ປ່າສະຫງວນແຫ່ງຊາດຈ່າມຈີມ - ເຂດຣາມຊາແຫ່ງທີ 2.000 ຂອງໂລກ

ວີ້ງ​ຟອງ
Chia sẻ
(VOVWORLD) -ປ່າສະຫງວນແຫ່ງຊາດຈ່າມຈີມຂຶ້ນກັບເມືອງຕາມນົງແຂວງດົ່ງທາບໄດ້ຮັບຖືວ່າແມ່ນເຂດຣາມຊາແຫ່ງທີ 2.000 ຂອງໂລກ. ຢູ່ ຈ່າມຈີມໃນຍາມນ້ຳຂຶ້ນແມ່ນເລີ່ມແຕ່ເດືອນ 8 ຫາເດືອນ 11 ໄລ່ຕາມຈັນທະປະຕິທິນ. ຊ່ວງເວລານັ້ນ ປ່າສະຫງວນແຫ່ງຊາດຈ່າມຈີມມີຄວາມສວຍງາມດ້ວຍສີຂຽວອຸ່ມທຸ່ມປົກຄຸມໄປທົ່ວ ປຽບເໝືອນຮູບພາບແດນສະຫວັນ. ນັ້ນແມ່ນບັນດາທົ່ງດອກບົວ, ດອກບົວນ້ຳ... 
ປ່າສະຫງວນແຫ່ງຊາດຈ່າມຈີມ - ເຂດຣາມຊາແຫ່ງທີ 2.000 ຂອງໂລກ - ảnh 1ຫຼຽວເບິ່ງຈາກບ່ອນສູງ, ປ່າສະຫງວນແຫ່ງຊາດຈ່າມຈີມ ສວຍງາມເໝືອນດັ່ງຮູບພາບແດນສະຫວັນ

     ໂດຍນອນຢູ່ຫ່າງຈາກນະຄອນກາວແຫຼ໊ງແຂວງດົ່ງທາບປະມານ 35 ກິໂລແມັດ, ປ່າສະຫງວນແຫ່ງຊາດຈ່າມຈີມແມ່ນເຂດດິນນ້ຳຖ້ວມມີເນື້ອທີ່ກວ່າ 7.300 ເຮັກຕາຂຶ້ນກັບບໍລິເວນ 5 ຕາແສງຄືເຕິນກົງຊິງ, ຝູດືກ, ຝູເຖາະ, ຝູແທັ່ງ, ຝູຮ້ຽວແລະເທດສະບານເມືອງຈ່າມຈີມ ຂອງເມືອງຕາມນົງແຂວງດົ່ງທາບຢູ່ແຫ່ງນີ້ແມ່ນບ່ອນພັກພາອາໄສຂອງພຶກສາຊາດກວ່າ 130 ຊະນິດ, ນົກກວ່າ 200 ຊະນິດຄື ນົກຍາງຂາວ, ເປັດນ້ຳ, ນົກກະສາ... 8 ປີກ່ອນນີ້ ປ່າສະຫງວນແຫ່ງຊາດຈ່າມຈີມໄດ້ຮັບການຮັບຮອງແມ່ນເຂດຣາມຊາ - ເຂດອະນຸລັກນ້ຳຖ້ວມແຫ່ງທີ 2.000 ຂອງໂລກ ແລະ ເປັນແຫ່ງທີ່ 4 ຂອງຫວຽດນາມ. ອ້າຍຫງວຽນວັນວຸຍ ຜູ້ນຳທ່ຽວຢູ່ແຂວງດົ່ງທາບໃຫ້ຮູ້ວ່າ:

      “ປ່າສະຫງວນແຫ່ງຊາດຈ່າມຈີມໄດ້ຮັບການຮັບຮອງແມ່ນເຂດຣາມຊາຍ້ອນສາມາດຕອບສະໜອງບັນດາເງື່ອນໄຂ, ທີໜຶ່ງແມ່ນ ສົນທິສັນຍາຣາມຊາໄດ້ຖືກສ້າງຂຶ້ນເພື່ອປົກປັກຮັກສາບັນດາເຂດດິນນ້ຳຖ້ວມ. ດັ່ງນັ້ນຈ່າມຈີມຂອງດົ່ງທາບເມື່ອຍ ສາມາດຮັບປະກັນມາດຕະຖານທຳອິດແມ່ນເຂດດິນນ້ຳຖ້ວມ.  ແລະສົນທິສັນຍາດັ່ງກ່າວໄດ້ຖືກສ້າງຂຶ້ນເພື່ອປົກປັກຮັກສານົກທີ່ມີຄ່າຫາຍາກຊະນິດຕ່າງໆ ນີ້ກໍ່ແມ່ນເງື່ອນໄຂທີສອງ. ສ່ວນເງື່ອນໄຂທີສາມແມ່ນຢູ່ແຫ່ງນີ້ເປັນເຂດປ່າທຳມະຊາດດ້ວຍເນື້ອທີ 7.313 ເຮັກຕາ. ປ່າສະຫງວນແຫ່ງນີ້ ກໍ່ຍັງມີນົກຫາຍາກຫຼາຍຊະນິດແລະ ທັງມີປານ້ຳຈືດໄດ້ຮັບການອະນຸລັກ ແລະ ມີຊີວິດແບບທຳມະຊາດຢູ່ແຫ່ງນີ້”.

     ແຕ່ເດືອນ 12 ຫາ ເດືອນ 5 ໄລ່ຕາມຈັນທະປະຕິທິນກໍ່ແມ່ນຍາມລະດູແລ້ງ. ເມື່ອໄດ້ ຂີ່ເຮືອຈັກລ່ອງຕາມລຳຄອງ ແຂກທ່ອງທ່ຽວທັງຫຼາຍຈະຖືກເຊື່ອມຕົວເຂົ້າກັບທິວທັດທຳມະຊາດດ້ວຍທ້ອງຟ້າແຈ່ມໃສ ກຸ່ມເມກເລື່ອນລອຍແລະຫ້ວຍນ້ຳລຳເຊທີ່ກວ້າງໃຫຍ່ໃນປ່າສະຫງວນ.  ອ້າຍຫງວຽນວັນວຸຍໃຫ້ຮູ້ຕື່ມອີກວ່າ:

     “ໃນປ່າສະຫງວນແຫ່ງຊາດ ເນື້ອທີ່ປ່າສະນັດກວມເຖິງ 3.000 ເຮັກຕາ ສ່ວນຫຼາຍແມ່ນປ່າສະນັດ. ສ່ວນທີ່ຍັງເຫຼືອແມ່ນເນື້ອທີ່ຜັກຕົບ,ດອກໄມ້ຊະນິດຕ່າງໆ”.

     ໃນຍາມເດືອນຈຽງເມື່ອມາຢາມປ່າສະຫງວນແຫ່ງຊາດຈ່າມຈີມ ແຂກທ່ອງທ່ຽວທັງຫຼາຍຈະໄດ້ຮັບຊົມດອກ ແລນຕີບູລາເຣຍ ໃນທ່າມກາງໜອງນ້ຳທີ່ກວ້າງໃຫຍ່ໄພສານ. ເມື່ອມີເງື່ອນໄຂພຽງພໍ ດອກໄມ້ຊະນິດນີ້ຈະບານສະພັ່ງດ້ວຍສາມກີບສີມ່ວງທີ່ເປັນເອກະລັກ. ອ້າຍວຸຍເວົ້າວ່າ:

       “ດອກແລນຕີບູລາເຣຍເມື່ອບານສະພັ່ງກໍ່ມີເຕັມຢູ່ຕາມເສັ້ນທາງ. ມັນປົ່ງຢູ່ໜ້ານ້ຳຍາວຢຽດ ນັບເປັນກິໂລແມັດ. ດອກໄມ້ຊະນິດນີ້ ຄົງຕົວໄດ້ 30 ຫາ 40 ວັນ ນອນເລິກໃນປ່າສະຫງວນແຫ່ງຊາດຈ່າມຈີມ”.

      ເມື່ອຂີ່ເຮືອລ່ອງຕາມສາຍນ້ຳ ແຂກທ່ອງທ່ຽວຈະຖືກຫຼົງໄຫຼເມື່ອໄດ້ເຫັນຝູງເປັດນ້ຳຫຼັບແລ, ເມື່ອເຫັນນົກຍາງຂາວພວມຢືນເທິງຕົ້ນໄມ້... ມຸ່ງສາຍຕາໄປທາງໄກກໍ່ເຫັນ ດວງຕາເວັນຕົກດິນດ້ວຍສີແດງໆສວຍງາມ. ອ້າຍວຸຍໃຫ້ຮູ້ອີກວ່າ:

       “ມີຄວາມງາມອີກອັນໜຶ່ງແມ່ນຄວາມງາມເມື່ອນົກຊະນິດຕ່າງໆຢູ່ແຫ່ງນີ້ເຄື່ອນຍ້າຍໄປຫາກິນ. ຢູ່ທີ່ນີ້ແຂກທ່ອງທ່ຽວຈະເຫັນນົກຍາງໄປຫາກິນດ້ວຍວິທີຢືນ ແລະ ລໍຖ້າປາ. ມັນບໍ່ຟ້າວຈັບປາແຕ່ມັນລໍຖ້າຊ່ວງເວລາໃດໜຶ່ງເມື່ອເຫັນປາໂຕນັ້ນປະໝາດ ແລະ ມັນລໍຖ້າໃຫ້ໜ້ານ້ຳມິດງຽບ ຈຶ່ງຈະໄດ້ຈັບປາຢ່າງງ່າຍດາຍ”.

      ປ່າສະຫງວນແຫ່ງຊາດຈ່າມຈີມໄດ້ຖືກແບ່ງເປັນ 5 ອະນຸເຂດ.ໃນນັ້ນອະນຸເຂດ A1 ແລະ A5 ແມ່ນເຄື່ອນໄຫວຮັບໃຊ້ທ່ອງທ່ຽວ.  ສ່ວນອະນຸເຂດອື່ນໆຄື A2 ກໍ່ແມ່ນບໍລິເວນເພື່ອໃຫ້ນົກອອກໄຂ່. ສ່ວນອະນຸເຂດ A3 ແມ່ນອະນຸລັກປາຊະນິດຕ່າງໆ. ອະນຸເຂດ A4 ແມ່ນເຂດຫາກິນຕົ້ນຕໍຂອງນົກເຈົ່າຫົວແດງ. ເມື່ອກ່ອນນີ້ ຮອດລະດູນ້ຳຂຶ້ນ ນົກເຈົ່າຫົວແດງກໍ່ໄດ້ພາກັນອົບພະຍົບ. ຮອດຍາມລະດູແລ້ງພວກມັນກໍພາກັນບິນມາຫາກິນ.

ຕອບກັບ