ຕະຫຼາດບົນແມ່ນ້ຳ ກ໊າຍຣັງ - ສະຖານທີ່ທ່ອງທ່ຽວ ທີ່ດູດດື່ມຢູ່ນະຄອນເກິ່ນເທີ

Ngoc Anh
Chia sẻ
(VOVWORLD) -ຕະຫຼາດບົນແມ່ນ້ຳ ກ໊າຍຣັງ ມີຂຶ້ນບົດແມ່ນ້ຳເກິ່ນເທີ, ເຊິ່ງແມ່ນສາຂາຂອງແມ່ນນ້ຳເຫົ້າ  ໄຫຼ່ຜ່ານເມືອງ ກ໊າຍຣັງ ນະຄອນເກິ່ນເທີ. ບໍ່ພຽງແຕ່ສາມາດຮັກສາຄວາມງາມທາງດ້ານວັດທະນະທຳ ເຂດແມ້ນ້ຳລຳເຊ ທົ່ງພຽງແມ່ນ້ຳຂອງທາງພຽງແມ່ນນ້ຳຂອງທາງພາກໃຕ້ ຫວຽດນາມ ເທົ່ານັ້ນ, ຕະຫຼາດ ກ໊າຍຣັງ ຍັງແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບແຂກທ່ອງທ່ຽວທັງຫຼາຍ ເມື່ອມີໂອກາດມາຄົ້ນຫາຢູ່ນະຄອນເກິ່ນເທີ
ຕະຫຼາດບົນແມ່ນ້ຳ ກ໊າຍຣັງ - ສະຖານທີ່ທ່ອງທ່ຽວ ທີ່ດູດດື່ມຢູ່ນະຄອນເກິ່ນເທີ - ảnh 1 ຕະຫຼາດບົນແມ່ນ້ຳ ກ໊າຍຣັງ

ຕະຫຼາດບົນແມ່ນ້ຳ ກ໊າຍຣັງ ໄດ້ເປັນຮູບເປັນຮ່າງໃນຊຸມປີຕົ້ນສະຕະທີ XX ເຊິ່ງແມ່ນໜຶ່ງໃນບັນດາຕະຫຼາດບົນແມ່ນ້ຳໃຫຍ່ທີ່ສຸດ ໃນເຂດທົ່ງພຽງແມ່ນ້ຳຂອງ ທາງພາກໃຕ້ ຫວຽດນາມ. ຕະຫຼາດແຫ່ງນີ້ ແມ່ນນອນຢູ່ຈຸດໄຂວ່ກັນລະຫວ່າງສີ່ລຳແມ່ນ້ຳຄື  ແມ່ນ້ຳເກິ່ນເທີ, ເດົ່າເສົາ, ກ໊າຍເຊີນ, ກ໊າຍຣັງ ແລະ  ຕິດກັບຕະຫຼາດ ກ້າຍຣັງ ເທິງບົກ. ມາເຖິງທົດສະວັດທີ 90 ຂອງສະຕະວັດທີ XX ຍ້ອນສິ່ງກີດຂວາງທາງດ້ານຄົມມະນາຄົມທາງນ້ຳ, ຕະຫຼາດບົນແມ່ນ້ຳ ກ໊າຍຣັງ ຖືກຍົກຍ້າຍໄປທາງບໍລິເວນເມືອງ ຟອງດ່ຽນ ຫ່າງຈາກບ່ອນເກົ່າກວ່າໜຶ່ງກິໂລແມັດ. ປັດຈຸບັນຕະຫຼາດບົນແມ່ນ້ຳ ກ໊າຍຣັງ ແມ່ນນອນຢູ່ຍ່ານໃຕ້ຂອງແມ່ນ້ຳ ເກິ່ນເທີ ຫ່າງຈາກຂົວກ໊າຍຣັງ ປະມານ 600 ແມັດ ດ້ວຍເນື່ອທີ່ໜ້ານ້ຳທີ່ກວ້າງໃຫຍ່ ມີຄວາມສະດວກຫຼາຍຢ່າງໃຫ້ແກ່ການເຄື່ອນໄຫວຂອງຕະຫຼາດ. ອ້າຍ ຫວູລິງ ຜູ້ປະກອບອາຊີບຂັບເຮືອ ສົ່ງແຂກທ່ອງທ່ຽວ ໄປຢ້ຽມຊົມຕະຫຼາດບົນແມ່ນ້ຳ ກ໊າຍຣັງ ເລົ່າສູ່ຟັງວ່າ:

       “ເມື່ອກອ່ນນີ້ແມ່ນ້ຳລຳນີ້ ຖືກເອີ້ນວ່າແມ່ນແມ່ນ້ຳເພື່ອແລກປ່ຽນຄ້າຂາຍ. ແມ່ນ້ຳ ລຳນີ້ຖືກເຊື່ອມຕໍ່ຈາກ ເກິ່ນເທີ ໄປຮອດ ກ່າເມົາ, ສາມາດໄປຍັງ ແຣັກຢ໊າ, ຮ່າຕຽນ, ເຖິງ ພະນົມເປັນ ປະເທດ ກຳປູເຈຍ. ເມື່ອກອ່ນນີ້ໃນບໍລິເວນນີ້ ແມ່ນເຂດເປົ່າຫວ່າງ, ຢູ່ເທິງຝັ່ງກໍ່ມີບ້ານໜຶ່ງເອີ້ນວ່າ ບ້ານກ໊າຍຣັງ. ເມື່ອປະຊາຊົນ ເດີນຜ່ານບໍລິເວນໝູ່ບ້ານແຫ່ງນີ້ ເຂົາເຈົ້າກໍໍ່ເຄີຍຢຸດແວ່ຢູແຫ່ງນີ້ ເພື່ອຊື້ສະບຽງອາຫານ, ເກືອ, ເຂົ້າສານ, ຜັກ, ໝາກໄມ້… ເພື່ອກະກຽມໃຫ້ແກ່ການເດີນເຮືອໄລຍະຍາວ. ແລະ ຕະຫຼາດແຫ່ງນີ້ ກໍ່ຄ່ອຍໆມີຄົນມາຊື້ຂາຍຢ່າງຄັບຄາໜາແໜ້ນ ແລະ ເຂົາເຈົ້າໄດ້ເອີ້ນຕະຫຼາດແຫ່ງນີ້ວ່າ ຕະຫຼາດບົນແມ່ນ້ຳ ກ໊າຍຣັງ ໝາຍຄວາມວ່າເອົາຊື່ຂອງໝູ່ບ້ານຂອງທ້ອງຖິ່ນມາຕັ້ງໃຫ້ຕະຫຼາດ”.

      ຕະຫຼາດບົນແມ່ນ້ຳ ກ໊າຍຣັງ ແມ່ນຕະຫຼາດຂາຍຍົກ ສຳລັບສິນຄ້າພະເພດໝາກໄມ້, ຜະລິດຕະພັນກະເສດ, ສະບຽງອາຫານຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ຕະຫຼາດໄດ້ເລີ່ມເຄື່ອນໄຫວແຕ່ຮຸ່ງເຊົ້າ ຕະຫຼອດຮອດເວລາປະມານ 9 ໂມງ ກໍ່ຄ່ອຍໆເລີກ. ແຕ່ລະມື້ມີເຮືອນັບຮ້ອຍລຳມາເຕົ້າໂຮມຢູ່ແຫ່ງນີ້, ຜູ້ຊື້ຄົນຂາຍຢ່າງຄຶກຄື້ນ, ມີສິນຄ້າຄົບທຸກປະເພດ, ມີການບໍລິການກິນດື່ມ. ຮູບການຈ່າວຂາຍກໍ່ມີຄວາມເປັນເອກະລັກ ນັ້ນແມ່ນນຳໃຊ້ໄມ້ໄຜ່. ໃນເຮືອແຕ່ລະລຳກໍ່ເຄີຍຕັ້ງໄມ້ໄຜ່ ຫຼື ໄມ້ເຮ້ຍຕົ້ນໜຶ່ງ ເພື່ອແຂວນສິນຄ້າ. ອ້າຍ ຫວຽນເຈື່ອງເຊີນ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ເວົ້າວ່າ:

     “ຕະຫຼາດບົນແມ່ນ້ຳ ກ໊າຍຣັງ ແມ່ນມີຄວາມເປັນເອກະລັກທີ່ເຮົາສາມາດເຫັນໄດ້ງ່າຍ ນັ້ນແມ່ນໃນເຮືອແຕ່ລະລຳກໍ່ມີໄມ້ໄຜ່ຕົ້ນໜຶ່ງ, ຢູ່ປາຍໄມ້ໄຜ່ກໍ່ແຂວນສິນຄ້າ ຜະລິດຕະພັນກະເສດ, ໝາກໄມ້ຊະນິດໃດໜຶ່ງ… ເມື່ອເຫັນໄມ້ໄຜ່ ລູກຄ້າຈະຮູ້ໂລດວ່າຢູ່ເຮືອລຳນັ້ນຂາຍສິນຄ້າປະເພດໃດ. ໝາກໄມ້ຢູ່ຕະຫຼາດແຫ່ງນີ້ມີຫຼາຍຊະນິດ, ອາຫານຢູ່ຕະຫຼາດແຫ່ງນີ້ກໍ່ມີຫຼາຍເຍື່ອງ ແລະ ອຸດົມສົມບູນຄື : ເຝີຂົ້ວ, ກາເຟ, ນ້ຳຫວານ, ຂອງແກ້ມ… ນອກຈາກນັ້ນແຂກທ່ອງທ່ຽວກໍ່ຍັງໄດ້ຮັບຟັງການສະແດງຂັບເດີນກາຕາຍຕື໋ອີກດ້ວຍ”.

    ເມື່ອກ່ອນນີ້ ຊາວທ້ອງຖິ່ນເຄີຍໃຊ້ເຮືອພາຍ ສົ່ງສິນຄ້າມານີ້ ເພື່ອແລກປ່ຽນຊື້ຂາຍ ແຕ່ປັດຈຸບັນກໍ່ໄດ້ມີເຮືອຈັກແລ້ວ ພ້ອມທັງ ມີປ້ຳນ້ຳມັນບົນແມ່ນ້ຳອີກດ້ວຍ. ນາງ ຫວຽນທິງອກງາ ເຈົ້າຂອງເຮືອເຮັດທຸລະກິດທ່ອງທ່ຽວຢູ່ທ່າເຮືອ ນິງກ່ຽວ ໃຫ້ຮູ້ວ່າ:

      “ຍາມລະດູຮ້ອນ ແລະ ບຸນເຕັດ, ແຂກທ່ອງທ່ຽວກໍ່ມາຫຼາຍທີ່ສຸດ. ແຂກຕ່າງປະເທດກໍ່ເຄີຍມາແຕ່ເດືອນຕຸລາ ຫາຍາມບຸນເຕັດ, ແລະ ກາຍບຸນເຕັດປະມານເດືອນໜຶ່ງກໍ່ມີແຂກມາຫຼາຍ. ຂ້າພະເຈົ້າມີເຮືອສາມລຳ ເພື່ອສົ່ງແຂກທ່ອງທ່ຽວ, ໃນມື້ທຳມະດາ, ແຕ່ລະມື້ ກໍ່ສົ່ງແຂກທ່ອງທ່ຽວແຕ່ 5 ຫາ 6 ຖ້ຽວ. ແຂກທ່ອງທ່ຽວກໍ່ເຄີຍຂີ່ເຮືອໄປແຕ່ເວລາ 5 ຫາ 6 ໂມງເຊົ້າ, ບາງຄັ້ງບາງຄາວເຂົາເຈົ້າກໍ່ຈ້າງເຮືອໄປຢ້ຽມຊົມເຮືອນບູຮານ ບິ່ງຖຸ໋ຍອີກດ້ວຍ”.

       ດ້ວຍບັນດາຄຸນຄ່າທີ່ເປັນເອກະລັກທາງດ້ານວັດທະນະທຳ ແລະ ເສດຖະກິດຂອງຕະຫຼາດບົນແມ່ນ້ຳ ກ໊າຍຣັງ ວາລະສານທ່ຽວ Roung Guide ຂອງອັງກິດ ໄດ້ເລືອກເຟັ້ນຕະຫຼາດບົນແມ່ນ້ຳ ກ໊າຍຣັງ ແມ່ນໜຶ່ງໃນຈຳນວນ 10 ຕະຫຼາດທີ່ມີຄວາມປະທັບໃຈທີ່ສຸດໃນໂລກ.  ສ່ວນເວບໄຊ yourmaplaces ກໍ່ໄດ້ຈັດຕະຫຼາດບົນແມ່ນ້ຳ ກ໊າຍຣັງ ເຂົ້າໃນບັນຊີລາຍຊື່ຕະຫຼາດ  ບົນແມ່ນ້ຳທີ່ສວຍງາມກວ່າມໝູ່ຢູ່ອາຊີ ພ້ອມກັນນັ້ນ ຕະຫຼາດບົນແມ່ນ້ຳ ກ໊າຍຣັງ ກໍ່ໄດ້ຮັບການຮັບຮອງຈາກກະຊວງ ວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມວ່າ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ ເມື່ອວັນທີ 10 ມີນາ ປີ 2016.  

ຕອບກັບ