ປາກບໍ່ - ຕົ້ນກຳເນີດຂອງການປະຕິວັດ ຫວຽດນາມ

Vinh Phong
Chia sẻ
(VOVWORLD) -ໂດຍຫ່າງຈາກນະຄອນ ກາວບັ່ງ 52 ກິໂລແມັດ ໄປທາງທິດເໜືອ, ເຂດປູຊະນີຍະສານຖານລະດັບຊາດພິເສດ ປາກບໍ່ ແມ່ນຂຶ້ນກັບຕາແສງ ເຈື່ອງຮ່າ ເມືອງ ຮ່າກວ໋າງ ແຂວງ ກາວບັ່ງ. ມາຮອດແຫ່ງນີ້ ແຂກທ່ອງທ່ຽວບໍ່ພຽງແຕ່ຮູ້ສຶກໄດ້ເຖິງ ຂີດໝາຍປະຫວັດສາດຂອງປະເທດຊາດເທົ່ານັ້ນ ຫາກຍັງມີໂອກາດໄດ້ເຊື່ອມຕົວເຂົ້າກັບບັນຍາກາດປອດໂປ່ງຂອງເຂດພູດອຍອີກດ້ວຍ, ໃນຍຸດທະສາດພັດທະນາການທ່ອງທ່ຽວຂອງແຂວງ, ປາກບໍ່ ແມ່ນໜຶ່ງໃນບັນດາສະຖານທີ່ຈຸດສຸມ ເພື່ອໃຫ້ ກາວບັ່ງ ສຸມໃສ່ພັດທະນາທ່າແຮງທາງດ້ານການບໍລິການທ່ອງທ່ຽວ, ສູ້ຊົນສ້າງຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ ເຂັ້ມຂົ້ນໄປດ້ວຍສີສັນແຂວງ ກາວບັ່ງ
ປາກບໍ່ - ຕົ້ນກຳເນີດຂອງການປະຕິວັດ ຫວຽດນາມ - ảnh 1ຫ້ວຍເລນິນ ດ້ວຍນ້ຳໃສເຢັນ ປຽບເໝືອນແຖບຜ້າໄໝຄົດງໍ ຢູ່ຕິນພູ ກາກມາກ ທີ່ໃຫຍ່ໂຕມະໂຫຖານ

ປາກບໍ່ ແມ່ນດິນແດນແຫ່ງທຳອິດ ທີ່ປະທານ ໂຮ່ຈີມິນ ມາຢູ່ ເມື່ອກັບຄືນປະເທດຊາດພາຍຫຼັງ 30 ປີອອກໄປຕ່າງປະເທດ ຊອກຫາເສັ້ນທາງກູ້ຊາດ ເມື່ອວັນທີ 28 ມັງກອນ ປີ 1941. ມາແຫ່ງນີ້ແຂກທ່ອງທ່ຽວບໍ່ພຽງແຕ່ມີໂອກາດຊອກຮູ້ ໄລຍະໜຶ່ງທີ່ສຳຄັນ ໃນຊີວິດການເຄື່ອນໄຫວ ຂອງປະທານ ໂຮ່ຈີມິນ ແລະ ການປະຕິວັດ ຫວຽດນາມ ເທົ່ານັ້ນ ຫາກຍັງມີໂອກາດໄດ້ເຫັນປະຈັກຕາ ຮູບພາບທຳມະຊາດທີ່ງົດງາມອີກດ້ວຍ. ຫ້ວຍເລນິນ ດ້ວຍນ້ຳໃສເຢັນ ປຽບເໝືອນແຖບຜ້າໄໝຄົດງໍ ຢູ່ຕິນພູ ກາກມາກ ທີ່ໃຫຍ່ໂຕມະໂຫຖານ. ແຂກທ່ອງທ່ຽວ ຈະມີຄວາມປະທັບດ້ວຍຖ້ຳ ກົກບໍ໊ ເຊິ່ງແມ່ນແຫ່ງວາງສະແດງຕຽງໄມ້ແປ້ນ ເຊິ່ງປະທານ ໂຮ່ຈີມິນ ໄດ້ນອນພັກຜ່ອນ ພ້ອມກັບເຕົາໄຟສ້າງຄວາມອຸ່ນໃນຖ້ຳຍາມໜາວຈັດຫຼືໂຕະຫີນເຊິ່ງແມ່ນບ່ອນທີ່ເພິ່ນນັ່ງເຮັດວຽກ, ໂງ່ນຫີນໃຫຍ່ເພິ່ນນັ່ງຕຶກປາ... ນາງ ຟ້າມທູກວິ່ງ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ເວົ້າວ່າ:

     “ມາຮອດແຫ່ງນີ້ພວກຂ້າພະເຈົ້າພຽງຮູ້ສຶກໄດ້ເຖິງຄວາມງາມຂອງທິວທັດທຳມະຊາດ,  ຄຸ່ນຄ່າປະຫວັດສາດຢູ່ແຫ່ງນີ້, ແຕ່ສຳລັບບັນດາການບໍລິການເສີມຢູ່ທີ່ນີ້, ຂ້າພະເຈົ້າເຫັນວ່າຍັງມີຫຼາຍສິ່ງຫຼາຍຢ່າງ ຕ້ອງລົງທຶນຕື່ມອີກ. ຫວັງວ່າໃນໄລຍະທີ່ຈະມາເຖິງ ຈະມີການບໍລິການເພີ່ມເຕີມທີ່ດູດດື່ມກວ່າເກົ່າ ເພື່ອດຶງດູດແຂກທ່ອງທ່ຽວມາແຫ່ງນີ້ຫຼາຍຂຶ້ນ”.

       ໃນຊຸມປີທີ່ຜ່ານມາ, ລະບົບພື້ນຖານໂຄງລ່າງຮັບໃຊ້ການພັດທະນາການບໍລິການທ່ອງທ່ຽວຢູ່ແຫ່ງນີ້ ໄດ້ ແລະ ພວມໄດ້ຮັບການລົງທຶນສ້າງຫຼາຍຈຸດທີ່ດູດດື່ມ ສຳລັບແຂກທ່ອງທ່ຽວ. ແຂວງ ກາວບັ່ງ ໄດ້ລົງທຶນ ແລະ ນຳ 6 ໂຄງການຢູ່ເຂດປູຊະນີຍະສານຖານປະຫວັດສາດລະດັບຊາດພິເສດ ປາກບໍ່ ເຂົ້ານຳໃຊ້. ທ່ານ ດ່າວວັນມຸ່ຍ ຫົວໜ້າຄະນະຄຸ້ມຄອງບັນດາເຂດປູຊະນີຍະສານຖານລະດັບຊາດພິເສດ ແຂວງ ກາວບັ່ງ ໃຫ້ຮູ້ວ່າ:

      “ໃນຊຸມປີທີ່ຜ່ານມາ ຫົວໜ່ວຍໄດ້ປະຕິບັດວຽກງານປະຕິສັງຂອນ ຮັກສາທັດສະນີຍະພາບ ແລະ ບັນດາກິດຈະກຳທີ່ໄດ້ຮັບການລົງທຶນຢ່າງຄົບສຸດ. ສຸມໃສ່ວຽກງານບູລະນະປະຕິສັງຂອນ ບັນດາສະຖານທີ່ປະຫວັດສາດທີ່ໄດ້ເສື່ອມຄຸນນະພາບ. ພວກຂ້າພະເຈົ້າໄດ້ຈ້າງບັນດາຊ່ຽວຊານມາຟື້ນຟູຄືນໃໝ່ ສ້າງເປັນເຂດອະນຸສອນ ທີ່ມີຊີວິດຊີວາ ໃນໄລຍະປະທານ ໂຮ່ຈີມິນ ກັບຄືນມາປະເທດ ກໍ່ຄືໃນໄລຍະປະທານ ໂຮ່ຈີມິນ ດຳລົງຊີວິດເຄື່ອນໄຫວຢູ່ ປາກບໍ່”.

       ໃນຍຸດທະສາດພັດທະນາການທ່ອງທ່ຽວຂອງແຂວງ ກາວບັ່ງ , ເຂດທ່ອງທ່ຽວ ປາກບໍ່ ກໍ່ໄດ້ຖືກກຳນົດທິດກາຍເປັນສະຖານທີ່ທ່ອງທ່ຽວຈຸດສຸມ. ໃນໄລຍະທີ່ຜ່ານມາ ຄະນະຄຸ້ມຄອງປູຊະນີຍະສາຖານ ກໍ່ໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ໂຄສະນາ ເພື່ອໃຫ້ປະຊາຊົນພ້ອມກັນເຂົ້າຮ່ວມການຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງສະຖານທີ່ປະຫວັດສາດ. ໃນເບື້ອງຕົ້ນ ພໍ່ແມ່ປະຊາຊົນໄດ້ພ້ອມກັນເຂົ້າຮ່ວມຕອບສະໜອງ ກໍ່ສ້າງເຂດປູຊະນີຍະສະຖານ ເພື່ອໃຫ້ມີໝາກຜົນຄືໃນວັນນີ້. ໃນໄລຍະທີ່ຈະມາເຖິງ ການທ່ອງທ່ຽວຊຸມຊົນ, ການທ່ອງທ່ຽວຄົ້ນຫາ ກໍ່ຄວນໄດ້ຮັບການເອົາໃຈໃສ່ລົງທຶນຫຼາຍກວ່າອີກ ເພື່ອສ້າງສະຖານທີ່ທ່ອງທ່ຽວທີ່ດູດດື່ມ ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມ ເປັນໄລຍະຍາວຢູ່ ປາກບໍ່. ທ່ານ ເຈືອງເຖວິງ ຮອງຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ກາວບັ່ງ ໃຫ້ຮູ້ວ່າ:

      “ບຳລຸງກໍ່ສ້າງປະຊາຊົນ ເພື່ອພັດທະນາການທ່ອງທ່ຽວ ໂດຍອີງໃສ່ຊຸມຊົນ ນັ້ນແມ່ນການກຳນົດທິດທີ່ສຳຄັນທີ່ສຸດ. ໃນໄລຍະທີ່ຈະມາເຖິງ ກາວບັງ ຈະສຸມໃສ່ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດຢູ່ກັບທີ່, ຍົກຕົວຢ່າງຄືທັກສະໃນການຕ້ອນຮັບ ແລະ ຮັບໃຊ້ແຂກທ່ອງທ່ຽວ, ກໍ່ສ້າງຜູ້ນຳທ່ຽວ, ຜູ້ແນະນຳສະຖານທີ່ປະຫວັດສາດ, ການປຸງແຕ່ງບັນດາເຍື່ອງອາຫານພື້ນເມືອງ ເພື່ອແທດເໝາະກັບຫຼາຍເປົ້າໝາຍແຂກທ່ອງທ່ຽວ ພ້ອມກັນນັ້ນກໍ່ຂະຫຍາຍບັນດາກອງສິລະປະວັນນະຄະດີຂອງບ້ານ”.

          ດ້ວຍທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານ ພ້ອມກັບບັນດາປູຊະນີຍະສະຖານ ທີ່ເຂັ້ມຂົ້ນໄປດ້ວຍຂີດໝາຍປະຫວັດສາດ, ເຂດປູຊະນີຍະສະຖານລະດັບຊາດພິເສດ ປາກບໍ່ ແມ່ນຄວາມເອກອ້າງທະນົງໃຈຂອງປະຊາຊົນຫຼາຍລຸ້ນຄົນຢູ່ແຫ່ງນີ້  ເວົ້າສະເພາະ ແລະ ປະຊາຊົນທົ່ວປະເທດເວົ້າລວມ. ອຳນາດການປົກຄອງ ແລະ ຂະແໜງທ່ອງທ່ຽວທ້ອງຖິ່ນພວມຜັນຂະຫຍາຍບັນດາວຽກງານລະອຽດເທື່ອລະກ້າວເພື່ອໃຫ້ ປາກບໍ່ ກາຍເປັນສະຖານທີ່ທ່ອງທ່ຽວທີ່ດີ ສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.

ຕອບກັບ