ບຶງທິເຕື່ອງ ສະຖານທີ່ດູດດື່ມໃນການທ່ອງທ່ຽວ ຢູ່ຕາມແມ່ນ້ຳລຳເຊໃນແຂວງ ກາເມົາ

Ngoc Anh
Chia sẻ
(VOVWORLD) -ໂດຍນອນຢູ່ຫ່າງຈາກນະຄອນກາເມົາ ປະມານ 40 ກິໂລແມັດໄປທາງທິດໃຕ້, ບຶງທິເຕື່ອງ ມີເນື້ອທີ່ກວ້າງໃຫຍ່ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽນາມ ໄດ້ຮັບການຂະໜານນາມວ່າ “ທະເລຢູ່ກາງເຂດທົ່ງພຽງ”. ບຶງທິເຕື່ອງ ແມ່ນສະຖານທີ່ດູດດື່ມສຳລັບແຂກທ່ອງທ່ຽວ ເມື່ອມາຢ້ຽມຢາມແຂວງ ກາເມົາ
ບຶງທິເຕື່ອງ ສະຖານທີ່ດູດດື່ມໃນການທ່ອງທ່ຽວ  ຢູ່ຕາມແມ່ນ້ຳລຳເຊໃນແຂວງ ກາເມົາ - ảnh 1 ບຶງທິເຕື່ອງ

ຕາມເລື່ອງລາວເລົ່າຂານກັນມາວ່າ ແຕ່ປາງກີ້ປາງກ່ອນໃນສະໄໝບຸກເບີກພື້ນທີ່, ຢູ່ແຫ່ງນີ້ມີແມ່ຍິງຄົນໜຶ່ງທີ່ມີຊື່ວ່າ ເຕື່ອງ ນາງມີຈິດໃຈກ້າຫານ ແລະ ມີຄຸນງາມຄວາມດີໃນການຂັບໄລ່ເສືອຮ້າຍມານີ້ ທຳລາຍກໍ່ກວນ. ເພື່ອເປັນການຈົດຈຳຄຸນງາມຄວາມດີ ຂອງນາງໃນການປົກປັກຮັກສາຊີວິດທີ່ສະຫງົບສຸກໃຫ້ແກ່ຊຸມຊົນ ໃນບໍລິເວນອ້ອມບຶງ, ເຂົາເຈົ້າໄດ້ເອົາຊື່ຂອງນາງມາຕັ້ງໃຫ້ບຶງວ່າ ບຶງທິເຕື່ອງ. ບຶງແຫ່ງນີ້ແມ່ນນອນໃນບໍລິເວນສາມເມືອງຄື ເມືອງ ເຈິ່ນວັນເທີ່ຍ, ເມືອງ ກ໋າຍເນືອກ, ເມືອງ ຝູເຕິນ ໃນແຂວງ ກາເມົາ. ບຶງທິເຕື່ອງ ຖືກສ້າງຂຶ້ນຈາກດິນສັນດອນແຄມແມ່ນ້ຳໝີບິ່ງ, ແມ່ນ້ຳ ອົງດົກ ແລະ ລະບົບລຳເຊຕ່າງໆ. ບຶງທິເຕື່ອງ ຍາວ 12 ກິໂລແມັດ, ບ່ອນກວ້າງກວ່າໝູ່ແມ່ນ 2 ກິໂລແມັດ, ບ່ອນເລິກກວ່າໝູ່ແມ່ນ 1,5 ແມັດ ແລະ ນ້ຳໃນບຶງໄຫຼອອກສູ່ອ່າວໄທ.

      ເມື່ອກ່ອນນີ້ຖ້າຫາກຢາກລົງໄປບຶງ ແມ່ນຕ້ອງຜ່ານເສັ້ນທາງທີ່ຄົດງໍຫຼາຍສາຍ ແຕ່ປັດຈຸບັນການໄປມາກໍ່ມີຄວາມສະດວກສະບາຍ ເພາະວ່າເສັ້ນທາງພາໄປເຖິງບຶງ ໄດ້ຮັບການບູລະນະຍົກລະດັບ. ລຽບຕາມເສັ້ນທາງໄປຮອດບຶງ ແຂກທ່ອງທ່ຽວທັງຫຼາຍອາດຈະຢ້ຽມຊົມທິວທັດ ຢູ່ສອງຟາກທາງດ້ວຍຮົ່ມເຢັນຂອງແຖວຕົ້ນໄມ້ຂຽວ ແລະ ບຶງທິເຕື່ອງ ໄດ້ປະກົດຂຶ້ນປຽບເໝືອນຮູບພາບທີ່ງົດງາມດັ່ງໃນຝັນ. ເມື່ອໄປຮອດບຶງ ແຂກທ່ອງທ່ຽວຈະໄດ້ຂີ່ເຮືອຈັກ ເພື່ອຢ້ຽມຊົມທິວທັດທຳມະຊາດທີ່ງົດງາມຢູ່ແຫ່ງນິີ້.                                               

             ເມື່ອຂີ່ເຮືອບົນໜ້ານ້ຳໃນບຶງ ແຂກທ່ອງທ່ຽວຈະເຫັນບັນດາເຮືອນຮ້ານຂອງຊາວທ້ອງຖິ່ນ ເຊິ່ງແມ່ນບ່ອນລ້ຽງຫອຍແຄງ ພ້ອມກັບຮົ່ມເຢັນຂອງບັນດາແຖວຕົ້ນໝາກພ້າວຂຽວອຸ່ມທຸ່ມ ແລະ ເຢັນສະບາຍ. ລຸງ ຫວຽນວັນເງາະ ແຂກທ່ອງທ່ຽວມາຈາກແຂວງ ຕຽນຢາງ ໃຫ້ຮູ້ວ່າ:

     “ບຶງແຫ່ງນີ້ ໄດ້ປະກົດຕົວມາແຕ່ກີ້ແຕ່ກ່ອນ. ນີ້ແມ່ນບຶງທຳມະຊາດ. ສຳລັບປ່າໂກງກາງ, ປ່າພ້າວກໍ່ແມ່ນປ່າທຳມະຊາດ, ໃນບຶງແຫ່ງນີ້ກໍ່ລ້ຽງປູກສິນໃນນ້ຳ. ບຶງມີຄວາມງາມແບບຮົກເຮື້ອ ເລິກປະມານ 1 ແມັດ, ມີເນື້ອທີ່ປະມານ 12 ຕະລາງກິໂລແມັດ”.

     ບຶງທິເຕື່ອງ ມີແຫຼ່ງປະໂຫຍດຈາກສິນໃນນ້ຳທີ່ອຸດົມສົມບູນ, ເພາະສະນັ້ນ ຊາວທ້ອງຖິ່ນກໍ່ຫາເງິນລ້ຽງຊີບດ້ວຍອາຊີບລ້ຽງ, ປູກ, ຈັບຫາສິນໃນນ້ຳ. ຢູ່ແຫ່ງນີ້ ນອກຈາກສະຫະກອນ ບຶງທິເຕື່ອງ ແລ້ວກໍ່ຍັງມີບາງຄອບຄົວເຮັດທຸລະກິດ ເຮັດບໍລິການທ່ອງທ່ຽວ, ເປີດຮ້ານກິນດື່ມຕາມຮູບແບບທ່ອງທ່ຽວຊຸມຊົນ. ມາຢ້ຽມຢາມແຫ່ງນີ້ ແຂກທ່ອງທ່ຽວອາດຈະໄດ້ເຊື່ອມຕົວເຂົ້າກັບຊີວິດຂອງຊາວທ້ອງຖິ່ນຄື ໄດ້ຕຶກປາ, ປຸງແຕ່ງອາຫານດ້ວຍຕົນເອງ, ນາງ ຮວິ່ງຖຸຍກ່ຽວ ຜູ້ດຳເນີນທຸລະກິດການບໍລິການທ່ອງທ່ຽວຢູ່ ບຶງທິເຕື່ອງ ເວົ້າວ່າ:

     “ຂ້າພະເຈົ້າໄດ້ຂາຍເຄື່ອງຢູ່ນີ້ເປັນເວລາ 15 ປີແລ້ວ, ຈຳນວນແຂກທ່ອງທ່ຽວໃນປັດຈຸບັນກໍ່ເພີ່ມຂຶ້ນທົບສອງເທົ່າ ເມື່ອທຽບໃສ່ກ່ອນນີ້. ນັບແຕ່ມື້ເປີດຮ້ານຂາຍເຄື່ອງມາຮອດປັດຈຸບັນ ຂ້າພະເຈົ້າເຫັນວ່າແຂກທ່ອງທ່ຽວມາແຫ່ງນີ້ນັບມື້ນັບຫຼາຍຂຶ້ນ ເຂົາເຈົ້າມີຄວາມເພິ່ງພໍໃຈຕໍ່ຄວາມງາມຂອງ ບຶງທິເຕື່ອງ ແລະ ບັນດາເຍື່ອງອາຫານທ້ອງຖິ່ນທີ່ເປັນເອກະລັກຢູ່ແຫ່ງນີ້”

      ມາຢ້ຽມຊົມຢູ່ ບຶງທິເຕື່ອງ, ແຂກທ່ອງທ່ຽວຍັງຈະໄດ້ໄປຢ້ຽມຊົມ ທັດສະນະສຶກສາຢູ່ເຂດຖານທີ່ໝັ້ນ ຄະນະພັກແສວເດຶອກ ເພື່ອຊອກຮູ້ກ່ຽວກັບໄລຍະການເຄື່ອນໄຫວທີ່ລຳບາກການກຳ ແລະ ພິລະອາດຫານຂອງບັນດານັກຮົບປະຕິວັດ ໃນຊຸມເດືອນປີແຫ່ງການຕໍ່ຕ້ານອາເມລິກາເພື່ອກູ້ຊາດ. ວັນທີ 11 ມິຖຸນາ ປີ 2007 ເຂດຖານທີ່ໝັ້ນດັ່ງກ່າວໄດ້ຮັບການຮັບຮອງແມ່ນມໍລະດົກປະຫວັດສາດລະດັບແຂວງ. ອ້າຍ ຟານວັນເໝ ຊາວປະມົງຢູ່ ບຶງທິເຕື່ອງ ໃຫ້ຮູ້ວ່າ:

     “ປະຊາຊົນຢູ່ອ້ອມແອ້ມ ບຶງທິເຕື່ອງ ມີຄວາມເອກອ້າງທະນົງໃຈ ເພາະວ່ານີ້ບໍ່ພຽງແຕ່ແມ່ນ ສະຖານທີ່ທ່ອງທ່ຽວເທົ່ານັ້ນ ຫາກຍັງແມ່ນແຫ່ງທີ່ມີຖານທີ່ໝັ້ນປະຕິວັດ ແສວເດຶອກ ອີກດ້ວຍ. ເຂດຖານທີ່ໝັ້ນ ແສວເດຶອກ ແມ່ນສະຖານທີ່ແດງປະຕິວັດ ແລະ ແມ່ນແຫ່ງສຶກສາອົບຮົ່ມມູນເຊື້ອຮັກຊາດໃຫ້ແກ່ໄວໜຸ່ມ.”

      ເພື່ອຍົກສູງຄຸນນະພາບການຮັບໃຊ້ທ່ອງທ່ຽວ, ສະຫະກອນບຶງທິເຕື່ອງ ໄດ້ມີແຜນການລົງທຶນສ້າງເປັນລະບົບເຊື່ອມຕໍ່ກັນ ລະຫວ່າງບັນດາເຮືອນຮ້ານໃນບຶງ. ສະຫະກອນບຶງທິເຕື່ອງ ຍັງຈະໄດ້ຍົກລະດັບພັດທະນາລະບົບເຮືອນພັກ ເພື່ອຮັບປະກັນຄວາມຕ້ອງການຮັບໃຊ້ແຂກທ່ອງທ່ຽວ. ດ້ວຍລະບົບແມ່ນນ້ຳລຳເຊທີ່ກວ້າງໃຫຍ່, ທິວທັດທຳມະຊາດທີ່ຮົກເຮື້ອ, ບຶງທິເຕື່ອງໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ສວຍງາມດັ່ງໃນຝັນ ຢູ່ເຂດແມ່ນ້ຳລຳເຊແຂວງ ກາເມົາ.

ຕອບກັບ