ນາຮາງ - ສິ່ງມະຫັດສະຈັນເທິງພູ

Viet Phong
Chia sẻ
(VOVWORLD) -ໂດຍນອນຢູ່ຫ່າງຈາກນະຄອນ ຕວຽນກວາງ 110 ກິໂລແມັດ ດ້ວຍທິວທັດທຳມະຊາດ ສວຍສົດງົດງາມ ໃຫຍ່ໂຕມະໂຫຖານ, ເຂດທ່ອງທ່ຽວທຳມະຊາດ ນາຮາງ ພວມແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ສຳລັບແຂກທ່ອງທ່ຽວທັງຫຼາຍ. ບໍ່ພຽງແຕ່ມີທິວທັດທຳມະຊາດ ໃຫຍ່ໂຕມະໂຫຖານເທົ່ານັ້ນ. ນາຮາງ ຍັງເປັນບ່ອນເກັບຮັກສາບັນດາຄຸນຄ່າວັດທະນະທຳ ທີ່ເປັນເອກະລັກ ຂອງພໍ່ແມ່ພີ່ນ້ອງບັນດາເຜົ່າຢູ່ທີ່ນີ້
ນາຮາງ - ສິ່ງມະຫັດສະຈັນເທິງພູ - ảnh 1ໜອງ ນາຮາງ ເຊິ່ງແມ່ນສະຖານທີ່ທ່ອງທ່ຽວ ຖືກຂະໜານນາມວ່າ “ຮະລອງ ເທິງບົກ” ຂອງແຂວງ ຕວຽນກວາງ 

   ນາຮາງ ຕາມພາສາເຜົ່າ ໄຕ່ ໝາຍຄວາມວ່າ “ນາຕອນສຸດທ້າຍ”. ນາຮາງ ມີບັນດາທົ່ງນາຂຽວອຸ່ມທຸ່ມ ສະຫຼັບກັບສາຍພູຫີນປູນ, ບັນດາເຂດປ່າດົງດິບ, ພິເສດແມ່ນໜອງເທິງພູ ອັນໄດ້ສ້າງເປັນທິວທັດທຳມະຊາດທີ່ເປັນໜ້າຈັບໃຈ ປຽບເໝືອນຮູບພາບນິທານທີ່ພົ້ນເດັ່ນ ໃນທ່າມກາງພູຜາປ່າໄມ້ສວຍສົດງົດດງາມ.

     ນອນຢູ່ໃນບໍລິເວນສອງເມືອງ ນາຮາງ ແລະ ເລິມບິ່ງ, ເຂດທ່ອງທ່ຽວ ນາຮາງ ມີຍອດເນື້ອທີ່ 15.000 ເຮັກຕາ ໃນນັ້ນເນື້ອທີ່ໜ້ານ້ຳ 8.000 ເຮັກຕາ. ໜອງນາຮາງ - ເລິມບິ່ງ ແມ່ນໜຶ່ງໃນບັນດາອ່າງເກັບນ້ຳ ເຂື່ອນໄຟຟ້ານ້ຳຕົກໃຫຍ່ທີ່ສຸດຢູ່ພາກເໜືອ ແລະ ເຊື່ອມຕໍ່ກັບເຂດທິວທັດທຳມະຊາດ ລະດັບຊາດ ບາເບ່ ຂອງແຂວງ ບັກກ້ານ. ອ້າຍ ຫວຽນຫວຽດ ຢູ່ນະຄອນ ຕວຽນກວາງ ແບ່ງປັນວ່າ:

      “ຄອບຄົວພວກຂ້າພະເຈົ້າ ເຄີຍໄປທ່ອງທ່ຽວຢູ່ ນາຮາງ ເພື່ອຄົ້ນຫາ ແລະ ພັກຜ່ອນໃນໂອກາດທ້າຍສັບປະດາ ຫຼື ຍາມພັກວັນບຸນ. ມີເພື່ອນຫຼາຍຄົນຂອງຄອບຄົວຂ້າພະເຈົ້າຢູ່ ຮ່າໂນ້ຍ, ຫາຍຟ່ອງ, ນະຄອນ ໂຮ່ຈີມິນ, ເກິ່ນເທີ ໄດ້ຖາມຂ້າພະເຈົ້າກ່ຽວກັບ ນາຮາງ ແລະ ຂ້າພະເຈົ້າໄດ້ພາເຂົາເຈົ້າມານີ້ ຢ້ຽມຊົມທັດສະນະສຶກສາ. ເຂົາເຈົ້າມີຄວາມປະທັບໃຈທີ່ສຸດຍ້ອນທິວທັດທຳມະຊາດງົດງາມ, ຊາວທ້ອງຖິ່ນຮັກແພງແຂກ ແລະ ບັນດາຈຸດຄວາມງາມທາງດ້ານວັດທະນະທຳ ຂອງດິນແດນແຫ່ງວນີ້”.

      ເມື່ອເຕື້ອງເຖິງ ນາຮາງ ບໍ່ອາດບໍ່ເຕື້ອງເຖິງໜອງ ນາຮາງ ເຊິ່ງແມ່ນສະຖານທີ່ທ່ອງທ່ຽວ ຖືກຂະໜານນາມວ່າ “ຮະລອງ ເທິງບົກ” ຂອງແຂວງ ຕວຽນກວາງ. ໜອງທຳມະຊາດ ເລິມບິ່ງ - ນາຮາງ ແມ່ນບ່ອນເຕົ້າໂຮມຂອງສອງລຳແມ່ນ້ຳ ເກິ໊ມ ແລະ ແມ່ນ້ຳ ນັງ. ໃນໜ້ານ້ຳຂອງໜອງ ນາຮາງ ມີຄວາມສະຫງົບງຽບ ແລະ ມີການປະສົມປະສານ ລະຫວ່າງພູຜາກັບແມ່ນ້ຳ ຖືກປົກຄຸມໄປດ້ວຍກຸ່ມເມກເລື່ອນລອຍ ເທິງກາງຫາວ. ໜ້ານ້ຳຂອງໜອງຍາມໃດກໍ່ສະຫງົບງຽບ ແລະ ຂຽວໃສເຢັນ ຖືກອ້ອມຮອບດ້ວຍພູໃຫຍ່ 99 ໜ່ວຍ ມີຮູບຮ່າງແຕກຕ່າງກັນ, ອັນໄດ້ເຮັດໃຫ້ແຂກທ່ອງທ່ຽວຕົກສະເງິຕໍ່ໜ້າສິ່ງມະຫັດສະຈັນ ຂອງທຳມະຊາດ. ແຂກທ່ອງທ່ຽວເມື່ອມາຢ້ຽມຢາມ ນາຮາງ ອາດຈະແວ່ຢາມເຂດອະນຸລັກທຳມະຊາດ ຕ໊າດແກ໋ - ບ້ານບຸ່ງ ເຊິ່ງນອນໃນບໍລິເວນສີ່ຕາແສງຄື ເຄົາຕິງ, ໂກນໂລນ, ເຊີນຝູ ແລະ ແທັງເຕືອງ. ດ້ວຍເນື້ອທີ່ຫຼາຍກວ່າ 21.000 ເຮັກຕາ, ເຂດອະນຸລັກມີສັດປ່າຫາຍາກຫຼາຍປະເພດ ໃນນັ້ນມີ ທານີດັງປື່ງ ຖືກຈົດບັນທຶກໃນປຶ້ມແດງຂອງໂລກ ພ້ອມກັບພືດຫຼາຍປະເພດທີ່ມີຄ່າຫາຍາກ. ນາງ ໂດ໊ທູຮັ່ງ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ແບ່ງປັບວ່າ:

    “ທັດຊະນີຍະພາບຢູ່ແຫ່ງນີ້ ເປັນໜ້າຈັບໃຈທີ່ສຸດ ອາກາດປອດໂປ່ງດີຫຼາຍ. ນ້ຳໃນໜອງນາຮາງ ຂຽວ ແລະ ໃສເຢັນ ອັນໄດ້ເຮັດໃຫ້ພວກເຮົາຄິດວ່າ ພວມຍ່າງໃນອ່າວທະເລ,  ພ້ອມກັບສາຍພູສະຫຼັບສັບຊ້ອນ ຖືກປົກຄຸມໄປດ້ວຍກຸ່ມເມກພວມເລື່ອນລອຍ ດ້ວຍຮູບຮ່າງພິເສດທີ່ສຸດ. ຂ້າພະເຈົ້າຊົມຊອບທີ່ສຸດ ແມ່ນໄດ້ໄປລຸຍນ້ຳຫ້ວຍ, ໄດ້ເຫັນຝຸງປານ້ອຍ ພວມເລື່ອນລອຍໄປຕາມກະແສນ້ຳ. ຂ້າພະເຈົ້າຄິດວ່າ ກໍ່ມີຫຼາຍຄົນ ມີຄວາມຮູ້ສຶກປະທັບໃຈຄືຂ້າພະເຈົ້າ”.

     ນາຮາງ ມີພື້ນຖານວັດທະນະທຳ ເປັນເອກະລັກຂອງ 12 ຊົນເຜົ່າ ພວມດຳລົງຊີວິດຢູ່ຮ່ວມກັນ. ຖ້າຫາກມີຄວາມໂຊກດີ ມາຢ້ຽມຢາມແຫ່ງນີ້ ໃນໂອກາດຈັດງານບຸນ, ແຂກທ່ອງທ່ຽວຈະໄດ້ຢ້ຽມຊົມບັນດາງານບຸນປະເພນີຄື ງານບຸນລົງນາ ຂອງຊາວເຜົ່າ ໄຕ່, ພິທີປະດັບຍົດສັກຕຳແໜ່ງ, ພິທີ ເຕີຮົ່ງ, ພິທີຕ້ອນລູກໄພ້ຂອງຊາວເຜົ່າ ຢ້າວ. ຫຼື ໃນໂອກາດທ້າຍອາທິດ, ແຂກທ່ອງທ່ຽວອາດຈະແວ່ຢາມຕະຫຼາດນັດເຂດພູສູງ ເທື້ອງເລິມ ໃນວັນພະຫັດ ແລະ ວັນອາທິດ ໃນທຸກໆສັບປະດາ. ຮູບແບບທ່ອງທ່ຽວຢູ່ກັບຊາວທ້ອງຖິ່ນ (Homestay) ໄດ້ຖືກປະຊາຊົນຢູ່ແຫ່ງນີ້ສ້າງຂຶ້ນ ເພື່ອຮັບໃຊ້ຄວາມຕ້ອງການພັກເຊົາຂອງແຂກທ່ອງທ່ຽວ. ມານີ້ແຂກທ່ອງທ່ຽວຈະໄດ້ກິນນອນ ຢູ່ກັບເຮືອນຊາວທ້ອງຖິ່ນໄດ້ດຳເນີນຊີວິດ ແລະ ອອກແຮງງານພ້ອມກັບເຂົາເຈົ້າ. ລຸງ ຈ້ຽວວັນໂດ້ຍ ເຈົ້າຂອງ Homestay ຢູ່ບ້ານ ໜ້າດົງ ຕາແສງ ເທື້ອງເລິມ ເມືອງ ເລິມບິ່ງ ແຂວງ ຕວຽນກວາງ ໃຫ້ຮູ້ວ່າ:

      “ຂ້າພະເຈົ້າໄດ້ນຳໃຊ້ເຮືອນຮ້ານຂອງຕົນ, ເພື່ອເຮັດເປັນ Homestay ເພື່ອຮັບໃຊ້ແຂກທ່ອງທ່ຽວ. ໃນໄລຍະທີ່ຈະມາເຖິງ ພວກຂ້າພະເຈົ້າຫວັງວ່າ ແຂກທ່ອງທ່ຽວຈະຮູ້ຈັກ ນາຮາງ ຫຼາຍກວ່າອີກ ເພື່ອໃຫ້ພວກຂ້າພະເຈົ້າສາມາດຮັບໃຊ້ໄດ້ດີກວ່າ”.

       ກ່ອນນີ້ເມື່ອມາຢ້ຽມຢາມ ນາຮາງ ກໍ່ມີຄວາມຫຍຸ້ງຍາກທີ່ສຸດ ຍ້ອນເງື່ອນໄຂຖະໜົນຫົນທາງຍັງບໍ່ທັນພັດທະນາ, ມີພຽງແຕ່ເສັ້ນທາງດ່ຽວທີ່ທຸລະກັນດານເທົ່ານັ້ນ. ແຕ່ໃນຊຸມປີມໍ່ໆມານີ້, ເສັ້ນທາງໄປຍັງ ນາຮາງ ໄດ້ຮັບການບູລະນະສ້ອມແປງ ດັ່ງນັ້ນການໄປມາຂອງປະຊາຊົນ ແລະ ແຂກທ່ອງທ່ຽວ ກໍ່ມີຄວາມສະດວກສະບາຍ. ສິ່ງນີ້ໄດ້ຊ່ວຍໃຫ້ ນາຮາງ ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ສຳລັບແຂກທ່ອງທ່ຽວມັກຄົ້ນຫາທຳມະຊາດ.

ຕອບກັບ