ຕາແສງ ບາດຈ່າງ ໄດ້ຮັບການຮັບຮອງ ແມ່ນສະຖານທີ່ທ່ອງທ່ຽວຢູ່ ຮ່າໂນ້ຍ

Ngoc Anh
Chia sẻ
(VOVWORLD) -ໂດຍນອນຢູ່ແຄມຝັ່ງເບື້ອງຊ້າຍແມ່ນ້ຳແດງ, ຕາແສງ ບາດຈ່າງ ເປັນທີ່ຮູ້ຈັກກັນດີ ດ້ວຍມູນເຊື້ອປະຫວັດສາດ ແລະ ວັດທະນະທຳຂອງໝູ່ບ້ານອາຊີບ ທີ່ເປັນເອກະລັກ, ບັນດາທ່າໄດ້ປຽບທີ່ດີ ເພື່ອພັດທະນາການທ່ອງທ່ຽວໝູ່ບ້ານອາຊີບ. ໃນມໍ່ໆມານີ້, ຕາແສງ ບາດຈ່າງ ໄດ້ຮັບການຮັບຮອງ ແມ່ນສະຖານທີ່ທ່ອງທ່ຽວຂອງ ນະຄອນຮ່າໂນ້ຍ
ຕາແສງ ບາດຈ່າງ ໄດ້ຮັບການຮັບຮອງ ແມ່ນສະຖານທີ່ທ່ອງທ່ຽວຢູ່ ຮ່າໂນ້ຍ - ảnh 1ໝູ່ບ້ານຜະລິດເຄື່ອງປັ້ນດິບເຜົາບາດຈາງ 

ໂດຍຂຶ້ນກັບເມືອງ ຢາເລິມ ຊານນະຄອນຮ່າໂນ້ຍ, ຕາແສງ ບາດຈ່າງ ມີ 11 ບ້ານ ດ້ວຍປະຊາກອນກວ່າ 8.500 ຄົນ. ບາດຈ່າງ ເປັນທີ່ຮູ້ຈັກກັນດີ ແມ່ນດິນແດນທີ່ສັກສິດ ມີສະຖານທີ່ປະຫວັດສາດວັດທະນະທຳ 9 ແຫ່ງ ທີ່ມີຄຸນຄ່າຄື ວັດຕຽວຢາວ, ສາລາຢາງກາວ, ສາລາບາດຈ່າງ, ວິຫານພະແມ່, ວັດກີມຈຸກ… ວັນທີ 20 ກຸມພາ ປີ 1959, ບາດຈ່າງ ມີຄວາມເປັນກຽດ ໄດ້ຕ້ອນຮັບປະທານ ໂຮ່ຈີມິນ ມາຢ້ຽມຢາມ ໜ້າທີ່ນີ້ ເພິ່ນ ໄດ້ໃຫ້ຄຳສັ່ງສອນວ່າ: “ບ້ານບາດຈ່າງ ຕ້ອງເຮັດແນວໃດສູ້ຊົນກາຍເປັນ ບ້ານຕົວແບບຢູ່ ປະເທດຫວຽດນາມໃໝ່ - ປະເທດຫວຽດນາມສັງຄົມນິຍົມ”. ດ້ວຍຄວາມຈື່ຈຳຄຳສັ່ງສອນຂອງເພິ່ນ, 60 ປີທີ່ຜ່ານມາ ພະນັກງານ ແລະ ປະຊາຊົນລຸ້ນຕ່າງໆຢູ້ບ້ານ ບາດຈ່າງ ໄດ້ມານະພະຍາຍາມສູ້ຊົນນຳ ບາດຈ່າງ ໃນວັນນີ້ ກາຍເປັນໝູ່ບ້ານອາຊີບຫັດຖະກຳ, ໝູ່ບ້ານທ່ອງທ່ຽວ. ສອງເສັ້ນທາງໃຫຍ່ຂອງໝູ່ບ້ານ ໄດ້ຖືກຕັ້ງຊື່ວ່າ ທາງວັນທີ 20 ກຸມພາ (ໝາຍເຖິງວັນຕ້ອນຮັບປະທານ ໂຮ່ຈີມິນ ມາຢ້ຽມຢາມ)  ແລະ ທາງວັນທີ 19 ພຶດສະພາ (ວັນເກີດຂອງປະທານ ໂຮ່ຈີມິນ). ຊາວບ້ານ ບາດຈ່າງ ກໍ່ຍັງສ້າງຮ້ານບູຊາ ຢູ່ບ່ອນທີ່ເພິ່ນຢືນໂອ້ລົມກັບຊາວບ້ານ. ນາງ ຫວູທິຫ໋າຍອ໊ຽນ ຫົວໜ້າຂະແໜ່ງວັດທະນະທຳ ຖະແຫຼງຂ່າວເມືອງ ຢາເລິມ ໃຫ້ຮູ້ວ່າ:

     “ສິ່ງທີ່ຍອດຍິ່ງຢູ່ທີ່ນີ້ ແມ່ນນອນຢູ່ທັງຄຸນຄ່າ ວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸ ຂອງບາດຈ່າງ. ຄຸນຄ່າວັດທະນະທຳເປັນວັດຖຸລວມມີ ໝູ່ບ້ານບູຮານ, ເຮືອນເກົ່າ, ປູຊະນີຍະສະຖານປະຫວັດສາດ ວັດທະນະທຳ ແລະ ບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາ ຂອງບັນດານັກສິລະປະການ. ພວກຂ້າພະເຈົ້າ ກໍ່ໄດ້ສ້າງສຳເນົາເອກະສານ ເພື່ອຍື່ນສະເໜີຕໍ່ຂັ້ນຕ່າງໆ ເພື່ອຮັບຮອງອາຊີບຫັດຖະກຳ ຜະລິດເຄື່ອງປັ້ນດິນເຜົາ ເຄື່ອງເຄືອບ ບາດຈ່າງ ແມ່ນມໍລະດົກວັດທະນະທຳເປັນວັດຖຸລະດັບຊາດ, ມໍລະດົກບໍ່ເປັນວັດຖຸອີກອັນໜຶ່ງ ກໍ່ແມ່ນງານບຸນ ບາດຈ່າງ, ອາຫານການກິນຂອງຊາວ ບາດຈ່າງ, ບັນດານັກສິລະປະການ ບາດຈ່າງ. ບາດຈ່າງ ໄດ້ກາຍເປັນສະຖານທີ່ດູດດື່ມສຳລັບແຂກທ່ອງທ່ຽວ ທັງຢູ່ພາຍໃນ ແລະ ຕ່າງປະເທດຢ່າງແທ້ຈິງ”.

     ເນື່ອງໃນໂອກາດຕ້ອນຮັບນາມມະຍົດສະຖານທີ່ທ່ອງທ່ຽວ ລະດັບນະຄອນ ຮ່າໂນ້ຍ, ຕາແສງ ບາດຈ່າງ ໄດ້ເປີດກຸ່ມວັດທະນະທຳ ທ່ອງທ່ຽວການຄ້າ  “ບາດຈ່າງ, ຕະຫຼາດແລງ - ຈຸດນັດພົບທີ່ມີມານັບ 1.000ປີ” ທ່ານ ຮວ່າງກວັກຫວຽດ ປະທານສະພາບໍລິຫານ ບໍລິສັດທ່ອງທ່ຽວ ອັດສະລິຍະ ບາດຈ່າງໃຫ້ຮູ້ວ່າ:

      “ບາດຈ່າງ ມີລະບົບແນະນຳຜະລິດຕະພັນສິນຄ້າ ແບບອັດຕະໂນມັດດ້ວຍ 12 ພາສາ ແລະ  ທຸກໆພາສານັ້ນ ກໍ່ຖືກຂຽນດ້ວຍບັນດາເລື່ອງລາວຂອງໝູ່ບ້ານ  ແລະ ຫຼັງຈາກນັ້ນ ຖືກແປເປັນພາສາຕ່າງປະເທດ. ແຂກໄປຢ້ຽມຢາມຢູ່ບ່ອນໃດ ກໍ່ໄດ້ຮັບຟັງແນະນຳແບບອັດຕະໂນມັດຕາມຄວາມຕ້ອງການ ຂອງແຂກທ່ອງທ່ຽວ. ລະບົບນີ້ ໄດ້ເຄື່ອນໄຫວຢູ່ ວັນໝຽວກວັກຕື່ຢ໊າມ ແລະ ນະຄອນ ເຫວ້ ຢ່າງມີປະສິດທິຜົນ”.

     ໃນໄລຍະທີ່ຜ່ານມາ, ນະຄອນ ຮ່າໂນ້ຍ ໄດ້ສ້າງເງື່ອນໄຂຫຼາຍຢ່າງ ເພື່ອໃຫ້ ບາດຈ່າງ ພັດທະນາການທ່ອງທ່ຽວ. ນາງ ຫວຽນທິມິງແຮັ້ງ ຫົວໜ້າຫ້ອງການພະແນກທ່ອງທ່ຽວ ຮ່າໂນ້ຍ ໃຫ້ຮູ້ວ່າ:

      “ບາດຈ່າງ ແລະ ຫວ້ານຟຸກ ແມ່ນສອງໝູ່ບ້ານອາຊີບ ໄດ້ຮັບການກຳນົດຈາກນະຄອນ ຮ່າໂນ້ຍ ເພື່ອລົງທຶນຍາວນານ ເຊິ່ງຈະສຸມໃສ່ລົງທຶນເປັນສະຖານທີ່ທ່ອງທ່ຽວໃຫ້ສົມບູນແບບ. ພະແນກທ່ອງທ່ຽວກໍ່ເຄີຍເຊື້ອເຊີນ ນັກຂ່າວຊ່ອງໂທລະພາບ CNN ຂອງອາເມລິກາມາ ບາດຈ່າງ ເພື່ອໂຄສະນາການທ່ອງທ່ຽວ. ຫຼາຍປີມານີ້, ພະແນກທ່ອງທ່ຽວ ຮ່າໂນ້ຍ ໄດ້ນຳຄະນະວິສາຫະກິດຫຼາຍຄະນະມາຢ້ຽມຊົມ ທັດສະນະສຶກສາຢູ່ ບາດຈ່າງ ພ້ອມທັງຊ່ວຍໜູນ ບັນດານັກສິລະປະການ ແລະ ພໍ່ແມ່ປະຊາຊົນທຳການຜະລິດ ເພື່ອຕອບສະໜອງຄວາມຕ້ອງການຂອງແຂກທ່ອງທ່ຽວ”.

      ໃນຊຸມປີມໍ່ໆມານີ້, ຈຳນວນແຂກທ່ອງທ່ຽວມາຢ້ຽມຊົມ ທັດສະນະສຶກສາ, ຊື້ຂາຍສິນຄ້າຢູ່ ບາດຈ່າງ  ຄາດວ່າແມ່ນປະມານ ສອງແສນເທື່ອຄົນຕໍ່ປີ, ໃນນັ້ນ, ແຂກທ່ອງທ່ຽວກວມປະມານ 20%. ສະຖານທີ່ທ່ອງທ່ຽວ ບາດຈ່າງ ໄດ້ເຂົ້າສູ່ສະຖານທີ່ການເຄື່ອນໄຫວ ແມ່ນໂອກາດທີ່ດີ  ເພື່ອໃຫ້ທ້ອງຖິ່ນແນະນຳສິນຄ້າ ກໍ່ຄືໂຄສະນາຈຸດຄວາມງາມທີ່ເປັນເອກະລັກ ຂອງໝູ່ບ້ານອາຊີບ, ຊ່ວຍອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າ ຂອງໝູ່ບ້ານອາຊີບຫັດຕະກຳ ເຊິ່ງຕິດພັນກັບການພັດທະນາການທ່ອງທ່ຽວ ແລະ ກໍ່ສ້າງ ບາດຈ່າງ ກາຍເປັນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວ ຂອງໝູ່ບ້ານອາຊີບ ທີ່ດີເດັ່ນຂອງ ຮ່າໂນ້ຍ ແລະ ຂອງທົ່ວປະເທດ

ຕອບກັບ