ຢ້ຽມຢາມບັນດາສະຖານທີ່ແດງຢູ່ ນະຄອນໂຮ່ຈີມິນ

Vinh Phong
Chia sẻ
(VOVWORLD) -ໃນຊຸມມື້ນີ້, ພ້ອມກັບທົ່ວປະເທດ, ນະຄອນໂຮ່ຈີມິນ ພວມຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ ເພື່ອສະເຫຼີມສະຫຼອງ 45 ປີແຫ່ງວັນປົດປ່ອຍພາກໃຕ້ ທ້ອນໂຮມປະເທດຊາດເປັນເອກະພາບ. ມີແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ພ້ອມກັບຊາວນະຄອນເປັນຈຳນວນຫຼາຍ ໄດ້ມາຢ້ຽມຢາມສະຖານທີ່ແດງ ເຊິ່ງເຂັ້ມຂົ້ນໄປດ້ວຍຂີດໝາຍມູນເຊື້ອປະຕິວັດຂອງນະຄອນ ທີ່ໃສ່ຊື່ຂອງ ປະທານ ໂຮ່ຈີມິນ ຄື  ທຳນຽບເອກະລາດ, ທ່າກ່ຳປັ່ນ ຍ່າຣົງ, ລະບົບຂຸມໃຕ້ດິນ ກູ໋ຈີ, ເຂດຖານທີ່ໝັ້ນ ຣຶ່ງຊາກ… ເພື່ອພ້ອມກັນຫວນຄືນໜ້າປະຫວັດສາດ ທີ່ສະຫງ່າອົງອາດຂອງຊາດ ແລະ ສະແດງຄວາມຮູ້ບຸນຄຸນ ຕໍ່ບັນດາຜູ້ທີ່ໄດ້ເສຍສະຫຼະຊີວິດ ເພື່ອເອກະລາດ, ອິດສະຫຼະພາບຂອງປະເທດຊາດ
ຢ້ຽມຢາມບັນດາສະຖານທີ່ແດງຢູ່ ນະຄອນໂຮ່ຈີມິນ - ảnh 1ທ່າກ່ຳປັ່ນ ຍ່າຮົ່ງ 

  ເມື່ອມີໂອກາດມາຢ້ຽມຢາມ ນະຄອນໂຮ່ຈີມິນ ແຂກທ່ອງທ່ຽວບໍ່ຄວນພາດໂອກາດແວ່ຢາມທຳນຽບ ດົກເລິບ ແປວ່າ ທຳນຽບເອກະລາດ ຢູ່ເຮືອນເລກທີ 106 ຖະໜົນ ຫງວຽນຢູ ເມືອງ ໜຶ່ງ ນະຄອນໂຮ່ຈີມິນ ດ້ວຍເນື້ອທີ່ກວ້າງ 18 ເຮັກຕາ. ເວລາ 11:30 ໂມງຂອງວັນທີ 30 ເມສາ ປີ 1975 ແມ່ນຈຸດເວລາທີ່ລົດຖັງຂອງກອງທັບປະຊາຊົນ ຫວຽດນາມ ໄດ້ຕຳປະຕູໂຂງ ບຸກເຂົ້າທຳນຽບ ດົກເລິບ ເຊິ່ງເປັນການຢັ້ງຢືນໄຊຊະນະສຸດທ້າຍພາກໃຕ້ ຫວຽດນາມ ໄດ້ຮັບການປົດປ່ອຍຢ່າງສົມບູນ ປະເທດ ຫວຽດນາມ ໄດ້ໂຮມເຂົ້າກັນເປັນເອກະພາບ ແລະ ທຳນຽບ ດົກເລິບ ໄດ້ຖືກປ່ຽນເປັນຫໍປະຊຸມ ຖົງເຍິດ ໃນປີນັ້ນ. ທຳນຽບ ດົກເລິບ ໄດ້ຮັບການຮັບຮອງແມ່ນປູຊະນີຍະສະຖານປະຫວັດສາດ - ວັດທະນະທຳປີ 1976 ແລະ ຮອດປີ 2009 ໄດ້ຮັບການຮັບຮອງ ແມ່ນປູຊະນີຍະສະຖານລະດັບຊາດພິເສດ. ນາງ ຫງວຽນຮວ່າງ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ແບ່ງປັນວ່າ:

       “ຮູບເງົາເອກະສານ ກ່ຽວກັບຈຸດເວລາທີ່ລົດຖັງຕຳປະຕູໂຂງ ບຸກເຂົ້າທຳນຽບ ດົກເລິບ ເມື່ອວັນທີ 30 ເມສາ ປີ 1975 ໄດ້ກະຕຸກຊຸກຍູ້ຂ້າພະເຈົ້າພ້ອມດ້ວຍຄອບຄົວ ມາທ່ຽວຊົມຢູ່ ນະຄອນໂຮ່ຈີມິນ. ມາແຫ່ງນີ້ຂ້າພະເຈົ້າຮູ້ສຶກວ່າ ໄດ້ດຳລົງຊີວິດໃນຈຸດເວລາທີ່ສະຫງ່າອົງອາດ ຂອງຊາດໃນເວລານັ້ນ. ຂ້າພະເຈົ້າປະທັບໃຈຢ່າງແທ້ຈິງ. ນີ້ກໍ່ແມ່ນໂອກາດທີ່ຂ້າພະເຈົ້າແລະ ຄອບຄົວມີຄວາມເຂົ້ົ້າໃຈກວ່າ ກ່ຽວກັບໄຊຊະນະວັນທີ 30 ເມສາ ແລະ ເຂົ້າໃຈກ່ຽວກັບຄວາມເສຍສະຫຼະຊີວິດຂອງຄົນລຸ້ນກ່ອນ ເພື່ອເອກະລາດ, ອິດສະຫຼະພາບຂອງປະເທດຊາດ”.

      ຫ່າງຈາກທຳນຽບ ຖົງເຍິດ ບໍ່ໍໄກປານໃດແມ່ນທ່າກ່ຳປັ່ນ ຍ່າຣົ່ງ ເຊິ່ງແມ່ນສະຖານທີ່ທ່ອງທ່ຽວ ທີລືຊື່ຂອງ ນະຄອນໂຮ່ຈີມິນ. ໃນເບື້ອງຕົ້ນນີ້ກໍ່ແມ່ນທ່າກ່ຳປັ່ນການຄ້າໃຫຍ່ ໄດ້ຮັບການປຸກສ້າງແຕ່ປີ 1864 ບົນແມ່ນ້ຳ ໄຊງ່ອນ, ໂດຍໃສ່ຊື່ວ່າທ່າກ່ຳປັ່ນ ຍ່າຣົ່ງ ເພາະວ່າຕຶກອາຄານນີ້ ກໍ່ຖືກປຸກສ້າງຕາມສະຖາປັດຕະຍາກຳຝ່າຍຕາເວັນຕົກ ແຕ່ຢູ່ເທິງຍອດຫຼັງຄາຖືກຕິດມັງກອນສອງໂຕ. ໃນວັນທີ 5  ມິຖຸນາ ປີ 1911 ມີອ້າຍບ່າວຄົນໜຶ່ງຊື່ວ່າ ຫງວຽນເຕິດແທັ່ງ ໝາຍເຖິງ (ປະທານ ໂຮ່ຈີມິນ)  ໄດ້ລົງເຮືອລຳໜຶ່ງ ເພື່ອຂໍເຮັດວຽກເປັນຜູ້ຊ່ວຍວຽກໃນເຮືອນຄົວ ເພື່ອສາມາດໄປເອີລົບ, ນີ້ເປັນຂີດໝາຍບາດລ້ຽວ ໃຫ້ແກ່ເສັ້ັ້ັ້ັ້ນທາງປົດປ່ອຍຊາດຂອງ ຫວຽດນາມ. ນັບແຕ່ປີ 1975 ມາຮອດປັດຈຸບັນ, ຕຶກອາຄານຂອງທ່າກ່ຳປັ່ນ ຍ່າຮົ່ງ ໄດ້ຖືກອຳນາດການປົກຄອງ ຫວຽດນາມ ກໍ່ສ້າງຄືນກາຍເປັນເຂດອະນຸສອນສະຖານ ປະທານ ໂຮ່ຈີມິນ, ຮອດປີ 1995 ເຂດປູຊະນີຍະສະຖານແຫ່ງນີ້ ໄດ້ສືບຕໍ່ບູລະນະປະຕິສັງຂອນ ແລະ ປ່ຽນເປັນຫໍພິພິທະພັນ ໂຮ່ຈີມິນ. ເພື່ອເຂົ້າໃຈກວ່າ ກ່ຽວກັບປະຫວັດສາດທີ່ສະຫງ່າອົງອາດຂອງ ນະຄອນໂຮ່ຈີມິນ ແລະ ປະເທດຊາດ ຫວຽດນາມ, ແຂກທ່ອງທ່ຽວບໍ່ໍຄວນພາດໂອກາດໄປຢ້ຽມຢາມ ຮ່ອງຮອຍສະຖານເຂດຂຸມໃຕ້ດິນ ກູ໋ຈີ ເຊິ່ງນອນຢູ່ຫ່າງຈາກໃຈກາງນະຄອນ ປະມານ 70 ກິໂລແມັດ, ລະບົບຂຸມໃຕ້ດິນ ກູ໋ຈີ ແມ່ນຂຶ້ນກັບຕາແສງ ຝູໝີຮຶງ ແລະ  ຍ້ວນດຶກ ເມືອງ ກູ໋ຈີ. ລະບົບຂຸມໃຕ້ດິນຢູ່ທີ່ນີ້ມີຄວາມຍາວກວ່າ 250 ກິໂລແມັດ ເຊິ່ງລວມມີບັນດາກິດຈະກຳຕ່າງໆຄື: ທາງໃຕ້ດິນ, ລະບົບຂຸມຄອງ, ຖານຍິງ, ບ່ອນກິນ ບອ່ນນອນ ບ່ອນຫໍປະຊຸມ ເຮືອນຄົວ ນ້ຳສ້າງ ສາງເກັບມ້ຽນ… ລະບົບຂຸມໃຕ້ດິນ ກູ໋ຈີ ໄດ້ຖືກກໍ່ສ້າງໃນລະຫວ່າງປີ 1946 – 1948 ໃນຊຸມປີຕໍ່ຕ້ານຕ້ານ ຝະລັ່ງ. ໃນໄລຍະຕ້ານຈັກກະພັດອາເມລິກາ, ລະບົບຂຸມໃຕ້ດິນ ກູ໋ຈີ ໄດ້ພັດທະນາຢ່າງແຂງແຮງຫຼາຍກວ່າອີກ. ອ້າຍ ເຈິ່ນກົງເຮົ້າ ແຂກທ່ອງທ່ຽວມາຈາກແຂວງ ກຽນຢ່າງ ແບ່ງປັນວ່າ:

     “ຖ້າຫາກບໍ່ມານີ້, ພວກຂ້າພະເຈົ້າເຊິ່ງແມ່ນລຸ້ນໜຸ່ມໃນວັນນີ້ ກໍ່ບໍ່ສາມາດເຂົ້າໃຈໄດ້ໝົດ ກ່ຽວກັບຄວາມລຳບາກກາກກຳຂອງລຸ້ນປູ່ຍ່າຕາຍາຍ ໃນການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ. ໃນຄະນະນັກທ່ອງທ່ຽວພວກຂ້າພະເຈົ້າກໍ່ມີສອງສາມຄົນມາຈາກເອີລົບ, ເຂົາເຈົ້າຕົກສະເງິຕໍ່ການປະດິດຄິດສ້າງຂອງກິດຈະກຳນີ້ ແລະ ມີຄວາມປະທັບໃຈຕໍ່ທຸກສິ່ງທຸກຢ່າງ ທີ່ຊາວ ຫວຽດນາມ ໄດ້ເຮັດ ເພື່ອກໍ່ສ້າງຂຸມໃຕ້ດິນ ກູ໋ຈີ”.

         ນອກຈາກທຳນຽບ ດົກເລິບ ທ່າກ່ຳປັ່ນ ຍ່າຮົ່ງ, ລະບົບຂຸມໃຕ້ດິນ ກູ໋ຈີ ນັ້ນ, ແຂກທ່ອງທ່ຽວ ເມື່ອມາຢ້ຽມຢາມ ນະຄອນໂຮ່ຈີມິນ ກໍ່ອາດຈະແວ່ຢຽມຢາມປູຊະນີຍະສະຖານອື່ນໆເຊັ່ນ ຫໍພິພິທະພັນ ຮ່ອງຮອຍສົງຄາມ, ເຂກຖານທີ່ໝັ້ນ ຣຶ່ງຊາກ ຢູ່ເມືອງ ເກິ່ນເຢີ…

ຕອບກັບ