ບັນດາສະຖານທີ່ທ່ອງທ່ຽວທີ່ດູດດື່ມ ຢູ່ແຂວງ ດົງນາຍ

Dac Nhan
Chia sẻ
(VOVWORLD) -ເປັນທີ່ຮູ້ຈັກກັນດີ ດ້ວຍທ່າແຮງໃນການພັດທະນາອຸດສາຫະກຳ, ແຕ່ແຂວງ ດົງນາຍ ກໍ່ຍັງມີບັນດາທ່າແຮງຢ່າງໃຫຍ່ຫຼວງ ກ່ຽວກັບການພັດທະນາການທ່ອງທ່ຽວ, ພິເສດ ແມ່ນການທ່ອງທ່ຽວທຳມະຊາດ. ສະຖານທີ່ທ່ອງທ່ຽວທຳມະຊາດອັນດູດດື່ມຫຼາຍແຫ່ງ ຢູ່ແຂວງ ດົງນາຍ ໄດ້ສ້າງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວທັງຫຼາຍ

 

 
ບັນດາສະຖານທີ່ທ່ອງທ່ຽວທີ່ດູດດື່ມ ຢູ່ແຂວງ ດົງນາຍ  - ảnh 1 ປ່າສະຫງວນແຫ່ງຊາດ ກ໊າດຕຽນ ທີ່ແຂວງດົງນາຍ

ເມື່ອເວົ້າເຖິງການທ່ອງທ່ຽວທຳມະຊາດຢູ່ແຂວງ ດົງນາຍ ແມ່ນຕ້ອງເວົ້າເຖິງເຂດທ່ອງທ່ຽວທຳມະຊາດ ບໍ່ກາບຫວ່າງ ແປວ່າແມງງອດຄຳ. ໂດຍນອນຢູ່ໃນຕາແສງ ເຟືອກແຄັ໊ງ ເມືອງ ເຢິນແຈັກ ແຂວງ ດົງນາຍ, ແຂກທ່ອງທ່ຽວພຽງຂີ່ລົດໜຶ່ງຊົ່ວໂມງ ຈາກນະຄອນ ໂຮ່ຈີມິນ ກໍ່ຈະຮອດເຂດທ່ອງທ່ຽວທຳມະຊາດ ບໍ່ກາບຫວ່າງ ເພື່ອຮັບຊົມທິວທັດທຳມະຊາດ ທີ່ກວ້າງໃຫຍ່ໄພສານ ແລະ ງົດງາມ.

     ມາເຂດທ່ອງທ່ຽວແຫ່ງນີ້ ນອກຈາກໄດ້ຮັບຊົມ ດອກໄມ້ເຫຼືອງອາຮາມ ທີ່ເປັນເອກະລັກຢູ່ເຂດທ່ອງທ່ຽວແລ້ວ, ແຂກທ່ອງທ່ຽວຍັງຈະໄດ້ເຊື່ອມຕົວເຂົ້າກັບທຳມະຊາດ ດ້ວຍການລະຫຼິ້ນ ທີ່ເປັນເອກະລັກຂອງເຂດແມ່ນ້ຳລຳເຊ ອີກດ້ວຍ. ຈາກເຂດທ່ອງທ່ຽວທຳມະຊາດ ບໍ່ກາບຫວ່າງ, ແຂກທ່ອງທ່ຽວອາດຈະແວ່ຢາມບ້ານໝາກສົ້ມໂອ ເຕິນຈ່ຽວ ຢູ່ຕາແສງ ເຕິນວິ່ງ ເມືອງ ຫວິງລອງ ແຂວງ ດົງນາຍ ຫ່າງຈາກໃຈກາງນະຄອນ ບຽນຮວ່າ ປະມານ 3 ກິໂລແມັດ, ບ້ານໝາກສົ້ມໂອ ເຕິນຈ່ຽວ ແມ່ນຫາດດອນນ້ອຍ ຖືກອ້ອມຮອບໄປດ້ວຍສາຍນ້ຳຂອງແມ່ນ້ຳ ດົງນາຍ,  ດັ່ງນັ້ນບັນດາຕົ້ນໝາກສົ້ມໂອຢູ່ທີ່ນີ້ ຂຽວງາມຕະຫຼອດປີ. ນາງ ເລິມທິຢາງ ເຈົ້າຂອງສວນໝາກສົ້ມໂອ ໃຫ້ຮູ້ວ່າ:

 “ໝາກສົ້ມໂອຢູ່ທີ່ນີ້ ແມ່ນແຊບທີ່ສຸດ. ຈຸດພິເສດສະເພາະຂອງໝາກສົ້ມໂອເປືອກຂຽວ ເຕິນຈ່ຽວ ທີ່ຫຼາຍຄົນບໍ່ຮູ້ຈັກ ນັ້ນແມ່ນເຮົາປະໝາກສົ້ມໂອໄວ້ຍິ່ງດົນ, ໝາກສົ້ມໂອໜ່ວຍນັ້ນ ກໍ່ຍິ່ງຫວານຄືນ້ຳຕານ. ໝາກສົ້ມໂອຢູ່ແຫ່ງນີ້ ກໍ່ສາມາດປຸງແຕ່ງອາຫານໄດ້ຫຼາຍເຍື່ອງ”.

ນອກຈາກບ້ານໝາກສົ້ມໂອ ເຕິນຈ່ຽວ ແລ້ວ ກໍ່ຍັງມີສະຖານທີ່ທ່ອງທ່ຽວທີ່ພົ້ນເດັ່ນ ນັ້ນແມ່ນເຂດທ່ອງທ່ຽວທຳມະຊາດ ລອງແຄັ໊ງ. ໝາກໄມ້ ລອງແຄັ໊ງ ມີຊື່ສຽງແມ່ນໝາກໄມ້ຫວານ ແລະ ຫອມ ມີຄວາມແຕກຕ່າງກັບໝາກໄມ້ຢູ່ເຂດອື່ນໆ. ໃນຊຸມປີມໍ່ໆມານີ້ ການທ່ອງທ່ຽວທຳມະຊາດ ຕິດພັນກັບການກະສິກຳໄດ້ພົ້ນເດັ່ນຂຶ້ນ ປຽບເໝືອນຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ. ໃນການກຳນົດທິດຍຸດທະສາດພັດທະນາປັດຈຸບັນ, ການທ່ອງທ່ຽວທຳມະຊາດຕິດພັນກັບກະສິກຳ, ຊາວກະສິກອນ ແລະ ຊົນນະບົດໄດ້ຖືກກຳນົດແມ່ນໜຶ່ງໃນສີ່ຂົງເຂດບຸລິມະສິດພັດທະນາຂອງທ້ອງຖິ່ນ ນີ້ແມ່ນແບບວິທີລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ ຢູ່ບັນດາເຂດຊຸມຊົນທີ່ປະສົບຄວາມຫຍຸ້ງຍາກ ແລະ ໄດ້ສ້າງວຽກ
ເຮັດງານທຳ ແລະ ເພີ່ມລາຍຮັບໃຫ້ປະຊາຊົນ ອັນໄດ້ປະກອບສ່ວນປົວແປງຊີວິດການເປັນຢູ່ ໃຫ້ແກ່ຊາວກະສິກອນ. ທ່ານ ຮວິ່ງຫວູບ໋າວຢາງ ຫົວໜ້າໜ່ວຍສະຫະກອນທ່ອງທ່ຽວທຳມະຊາດສວນ ບິ່ງລົກ ຕາແສງ ລອງແຄັ໊ງ ໃຫ້ຮູ້ວ່າ:

“ພ້ອມກັບການເຮັດກະສິກຳອັນເປັນປະເພນີມາແຕ່ດົນນານແລ້ວ ເຮົາກໍ່ຕ້ອງພັດທະນາການບໍລິການທ່ອງທ່ຽວທຳມະຊາດ ເພື່ອປົວແປງຊີວິດການເປັນຢູ່ ແລະ ສາມາດເພີ່ມລາຍຮັບຈາກ 50 ຫາ  150% ເມື່ອທຽບໃສ່ເມື່ອກ່ອນນີ້”.

 ນອກຈາກບັນດາເຂດທ່ອງທ່ຽວທຳມະຊາດແລ້ວ, ຢູ່ ດົງນາຍ ກໍ່ຍັງມີສະຖານທີ່ທ່ອງທ່ຽວອື່ນໆ ຄື ປ່າສະຫງວນແຫ່ງຊາດ ນາມກ໊າດຕຽນ, ເຂດທ່ອງທ່ຽວເກາະ ໂອດົ່ງເຈື່ອງ… ໃນຊຸມປີມໍ່ໆມານີ້ ທາງແຂວງໄດ້ເອົາໃຈໃສ່ທີ່ສຸດ ເຖິງການໂຄສະນາບັນດາຄຸນຄ່າເຄື່ອງໝາຍການທ່ອງທ່ຽວ, ສ້າງບັນດາແຜນການໄລຍະຍາວ ເພື່ອພັດທະນາການທ່ອງທ່ຽວ. ທ່ານ ຫງວຽນມິງທຶກ ປະທານສະຫະສະມາຄົມທ່ອງທ່ຽວແຂວງ ດົງນາຍ ໃຫ້ຮູ້ວ່າ:

 “ຂະແໜງທ່ອງທ່ຽວແຂວງ ດົງນາຍ ໄດ້ກຳນົດທ່າແຮງ ແມ່ນທ່ອງທ່ຽທຳມະຊາດ. ເພື່ອພັດທະນາການທ່ອງທ່ຽວທຳມະຊາດຢ່າງແຂງແຮງນັ້ນ, ທາງແຂວງຄວນມີບັນດາວິທີການແກ້ໄຂໂດຍພື້ນຖານ ເພື່ອໃຫ້ແຂກທ່ອງທ່ຽວມາຢ້ຽມຢາມແຂວງ ດົງນາຍ ນັບມື້ນັບຫຼາຍຂຶ້ນ. ທີໜຶ່ງ ແມ່ນຕ້ອງສ້າງລະບົບໂຄງລ່າງຄົມມະນາຄົມໃຫ້ຄົບຊຸດ, ເຊື່ອມຕໍ່ບັນດາສະຖານທີ່ທ່ອງທ່ຽວນຳກັນ. ພ້ອມກັນນັ້ນ ບັນດາສະຖານທີ່ທ່ອງທ່ຽວ ຕ້ອງຍົກລະດັບການລົງທຶນໃຫ້ແທດເໝາະກັບຄວາມນິຍົມຊົມຊອບຂອງລູກຄ້າ”.

ແຂວງ ດົງນາຍ ກໍ່ແມ່ນທ້ອງຖິ່ນທີ່ມີລະບົບປູຊະນີຍະສະຖານປະຫວັດສາດ ທີ່ອຸດດົມສົມບູນຫຼາຍຮູບຫຼາຍແບບ, ມີຖານທີ່ໝັ້ນປະຕິວັດຫຼາຍແຫ່ງໃນບັນດາການຕໍ່ຕ້ານ ເຊິ່ງໄດ້ຮັບການຢັ້ງຢືນເປັນປູຊະນີຍະສະຖານລະດັບແຂວງ ແລະ ລະດັບຊາດ. ດ້ວຍບັນດາທ່າໄດ້ປຽບ ເພື່ອພັດທະນາການທ່ອງທ່ຽວເຊັ່ນນັ້ນ, ແຂວງ ດົງນາຍ ໄດ້ ແລະ ພວມມານະພະຍາຍາມຜັນຂະຫຍາຍ ບັນດາມາດຕະການແກ້ໄຂຢ່າງຄົບຊຸດ ສູ້ຊົນນຳຂະແໜງທ່ອງທ່ຽວ ກາຍເປັນຂະແໜງເສດຖະກິດທີ່ສຳຄັນຂອງແຂວງ ໃນຊຸມປີຕໍ່ໄປ.

ຕອບກັບ