ຕະຫຼາດນັດ ກໍມະ ທີ່ຟົດຟື້ນມ່ວນຊື່ນ

Vinh Phong
Chia sẻ
(VOVWORLD) -ຕະຫຼາດກໍມະຢູ່ຕາແສງກໍມະເມືອງຖ້ວນເຈົາ ແຂວງເຊີນລາໄດ້ມີມານັບແຕ່ປີ 2007. ນັບແຕ່ນັ້ນເປັນຕົ້ນມາ ຕະຫຼາດນັດກໍມະໄດ້ມີຂຶ້ນໃນວັນພະຫັດປະຈຳອາທິດ ແລະ ໄດ້ກາຍເປັນຈຸດວັດທະນະທຳທີ່ເປັນເອກະລັກຂອງຊາວເຜົ່າມົ້ງຢູ່ແຫ່ງນີ້
ຕະຫຼາດນັດ ກໍມະ ທີ່ຟົດຟື້ນມ່ວນຊື່ນ - ảnh 1ຕະຫຼາດນັດ ກໍມະ

     ຕະຫຼາດນັດກໍມະໄດ້ມີຂຶ້ນຢ່າງຟົດຟື້ນມ່ວນຊື່ນ, ຮອດຍາມໂຮມຕະຫຼາດນັດກໍ່ມີຜູ້ຊື້ຄົນຂາຍນັບສອງສາມພັນຄົນມາແລກປ່ຽນຊື້ຂາຍຢູ່ຕະຫຼາດນັດແຫ່ງນີ້. ນັບແຕ່ຮຸ່ງເຊົ້າຢູ່ຫົວທາງໄປຍັງຕະຫຼາດນັດ ກໍມະ ກໍ່ໄດ້ມີພໍ່ແມ່ພີ່ນ້ອງມາແລກປ່ຽນຊື້ຂາຍຢູ່ຕະຫຼາດນັດຢ່າງຄັບຄາໜາແໜ້ນ. ນາງເລົ່າທິເຢິ ຢູ່ຕາແສງເຕັງຟົງເມືອງຕວ່ນຢາວແຂວງດ້ຽນບຽນ ເປີດເຜີຍວ່າ:

      “ໄດ້ຍິນວ່າຕະຫຼາດນັດນີ້ ມີຜູ້ຊື້ຄົນຂາຍມາເຕົ້າໂຮມຢ່າງຄັບຄາໜາແໜ້ນ ດັ່ງນັ້ນຂ້າພະເຈົ້າຈຶ່ງໄດ້ມານີ້. ຂ້າພະເຈົ້າໄດ້ໄປຕະຫຼາດນັດນັບແຕ່ເວລາ 6 ໂມງເຊົ້າ. ຂ້າພະເຈົ້າໄດ້ພາລູກໄປທ່ຽວຊົມຕະຫຼາດນັດແລະຍັງບໍ່ທັນຮູ້ວ່າຈະຊື້ຫຍັງແດ່”.

      ພວກອ້າຍບ່າວນາງສາວນຸ່ງຊຸດປະຈຳເຜົ່າຕ່າງໆ ດ້ວຍສີສັນງາມຕາຍິ່ງເຮັດໃຫ້ຕະຫຼາດເພີ່ມຫຼາຍຮູບຫຼາຍສີ ແລະເຂັ້ມຂົ້ນໄປດ້ວຍສີສັນບັນດາເຜົ່າ. ອ້າຍເວື່ອອາແທັ່ງຢູ່ຕາແສງລອງແຮະເມືອງຖ້ວນເຈົາແຂວງເຊີນລາໃຫ້ຮູ້ວ່າ:

         “ຂ້າພະເຈົ້າມານີ້ ເພື່ອຊື້ສົ້ງເສື້ອໃຫ້ແກ່ຕົນເອງແລະຊື້ສິ້ນ,ເສື້ອ ໃຫ້ແກ່ເມຍແລະລູກຂອງຕົນ. ເຄື່ອງນຸ່ງແຕ່ລະຊຸດເຊັ່ນນີ້ ຂ້າພະເຈົ້າຊື້ປະມານ 350.000 ດົ່ງ”.

      ນອກຈາກສິ້ນພິເສດໂດຍພໍ່ແມ່ພີ່ນ້ອງຊາວທ້ອງຖິ່ນຜະລິດເອງ ແລະ ນຳມາຂາຍຢູ່ຕະຫຼາດຄືເສື້ອ,ຕິບເຂົ້າ, ຜັກໝາກໄມ້, ໝູໄກ່, ກໍ່ຍັງມີບັນດາຮ້ານຄ້າທີ່ຂາຍເຄື່ອງໃຊ້ຊ້ອຍທີ່ອຸດົມສົມບູນ ຢູ່ບັນດາແຂວງດ້ຽນບຽນລາຍເຈົາ. ຢູ່ໃນຕະຫຼາດກໍ່ມີບາງຮ້ານຂາຍເຂົ້າປຽກ, ຂາຍເຝີເພື່ອຮັບໃຊ້ພໍ່ແມ່ພີ່ນ້ອງທີ່ມາຈາກທາງໄກ. ນອກຈາກນັ້ນ ກໍ່ຍັງມີບັນດາຮ້ານຂາຍຊຸດອາພອນປະຈຳເຜົ່າຕ່າງໆຄືເຜົ່າຜູ້ໄທ, ເຜົ່າມົ້ງ... ນາງຢ່າງທິຢິ໊ງຢູ່ຕາແສງລ່າວຊາງເມືອງຟອງໂຖ໋ ແຂວງລາຍເຈົາໃຫ້ຮູ້ວ່າ:

      “ຂ້າພະເຈົ້າມານີ້ເຊົ່າຮ້ານຂາຍເຄື່ອງຮ້ານໜຶ່ງໄດ້ສອງສາມປີແລ້ວ, ຕົ້ນຕໍແມ່ນຂາຍຜ້າແພ, ສິ້ນ ສົ້ງເສື້ອເພດຊາຍແລະ ເພດຍິງ... ມື້ໃດທີ່ມີລູກຄ້າມາຊື້ຫຼາຍກວ່າໝູ່ນັ້ນ ເຮົາກໍ່ຂາຍໄດ້ 7.000.000 ຫາ 8.000.000 ດົ່ງ ສ່ວນມື້ບໍ່ມີແຂກ ກໍ່ໄດ້ພຽງ 4.000.000 ຫາ 5.000.000 ດົ່ງເທົ່ານັ້ນ”.

     ອ້າຍວ່າອາເຊັ່ງຢູ່ບ້ານກໍເງະຕາແສງກໍມະເຄີຍໄປຕະຫຼາດນັດເພື່ອຂາຍເຄື່ອງແບ່ງປັນວ່າ: “ຂ້າພະເຈົ້າມານີ້ ເພື່ອຂາຍໝໍ້ໜຶ້ງເຂົ້າ, ແຕ່ລະອັນຂາຍດ້ວຍລາຄາ 200.000 ດົ່ງແລະຂ້າພະເຈົ້າໄດ້ຂາຍໝໍ້ສາມອັນແລ້ວ. ນອກຈາກນັ້ນຂ້າພະເຈົ້າຍັງໄດ້ຂາຍໄກ່ ໝູຜັກໝາກໄມ້ອີກດ້ວຍ”. ມາຕະຫຼາດນັດ,ມີອ້າຍບ່າວນາງສາວເຜົ່າມົ້ງຫຼາຍຄົນມືຈັບໂທລະສັບມືຖືເພື່ອຟັງທຳນອງເພງພື້ນເມືອງເຜົ່າມົ້ງ, ຟັງສຽງຂັບກ້ຽວແລະມີເພື່ອນໜຸ່ມຫຼາຍຄົນໄດ້ກາຍເປັນຄູ່ຮັກພາຍຫຼັງໄປຕະຫຼາດນັດ. ມີຫຼາຍຄົນໄປຕະຫຼາດນັດແມ່ນເພື່ອພົບປະໂອ້ລົມຢ້ຽມຢາມຖາມຂ່າວສຸຂະພາບແລະຖອດຖອນບົດຮຽນເຊິ່ງກັນແລະກັນ ກ່ຽວກັບວິທີການປູກຝັງ ລ້ຽງສັດແລະວຽກງານທຳມາຫາກິນໃນແຕ່ລະວັນ. ທ່ານ ວ່າຟອງສາ ຮອງປະທານຄະນະກຳມະການປະຊາຊົນຕາແສງກໍມະໃຫ້ຮູ້ວ່າ:

      “ໃນຊຸມວັນບຸນເຕັດ, ຕະຫຼາດນັດກໍ່ມີສິນຄ້າຫຼາຍປະເພດເມື່ອທຽບໃສ່ຍາມຕົ້ນປີ. ພໍ່ແມ່ພີ່ນ້ອງບັນດາຕາແສງໃກ້ຄຽງກໍ່ໄດ້ນຳຜະລິດຕະພັນຂອງຕົນມາຂາຍກໍ່ຄືບັນດາຜູ້ຄົນມານີ້ ຊື້ເຄື່ອງຂອງບຸນເຕັດຫຼາຍກວ່າ. ເມື່ອມີຕະຫຼາດນັດນີ້ ບັນດາຜະລິດຕະພັນຂອງພໍ່ແມ່ພີ່ນ້ອງກໍ່ລ້ວນແຕ່ໄດ້ນຳມານີ້ຂາຍ, ນັບແຕ່ນັ້ນເປັນຕົ້ນມາ ຊີວິດການເປັນຢູ່ຂອງພໍ່ແມ່ພີ່ນ້ອງກໍ່ໄດ້ດີຂຶ້ນຫຼາຍກວ່າເກົ່າ”.

       ຕະຫຼາດນັດກໍມະໄດ້ໂຄສະນາບັນດາສິນພິເສດຂອງທ້ອງຖິ່ນແນະນຳຈຸດວັດທະນະທຳບັນດາເຜົ່າເຂດພູສູງເຕິຍບັກ. ຕະຫຼາດນັດເຂດພູສູງກໍມະໄດ້ເລີ່ມມີຂຶ້ນນັບແຕ່ເວລາ 6 ໂມງເຊົ້າຫາຕອນທ່ຽງຈຶ່ງສິ້ນສຸດລົງ. ເທື່ອໃດກໍ່ເຊັ່ນກັນ, ພໍ່ແມ່ພີ່ນ້ອງໄດ້ມາຕະຫຼາດແລ້ວກໍ່ລາຈາກກັນໃຜໆກໍ່ຮູ້ສຶກມີຄວາມອົບອຸ່ນແລະນັດກັນໃນຕະຫຼາດນັດຄັ້ງໜ້າ.

ຕອບກັບ