ຝູອຽນ - ດິນແດນທີ່ເຕັມໄປດ້ວຍແສງແດດ, ລົມ ແລະ ຄວາມງາມມະຫັດສະຈັນ

Vinh Phong
Chia sẻ
(VOVWORLD) -ໂດຍມີຊື່ສຽງດົງດັງຜ່ານຮູບເງົາເລື່ອງ “ຂ້ອຍເຫັນດອກໄມ້ເຫຼືອງບານເທິງທົ່ງຫຍ້າຂຽວອຸ່ມທຸ່ມ”, ແຂວງ ຝູອຽນ ໄດ້ ແລະ ພວມກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ທັງຢູ່ພາຍໃນ ແລະ ຕ່າງປະເທດ. ນອກຈາກບັນດາສະຖານທີ່ລືຊື່ຄື ໝຸຍດ້ຽນ, ແກ້ງດ໊າເດ໊ຍ, ບັນດາຫາດຊາຍທະເລ ດ້ວຍນ້ຳຂຽວ ແລະ ໃສເຢັນ… ຝູອຽນ ຍັງເປັນທີ່ຮູ້ຈັກກັນດີ ດ້ວຍອາຫານການກິນທີ່ອຸດົມສົມບູນ ແລະ ເປັນເອກະລັກ, ຊາວທ້ອງຖິ່ນມີຄວາມເມດຕາປານີ ແລະ ມີຈິດໃຈຮັກແພງແຂກ
ຝູອຽນ - ດິນແດນທີ່ເຕັມໄປດ້ວຍແສງແດດ, ລົມ  ແລະ  ຄວາມງາມມະຫັດສະຈັນ - ảnh 1 ແຂວງ ຝູອຽນ ໄດ້ ແລະ ພວມກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ

ດ້ວຍຄວາມງາມທີ່ສະຫງົບສຸກ ຂອງດິນແດນຕັ້ງຢູ່ແຄມທະເລ, ນະຄອນ ຕຸຍຮວ່າ ແຂວງ ຝູອຽນ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ເພື່ອໃຫ້ແຂກທ່ອງທ່ຽວມາຄົ້ນຫາ. ມາຢ້ຽມຢາມໃຈກາງຂອງນະຄອນ, ແຂກທ່ອງທ່ຽວຈະມີໂອກາດຢ້ຽມຊົມ ທາດຍ້ານ ແລະ ພູຈອບຈ່າຍ.  ໂດຍໄຫຼຄົດງໍຜ່ານນະຄອນ ຕຸຍຮວ່າ, ແມ່ນ້ຳ ດ່າຣັ່ງ ຫຼື ເອີ້ນວ່າແມ່ນ້ຳ ບາ ກໍ່ແມ່ນສະຖານທີ່ທ່ອງທ່ຽວ ທີ່ແຂກທ່ອງທ່ຽວບໍ່ຄວນພາດໂອກາດມາຄົ້ນຫາ. ແມ່ນ້ຳ ດ່າຣັ່ງ ໄຫຼຜ່ານບໍລິເວນສາມແຂວງຄື ຝູອຽນ, ກອນຕູມ ແລະ ຢາລາຍ ຍາມໃດກໍ່ນຳຄວາມຮູ້ສຶກສະຫງົບຕະຫຼອດປີ ໃຫ້ແກ່ແຂກທ່ອງທ່ຽວ. ນາງ ບຸ່ຍແທັງຢຸງ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ແບ່ງປັນວ່າ:

  “ຈາກນະຄອນຫຼວງ ຮ່າໂນ້ຍ ທີ່ອຶກກະທຶກ ເນືອງນັນ, ມາຮອດແຂວງ ຝູອຽນ ຂ້າພະເຈົ້າຮູ້ສຶກມີຄວາມສະຫງົບສຸກຢ່າງແທ້ຈິງ. ມາຮອດນີ້ ຂ້າພະເຈົ້າເຫັນວ່າ ການດຳລົງຊີວິດຊັກຊ້າລົງ ແລະ ມີຄວາມສະຫງົບທີ່ສຸດ. ທະເລຢູ່ ຝູອຽນ ແມ່ນສວຍງາມດ້ວຍນ້ຳຂຽວ ແລະ ໃສເຢັນ. ເຖິງວ່າ ຝູອຽນ ຍັງບໍ່ທັນພັດທະນາດ້ານການທ່ອງທ່ຽວກໍ່ຕາມ ແຕ່ຄວາມຮົກເຮື້ອ ແລະ ຈິດໃຈເມດຕາປານີ ແລະ ຮັກແພງແຂກ ຂອງຊາວທ້ອງຖິ່ນຢູ່ແຫ່ງນີ້ ໄດ້ເຮັດໃຫ້ແຂກທ່ອງທ່ຽວຄື ຂ້າພະເຈົ້າມີຄວາມຊົມຊອບທີ່ສຸດ”.

  ໂບດເກົ່າ ມັ່ງລັງ ກໍ່ຖືກຈັດເຂົ້າໃນບັນດາສະຖານທີ່ທ່ອງທ່ຽວທີ່ລື້ງເຄີຍ ເມື່ອແຂກທ່ອງທ່ຽວມາຢ້ຽມຢາມ ຕຸຍຮວ່າ. ໂບດແຫ່ງນີ້ໄດ້ຮັບການປຸກສ້າງກ່ອນນີ້ກວ່າ 120 ປີ ດ້ວຍສະຖາປັດະຍາກຳທີ່ເກົ່າແກ່ ແລະ ເປັນເອກະລັກສະເພາະ. ໂບດ ມັ່ງລັງ ຍັງແມ່ນສະຖານທີ່ເກັບຮັກສາປຶ້ມໜັງສືລາຕິງ ເຫຼັ້ມທຳອິດຂອງ ຫວຽດນາມ. ເພື່ອຄົ້ນຫາຄວາມກວ້າງໃຫຍ່ໄພສານຂອງທະເລ ພ້ອມກັບສາຍລົມເຢັນສະບາຍ, ແຂກທ່ອງທ່ຽວອາດຈະອອກຈາກໃຈກາງນະຄອນ ໄປຢ້ຽມຢາມເກາະ ໝາຍຍ່າ ນອນຢູ່ຫ່າງຈາກນະຄອນ ຕຸຍຮວ່າ ປະມານ  27 ກິໂລແມັດ ໄປທາງທດເໜືອ, ເກາະ ໝາຍຍ່າ ຍັງຄົງສາມາດຮັກສາຄວາມງາມທີ່ຮົກເຮື້ອ ແລະ ແມ່ນສະຖານທີ່ທ່ອງທ່ຽວທີ່ຈັບໃຈ ສຳລັບນັກທ່ອງທ່ຽວຜະຈົນໄພ ແລະ ມັກຄົ້ນຫາທຳມະຊາດໃນລະດູຮ້ອນ. ອ້າຍ ດຶກເຢືອງ ແຂກທ່ອງທ່ຽວມາຈາກແຂວງ ແທັງຮວ໊າ ແບ່ງປັນວ່າ:

“ຂ້າພະເຈົ້າ ແລະ ຄອຍຄົວໄດ້ມານີ້ ຍ້ອນວ່າໄດ້ຍິນເຂົາເຈົ້າເວົ້າວ່າ ເກາະ ໝາຍຍ່າ ຖືກອຸປະມາດັ່ງເກາະ ໂຣບິນເຊີນ. ໄດ້ມານີ້ແລ້ວ ຈຶ່ງເຫັນວ່າການເລືອກເຟັ້ນຂອງຕົນເອງ ແມ່ນຖືກຕ້ອງເພື່ອຄົ້ນຫາທິວທັດທຳມະຊາດ. ເກາະ ໝາຍຍ່າ ແມ່ນຮົກເຮື້ອ  ແລະ ພິເສດມີໜ້ອຍຄົນຢູ່ນີ້ ທັດຊະນີຍະພາບຢູ່ທີ່ນີ້ແມ່ນງົດງາມທີ່ສຸດ. ພວກຂ້າພະເຈົ້າກໍ່ໄດ້ກະກຽມຂອງກິນ ເຄື່ອງດື່ມເພື່ອຮັບໃຊ້ການເດີນທາງທ່ອງທ່ຽວຄັ້ງນີ້”.

 ຈາກນະຄອນ ຕຸຍຮວ່າ ໄປຕາມທາງຫຼວງ 1A ໄປທາງທິດເໜືອ 30 ກິໂລແມັດ, ຕໍ່ຈາກນັ້ນໄປຮອດເທດສະບານເມືອງ ຈີ໊ແທັ້ງ ແລ້ວກໍ່ລ້ຽວຂວາໄປທາງທິດຕາເວັນອອກປະມານ 12 ກິໂລແມັດກໍ່ຈະຮອດແກ້ງ ດ໊າເດ໊ຍ. ແກ້ງ ດ໊າເດ໊ຍ ໄດ້ຮັບການຕີລາຄາວ່າ ແມ່ນມີຄວາມສວຍງາມອັນດັບໜຶ່ງຢູ່ໃນໂລກ. ເບິ່ງຈາກໄກແກ້ງ ດ໊າເດ໊ຍ ປຽບເໝືອນຮັງເຜິິ້ງຍັກ ມີລວງກວ້າງປະມານ 50 ແມັດ ແລະ ຍາວ 200 ແມັດ ດ້ວຍບັນດາໂງ່ນຫີນຮູບທໍ່ຫຼ່ຽມ ຕັ້ງຕິດຕໍ່ກັນ. ມີສະຖານທີ່ທ່ອງທ່ຽວທີ່ງົດງາມອີກແຫ່ງໜຶ່ງໃນ ຝູອຽນ ແມ່ນປະພະຄານດ້າຍແຫຼັງ. ນີ້ແມ່ນສະຖານທີ່ທາງຕາເວັນອອກສຸດຂອງປະເທດຊາດ ແລະ ກໍ່ແມ່ນແຫ່ງທີ່ແຂກທ່ອງທ່ຽວສາມາດມາຮັບເອົາແສງແດດທຳອິດ ໃນຍາມດວງຕາເວັນຂຶ້ນ. ນາງ ຫງວຽນເຟືອງຖາວ ຜູ້ອຳນວຍການບໍລິສັດທ່ອງທ່ຽວ ຫວຽດ ຈາແວນ ໃຫ້ຮູ້ວ່າ:

“ແຂກທ່ອງທ່ຽວສາກົນມີຄວາມປະທັບໃຈທີ່ສຸດ ເມື່ອມາຢ້ຽມຊົມສະຖານທີ່ທ່ອງທ່ຽວຕ່າງໆຄື ແກ້ງ ດ໊າເດ໊ຍ, ແຫຼມດ້າຍແຫຼັງ… ມີແຂກທ່ອງທ່ຽວຫຼາຍຄົນ ໂດຍຜ່ານບໍລິສັດຂອງພວກຂ້າພະເຈົ້າ ໄດ້ມາທ່ອງທ່ຽວ ຫວຽດນາມ ກໍ່ລ້ວນແຕ່ມີຄວາມຫວັງ ຢາກໄປຢ້ຽມຢາມສະຖານທີ່ທ່ອງທ່ຽວຢູ່ພາກກາງ ໃນນັ້ນມີແກ້ງ ດ໊າເດ໊ຍ, ດິນແດນ ຝູອຽນ ທີ່ສະຫງົບສຸກ ແລະ ຊາວທ້ອງຖິ່ນມີຈິດໃຈຮັກແພງແຂກ”.

ນອກຈາກທິວທັດທຳມະຊາດທີ່ງົດງາມ,  ບັນດາເຍື່ອງອາຫານທີ່ເປັນເອກະລັກຂອງ ຝູອຽນ ແລ້ວ, ແນ່ນອນວ່າແຂກທ່ອງທ່ຽວ ຈະໄດ້ຮັບປະທານເຍື່ອງອາຫານ ຕາປາທູນາຕົ້ມກັບຢາພື້ນເມືອງ, ນີ້ແມ່ນອາຫານພິເສດຂອງ ຝູອຽນ  ເຊິິ່ງແມ່ນດິນແດນເຕັມໄປດ້ວຍແສງແດດ ລົມໃນພາກກາງ ຫວຽດນາມ. 

ຕອບກັບ