ດອກບານ - ດອກໄມ້ທີ່ເປັນສັນຍາລັກ ຂອງເຂດພູຜາປ່າໄມ້ ໄຕບັກ

Ngoc Anh
Chia sẻ
(VOVWORLD) -         ນັບແຕ່ໃດໆມາ, ດອກບານໄດ້ເຂົ້າສູ່ຊີວິດ ທາງດ້ານວັດທະນະທຳ, ຈິດວິນຍານຂອງພໍ່ແມ່ພີ່ນ້ອງບັນດາເຜົ່າເຂດ ໄຕບັກ (ໝາຍເຖິງເຂດທາງທິດຕາເວັນຕົກສຽງເໜືອຂອງ ຫວຽດນາມ), ເປັນຕົ້ນແມ່ນເຜົ່າຜູ້ໄທ, ເຜົ່າໄຕ…  ປະຊາຊົນຢູ່ແຫ່ງນີ້ ໄດ້ຖືດອກບານ ແມ່ນດອກໄມ້ຊະນິດພິເສດກ່ອນໝູ່ ເມື່ອທຽບໃສ່ດອກໄມ້ຊະນິດອື່ນໆ ແລະ ແມ່ນໜຶ່ງໃນບັນດາສິນພິເສດຂອງເຂດພູຜາປ່າໄມ້ ໄຕບັກ ໃນຊຸມວັນເດືອນ 3 ນີ້. ຕົ້ນດອກບານມີລວງສູງແຕ່ 2 ຫາ 6 ແມັດ, ລຳຕົ້ນບໍ່ກ້ຽງ, ມີສີຂີ້ເຖົ່າ, ມີຫຼາຍກິ່ງຫຼາຍກ້ານຍາວ. ດອກບານມີກິ່ນຫອມຫວນ ແລະ ເຄີຍບານສະພັ່ງໃນລະດູບານໃໝ່
ດອກບານ - ດອກໄມ້ທີ່ເປັນສັນຍາລັກ ຂອງເຂດພູຜາປ່າໄມ້ ໄຕບັກ - ảnh 1ດອກບານປົກຄຸມໄປທົ່ວເຂດພູຜາປ່າໄມ້ ໃນເດືອນ 3

ໃນເດືອນ 3 ແຕ່ລະປີ, ດອກບານປົກຄຸມໄປທົ່ວເຂດພູຜາປ່າໄມ້ ໄຕບັກ, ສ້າງເປັນທັດຊະນີຍະພາບ ທີ່ສວຍງາມດັ່ງໃນຝັນ. ແຂກທ່ອງທ່ຽວມາຢ້ຽມຢາມ ໄຕບັກ ອາດຈະພົບເຫັນບັນດາກິ່ງດອກບານ ພວມບານສະພັ່ງເອຄວາມງາມຢູ່ທຸກບ່ອນ,  ດອກບານມີ 5 ກີບ ບານເປັນຮູບວີ ມີສີສັນຫຼາກຫຼາຍຄື ສີມ່ວງ, ສີຂາວ, ສີແດງ ແຕ່ສ່ວນຫຼາຍແມ່ນສີຂາວ. ນາງ ຫວຽນທິລານ ຢູ່ນະຄອນ ລາຍເຈົາ ແບ່ງປັນວ່າ:

     “ຂ້າພະເຈົ້າດຳລົງຊີວິດຢູ່ເຂດ ໄຕບັກ ເປັນເວລາກວ່າ 40ປີ ແລ້ວ. ເມື່ອກ່ອນນີ້ ດອກບານພຽງແຕ່ປົ່ງຂຶ້ນຢູ່ຕາມສາຍພູ. ຊຸມປີມໍ່ໆມານີ້, ດອກບານໄດ້ຖືກນຳມາປູກຢູ່ລຽບຕາມຖະໜົນສາຍຕ່າງໆ ຢ່າງສວຍງາມທີ່ສຸດ. ຮອດຍາມດອກບານ ບານສະພັ່ງ ຢູ່ບັນດາເຂດຈັດຕັ້ງງານບຸນດອກບານ ກໍ່ມີຄວາມຟົດຟື້ນມ່ວນຊື່ນທີ່ສຸດ. ມີອາຫານຫຼາຍເຍື່ອງ ກໍ່ຖືກປຸງແຕ່ງຈາກດອກບານ”.

    ໃນວົງຄະນາຍາດບັນດາເຜົ່າຢູ່ເຂດ ໄຕບັກ, ດອກບານແມ່ນສັນຍາລັກໃຫ້ແກ່ຄວາມກະຕັນຍູ  ແລະ ຄວາມຮູ້ບຸນຄຸນ. ທ່ານ ດຽວຈິ໊ງເກິ່ມ ຫົວໜ້າສະໂມສອນອະນຸລັກຮັກສາວັດທະນະທຳເຜົ່າຜູ້ໄທ ເລົ່າສູ່ຟັງວ່າ:

     “ດອກບານແມ່ນຄວາມເປັນເອກະລັກສະເພາະຂອງເຂດ ໄຕບັກ. ແຕ່ປາງກີ້ປາງກ່ອນ ກໍ່ມີເລື່ອງລາວເລົ່າຂານສືບທອດກັນມາກ່ຽວກັບດອກບານຄື ເລື່ອງທ້າວ ຄຸມ ແລະ ນາງ ບານ ແລະ ເລື່ອງລາວອື່ນໆອີກ. ເວົ້າລວມແລ້ວ ດອກບານ ແມ່ນຄວາມເປັນເອກະລັກທາງດ້ານວັດທະນະທຳ ຂອງຊົນເຜົ່າຜູ່້ໄທ ຢູ່ເຂດ ໄຕບັກ”.

      ສຳລັບພໍ່ແມ່ພີ່ນ້ອງຊາວເຜົ່າຜູ້ໄທ, ຕົ້ນດອກບານມີຄຸນປະໂຫຍດຫຼາຍຢ່າງ. ເປືອກຕົ້ນດອກບານ ແມ່ນໃຊ້ເພື່ອຍ້ອມສີແຜ່ນແພ; ສ່ວນດອກ ແລະ ໃບກໍ່ແມ່ນໃຊ້ເຮັດຢາສະໝູນໄພປົວອາການໄອ ຫຼື ເຈັບຄໍ; ສ່ວນໝາກຂອງຕົ້ນດອກບານ ແມ່ນຈະລອກເອົາແກ່ນນຳໄປຕົ້ມ ຫຼື ປຸງແຕ່ງອາຫານກໍ່ແຊບທີ່ສຸດ; ສ່ວນໜໍ່ຂອງດອກບານ ກໍ່ແມ່ນອາຫານທີ່ຊິນເຄີຍຂອງຊາວເຜົ່າຜູ້ໄທ. ພໍ່ແມ່ພີ່ນ້ອງເຜົ່າຜູ່້ໄທ ຍັງປຸງແຕ່ງດອກບານ ເປັນອາຫານຫຼາຍເຍື່ອງເຊັ່ນ: ສົ້ມດອກບານ, ຂົ້ວດອກບານກັບຫົວຜັກທຽມ ແລະ ໜໍ່ໄມ້, ແກງດອກບານກັບຂາໝູ… ດອກບານສົມທົບກັບກິ່ນຫອມຂອງຫົວຜັກທຽມ, ຫົວຂ່າ ແລະ ໝາກເຜັດ ຫຼື ລົດ
ສົ້ມຂອງນ້ຳແຈ່ວ, ທັງໝົດເຫຼົ່ານັ້ນ ໄດ້ສ້າງເປັນເຍື່ອງອາຫານພິເສດ ທີ່ມີມາແຕ່ດົນນານ ແລະ ມີພຽງແຕ່ຢູ່ເຂດ ໄຕບັກ ຂອງຊາວເຜົ່າຜູ້ໄທ ເທົ່ານັ້ນ. ໃນພາເຂົ້າປະຈຳວັນຂອງຄອບຄົວຊາວເຜົ່າຜູ້ໄທ ຫຼື ໃນງານລ້ຽງຕ້ອນຮັບແຂກທີ່ມາຈາກແດນໄກ, ເຍື່ອງອາຫານດອກບານ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ ໃຫ້ແກ່ບໍ່ວ່າຜູ້ໃດ ທີ່ໄດ້ຊີມລົດຊາດພິເສດຂອງອາຫານຢູ່ແຫ່ງນີ້. ທ່ານ ຫຼີຮ່ຽນຮວາ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ແບ່ງປັນວ່າ:

     “ດອກບານໃນເບື້ອງຕົ້ນ, ຂ້າພະເຈົ້າຄິດວ່າແມ່ນເພື່ອຊົມຄວາມງາມເທົ່ານັ້ນ. ແຕ່ເປັນໜ້າປະຫຼາດໃຈ, ດອກບານພັດໃຊ້ເປັນວັດຖຸດິບເພື່ອປຸງແຕ່ງອາຫານ ຂອງຊາວເຜົ່າຜູ້ໄທອີກດ້ວຍ. ເຍື່ອງອາຫານທີ່ປຸງແຕ່ງຈາກດອກບານ ແມ່ນແຊບ ແລະ ເຂັ້ມຂົ້ນໄປດ້ວຍລົດຊາດພິເສດ”.

     ໃນຍາມດອກບານບານສະພັ່ງໃນແຕ່ລະປີ ກໍ່ແມ່ນໂອກາດເພື່ອໃຫ້ພໍ່ແມ່ພີ່ນ້ອງ ເຜົ່າຜູ້ໄທ ຈັດງານບຸນຕ່າງໆຄື ງານບຸນໝູ່ບ້ານ, ງານບຸນນາງ ຮານ, ງານບຸນດອກບານ… ພໍ່ແມ່ປະຊາຊົນໄດ້ໃຊ້ດອກບານ ເພື່ອປະດັບປະດາໃຫ້ມີຄວາມສວຍງາມ ແລະ ເພື່ອປຸງແຕ່ງອາຫານເຍື່ອງຕ່າງໆ, ນຳໃຊ້ເປັນຂອງຖວາຍບູຊາ ເພື່ອພາວະນາໃຫ້ລະດູການຜະລິດ ໃຫ້ໄດ້ຮັບຜົນດີ ປະຊາຊົນມີຄວາມຢູ່ເຢັນເປັນສຸກ ແລະ ຝາກຝັງຄວາມມຸ່ງຫວັງ ອັນຍິ່ງໃຫຍ່ ກ່ຽວກັບການດຳລົງຊີວິດທີ່ສະຫງົບສຸກ ອີ່ມໝຳສຳລານ.

ຕອບກັບ