ຊາ ຊານຕວຽດ ສວຍຢ່າງ - ລົດຫອມພິເສດຢູ່ເຂດພູຜາປ່າໄມ້ ເຕິຍບັກ

Vinh Phong
Chia sẻ
(VOVWORLD) -       ສວຍຢ່າງ ແມ່ນຕາແສງເຂດພູສູງ ຂຶ້ນກັບເມືອງ ວັນເຈິ໊ນ ແຂວງ  ອຽນບ໊າຍ. ໂດຍຖືກຕັ້ງຢູ່ຄວາມສູງເກືອບ 1.400 ແມັດ,  ສວຍຢ່າງ ຖືກອຸປະມາດັ່ງເທດສະບານເມືອງທ່ອງທ່ຽວ ຊາປາ ຂອງແຂວງ ລາວກາຍ ຫຼື ນະຄອນດ່າຫຼາດ ໃນແຂວງ ເລິ່ມດົ່ງ ຍ້ອນດິນຟ້າອາກາດເຢັນສະບາຍຕະຫຼອດປີ. ປັດຈຸບັນ ແຂກທ່ອງທ່ຽວບໍ່ພຽງແຕ່ມາ ສວຍຢ່າງ ເພື່ອພັກຜ່ອນຢ່ອນອາລົມເທົ່ານັ້ນ ຫາກຍັງມານີ້ ເພື່ອຊີມລົດຊາດພິເສດຂອງ ຊາຊານຕວຽດ ທີ່ປຸງມາຈາກຕົ້ນຊາໃຫຍ່ມີອາຍຸນັບ 100 ປີ
ຊາ ຊານຕວຽດ ສວຍຢ່າງ - ລົດຫອມພິເສດຢູ່ເຂດພູຜາປ່າໄມ້ ເຕິຍບັກ - ảnh 1 ຕົ້ນຊາທີ່ຢູ່ເລິກໃນປ່າມີອາຍຸນັບ 100 ປີ

ເຂດຊາ ຊານຕວຽດ ຢູ່ຕາແສງ ສວຍຢ່າງ ມີເນື້ອທີ່ກວ່າ 390 ເຮັກຕາ ດ້ວຍຕົ້ນຊາຫຼາຍກວ່າ 40.000 ຕົ້ນ ມີອາຍຸແຕ່ 100 ຫາ 300 ປີ, ໃນນັ້ນມີບັນດາເຂດປູກຊາ ໄດ້ຮັບການຮັບຮອງຈາກລັດ ແມ່ນຕົ້ນຊາມໍລະດົກຂອງ ຫວຽດນາມ. ອ້າຍ ມົ່ວອາປ່າວ ຢູ່ຕາແສງ ສວຍຢ່າງ ແບ່ງປັນວ່າ:

     “ບັນດາຕົ້ນຊາຢູ່ແຄມປ່າ ແມ່ນມີອາຍຸບໍ່ເຖິງ 100 ປີ, ແຕ່ບັນດາຕົ້ນຊາທີ່ຢູ່ເລິກໃນປ່າ ແມ່ນມີອາຍຸນັບ 100 ປີ. ແຂກທ່ອງທ່ຽວມາຢ້ຽມຢາມ ກໍ່ສາມາດເຂົ້າໄປເລິກໃນປ່າ ເຊິ່ງແມ່ນບ່ອນມີບັນດາຕົ້ນຊາມີອາຍຸນັບ 100 ປີ. ບັນດາຕົ້ນຊາຢູ່ທີ່ນີ້ ກໍ່ຖືກມອບໃຫ້ບັນດາຄອບຄົວເປັນຈຳນວນແຕ່ 20 ຫາ 30 ຕົ້ນຕໍ່ຄອບຄົວ ເພືີ່ອບົວລະບັດຮັກສາ ແລະ ເກັບກູ້”.

       ຕົ້ນຊາ ຊານຕວຽດ ແທດເໝາະກັບດິນຟ້າອາກາດ, ທີ່ດິນ ແລະ ແຫຼ່ງນ້ຳຢູ່ທີ່ນີ້ ດັ່ງນັ້ນຕົ້ນຊາກໍ່ຂຽວງາມ ແລະ ເຕີບໂຕດີ, ພໍ່ແມ່ພີ່ນ້ອງ ເຜົ່າມົ້ງ ບໍ່ເຄີຍໃສ່ຝຸ່ນ ຫຼື ສີດຢາຂ້າສັດຕູພືດຈັກເທື່ອ. ລຸງ ຫວ່າງອາຕຸງ ຢູ່ບ້ານ ປາງກາງ ໃຫ້ຮູ້ວ່າ  ການເກັບກູ້ ແລະ ປຸງແຕ່ງຊາ ຍັງຄົງອີງໃສ່ວິທີເຮັດແບບຫັດຖະກຳ ທີ່ມີມາແຕ່ດົນນານຂອງຊາວເຜົ່າມົ້ງ. ລຸງ ຫວ່າງອາຕຸງ ເວົ້າວ່າ:

     “ເມື່ອເດັດເອົາໃບຊາແລ້ວ ຢາກໃຫ້ຟື້ນຟູຕົ້ນຊາ ເຮົາກໍ່ຕ້ອງຕັດຊອຍ ບວກກັບການຖາງຫຍ້າປ່າໃຫ້ແຈ່ມແຈ້ງ, ທັງໝົດເຫຼົ່ານັ້ນແມ່ນບໍ່ຕ້ອງໃສ່ຝຸ່ນ ແລະ ກໍ່ບໍ່ສີດຢາປາບສັດຕູພືດ, ລ້ວນແຕ່ອາໄສອາກາດທຳມະຊາດເທົ່ານັ້ນ ດັ່ງນັ້ນຊາຈຶ່ງສະອາດ ແລະ ປອດສານພິດ”.

     ແຕ່ລະປີ ຊາຊານຕວຽດ ຖືກເກັບກູ້ເປັນສາມລະດູ ໃນນັ້ນລະດູການສຸດທ້າຍໃນປີແມ່ນ ນັບແຕ່ເດືອນ 8 ຫາ ເດືອນ 9 ໄລ່ຕາມຈັນທະປະຕິທິນ. ໃນຍາມເກັບກູ້ຊາ, ທົ່ວທຸກໝູ່ບ້ານ ໃນຕາແສງ ສວຍຢ່າງ ກໍ່ມີກິ່ນຫອມກຸ້ມໄປທົ່ວ. ເພື່ອຊົງຊາ ຊານຕວຽດ ໃຫ້ມີລົດຫອມນັ້ນ ກໍ່ຕ້ອງໃຊ້ນ້ຳໄຫຼຈາກພູສູງ ຈຶ່ງເຮັດໃຫ້ຈອກຊາມີລົດຫອມພິເສດ ແລະ ເຂັ້ມຂົ້ນໄປດ້ວຍຊາສົດ. ມີຄະນະນັກທ່ອງທ່ຽວ ພາຍຫຼັງໄດ້ຢ້ຽມຊົມໂນນຊາ ແລະ ໄດ້ຊີມລົດຫອມຂອງນ້ຳຊາ ຊານຕວຽດ ແລ້ວແບ່ງປັນວ່າ:

    “ເມື່ອໄດ້ດື່ມນ້ຳຊານີ້ ຂ້າພະເຈົ້າຮູ້ສຶກມີກິ່ນຫອມ, ນ້ຳຊາໃສທີ່ສຸດ ແລະ ຮູ້ສຶກບໍ່ປຸກ ແລະ ເຂັ້ມຂົ້ນໄປດ້ວຍລົດຫອມ”.

     “ຊາ ສວຍຢ່າງ ມີອັນໜຶ່ງພິເສດທີ່ສຸດ ນັ້ນແມ່ນເມື່ອດື່ມນ້ຳຊາກໍ່ຮູ້ສຶກມີລົດຫອມ ແລະ ເຂັ້ມຂົ້ນດ້ວຍກິ່ນຫອມສະເພາະ”

      ທ່ານ ຊຸງອາໜູ ປະທານຄະນະກຳມະການປະຊາຊົນຕາແສງ ສວຍຢ່າງ ໃຫ້ຮູ້ວ່າ ທາງຕາແສງ ໄດ້ສ້າງຕັ້ງສະຫະກອນຜະລິດຊາ ລວມມີ 18 ໜ່ວຍ ປະກອບດ້ວຍຫຼາຍກວ່າ 400 ຄອບຄົວປູກຊາ. ຍ້ອນແນວນັ້ນບັນດາຜະລິດຕະພັນຊາໃນປັດຈຸບັນ ພວມໄດ້ຮັບການຄຸ້ມຄອງ ທາງດ້ານຄຸນນະພາບຢ່າງແໜ້ນແຟ້ນ, ບັນດາຜະລິດຕະພັນຊາ ກໍ່ມີຄຸນນະພາບສູງ. ທ່ານກ່າວວ່າ:

     “ການສ້າງໄດ້ເຄື່ອງໝາຍການຄ້າຂອງຊາ ສວຍຢ່າງ ແນ່ນອນວ່າຈະເຮັດໃຫ້ປະລິມານການຜະລິດຊາ ສວຍຢ່າງ ຫຼາຍຂຶ້ນ, ພວກເຮົາສາມາດຂາຍໄດ້ລາຄາສູງກວ່າ ນີ້ກໍ່ເປັນການປະກອບສ່ວນປົວແປງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ ແລະ ສ້າງລາຍຮັບເປັນປົກກະຕິ ໃຫ້ຊາວບ້ານ. ຕົ້ນຊາ ຊານຕວຽດ ສວຍຢ່າງ ກໍ່ແມ່ນຕົ້ນໄມ້ເປັນປາຍແຫຼມ ສາມາດລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ ແລະ ນຳຜົນປະໂຫຍດມາສູ່ປະຊາຊົນ”.

     ຈາກສວນຊາ, ພູຜາປ່າໄມ້ທີ່ໃຫຍ່ໂຕມະໂຫຖານ ແລະ ສວຍງາມເປັນໜ້າຈັບໃຈ ຕະຫຼອດຮອດຈິດໃຈຂອງຊາວບ້ານ ມີຄວາມເມດຕາປານີ ແລະ ຮັກແພງແຂກ, ບັນດາຈອກຊາມີກິ່ນຫອມພິເສດ ຈະເຮັດໃຫ້ບັນດາເພື່ອນເພີ່ມຄວາມຮັກ ແລະ ສະຫງວນອາລົມຈິດພິເສດ ແລະ ຍາກທີ່ຈະຫຼົງລືມໄດ້ສຳລັບດິນແດນ ສວຍຢ່າງ.

ຕອບກັບ