ປູຊະນີຍະສະຖານປະຫວັດສາດ ຢ່ານເກື່ອ, ເມືອງ ຟອງດ່ຽນ ນະຄອນເກິ່ນເທີ

Thu Hang
Chia sẻ
(VOVWORLD) -ເຂດປູຊະນີຍະສະຖານ ຢ່ານເກື່ອ ຂຶ້ນກັບບ້ານ ເຍິນແຄັ໊ງ ຕາແສງ ເຍິນເຫ້ງຍ ເມືອງ ຟອງດ່ຽນ ນະຄອນ ເກິ່ນເທີ ເຊິ່ງໄດ້ຮັບການຈັດອັນດັບ ຈາກຄະນະກຳມະການປະຊາຊົນນະຄອນ ເກິ່ນເທີ ແມ່ນປູຊະນີຍະສະຖານປະຫວັດສາດລະດັບນະຄອນ ເມື່ອວັນທີ 7 ເມສາ ປີ 2013. ຢູ່ແຫ່ງນີ້ເຄີຍແມ່ນ ຮາກຖານປະຕິວັດ ໃນໄລຍະຕໍ່ຕ້ານ ຕ້ານຝະລັ່ງ, ອາເມລິກາ ຂອງກອງທັບ ແລະ ປະຊາຊົນ ຫວຽດນາມ
ປູຊະນີຍະສະຖານປະຫວັດສາດ ຢ່ານເກື່ອ, ເມືອງ ຟອງດ່ຽນ ນະຄອນເກິ່ນເທີ - ảnh 1 ຕົ້ນໄຊຍອຍໃບທູ ໄດ້ຖືກສະມາຄົມປົກປັກຮັກສາທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ຮັບຮອງແມ່ນຕົ້ນໄມ້ມໍລະດົກ ຫວຽດນາມ

ຈາກໃຈກາງນະຄອນ ເກິ່ນເທີ ໄປຕາມທາງ ວ່ອງກຸງ ໃນບໍລິເວນຕາແສງ ໝີແຄັ໊ງ ເມືອງ ຟອງດ່ຽນ, ຜ່ານດ້ວຍທ່າບັກ ໄປຮອດຕາແສງ ເຍິນເຫງຍ ກໍ່ຈະຮອດປູຊະນີຍະສະຖານປະຫວັດສາດ ຢ່ານເກື່ອ. ກ່ອນນີ້ ຢ່ານເກື່ອ ມີເນື້ອທີ່ກວ້າງພໍສົມຄວນ, ແຕ່ຍ້ອນລູກລະເບີດໃນສົງຄາມທຳລາຍ ແລະ ຜົນກະທົບຈາກສິ່ງແວດລ້ອມນັ້ນ, ປັດຈຸບັນ ຢ່ານເກື່ອ ຍັງເຫຼືອພຽງແຕ່ປະມານ 2.700 ຕາແມັດເທົ່ານັ້ນ. ມາຮອດປູຊະນີຍະສະຖານ ຢ່ານເກື່ອ, ແຂກທ່ອງທ່ຽວຈະຮູ້ສຶກຕົກສະເງິ ຕໍ່ໜ້າເຂດຕົ້ນໄຊຍອຍໃບທູ ທີ່ຍັງເປັນດິບດ້ວຍຫຼາຍຕົ້ນໄມ້ ແລະ ງ່າໄມ້ປະສານເຂົ້າກັນປຽບເໝືອນຕາໜ່າງມະຫຶມາ. ລຸງ ອຸດຫຽນ ກຳເນີດຂຶ້ນ ແລະ ເຕີບໃຫຍ່ຢູ່ຕາແສງ ເຍິນເຫງຍ ໃຫ້ຮູ້ວ່າ:

     “ເຂດນີ້ໃນເມື່ອກ່ອນແມ່ນເຂດຊຸ່ມປຽກ, ບັນດາງ່າໄມ້ຜ່ານຫຼາຍປີໄດ້ປົ່ງ ແຜ່ຂະຫຍາຍ ແລະ ປົກຄຸມໃນວົງກວ້າງ. ໃນສະໄໝສົງຄາມ, ລູກປືນໃຫຍ່ກໍ່ໄດ້ຍິງທຳລາຍກົກໄມ້ນີ້, ດັ່ງນັ້ນກໍ່ບໍ່ເຫັນກົກໄມ້ຢູ່ບ່ອນໃດ. ຕົ້ນໄຊຍອຍໃບທູ ມີພຽງແຕ່ກົກດຽວເທົ່ານັ້ນ”.

      ຍ້ອນສະພາບພູມສັນຖານທີ່ທຸລະກັນດານ ແລະ ຫ່າງໄກສອກຫລີກ ດັ່ງນັ້ນໃນປາງສົງຄາມຢູ່ ຫວຽດນາມ  ເມື່ອກ່ອນນີ້, ເຂດປູຊະນີຍະສະຖານປະຫວັດສາດ ຢ່ານເກື່ອ ເຄີຍຖືກເລືອກແມ່ນບ່ອນດຳເນີນກອງປະຊຸມທີ່ສຳຄັນ ຂອງຄະນະພັກເຂດທາງທິດຕາເວັນຕົກພາກໃຕ້, ຄະນະພັກແຂວງ ເກິ່ນເທີ ແມ່ນແຫ່ງຊຸກເຊື່ອງອາວຸດ, ເອກະສານ; ແມ່ນສະຖານທີ່ຝຶກອົບຮົມ ແລະ ເຕົ້າໂຮມກຳລັງທະຫານ. ທ່ານ ຟຸ່ງວັນຈຽນ ອະດີດຫົວໜ້າກອງຮ້ອຍ ທະຫານພິເສດ, ທະຫານເຂດ 9 ເຊິ່ງແມ່ນຕົວພະຍານຫຼັກຖານ ແລະ ເປັນຜູ້ເຄີຍເຄື່ອນໄຫວຕໍ່ຕ້ານ ຢູ່ໃນເຂດປູຊະນີຍະສະຖານແຫ່ງນີ້ ແບ່ງປັນວ່າ:

     “ຂ້າພະເຈົ້າເຄີຍໄດ້ຮັບການສັບຊ້ອນວຽກງານຈາກພັກ ແລະ ການນຳທະຫານເຂດ 9 ເພື່ອເຄື່ອນໄຫວໃນບໍລິເວນນີ້. ໃນໄລຍະຕໍ່ຕ້ານ, ປະຊາຊົນຢູ່ ຢ່ານເກື່ອນີ້ ກໍ່ໄດ້ເຄີຍລ້ຽງດູທະຫານ, ພະນັກງານຢູ່ຂຸມໃຕ້ດິນ, ອັນໄດ້ປະກອບສ່ວນເຫື່ອແຮງ ເລືອດເນື້ອ ແລະ ວັດຖຸສິ່ງຂອງ ເຂົ້າໃນການຕໍ່ສູ້ຕ້ານສັດຕູ ເພື່ອປົດປ່ອຍພາກໃຕ້ ທ້ອນໂຮມປະເທດຊາດເປັນເອກະພາບ”.

    ແລະ ກໍ່ຢູ່ດິນແດນແຫ່ງນີ້ ກໍ່ຍັງມີຊາວທ້ອງຖິ່ນ  ຫຼາຍຄົນເຄີຍລ້ຽງດູນັກປະຕິວັດ. ທ່ານ ຫງວຽນວັນລຽນ ກອງຫຼອນຕາແສງ ເຍິນເຫ້ງຍ ແບ່ງປັນວ່າ:

    “ຕາງໜ້າໃຫ້ພໍ່ແມ່ພີ່ນ້ອງເຂດປູຊະນີຍະສະຖານ ຢ່ານເກື່ອ, ແຕ່ບາງກ່ອນ, ເມື່ອສ້າງຕັ້ງແນວໂຮມ, ພໍ່ແມ່ພີ່ນ້ອງຢູ່ແຫ່ງນີ້ ກໍ່ລ້ວນແຕ່ມີນ້ຳໃຈຮັກຊາດ, ບັນດາກົມກອງທະຫານຊ່າງແສງ, ທະຫານພິເສດ, ແລະ ຫົວໜ່ວຍຕາ່ງໆຂອງຄະນະພັກ ກໍ່ຄືບັນດາກົມກອງຂອງທະຫານເຂດນີ້ ໄດ້ມານີ້. ຍິ່ງກວ່ານັ້ນພໍ່ແມ່ພີ່ນ້ອງ ກໍ່ໄດ້ເຂົ້າຮ່ວມການກໍ່ສ້າງຂຸມໃຕ້ດິນ 3 ຂຸມ ເພື່ອໃຫ້ກອງທັບຊ້ອນຕົວເມື່ອຈຳເປັນ”

      ເຂດປູຊະນີຍະສະຖານ ຢ່ານເກື່ອ ຍັງແມ່ນບ່ອນຕິດພັນກັບເລື່ອງລາວເທບນິຍາຍຫຼາຍເລື່ອງ, ຕິດພັນກັບປະຫວັດສາດ ບຸກເບີກພື້ນທີ່ຂອງລາດຊະວົງ ຫງວຽນ ແລະ ປະຫວັດສາດແຫ່ງການຕໍ່ສູ້  ຕ້ານສັດຕູຜູ້ຮຸກຮານຂອງຊາວທ້ອງຖິ່ນ. ລຸງ ຫງວຽນວັນຮ໋ຽນ ເປັນຫຼານຄົນໜຶ່ງຂອງວົງຕະກຸນ ຫງວຽນ, ຫົວໜ້າຄະນະຄຸ້ມຄອງເຂດປູຊະນີຍະສະຖານປະຫວັດສາດ ຢ່ານເກື່ອ  ໃຫ້ຮູ້ວ່າ:

      “ເມື່ອປູ່ຍ່າຕາຍາຍໄດ້ຍ້າຍມາດຳລົງຊີວິດຢູ່ນີ້, ເຂດ ຢ່ານເກື່ອ ແມ່ນເຂດທີ່ກວ້າງໃຫຍ່. ພາຍຫຼັງໄດ້ເກີດເຫດອັກຄີໄພຂຶ້ນ, ດັ່ງນັ້ນຕົ້ນໄຊຍອຍໃບທູຖືກຕາຍ. ຄາວນັ້ນ ລູກຫຼານ ຫຼາຍຄົນໃນວົງຕະກຸນ ຫງວຽນ ກໍ່ໄດ້ຖືກຕິດໂລກພະຍາດ. ແລະ ມີໝໍພອນຜູ້ໜຶ່ງກໍ່ໄດ້ເວົ້າວ່າ ຢາກແກ້ໄຂເລື່ອງເຈັບເປັນໃຫ້ແກ່ລູກຫຼານວົງຕະກຸນ ຫງວຽນ ແມ່ນຕ້ອງທັງປິ່ນປົວ ທັງປຸກສ້າງຫໍບູຊາ ແລະ ປູກ, ບົວລະບັດຕົ້ນໄມ້ນີ້ຄືນ.”

      ພາຍຫຼັງພາກໃຕ້ໄດ້ຮັບການປົດປ່ອຍ, ທ້ອນໂຮມປະເທດຊາດເປັນເອກະພາບ, ພ້ອມກັບການພັດທະນາຂອງນະຄອນ, ເຂດປູຊະນີຍະສະຖານປະຫວັດສາດ ຢ່ານເກື່ອ ໄດ້ຖືກວົງຕະກຸນ ຫງວຽນ ແລະ ປະຊາຊົນໃນເຂດສືບຕໍ່ຮັກສາບົວລະບັດ ໃຫ້ສວຍງາມກວ່າເກົ່າ. ປີ 2011, ທາງນະຄອນ ເກິ່ນເທີ ກໍ່ໄດ້ຕົກລົງ ວາງແຜນຜັງລົງທຶນກໍ່ສ້າງເຂດທ່ອງທ່ຽວທຳມະຊາດ ປະຫວັດສາດ ຢ່ານເກື່ອ ຢູ່ຕາແສງ ເຍິນເຫງຍ ເມືອງ ຟອງດ່ຽນ ດ້ວຍເນື້ອທີ່ 332.000 ຕາແມັດ, ໃນນັ້ນເຂດປູຊະນີຍະສະຖານ ຢ່ານເກື່ອ ແມ່ນໃຈກາງ. ປີ 2013, ເຂດປູຊະນີຍະສະຖານປະຫວັດສາດ ຢ່ານເກື່ອ ໄດ້ຮັບການຮັບຮອງຈາກອຳນາດການປົກຄອງນະຄອນເກິ່ນເທີວ່າ  ແມ່ນປູຊະນີຍະສະຖານປະຫວັດສາດ ວັດທະນະທຳລະດັບນະຄອນ. ປີ 2013, ຕົ້ນໄຊຍອຍໃບທູ ໄດ້ຖືກສະມາຄົມປົກປັກຮັກສາທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ຮັບຮອງແມ່ນຕົ້ນໄມ້ມໍລະດົກ ຫວຽດນາມ. ດ້ວຍການຮັບຮອງນີ້, ທັງມີຄວາມໝາຍອະນຸລັກຮັກສາ ຕົ້ນໄມ້ທີ່ມີຄ່າຫາຍາກ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລະ ທັງມີຄວາມໝາຍປະຫວັດສາດອີກດ້ວຍ.

ຕອບກັບ