອຸດົມສົມບູນທີ່ສຸດຂອງ ຫວຽດນາມ: ພະລາດຊະວັງທັງລອງ - ວັດເຮືອງ - ວັດຕາມຈຸກ - ວັດບ໊າຍດິ໊ງ - ກຸງເກົ່າຫົວລື - ກຸ່ມທັດຊະນີຍະພາບຈ່າງອານ, ພ້ອມກັນນັ້ນກໍ່ໄດ້ເປີດບາດກ້າວບຸກທະລຸ ໃຫ້ແກ່ຂະແໜງທ່ອງທ່ຽວໃໝ່ ຫວຽດນາມ.

ຕອບກັບ